ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໝີແພນດ້າເປັນຊັບສົມບັດແຫ່ງຊາດອັນລໍ້າຄ່າຂອງຈີນ, ໝີແພນດ້າເປັນໜຶ່ງໃນສັດທີ່ມີປະຫວັດຄວາມເປັນມາເກົ່າແກ່ທີ່ສຸດຢູ່ໃນໂລກທີ່ຍັງບໍ່ສູນພັນ, ໝີແພນດ້າໄດ້ດໍາລົງຊີວິດຢູ່ໜ່ວຍໂລກແຫ່ງນີ້ມາເປັນເວລາ 3 ລ້ານກວ່າປີແລ້ວ. ເຊິ່ງສັດທີ່ເຄີຍມີຊີວິດຢູ່ໃນໂລກໜ່ວຍນີ້ເມື່ອ 3 ລ້ານກວ່າປີກ່ອນ ປັດຈຸບັນໄດ້ສູນພັນໄປໝົດແລ້ວ, ເຫຼືອພຽງແຕ່ໝີແພນດ້າເທົ່ານັ້ນທີ່ຍັງມີຊີວິດຢູ່ມາເຖິງປັດຈຸບັນນີ້ ແລະ ໄດ້ຮັກສາລັກສະນະຂອງສັດບູຮານໄວ້ ພ້ອມທັງໄດ້ກາຍເປັນສັນຍະລັກໃຫ້ແກ່ສັນຕິພາບ ແລະ ມິດຕະພາບ.
ອີງຕາມຂໍ້ມູນຈາກປຶ້ມ “ສະບາຍ ດີປະເທດຈີນ” ທີ່ພິມເຜີຍແຜ່ໃນປີ 2019 ໂດຍວິທະຍຸສາກົນແຫ່ງປະເທດຈີນ CRI ໃຫ້ຮູ້ວ່າ:ໝີແພນດ້າສ່ວນຫຼາຍດໍາລົງຊີວິດຢູ່ເຂດພູສູງ ແລະຮ່ອມພູເລິກຂອງແຂວງເສສວນ, ແຂວງກ່ານຊູ່ ແລະ ແຂວງສ້ານຊີ. ອີງຕົວເລກຕາມສະ ຖິຕິ,ປັດຈຸບັນຢູ່ທົ່ວໂລກມີໝີແພນດ້າທັງໝົດ 1.000 ກວ່າໂຕ ໃນນັ້ນຖືກຄົນລ້ຽງໄວ້ມີ 100ກວ່າໂຕ. ສະນັ້ນ,ໝີແພນດ້າຖືກຈັດເຂົ້າຢູ່ໃນບັນຊີລາຍຊື່ຂອງສັດທີ່ໄກ້ຈະສູນພັນ ແລະ ເປັນສັດສະຫງວນແຫ່ງຊາດລະດັບທີ1ຂອງຈີນ; ໝີແພນດ້າສ່ວນຫຼາຍມັກກິນໄມ້ໄຜ່, ຢ້ານໜາວ ແລະຢ້ານຮ້ອນ, ບໍ່ຈໍາສິນຄືກັບໝີຊະນິດອຶ່ນ. ມັນສາມາດປີນໄຕ່ຕົ້ນໄມ້ແລະລອຍນໍ້າໄດ້. ລະບົບການສໍາຜັດທາງຫູ ແລະດັງຂອງມັນແມ່ນດີຫຼາຍ. ແຕ່ວ່າຄວາມສາມາດດ້ານການເບິ່ງເຫັນບໍ່ດີປານໃດ ເພາະໝີແພນດ້າມີສາຍ ຕາສັ້ນມາແຕ່ກໍາເນີດ. ໃນຫຼາຍປີມໍ່ໆມານີ້,ໝີແພນດ້າໃນຖານະເປັນທູດສັນຕິພາບໄດ້ເດີນທາງໄປໂຊຕົວ ແລະສະແດງຄວາມສາມາດຢູ່ຫຼາຍປະເທດໃນໂລກ.
ໃນງານມະຫາກໍາກິລາເອຊຽນເກມທີ່ຈີນເປັນເຈົ້າພາບຈັດຂຶ້ນຢູ່ນະ ຄອນຫຼວງປັກກິ່ງປີ 1990 ໄດ້ຖືເອົາໝີແພນດ້າທີ່ມີຊື່ວ່າ “ພ້ານໆ” ເປັນສັດນໍາໂຊກ, ຮູບພາບທີ່ໝີແພນດ້າ “ພ້ານໆ” ໃຊ້ມືຈັບຫຼຽນຄໍາແລ່ນ ໄດ້ກາຍເປັນພາບແຫ່ງຄວາມປະທັບໃຈຂອງຊາວຈີນ. ໃນງານມະຫາກໍາກິລາໂອລິມປິກລະດູຮ້ອນປີ2008 ທີ່ຈີນເປັນເຈົ້າພາບໄດ້ຖືເອົາໝີແພນດ້າມີຊື່ວ່າ “ຈີ່ງຈີ່ງ” ເປັນສັດນໍາໂຊກຮ່ວມກັບປາຊື່ວ່າ: “ເປີ້ຍໆ”, ໄຟສັກສິດໂອລິມປິກຊື່ວ່າ “ຮ່ວນໆ”, ກວາງຊື່ວ່າ “ຢີງຢີ້ງ” ແລະ ນົກແອ່ນຊື່ວ່າ “ນີ່ໆ” ເມື່ອລວມທັງໝົດເຂົ້າກັນມີຊື່ພາສາຈີນວ່າ “ເປຈີ່ງຮ່ວນຢີ່ງນິ” ມີຄວາມໝາຍວ່າ “ປັກກິ່ງຍິນດີຕ້ອນຮັບ” ແລະໃນງານມະຫາກໍາກິລາໂອລິມປິກລະດູໜາວປັກ ກິ່ງ2022 ທີ່ຈະຈັດຂຶ້ນຢ່າງເປັນທາງການລະຫວ່າງວັນທີ 04-17 ກຸມພາ 2022 ນີ້, ເຈົ້າພາບໄດ້ຖືເອົາໝີແພນດ້າມີຊື່ວ່າ “ປີ່ງຕຸ່ນໆ” ເປັນສັດນໍາໂຊກ ເຊິ່ງຄໍາວ່າ: “ປິ່ງ” ໃນພາສາຈີນແປວ່າ “ນໍ້າກ້ອນ” ໝາຍເຖິງສັນຍະລັກແຫ່ງຄວາມບໍລິສຸດ ແລະ ຄໍາວ່າ: “ຕຸ່ນໆ” ແປວ່າ “ຄວາມແຂງແຮງ” ໝາຍເຖິງຮ່າງກາຍແຂງແຮງ, ມີສຸຂະພາບດີ, ມີໄຫວພິບ ແລະຫນ້າຮັກ. ສ່ວນຊຸດນໍ້າກ້ອນຄ້າຍຄືຊຸດນັກບິນອະວະກາດທີ່ປິ່ງຕຸ່ນໆສວມໃສ່ຢູ່ນັ້ນ ໝາຍເຖິງຊຸດນິລະໄພທີ່ນັກກິລາໃສ່ປ້ອງກັນໃນເວລາລົງແຂ່ງຂັນ. ເມື່ອເອົາທຸກຢ່າງມາໂຮມເຂົ້າກັນແລ້ວ ແມ່ນສະແດງເຖິງຄວາມມີຈິດ ໃຈດີງາມ ແລະ ມັກຮັກໃນກິລາລະດູໜາວທຸກຊະນິດຂອງໝີແພນດ້າປິ່ງຕຸ່ນໆ. ຖືເປັນການຫຼອມລວມລັກສະນະເດັ່ນຂອງນັກກິລາໂອລິມປິກລະດູໜາວ ແລະ ຈິດວິນ ຍານຂອງໂອລິມປິກເຂົ້າເປັນອັນດຽວກັນ.
ສ່ວນສັດນໍາໂຊກປະຈໍາງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ທີ່ຈະຈັດຂຶ້ນຢ່າງເປັນທາງການລະຫວ່າງວັນທີ 3-13 ມິນາ 2022 ແມ່ນກໍານົດເອົາກາຕູນຄ້າຍຄືຮູບໂຄມໄຟສີແດງທີ່ເປັນເອກະລັກສະເພາະຂອງຄົນຈີນ, ມີຫິມະສີຂາວຕິດຢູ່ໃບໜ້າ ແລະ ມີຊື່ພາສາຈີນວ່າ: “ເຊຍຫຼົງໆ” ແປວ່າ: “ຫິມະ” ມີຄວາມໝາຍວ່າ: ວັດທະນະທໍາຈີນເຊື່ອມໂຍງເຂົ້າກັບງານກິລາໂອລິມປິກຄົນພິການລະດູໜາວ ແລະ ເປັນສັນຍະລັກແຫ່ງຄວາມງົດງາມ; ສະແດງເຖິງແນວຄິດການແລກປ່ຽນວັດທະນະທໍາລະຫວ່າງປະເທດ ແລະ ການຮຽນຮູ້ເຊິ່ງກັນແລະກັນ ເພື່ອການພັດທະນາຮ່ວມກັນ ພ້ອມທັງສະແດງເຖິງຄວາມປາຖະໜາດີຕໍ່ການສ້າງປະຊາຄົມໂລກທີ່ມີອະນາຄົດຮ່ວມກັນ. ອີງຕາມຂໍ້ມູນຈາກປື້ມ “ສະບາຍດີປະເທດຈີນ”ໃຫ້ຮູ້ວ່າ:ກ່ອນການປະດິດຫຼອດໄຟອອກມານໍາໃຊ້ໃນທົ່ວໂລກ ໂຄມໄຟແມ່ນເປັນເຄື່ອງສ່ອງສະຫວ່າງທີ່ໃຊ້ຢູ່ເລື້ອຍໆໃນຄອບຄົວຂອງຄົນຈີນໂດຍສະເພາະໂຄມໄຟສີແດງ.ພາຍໃນໂຄມໄຟມີການໄຕ້ທຽນພາຍນອກໄດ້ຫຸ້ມຫໍ່ດ້ວຍເຈ້ຍ ຫຼື ຜ້າໄໝບາງໆທີ່ໂປ່ງໃສ, ບາງຄອບ ຄົວຈະຂຽນນາມສະກຸນຂອງເຈົ້າຂອງເຮືອນໄວ້ເທິງໂຄມໄຟແລ້ວແຂວນໄວ້ຢູ່ໜ້າເຮືອນ. ດັ່ງ ນັ້ນ,ໂຄມໄຟຈີນຈຶ່ງຖືເປັນນາມບັດຂອງຄອບຄົວຄົນຈີນ.ປັດຈຸບັນບ່ອນໃດມີຄົນຈີນອາໄສຢູ່ ບ່ອນນັ້ນກໍມີໂຄມໄຟສີແດງປາກົດໃຫ້ເຫັນຢູ່ທຸກຫົນແຫ່ງຂອງໂລກ.
ທັງໜົດນັ້ນ,ຄືຄວາມເປັນມາແລະຄວາມໝາຍສໍາຄັນຂອງໜີແພນດ້າແລະໂຄມໄຟສີແດງທີ່ເຈົ້າພາບຈີນໄດ້ກໍານົດໃຫ້ເປັນສັດນໍາໂຊກປະຈໍາການແຂ່ງຂັນກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022.
ໂດຍ: ຟ້າໃສ ຈະເລີນສຸກ