ກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ ກໍຄື ລັດຖະບານຈີນ ໄດ້ຮັບການຊ່ວຍເຫລືອໂຮງຮຽນປະຖົມສົມບູນໜອງປີງ, ເມືອງຈັນທະບູລີ, ນະຄອນ ຫລວງວຽງຈັນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ເຮັດໃຫ້ການຮຽນ-ການສອນຂອງໂຮງຮຽນດັ່ງກ່າວໃນປັດຈຸບັນມີຄວາມສະດວກດີ.
ໃນໂອກາດຄົບຮອບ 10 ປີ ຂອງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງຂອງຈີນ, ທ່ານ ນາງ ພັນທອງ ຄຳທອງມີ, ຜູ້ອຳນວຍການໂຮງຮຽນປະຖົມສົມບູນໜອງປີງ ໃຫ້ສໍາພາດຕໍ່ສື່ມວນຊົນລາວ-ຈີນ ໃນວັນທີ 19 ກັນຍາ 2023 ວ່າ: ໂຮງຮຽນປະຖົມສົມບູນໜອງປີງ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1964, ມາຮອດປີ 2013 ໄດ້ຮັບການຊ່ວຍ ເຫລືອຈາກກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ ກໍຄື ລັດຖະບານ ສປ ຈີນ ພາຍຫລັງທີ່ ທ່ານ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍໄດ້ປັບປຸງໂຮງຮຽນປະຖົມໜອງປິງຫລັງເກົ່າທີ່ເຮັດດ້ວຍໄມ້, ມຸງດ້ວຍສັງກະສີ ມາ ເປັນສ້າງອາຄານຫລັງໃໝ່ 2 ຊັ້ນ, ມີທັງໝົດ 12 ຫ້ອງ. ໃນນັ້ນ, ໃຊ້ເປັນຫ້ອງຮຽນທັງໝົດ 8 ຫ້ອງ, ຕໍ່ມາຮອດປີ 2019 ຄູ-ອາຈານ ແລະ ນັກຮຽນ ຈໍານວນໜຶ່ງຈາກໂຮງຮຽນປະຖົມສົມບູນໜອງປີງ ໄດ້ຖືກເຊີນເຂົ້າຮ່ວມໂຄງການໜຶ່ງແລວໜຶ່ງເສັ້ນ ທາງ ແລະ ເຂົ້າຮ່ວມກອງປະຊຸມ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 2 ຢູ່ນະຄອນຫລວງປາກກິ່ງ, ສປ ຈີນ. ນອກຈາກນີ້ ໃນຕົ້ນເດືອນຕຸລາ 2023 ທີ່ຈະມາເຖິງນີ້, ຄູ-ອາຈານ ຈຳນວນ 4 ຄົນ ແລະ ນັກຮຽນ 6 ຄົນ ໄດ້ຖືກເຊີນໃຫ້ໄປເຂົ້າຮ່ວມກອງປະຊຸມໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 3 ຢູ່ ສປ ຈີນ ຕື່ມອີກ.
ໃນໂອກາດດຽວກັນນີ້, ທ່ານ ຫວາງຊາງ ອຸປະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ກ່ອນກອງປະຊຸມເວທີປາໄສສຸດຍອດເພື່ອການຮ່ວມ ມືສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 2 ທີ່ຈັດຂຶ້ນໃນປີ 2019, ນັກຮຽນ ແລະ ຄູສອນໂຮງຮຽນປະຖົມໜອງປິງ ໄດ້ຂຽນຈົດໝາຍໃຫ້ທ່ານເລຂາທິການໃຫຍ່ ສີຈິນຜິງ ເພື່ອສະ ແດງຄວາມຂອບໃຈຢ່າງຈິງໃຈຕໍ່ຝ່າຍຈີນທີ່ຊ່ວຍເຫຼືອກໍ່ສ້າງໂຮງ ຮຽນປະຖົມໜອງປິງ ແລະ ສະແດງຄວາມຍິນດີເຂົ້າຮ່ວມການສ້າງໜຶ່ງແລວໜຶ່ງເສັ້ນທາງ. ສ່ວນ ທ່ານ ເລຂາທິການໃຫຍ່ ສີຈິນຜິງ ໄດ້ຂຽນຈົດໝາຍຕອບສົ່ງເສີມເຂົາເຈົ້າສືບທອດມິດຕະພາບ ຈີນ-ລາວ, ເຊິ່ງໄດ້ກາຍເປັນແບບຢ່າງທີ່ດີໃນການເພີ່ມຄວາມຜູກພັນລະຫວ່າງປະຊາຊົນຈີນ-ລາວ.
Cr: BT, ວສລ



