ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 9 ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນວັນທີ 8 ກໍລະກົດ 2022 ພາຍຫລັງດຳເນີນມາເປັນເວລາ 20 ວັນ,
ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ກ່າວປິດກອງປະຊຸມວ່າ: ກອງປະຊຸມສະ ໄໝສາມັນເທື່ອທີ 3 ໄດ້ພິຈາລະນາ ແລະ ຮັບຮອງເອົາເອກະສານດັ່ງນີ້:
1. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະແຜນການ 6 ເດືອນທ້າຍປີ 2022 ເຊິ່ງໄດ້ຕີລາຄາສູງຕໍ່ຄວາມພະຍາມຍາມຂອງລັດຖະບານ ໃນການສູ້ຊົນເຮັດໃຫ້ອັດຕາການເຕີບໂຕທາງດ້ານເສດຖະກິດສາມາດບັນລຸໄດ້ 4,3%, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ແລະ ສາມາດປະຄັບປະຄອງເສດຖະກິດບໍ່ໃຫ້ເຂົ້າສູ່ວິກິດການທີ່ໜັກໜ່ວງໄປກວ່ານີ້, ມີການແຕ່ງຕັ້ງຄະນະຮັບຜິດຊອບເພື່ອແກ້ໄຂບັນການເໜັງຕີງແຮງຂອງລາຄາສິນຄ້າ, ອັດຕາແລກປ່ຽນ, ຄວາມຫຍຸ້ງຍາກທາງດ້ານນໍ້າມັນເຊື້ອໄຟ. ພ້ອມກັນນັ້ນ, ໄດ້ມີການໂຄສະນາເຜີຍແຜ່, ປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າ ເພີ່ມທະວີນໍ້າໃຈປະຢັດມັດທະຍັດ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ພ້ອມກັນແກ້ໄຂບັນຫາໃນເວລາທີ່ປະເທດຊາດປະສົບກັບຄວາມຫຍຸ້ງຍາກ. ກອງປະຊຸມມອບໃຫ້ລັດຖະບານ ນຳເອົາຄວາມຄິດເຫັນຂອງກອງປະຊຸມ ໄປພິຈາລະນາເພື່ອສືບຕໍ່ປັບປຸງ, ແກ້ໄຂບັນດາບັນຫາທີ່ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ.
2. ກອງປະຊຸມໄດ້ຟັງການລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ. ຕະຫຼອດໄລຍະເກືອບໜຶ່ງປີທີ່ຜ່ານມາ ລັດຖະບານ ໄດ້ສົມທົບກັບສະ ພາແຫ່ງຊາດ ຊີ້ນຳ-ບັນຊາການຈັດຕັ້ງຜັນຂະຫຍາຍມະຕິຂອງສູນກາງພັກ ເປັນອັນລະອຽດເຂົ້າໃນນິຕິກໍາຂອງລັດ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງເປັນຂະບວນການກວ້າງ ຂວາງທັງຢູ່ສູນກາງ ແລະ ທ້ອງຖິ່ນ ເຊິ່ງໄດ້ຮັບຜົນສໍາເລັດຫຼາຍດ້ານ. ຄຽງຄູ່ກັນນັ້ນ, ກອງປະຊຸມສະ ເໜີໃຫ້ລັດຖະບານເພີ່ມທະວີການໂຄສະນາເຜີຍແຜ່ ປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ຄວາມຈຳເປັນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ, ມີການເຂົ້າຮ່ວມຢ່າງຕັ້ງໜ້າ ສູ້ຊົນຜ່ານຜ່າເຮັດໃຫ້ປະເທດຊາດ ຫຼຸດພົ້ນອອກຈາກສະພາຫວະຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄືບັນຫາຢາເສບຕິດໃຫ້ລຸດໜ້ອຍຖອຍລົງເລື້ອຍໆ; ມອບໃຫ້ລັດຖະບານ ຮີບຮ້ອນສືບຕໍ່ຊີ້ນຳບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນຕັ້ງໜ້າເຂົ້າຮ່ວມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຕົວຈິງ.
3). ກອງປະຊຸມໄດ້ພິຈາລະນາ ແລະຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງ ເສີມການລົງທຶນ,ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ເຊິ່ງເປັນຄັ້ງທຳອິດທີ່ໄດ້ມີການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ນຳເຂົ້າມາພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ນັບແຕ່ໄດ້ປະກາດໃຊ້ລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນມາ, ກອງປະຊຸມສະແດງຄວາມເປັນຫວ່ງ ຕໍ່ການປະຕິບັດ 4 ກົດໝາຍດັ່ງກ່າວ ເປັນຕົ້ນ ການຄຸ້ມຄອງ, ການໃຫ້ເຊົ່າ, ການສໍາປະທານທີ່ດິນ, ການຈັບຈອງ ແລະ ຊື້-ຂາຍສິດນໍາໃຊ້ທີ່ດິນ, ການຫັນທີ່ດິນເປັນກຳມະສິດອື່ນທີ່ບໍ່ສອດຄ່ອງກັບກົດໝາຍມີທ່າອ່ຽງນັບມື້ເພີ່ມຂຶ້ນ; ການຫັນແຜນແມ່ບົດພັດທະນາທີ່ດິນແຫ່ງຊາດ ເປັນແຜນຈັດສັນທີ່ດິນຂັ້ນທ້ອງຖິ່ນ, ການຂຶ້ນທະບຽນ-ອອກໃບຕາດິນ ແລະ ການວາງແຜນຍຸດທະສາດພັດທະນາທີ່ດິນຕາມຂະແໜງການຍັງຊັກຊ້າ ແລະ ເຮັດໄດ້ໜ້ອຍ, ສະເໜີເພີ່ມທະວີການຄຸ້ມຄອງບັນດາໂຄງການລົງທຶນດ້ານແຮ່ທາດໃຫ້ເຂັ້ມງວດ, ແກ້ໄຂຢ່າງທັນການຕໍ່ບັນດາໂຄງການ ແລະ ກິດຈະ ການລົງທຶນແຮ່ທາດ ທີ່ບໍ່ມີປະສິດທິພາບ ບໍ່ມີມືອາຊີບ ຫຼື ບໍ່ປະຕິບັດຕາມກົດໝາຍ, ບໍ່ປະຕິບັດຕາມສັນຍາ, ມີຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ; ໃຫ້ເອົາໃຈໃສ່ຄຸ້ມຄອງໂຄງການລົງທຶນໃຫ້ປະຕິບັດຕາມກົດໝາຍ ແລະ ສັນຍາ, ການແບ່ງຂັ້ນຄຸ້ມຄອງການສົ່ງເສີມການລົງທຶນລະຫວ່າງຂະ ແໜງການສູນກາງ ແລະທ້ອງຖິ່ນ ໃຫ້ມີຄວາມລະອຽດຈະແຈ້ງຕື່ມ; ສະເໜີໃຫ້ມີກົນໄກການພິຈາລະ ນາອະນຸມັດການລົງທຶນ ໃຫ້ໄປຕາມກຳນົດເວລາຂອງກົດໝາຍ ແລະ ມີທິດທາງຫັນເປັນດີຈີຕອນໃນການຄຸ້ມຄອງ ແລະ ສ້າງຄວາມສະດວກໃຫ້ແກ່ການລົງທຶນ ທັງຕອບສະໜອງຂໍ້ມູນທີ່ຈໍາເປັນໃຫ້ແກ່ນັກລົງທຶນ, ເອົາໃຈໃສ່ກວດກາ ແລະ ຄຸ້ມຄອງບັນດາໂຄງການສໍາຫຼວດ, ຂຸດຄົ້ນແຮ່ທາດໃຫ້ຖືກຕ້ອງຕາມກົດໝາຍ, ເດັດດ່ຽວແກ້ໄຂໂຄງການທີ່ບໍ່ມີປະສິດທິພາບທີ່ລະເມີດກົດໝາຍ ແລະ ສັນຍາ; ເພີ່ມທະວີການຄຸ້ມຄອງຊັບສິນຂອງລັດໃຫ້ຮັດກຸມ, ຈະແຈ້ງ ແລະ ຄົບຖ້ວນ.
4). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງ
ການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ ເຊິ່ງກອງປະ ຊຸມເຫັນວ່າລັດຖະບານໄດ້ມີຄວາມພະຍາມຍາມ ປັບປຸງການເຄື່ອນໄຫວຂອງລັດວິສາຫະກິດ ໃຫ້ມີປະສິດທິຜົນ, ບໍ່ສ້າງໜີ້ສິນເພີ່ມແກ່ລັດຖະບານ. ກອງປະຊຸມໄດ້ສະເໜີໃຫ້ລັດຖະບານ ມີການຄົ້ນຄວ້າກຳນົດກົນໄກ, ຂັ້ນຕອນການພິຈາລະນາຕົກລົງຢ່າງລະອຽດ,ເລິກເຊິ່ງ ເພື່ອຮັບປະກັນຜົນປະໂຫຍດ ລວມຂອງປະເທດຊາດ ກໍຄືປະຊາຊົນລາວບັນດາເຜົ່າ.
5). ກອງປະຊຸມໄດ້ພິຈາລະນາ ແລະຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງກອງປະຊຸມ ເຫັນໄດ້ຄວາມຈຳເປັນ ແລະ ຄວາມສຳຄັນຂອງການສົ່ງເສີມການທ່ອງທ່ຽວສີຂຽວຂອງປະເທດເຮົາ ເພື່ອແນໃສ່ກະຕຸກຊຸກຍູ້ການຜະລິດ, ການຄ້າ ແລະ ການບໍລິການຂອງຂະແໜງການປິ່ນອອ້ມ ໃຫ້ສາມາດດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດ, ສາມາດສ້າງລາຍຮັບເງິນຕາຕ່າງປະເທດ ເຂົ້າສູ່ງົບປະມານ, ປະກອບສ່ວນຕອບສະໜອງເງິນຕາໃຫ້ແກ່ປະເທດ. ກອງປະຊຸມ ໄດ້ສະເໜີໃຫ້ລັດຖະບານ ມີມາດຕະການແກ້ໄຂໃນການພັດທະ ນາໂຄງລ່າງພື້ນຖານ, ການໂຄສະນາ, ການຄຸ້ມຄອງ ແລະ ສ້າງຄວາມເຂັ້ມແຂງບຸກຄະລາກອນ, ການເອື້ອອຳນວຍການທ່ອງທ່ຽວ ເພື່ອໃຫ້ການທ່ອງທ່ຽວສີຂຽວສາມາດ ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງຊາດ.
6). ກອງປະຊຸມໄດ້ພິຈາລະນາ ແລະຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະ ກິລາ ໂດຍສະເພາະ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍ ໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກຳ ເຊິ່ງກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ຂອງຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ສຸມສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດບັນດາຄາດໝາຍຂົງເຂດສຶກສາທິການ-ກິລາ ໂດຍສະເພາະ ຟື້ນຟູການຮຽນ-ການສອນທຸກຊັ້ນ-ທຸກສາຍ ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ດ້ວຍລະບົບທາງໄກ (Online) ໃຫ້ສາມາດກັບຄືນເຂົ້າມາສູ່ການຮຽນໃນຫ້ອງຮຽນ ໃນສະພາບປົກກະຕິ ແລະ ເອົາໃຈໃສ່ປັບປຸງຄຸນນະພາບລະບົບການຮຽນ-ການສອນໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກຳ ຮັບປະກັນເງື່ອນໄຂໃຫ້ນັກກິລາໄດ້ເຂົ້າຮ່ວມການແຂ່ງຂັນກິລາໃນລະດັບຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.
ກອງປະຊຸມສະເໜີໃຫ້ລັດຖະບານ ສືບຕໍ່ຊີ້ນຳການຈັດຕັ້ງປະຕິບັດ 8 ຄາດໝາຍທີ່ບໍ່ທັນບັນລຸ ເປັນຕົ້ນອັດຕາປະລະການຮຽນ, ຄຸນນະພາບຂອງຄູສອນ, ການສົ່ງເສີມລູກຫຼານເຂົ້າຮຽນຂອງຜູ້ປົກຄອງ, ເອົາໃຈໃສ່ຍົກສູງຄຸນນະພາບການສຶກສາໃນເຂດຊົນນະບົດຫ່າງໄກສອກຫຼີກ ໃຫ້ໄດ້ຕາມມາດຕະຖານການສຶກສາແຫ່ງຊາດ, ພ້ອມກັນນັ້ນ, ກໍຕ້ອງເພີ່ມທະວີໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກິລາ-ກາຍະກຳໃນທຸກດ້ານ ໂດຍຕິດພັນກັບຫຼັກສູດການຮຽນ-ການສອນໃນບັນດາສະຖາບັນການສຶກສາ, ຍູ້ແຮງຂະບວນການກິລາມະຫາຊົນ, ກິລາອາຊີບປະເພດຕ່າງໆ ທັງປັບປຸງການຈັດຕັ້ງສະມາຄົມ, ສະຫະພັນໃຫ້ມີຄຸນນະພາບ ເພື່ອຕອບສະໜອງກັບຄວາມຕ້ອງການກັບການພັດທະນາໃນຂົງເຂດດັ່ງກ່າວໃຫ້ມີການຫັນປ່ຽນດີຂຶ້ນ.
7). ກອງປະຊຸມໄດ້ຟັງການລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມມະຕິກອງປະຊຸມສະພາແຫ່ງຊາດສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ແລະ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມທີ່ກຳນົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະ ການແກ້ໄຂການລະເມີດກົດໝາຍ ໃນການພາຕົວ, ກັກຕົວ, ຈັບຕົວ ແລະ ການກັກຂັງພາງ ທີ່ບໍ່ຖືກຕ້ອງຕາມກົດໝາຍ, ກອງປະຊຸມເຫັນດີຕໍ່ເນື້ອໃນຂອງບົດລາຍງານ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສະແດງຄວາມຊົມເຊີຍຕໍ່ອົງການໄອຍະການປະຊາຊົນສູງສຸດ ທີ່ໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດວາລະແຫ່ງຊາດ ເປັນແຜນງານ, ໂຄງການລະອຽດຂອງຕົນ ແລະ ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ໂດຍສົມທົບກັບກະຊວງປ້ອງກັນຄວາມສະຫງົບ ຢ່າງແໜ້ນແຟ້ນກົມກຽວ; ເອົາໃຈໃສ່ການຄົ້ນຄວ້າສ້າງແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ ກ່ຽວກັບວຽກງານດັ່ງກ່າວໃຫ້ລະອຽດຕື່ມ; ເພີ່ມທະວີການຕິດຕາມກວດກາ ສະຖານ ທີ່ກັກຂັງ, ສະຖານທີ່ບຳບັດ-ປິ່ນປົວ, ການຝຶກສີມືແຮງງານ ໃຫ້ແກ່ຜູ້ຢູ່ໃນສະຖານທີ່ກັກຂັງ, ເພີ່ມທະ ວີການປະສານສົມທົບ ລະຫວ່າງ ອົງການໄອຍະການປະຊາຊົນ ກັບອົງການສືບສວນ, ສອບສວນ ໃນການດໍາເນີນຄະດີໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງຕາມກົດໝາຍ.
. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງ ຄະນະປະຈຳສະພາແຫ່ງຊາດກ່ຽວກັບການເຄື່ອນໄຫວວຽກງານ ໃນໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ກອງປະຊຸມສະ ໄໝສາມັນ ເທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IXແລະ ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບຜົນການຕິດຕາມກວດກາວາລະແຫ່ງຊາດ ໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາ ຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ. ກອງປະຊຸມ ເຫັນວ່າ ຕະຫຼອດໄລຍະ 6 ເດືອນທີ່ຜ່ານມາ ສະພາແຫ່ງຊາດ ຊຸດທີ IX ໄດ້ມີຄວາມເປັນເຈົ້າການ, ຫ້າວຫັນ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ເຮັດໃຫ້ບົດບາດຂອງສະພາແຫ່ງຊາດ ໄດ້ຮັບການເຊີດຊູນັບມື້ສູງຂຶ້ນ, ໄດ້ຮັບຄວາມເຊື່ອໝັ້ນຈາກອົງການຈັດຕັ້ງລັດຂັ້ນຕ່າງໆນັບມື້ກວ້າງຂວາງ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນຜູ້ມີສິດເລືອກຕັ້ງ. ກອງປະຊຸມສະເໜີໃຫ້ເອົາໃຈໃສ່ປັບປຸງກົນໄກ, ວິທີການທາບທາມຮ່າງກົດໝາຍ,ການປະເມີນການປະຕິບັດກົດໝາຍ ໃຫ້ສອດຄ່ອງຕາມຄວາມຮຽກຮ້ອງໃນແຕ່ລະໄລຍະ ແລະ ທັນເວລາຂຶ້ນຕື່ມ ແລະ ສະເໜີໃຫ້ເອົາໃຈໃສ່ປະຕິບັດກົນໄກການຕິດຕາມກວດກາຢ່າງມີຈຸດສຸມ, ມີລັກສະນະລວມສູນ,ຮ່ວມກັບລັດຖະບານແກ້ໄຂບັນຫາຕ່າງໆຢ່າງທັນການ.
9). ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍໃໝ່ ແລະ ປັບປຸງທັງໝົດ 9 ສະບັບ; ໃນນັ້ນ, ກົດໝາຍສ້າງໃໝ່ 3 ສະບັບ ຄື: ກົດໝາຍວ່າດ້ວຍວິຈິດສິນ; ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ;ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ແລະ ກົດໝາຍປັບປຸງ 6 ສະບັບ ຄື: ກົດໝາຍວ່າດ້ວຍຊັບສິນຂອງລັດ; ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ; ກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ; ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສານປະຊາຊົນ; ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ແລະ ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາ ກອນນໍ້າ ເຊິ່ງເປັນການຈັດຕັ້ງປະຕິບັດແຜນການສ້າງ ແລະປັບປຸງກົດໝາຍໄລຍະ 5 ປີຂອງສະພາແຫ່ງຊາດ ຊຸດທີ IX ທັງເປັນການປະກອບສ່ວນສຳຄັນ ໃນການປັບປຸງ ແລະ ເພີ່ມທະວີພາຫະນະ, ເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງລັດ, ລວມໝູ່, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ຮັບປະກັນໃຫ້ແກ່ສ້າງລັດ ປະຊາທິປະໄຕ ປະຊາຊົນ ຂອງພວກເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເທື່ອລະກ້າວ.
10) ກອງປະຊຸມຍັງໄດ້ຮັບຟັງການລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຍົກຍ້າຍ,ແຕ່ງຕັ້ງຮອງປະທານກຳມາທິການຈຳນວນໜຶ່ງຂອງສະພາແຫ່ງຊາດ ແລະ ການເລືອກຕັ້ງແທນສະມາ ຊິກສະພາແຫ່ງຊາດທີ່ວ່າງລົງ. ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ເລືອກຕັ້ງເອົາທ່ານ ວຽງທະວີສອນ ເທບພະຈັນເປັນປະທານອົງການກວດສອບແຫ່ງລັດຄົນໃໝ່ ຕາມຄຳສະເໜີຂອງທ່ານປະທານປະເທດ; ພິຈາລະນາຮັບຮອງເອົາການແຕ່ງຕັ້ງຮອງນາຍົກລັດຖະມົນຕີຄື: ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ສະ ເຫຼີມໄຊ ກົມມະສິດ ເປັນຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດ; ຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ແຕ່ງຕັ້ງທ່ານ ມະໄລທອງ ກົມມະສິດ ເປັນລັດຖະມົນຕີກະຊວງອຸດ ສາຫະກຳ ແລະ ການຄ້າ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະ ມົນຕີກະຊວງການເງິນ ໄປຮັບໜ້າທີ່ໃໝ່ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕາມຄຳສະເໜີຂອງທ່ານນາຍົກລັດຖະມົນຕີ.
ກອງປະຊຸມໄດ້ຮັບຟັງການຊີ້ແຈງ ຕໍ່ຄຳຊັກຖາມທີ່ສະມາຊິກສະພາແຫ່ງຊາດ ກໍຄືປະຊາຊົນບັນດາ ເຜົ່າທີ່ມີຄວາມສົນໃຈຫຼາຍຈາກທ່ານນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ລັດຖະ ມົນຕີກະຊວງການເງິນ,ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ລັດຖະມົນຕີກະຊວງພາຍໃນ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ,ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ, ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ລັດຖະມົນຕີກະຊວງຍຸຕິທຳ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ກອງປະຊຸມມີຄວາມເຊື່ອໝັ້ນວ່າ ແຕ່ລະພາກສ່ວນຈະສືບຕໍ່ເສີມຂະຫຍາຍຜົນ ສຳເລັດທີ່ຍາດມາໄດ້ໃນປີຜ່ານມາ, ສູ້ຊົນຈຳກັດ ແລະ ປັບປຸງແກ້ໄຂບັນດາອຸປະສັກ, ສິ່ງກີດຂວາງ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ຕິດພັນກັບການຍູ້ແຮງຂະບວນການແຂ່ງຂັນຮັກຊາດພັດທະນາ ເພື່ອສ້າງໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງຈະແຈ້ງ, ສືບຕໍ່ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX ໂດຍສະເພາະຢ່າງຍິ່ງ 2 ວາລະແຫ່ງຊາດໃຫ້ເປັນຮູບປະທຳແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ. ພ້ອມກັນນັ້ນ, ປະທານສະພາແຫ່ງຊາດ ໃນນາມປະທານຄະນະສະຫະພັນລັດຖະສະພາສາກົນ (IPU) ຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ກ່າວຄຳເຫັນສະແດງຄວາມຊົມເຊີຍ ແລະ ອວຍພອນວັນສ້າງຕັ້ງລັດຖະສະພາສາກົນ ທີ່ມີອາຍຸ ຄົບຮອບ 133 ປີ ໃນວັນທີ 30 ມິຖຸນາ 2022 ຜ່ານມາ.
ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ, ແມ່ນໝາກຜົນແຫ່ງສະຕິປັນຍາ,ການຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ຄວາມຕັດສິນໃຈ ຂອງລັດຖະບານ, ກະຊວງ, ອົງການທີ່ກ່ຽວຂ້ອງ ທີ່ຈະສືບຕໍ່ພັດທະນາປະເທດຊາດ ໃນສະພາບມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ນຳເອົາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄັ້ງນີ້, ກອງປະຊຸມຮຽກຮ້ອງມາຍັງຄະນະປະຈຳສະພາແຫ່ງຊາດ, ບັນດາກຳມາທິການ, ຄະນະສະມາຊິກສະ ພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດ, ລັດຖະບານ, ອົງການປົກຄອງທ້ອງຖິ່ນ ແລະທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍມະຕິກອງປະຊຸມຄັ້ງນີ້ ເຂົ້າໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.