ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງແນວລາວສ້າງຊາດ ຄັ້ງທີ V ຂອງໄດ້ຈັດຂຶ້ນໃນວັນທີ 29 ທັນວາ 2021 ທີ່ຫ້ອງປະຊຸມສູນກາງແນວລລາວສ້າງຊາດ, ໂດຍການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ. ເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະພັກ ສນຊ, ບັນດາສະຫາຍສະມາຊິກພັກອາວຸໂສບຳນານ, ແຂກຖືເຊີນ ພ້ອມດ້ວຍບັນດາສະຫາຍສະມາຊິກພັກ ເຂົ້າຮ່ວມ.
ກອງປະຊຸມໄດ້ເປັນເອກກະພາບກັນຮັບຮອງເອົາລາຍງານການເມືອງ, ທິດທາງແຜນການໃນຕໍ່ໜ້າ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກ ສູນກາງແນວລາວສ້າງຊາດ ສະໄໝທີ IV. ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຜ່ານຮ່າງລາຍງານການເມືອງ ຂອງຄະນະພັກ, ໂດຍທ່ານ ໄດ້ຍົກໃຫ້ເຫັນເຖິງຜົນງານທີ່ຍາດມາໄດ້ໃນໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກ ສູນກາງແນວລາວສ້າງຊາດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ. ສະມາຊິກພັກ, ພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດ ໄດ້ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ປະຕິບັດໜ້າທີ່ການເມືອງຢ່າງມີຜົນສໍາເລັດໃນຫລາຍດ້ານ ເປັນຕົ້ນ: ການນຳພາການເມືອງແນວຄິດ: ຄະນະພັກໄດ້ເປັນເຈົ້າການນໍາພາ-ຊີ້ນໍາ ໃນການສຶກສາອົບຮົມສະມາຊິກພັກ-ພະນັກງານ ໃຫ້ຮຽນຮູ້ປະຫວັດສາດ ກໍຄືມູນເຊື້ອອັນດີງາມຂອງພັກ, ຂອງຜູ້ນໍາ ແລະ ມີຄວາມເຊື່ອໝັ້ນຕໍ່ແນວທາງ ແລະ ການນຳ ພາຂອງພັກ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຍົກສູງຄວາມຮັບຜິດຊອບການເມືອງ ແລະ ເຮັດສຳເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍ; ວຽກງານພັກ ແລະ ພະນັກງານ: ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ການກໍ່ສ້າງພັກ-ພະນັກງານ ຕິດພັນກັບນຳພາ-ຊີ້ນຳປັບປຸງການຈັດຕັ້ງພັກ ແລະ ບັນດາກົມ ໃຫ້ສອດຄ່ອງກັບຕົວຈິງ, ສາມາດຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 7 ໜ່ວຍພັກເທົ່າກັບ 87,5 ຂອງຈຳນວນໜ່ວຍພັກ ແລະ ມີສະມາຊິກພັກແຂງ ກວມຈຳນວນ 92; ແບບແຜນນໍາພາ ແລະ ວິທີເຮັດວຽກ: ໄດ້ຢຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລື, ຕົກລົງແກ້ໄຂບັນຫາເປັນໝູ່ຄະນະ, ໄດ້ແບ່ງຄວາມຮັບຜິດຊອບໃນຄະນະພັກ ລົງເລິກຊີ້ນຳແຕ່ລະຂົງເຂດ; ຖືສຳຄັນຕໍ່ການຮ່ວມຊີວິດພັກ, ການຕຳນິຕິຊົມຕົນເອງ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ; ໄດ້ປະຕິ ບັດລະບອບສ່ອງແສງລາຍງານຢູ່ພາຍໃນ, ກອງປະຊຸມຄະນະພັກເປີດກວ້າງ ແລະ ລາຍງານຂັ້ນເທິງເປັນປົກກະຕິ; ວຽກງານຕິດຕາມກວດກາ: ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ເປັນເຈົ້າການປະຕິບັດກົດລະບຽບ, ມະຕິ, ຄຳສັ່ງຂອງພັກ, ຂໍ້ຫ້າມຂອງສະມາຊິກພັກ, ຖືສໍາຄັນການຕໍານິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໂດຍລວມແລ້ວ ຍັງຮັກສາໄດ້ບົດບາດຂອງພັກ, ເປັນຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີ ແລະ ມີຄຸນສົມບັດສິນທຳປະຕິວັດ ກໍຄືແບບແຜນວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດດີ; ວຽກງານປ້ອງກັນພັກ: ໄດ້ເອົາໃຈໃສ່ຕໍ່ວຽກງານປ້ອງກັນພາຍໃນພັກ, ປ້ອງກັນແນວທາງ, ປ້ອງກັນການນຳ, ລວມທັງສະມາຊິກພັກ ແລະພະນັກງານ ໂດຍເລັ່ງໃສ່ເຮັດໃຫ້ພາຍໃນມີຄວາມໂປ່ງໃສ, ມີຄວາມເຂັ້ມງວດ ໃນການປະຕິບັດລະບຽບກົດໝາຍ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ກໍຄືມາດຖານຂອງຜູ້ເປັນສະມາຊິກພັກ; ການນໍາພາວຽກງານແນວໂຮມ: ໄດ້ນຳພາສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ; ໄດ້ປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການສ້າງຄອບຄົວ ແລະ ບ້ານສາມາມັກຄີປອງດອງ; ເສີມຂະຫຍາຍສິດປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນ ໃນການຕິດຕາມກວດກາການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາ ແລະ ພະນັກງານ-ລັດຖະກອນ; ໄດ້ຮ່ວມມືກັບອົງການພາຄີ ເຄື່ອນໄຫວຫຼາຍກິດຈະການຮ່ວມກັນ; ນໍາພາເຄື່ອນໄຫວວຽກງານການທູດປະຊາຊົນຮ່ວມມືກັບອົງການແນວໂຮມ ແລະ ບັນດາຄູ່ຮ່ວມມື ຂອງປະເທດເພື່ອນມິດຍຸດທະສາດ ແລະ ປະເທດເພື່ອນມິດອື່ນໆ; ການນໍາພາວຽກງານອົງການຈັດຕັ້ງມະຫາຊົນ: ຄະນະພັກໄດ້ຊີ້ນຳ ແລະ ສ້າງເງື່ອນໄຂໃຫ້ອົງການຈັດຕັ້ງມະຫາຊົນຂັ້ນຂອງຕົນ ເຂົ້າຮ່ວມເຄື່ອນໄຫວສ້າງຂະບວນການຕ່າງໆ, ຊຸກຍູ້ໃຫ້ເຂົາເຈົ້າ ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນຂອງແຕ່ລະອົງການ ຕິດພັນກັບການປັບປຸງການຈັດຕັ້ງ. ພ້ອມດຽວກັນນີ້, ໄດ້ຮັບຟັງການປະກອບຄໍາເຫັນຂອງໜ່ວຍພັກຫ້ອງການ ແລະ ກົມໂຄສະນາ.
ພ້ອມກັນນັ້ນ ກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງ ເອົາຄະນະພັກ ສູນກາງແນວລາວສ້າງຊາດ ຄັ້ງທີ V ບົນຫລັກການປະຊາທິປະໄຕ ທັງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້, ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງທັງໝົດ 16 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາ 13 ສະຫາຍ, ຍິງ 02 ສະຫາຍ. ໃນນີ້, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາສະຫາຍ ສິນລະວົງ ຄຸດໄພທູນ ເປັນເລຂາຄະນະພັກ, ສະຫາຍ ຄໍາເຜີຍ ບຸດດາວຽງ ເປັນຮອງເລຂາຄະນະພັກ ແລະ ສະຫາຍ ນ. ສີພະຈັນ ນັນທະວົງສາ ເປັນຄະນະປະຈໍາພັກ ປະທານກວດກາພັກ ສນຊ.
ກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຊີ້ນໍາ ຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໂດຍມີຄໍາເຫັນສໍາຄັນບາງຕອນວ່າ: ໃຫ້ສືບຕໍ່ຍົກລະດັບຄວາມສາມາດຂອງຄະນະພັກສູນກາງແນວລາວສ້າງຊາດ ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ເປັນກົກ, ໃຫ້ມີຄວາມຕື່ນຕົວເປັນເຈົ້າການຝຶກຝົນຕົນເອງທຸກດ້ານ ເພື່ອນໍາພາແນວລາວສ້າງຊາດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ຄະນະພັກສູນກາງແນວລາວສ້າງຊາດ ຕ້ອງເພີ່ມທະວີການ ນໍາພາສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ ຕາມມະຕິ 04 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຕິດພັນກັບການນໍາພາແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກງານແນວໂຮມ ໂດຍສຸມໃສ່ຝຶກອົບຮົມ ໃຫ້ສະມາຊິກພັກ-ພະນັກງານຂົງເຂດແນວລາວສ້າງຊາດ ໃຫ້ສູງຂຶ້ນກວ່າເກົ່າ; ຄະນະພັກ ຕ້ອງຍົກສູງຄວາມສາມາດນໍາພາ ຊີ້ນຳໃນຖານະເປັນແກນນໍາ ໃນອົງການສູນກາງແນວລາວສ້າງຊາດ, ເປັນເຈົ້າການນໍາພາສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະບໍລິຫານງານພັກເປັນໃຈກາງນໍາພາເຕົ້າໂຮມຄວາມສາມັກຄີປອງດອງທົ່ວອົງຄະນະພັກ ກໍຄືອົງການແນວລາວສ້າງຊາດທົ່ວປະເທດ; ເພີ່ມທະວີການຕິດຕາມ, ຊຸກຍູ້, ກວດກາ ແລະ ຕີລາຄາປະເມີນຕໍ່ການເຄື່ອນ ໄຫວຂອງຄະ ນະພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ກໍຄືຄວາມຮັບຜິດ ຊອບຂອງແຕ່ລະສະຫາຍ ໃຫ້ຮັບປະກັນຄວາມໂປ່ງໃສ, ຍຸຕິທໍາ ແລະ ພາວະວິໄສ ຕາມກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ; ສືບຕໍ່ເອົາໃຈໃສ່ປັບປຸງກົດໝາຍວ່າດ້ວຍແນວລາວສ້າງຊາດ ແລະ ນິຕິກໍາຕ່າງໆ ທີ່ຈຳເປັນ ທີ່ເຫັນວ່າບໍ່ທັນເປັນລະບົບຄົບຖ້ວນ ເພື່ອຊ່ວຍໜູນການເຕົ້າໂຮມຄວາມສາມັກຄີ ແລະ ເປັນບ່ອນອີງທີ່ຮັດກຸມໃນການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ; ເອົາໃຈໃສ່ການຊີ້ນໍາກ່ຽວກັບທິດທາງ, ເນື້ອໃນ ແລະ ວິທີການເຄື່ອນ ໄຫວຂອງແນວລາວສ້າງຊາດແຕ່ລະຂັ້ນ ໂດຍສະເພາະແມ່ນຂັ້ນທ້ອງຖິ່ນ-ຮາກຖານ ເພື່ອໃຫ້ການເຄື່ອນໄຫວຖືກກັບຄວາມຮຽກຮ້ອງຕ້ອງການ ກໍຄືບັນຫາເລັ່ງທວງໃນໄລຍະໃໝ່, ເປັນຕົ້ນແມ່ນການປຸກລະດົມປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍສະເພາະແມ່ນ 2 ວາລະແຫ່ງຊາດ ຢ່າງແຂງແຮງ ແລະ ຕໍ່ເນື່ອງ; ເພີ່ມທະວີການນຳພາ ຂອງຄະນະພັກສູນກາງແນວລາວສ້າງຊາດຊຸດໃໝ່ ຕໍ່ທຸກຂົງເຂດວຽກງານຂອງແນວລາວສ້າງຊາດ, ຮີບຮ້ອນຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ເຂົ້າສູ່ຊີວິດຕົວຈິງ ໃນທົ່ວອົງຄະນະພັກ ຂອງ ສນຊ ແລະ ທົ່ວອົງການແນວລາວສ້າງຊາດທົ່ວປະເທດ ໂດຍໃຫ້ສອດຄ່ອງ, ກົມກຽວ ກັບການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິຂອງກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຂອງແນວລາວສ້າງຊາດ ຄັ້ງທີ XI ໃຫ້ມີປະສິດທິຜົນສູງ.