ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 16 ທັນວາ 2021, ໂດຍປະຕິບັດຕາມການຕົກລົງເຫັນດີຂອງກົມການເມືອງສູນກາງພັກ ລາວ-ຫວຽດນາມ, ແລະ ບົດບັນ ທຶກການຮ່ວມມືລະຫວ່າງ ສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ແລະ ສະພາທິດສະ ດີສູນກາງພັກກອມມູນິດຫວຽດນາມ ໄລຍະປີ 2018 – 2021, ສະພາທິດສະດີຂອງສອງພັກ ລາວ-ຫວຽດນາມ ໄດ້ຮ່ວມ ກັນຈັດກອງປະຊຸມສໍາມະນາທິດ ສະດີລະຫວ່າງສອງພັກ ລາວ- ຫວຽດນາມ ຄັ້ງທີ VIII ຜ່ານວີດີໂອທາງໄກ ພາຍໃຕ້ຫົວຂໍ້ “ບັນດາບັນຫາທິດສະດີ – ພຶດຕິກໍາຕົວຈິງໃໝ່ໃນເອກະສານກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກປະຊາຊົນປະຕິວັດລາວ ແລະ ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ” ໂດຍການເປັນປະທານຮ່ວມຂອງ ສະ ຫາຍຄຳພັນ ເຜີຍຍະວົງ, ເລຂາທິ ການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະ ທານສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ແລະ ສະຫາຍຫງວຽນຊວັນຖັງ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ປະທານສະ ພາທິດສະດີສູນກາງພັກກອມມູ ນິດຫວຽດນາມ. ເຂົ້າຮ່ວມກອງປະຊຸມຍັງມີບັນດາສະຫາຍພະ ນັກງານການນໍາຂັ້ນສູງທີ່ປຶກສາສະພາທິດສະດີຂອງສອງພັກ ລາວ-ຫວຽດນາມ; ບັນດາສະ ຫາຍນັກວິທະຍາສາດ, ນັກທິດ ສະດີ; ບັນດາຜູ້ຕາງໜ້າຈາກຄະ ນະຂອງສູນກາງພັກ, ກະຊວງ, ອົງການ ແລະ ຂະແໜງການ ຂອງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມສໍາມະນາຄັ້ງນີ້, ປະທານກອງປະຊຸມຮ່ວມສອງຝ່າຍໄດ້ຜັດປ່ຽນກັນຂຶ້ນກ່າວຄໍາເຫັນ ສະແດງຄວາມຊົມເຊີຍຕໍ່ຄະນະຜູ້ແທນຂອງສອງພັກ ລາວ-ຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມທີ່ໄດ້ກະກຽມເປັນຢ່າງດີ ແລະ ແລກປ່ຽນຢ່າງກົງໄປກົງມາ.ກອງປະຊຸມສໍາມະນາຄັ້ງນີ້ຜ່ານລະບົບທາງໄກຄັ້ງທໍາອິດ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ແຕ່ທັງສອງຝ່າຍ ກໍໄດ້ສືບຕໍ່ເສີມຂະຫຍາຍບັນດາກົນໄກຂອງການຮ່ວມມືທີ່ມີປະສິດທິພາບແລະປະສິດທິຜົນລະຫວ່າງພັກປະຊາຊົນ ປະຕິວັດລາວແລະພັກກອມມູນິດຫວຽດນາມທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ. ພ້ອມດ່ຽວກັນນັ້ນ, ປະທານກອງປະຊຸມສອງຝ່າຍ ໄດ້ຜັດປ່ຽນກັນສະເໜີບົດນໍາ ກ່ຽວກັບ ບັນດາບັນຫາທິດ ສະດີ-ພຶດຕິກໍາຕົວຈິງໃໝ່ ໃນເອກະສານກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກປະຊາຊົນປະຕິວັດລາວ ແລະ ເອກະສານກອງປະ ຊຸມໃຫຍ່ຄັ້ງທີ XIII ຂອງພັກກອມ ມູນິດຫວຽດນາມ, ໂດຍທັງສອງຝ່າຍ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງຕໍ່ບັນດາໝາກຜົນລວມຍອດສະ ຕິປັນຍາຂອງແຕ່ລະພັກ ຕະຫຼອດໄລຍະແຫ່ງການນໍາພາທີ່ຜ່ານມາ, ບັນດາແນວທາງຍຸດທະສາດຂອງແຕ່ລະພັກ ລ້ວນແຕ່ມີບົດບາດຕັດສິນໃຫ້ແກ່ການກ້າວເດີນໄປຕາມຈຸດໝາຍຂອງພັກທີ່ກໍານົດໄວ້ ແລະ ບັນດາບັນຫາທິດສະ ດີ-ພຶດຕິກໍາຕົວຈິງໃໝ່ ທີ່ກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກປະຊາຊົນປະຕິວັດລາວ ແລະ ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດ ນາມໄດ້ກໍານົດອອກ ເພື່ອເປັນການແລກປ່ຽນ ແລະ ບິ່ແບ່ງບົດຮຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ.
ກອງປະຊຸມຄັ້ງນີ້, ບັນດານັກວິ ທະຍາສາດ, ນັກທິດສະດີ ຂອງທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນສະເໜີບົດຄໍາເຫັນໃນຫົວຂໍ້ ບັນ ດາບັນຫາທິດສະດີ-ພຶດຕິກໍາໃໝ່ ໃນເອກະສານກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກປະຊາຊົນປະຕິ ວັດລາວ ແລະ ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ກ່ຽວກັບ: ການພັດທະນາເສດຖະກິດຕະ ຫຼາດກໍານົດທິດສັງຄົມນິຍົມ; ການພັດທະນາວັດທະນະທໍາ, ສັງຄົມ, ມະນຸດ; ວຽກງານປ້ອງ ກັນຊາດ, ປ້ອງກັນຄວາມສະ ຫງົບ, ພົວພັນຕ່າງປະເທດ; ວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ. ນອກນັ້ນ, ຄະນະຜູ້ແທນຂອງທັງສອງຝ່າຍຍັງໄດ້ຮ່ວມກັນແລກປ່ຽນ ແລະ ຖອດຖອນບົດຮຽນບັນຫາຕ່າງໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈ.
ພາຍຫຼັງສຳເລັດກອງປະຊຸມ 2 ສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ກໍໄດ້ເຊັນບົດບັນທຶກການຮ່ວມມືກັນໃນໄລຍະ ປີ 2022-2026.
ກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ ລາວ- ຫວຽດ ນາມ ຄັ້ງນີ້ ໄດ້ດໍາເນີນເປັນເວລາໜຶ່ງວັນຈຶ່ງສໍາເລັດລົງ.