ໝາກອະໂວກາໂດແມ່ນມີຄຸນຄ່າທາງສານອາຫານສູງ ແລະ ມີຜົນປະໂຫຍດຕໍ່ຮ່າງກາຍຂອງເຮົາສາລະພັດ ເຊິ່ງກິນໄດ້ຫຼາຍເທົ່າໃດຍິ່ງດີຕໍ່ສຸຂະພາບ ຢ່າງໜ້ອຍອາທິດໜຶ່ງຕ້ອງໄດ້ກິນ 1 ໜ່ວຍເພາະວ່າ:

ໝາກອະໂວກາໂດ ມີສານຕໍ່ຕ້ານອະນຸມູນອິດສະຫຼະ ເຊິ່ງຊ່ວຍປ້ອງກັນເຊລຕ່າງໆພາຍໃນຮ່າງກາຍບໍ່ໃຫ້ຖືກທໍາລາຍ, ສາມາດຊ່ວຍຫຼຸດຮອຍແຫ່ວແຫ້ງ, ຊ່ວຍບໍາລຸງ ແລະ ປິ່ນປົວສາຍຕາໄດ້, ຊ່ວຍຫຼຸດນໍ້າໜັກ, ເປັນແຫຼ່ງຂອງກົດໄຂມັນຊະນິດ HDL ມີປະໂຫຍດຕໍ່ຮ່າງກາຍຫຼາຍ ໃນການຊ່ວຍຫຼຸດໄຂມັນຊະນິດແຫຼວໃນເສັ້ນເລືອດ

ຊ່ວຍປ້ອງກັນ ແລະ ຫຼຸດຄວາມສ່ຽງຂອງການເກີດມະເຮັງ, ມີວິຕາມິນຊີ ຊຶ່ງຊ່ວຍປ້ອງກັນການເປັນຫວັດໄດ້, ຊ່ວຍປ້ອງກັນການເກີດພະຍາດເລືອດອອກຕາມວ່າງແຂ້ວ ມີໂປຣຕິນສູງກວ່າໝາກໄມ້ຊະນິດອື່ນ ເປັນໂປຣຕິນທີ່ຍ່ອຍງ່າຍ, ມີເສັ້ນໃຍອາຫານສູງ ຊ່ວຍໃນການຂັບຖ່າຍໄດ້ເປັນຢ່າງດີ

ກິນອະໂວກາໂດເປັນປະຈໍາຊ່ວຍປ້ອງກັນ ແລະ ຫຼຸດຄວາມຖີ່ຂອງການເກີດພະຍາດມຶນຊາ, ມີປະໂຫຍດຫຼາຍ ເໝາະໃຫ້ລູກນ້ອຍກິນເປັນອາຫານເສີມ, ມີໂຟເລດສູງ ຊຶ່ງເປັນແຮ່ທາດທີ່ມີຄວາມສໍາຄັນສໍາຫຼັບຄົນຖືພາ ແລະ ຈໍາເປັນສໍາຫຼັບເດັກນ້ອຍໃນທ້ອງ

ນອກນັ້ນ, ນໍ້າມັນອະໂວກາໂດເປັນນໍ້າມັນທີ່ດູດຊຶມເຂົ້າສູ່ຜິວໜັງໄດ້ດີທີ່ສຸດ, ນໍ້າມັນອະໂວກາໂດສາມາດເອົາມາໃຊ້ນວດຫົວໄດ້ເພື່ອຊ່ວຍເລັ່ງການງອກຂອງເສັ້ນຜົມ ແລະ ເນື້ອຂອງອະໂວກາໂດສາມາດເອົາມາປຸງແຕ່ງອາຫານແທນເນີຍໄດ້ ສາມາດນໍາມາສະກັດນໍ້າມັນເຮັດເປັນເຄື່ອງສໍາອາງໄດ້, ສາມາດໃຊ້ບໍາລຸງຜິວພັນ ແລະ ເສັ້ມຜົມ ໂດຍສະເພາະຢ່າງຍິ່ງຄົນທີ່ມີຜິວແຫ້ງ ຈະຊ່ວຍເຮັດໃຫ້ມີຜິວພັນເປັ່ງປັ່ງຂຶ້ນ

Loading...