ໝາກກະຖິນ ຫຼາຍຄົນຄືຈະຮູ້ດີ, ບາງຄົນກໍ່ບໍມັກກິ່ນຂອງມັນ ຫຼື ບໍ່ມັກກິນເລີຍ ມື້ນີ້ຂໍບອກເລີຍວ່າຕ້ອງຫາມາກິນດ່ວນ ເພາະຜົນການວິໄຈຂອງນັກວິທະຍາສາດ ໄດ້ຄົ້ນຄວ້າແລ້ວບອກວ່າ: ໝາກກະຖິນ ມີປະໂຫຍດຕໍ່ຮ່າງກາຍຂອງຄົນເຮົາຢ່າງຫຼວງຫຼາຍ ເຊັ່ນ:
1 ມີປະໂຫຍດໃນການຊ່ວຍບໍາລຸງຮ່າງກາຍ
2 ຊ່ວຍໃນການຈະເລີນອາຫານ
3 ຊ່ວຍປ້ອງກັນຫຼອດເລືອດອຸດຕັນ
4 ຊ່ວຍຫຼຸດຄວາມດັນເລືອດ
5 ຊ່ວຍໃຫ້ເມັດເລືອດແດງເກາະກຸ່ມກັນໄດ້ດີ
6 ມີຜົນຕໍ່ການແບ່ງໂຕຂອງເຊວ
7 ຊ່ວຍຫຼຸດນໍ້າຕານໃນເລືອດ
8 ຫາກຮັບປະທານເປັນປະຈໍາຈະຊ່ວຍປ້ອງກັນໂລກເບົາຫວານໄດ້
9 ຊ່ວຍຂັບລົມໃນລໍາໄສ້
10 ຊ່ວຍກະຕຸ້ນການບີບຕົວຂອງລໍາໄສ້
11 ຊ່ວຍຂັບປັດສະວະ, ຊ່ວຍລະບາຍການຂັບຖ່າຍ
12 ຊ່ວຍແກ້ໄຕທີ່ເສື່ອມໂຊມ (ຟອກໄຕ)
13 ຊ່ວຍຢຸດການເກີດຈະເລີນເຕີບໂຕຂອງແບັດທີເລຍ ແລະ ເຊື້ອລາ
14 ສາມາດນໍາມາປຸງແຕ່ງ, ກິນກັບອາຫານປະເພດຕໍາຕ່າງໆໄດ້ນອກນັ້ນໃບຂອງໝາກກະຖິນ ຍັງເປັນປຸຍບໍາລຸງດິນໄດ້ອີກ…