ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 23 ພະຈິກ 2021 ທີ່ສະໜາມບິນວັດໄຕສາກົນ ໄດ້ມີພິທີມອບຮັບອຸປະ ກອນການແພດເພື່ອປ້ອງກັນພະຍາດໂຄວິດ-19 ຈາກກອງທັບປົດປ່ອຍປະຊາ ຊົນຈີນ ໃຫ້ກອງທັບປະຊາຊົນລາວ, ກ່າວມອບໂດຍທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ແລະ ກ່າວຮັບໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ໄດ້ຕາງໜ້າເຊັນມອບຢ່າງເປັນທາງການໂດຍທ່ານ ພັນ ເອກ ພິເສດ ລີປິງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາລາວ ໂດຍຕາງໜ້າເຊັນຮັບຂອງທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະ ບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ ມີ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໂດຍພື້ນຖານການເສີມຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດ ໝັ້ນຄົງ ຍາວນານ ບົນຈິດໃຈ 4 ດີລະຫວ່າງ ຈີນລາວ- ລາວຈີນ ສະນັ້ນ ກອງທັບປົດປ່ອຍປະ ເທດຈີນໄດ້ໃຫ້ການສືບຕໍ່ຊ່ວຍເຫຼືອລ້າອຸປະກອນການແພດປ້ອງກັນພະຍາດໂຄວິດ-19 ໃຫ້ກອງທັບປະຊາຊົນລາວຄັ້ງນີ້ມີທັງໝົດ 14 ລາຍການຄື: ເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 403.200 ຊຸດ ຊຸດເກັບກວດເອົາຕົວຢ່າງ 30.000 ຊຸດ ກັບໃສ່ຕົວຢ່າງ 30.000 ກັບ ເຄື່ອງແຍກດີເອັນເອ 5 ຊຸດ ເຄື່ອງກວດ PCR 5 ຊຸດ ນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 30.000 ຊຸດ ເຄື່ອງຊ່ວຍຫາຍໃຈ 15 ເຄື່ອງ ເຄື່ອງດູດຂີ້ກະເທິ 15 ເຄື່ອງ ເຄື່ອງຕິດຕາມຄົນເຈັບໜັກ 10 ເຄື່ອງ ເຄື່ອງແທກຄື້ນໄຟຟ້າຫົວໃຈ 10 ເຄື່ອງ ເຄື່ອງວັດແທກອົກຊີປາຍມື 20 ເຄື່ອງ ຕູ້ເກັບວັກຊິນຂະໜາດ 650 ລິດ 5 ຕູ້ ຂະໜາດ 390 ລິດ 10 ຕູ້ ແລະ ຕູ້ເກັບວັກຊິນຂະໜາດ 65 ລິດ 30 ຕູ້.
ໄລຍະຜ່ານມາໃນສະພາບການທີ່ເຊື້ອພະຍາດໂຄວິດ-19 ມີການແຜ່ລະບາດເປັນວົງກວ້າງໃນທົ່ວສັງຄົມລາວ ພັກ ແລະ ລັດຖະບານກໍ່ຄືປະຊາຊົນຈີນ ໄດ້ໃຫ້ການຊ່ວຍເຫຼືອວັກຊິນຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ຈໍານວນ 6.200.000 ໂດສ ພ້ອມນັ້ນກອງທັບປະຊາຊົນຈີນກໍ່ໄດ້ໃຫ້ການຊ່ວຍເຫຼືອວັກຊິນດັ່ງກ່າວໃຫ້ແກ່ກອງທັບປະຊາຊົນລາວ 700.000 ໂດສ ເຊິ່ງເປັນການຊ່ວຍ ເຫຼືອທີ່ລໍ້າຄ່າເຮັດໃຫ້ກອງທັບ ແລະ ປະຊາຊົນລາວບັນດາເຜົ່າສາມາດສ້າງພູມຄຸ້ມກັນ ສະກັດກັ້ນເຊື້ອພະຍາດໂຄວິດ-19 ໄດ້ເປັນຢ່າງດີ ສະແດງໃຫ້ເຫັນເຖິງມູນເຊື້ອແຫ່ງການພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງກອງທັບປົດປ່ອຍປະເທດຈີນ ແລະ ກອງທັບປະຊາຊົນລາວທີ່ໄດ້ມີມາແຕ່ດົນນານ ໂດຍສະເພາະໄລຍະເຮັດການປະຕິວັດຕໍ່ສູ້ປົດປ່ອຍປະເທດຊາດ ກອງທັບປົດປ່ອຍປະຊາຊົນຈີນກໍ່ໄດ້ໃຫ້ການຊ່ວຍເຫຼືອດ້ານວັດຖຸ ອຸປະກອນຕ່າງໆ ປະກອບສ່ວນເຮັດໃຫ້ກອງທັບປະຊາຊົນລາວເຮັດໄດ້ສໍາເລັດໜ້າທີ່ຢ່າງສະຫງ່າງາມ ປີ 1992 ສອງກອງທັບລາວ ແລະ ຈີນ ໄດ້ເປີດການພົວພັນຮ່ວມມື ແລກປ່ຽນບົດຮຽນທາງດ້ານການທະຫານນໍາກັນ ກອງທັບປົດປ່ອຍຈີນໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ກອງທັບປະຊາຊົນລາວດ້ານວິຊາການ ວັດຖຸເຕັກນິກ ອາວຸດຍຸດໂທປະກອນອື່ນໆເປັນຈໍານວນຫຼວງຫຼາຍ.