ການຈັດຕັ້ງປະຕິບັດວຽກງານເສດຖະກິດ-ສັງຄົມ ຢູ່ແຂວງ ໄຊຍະບູລີ ໃນປີ 2021 ຜ່ານມາແມ່ນມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ເຊິ່ງມີຜົນກະທົບໂດຍກົງແລະທາງອ້ອມຈາກການລະບາດພະຍາດໂຄວິດ-19, ໄພທໍາມະຊາດ(ນໍ້າຖ້ວມ), ການລະບາດຂອງພະຍາດສັດ, ສັດຕູພືດທໍາລາຍຜົນລະປູກ, ແຕ່ພາຍໃຕ້ການນຳພາ-ຊີ້ນຳ ຢ່າງໃກ້ຊິດຂອງຄະນະພັກ, ອົງການປົກຄອງທຸກຂັ້ນແລະບັນດາຂະແໜງການດ້ວຍຄວາມເປັນເຈົ້າການແລະຮັບຜິດຊອບສູງ ຈຶ່ງເຮັດໃຫ້ຫຼາຍຄາດໝາຍສູ້ຊົນແຕ່ລະຂົງເຂດ, ໄດ້ບັນລຸຕາມແຜນວາງໄວ້ຊຶ່ງມີລັກຊະນະຫັນປ່ຽນຢ່າງຕັ້ງໜ້າ, ໂດຍສະເພາະແມ່ນດ້ານເສດຖະກິດ ຊິ່ງໝົດປີ 2021 ເສດຖະກິດຂອງແຂວງຂະຫຍາຍຕົວ 4,4%.
ທ່ານ ສົມຈິດ ຈັນທະວົງ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ ໄຊຍະບູລີ, ຜູ້ຊີ້ນໍາວຽກງານເສດຖະກິດ-ສັງຄົມ ໄດ້ລາຍງານຕໍ່ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 5 ສະໄໝທີ VII ໃນຕອນເຊົ້າຂອງວັນທີ 17 ມັງກອນ ປີນີ້ວ່າ: ຕະຫຼອດ 1 ປີຜ່ານມາອົງການປົກຄອງແຂວງໄດ້ສຸມໃສ່ນຳພາ-ຊີ້ນຳການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມປີ 2021 ດ້ວຍຈິດໃຈບຸກທະລຸ ຕິດພັນກັບການຜັນຂະຫຍາຍຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ໄດ້ເຮັດໃຫ້ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວໃນລະດັບ 4,4%, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 11.041 ຕື້ກີບ ທຽບໃສ່ແຜນການ ປະຕິບັດໄດ້ 98%, ສະເລ່ຍຕໍ່ຫົວຄົນ 3.115 ໂດລາສະຫະລັດ, ດ້ານການເງິນແມ່ນໄດ້ສຸມໃສ່ສໍາຫລວດຫົວໜ່ວຍທຸລະກິດ, ຈັດຖານລາຍຮັບຄືນໃໝ່, ຄຸ້ມຄອງຈັດເກັບລາຍຮັບໃຫ້ຄົບຖ້ວນ, ຫັນຈັດເກັບໄປສູ່ລະບົບທັນສະໃໝ່, ເພື່ອຮັບປະກັນການຮົ່ວໄຫຼງົບປະມານ ແລະ ສອດຄ່ອງກັບລະບຽບວິໄນການເງິນ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1.046,92 ຕື້ກີບ, ເທົ່າກັບ 92,26% ຂອງແຜນດັດແກ້ເພີ່ມຕົວເລກລາຍຮັບ ແລະ ປະຕິບັດລາຍຈ່າຍໄດ້ທັງໜົດ 531,19 ຕື້ກີບ, ສໍາລັບແຜນການຕໍ່ໜ້າ ທ່ານ ສົມຈິດ ຈັນທະວົງ ໃຫ້ຮູ້ວ່າ: ຈະສືບຕໍ່ໃຫ້ແຂວງໄຊຍະບູລີ ມີຄວາມໝັ້ນຄົງ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສຸມໃສ່ແກ້ໄຂບັນຫາຢາເສບຕິດ, ພັດທະນາເສດຖະກິດໃຫ້ສືບຕໍ່ຂະຫຍາຍຕົວຕໍ່ເນ່ື່ອງໄປພ້ອມກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສ້າງການຫັນປ່ຽນໂຄງປະກອບເສດຖະກິດໄປຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝຢ່າງໜັກແໜ້ນ ດ້ວຍການສົ່ງເສີມອຸດສາຫະກຳຂະໜາດນ້ອຍ-ຂະໜາດກາງ, ຫັນເປັນທັນສະໄໝການຜະລິດ, ການບໍລິການໃນຂະແໜງການທີ່ມີເງື່ອນໄຂ, ຍູ້ການຜະລິດພາຍໃນທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກຕາມທ່າແຮງຂອງແຂວງ ເພື່ອເຊື່ອມໂຍງ ເຊື່ອມຈອດກັບແລວທາງເສດຖະກິດຂອງປະເທດເພື່ອນບ້ານ ແລະ ເສັ້ນທາງລົດໄຟລາວ-ຈີນ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ