ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 25 ພະຈິກ 2021ນີ້,ກອງພັນກໍ່ສ້າງເຄຫາ 511 ໄດ້ຈັດຕັ້ງຍິງລູກປືນແທ້ ປະຈຳປີ 2021ຢູ່ທີ່ສະໜາມຍິງປືນກອງພັນໃຫ່ຍ 497 ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍພັນເອກ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ. ມີສະຫາຍ ພັນໂທ ບົວພາ ໄມພອນ ຮອງຫົວໜ້າ ກົມຊ່າງແສງ ມີຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບເຂົາຮ່ວມ.
ສະຫາຍ ພັນໂທ ແກ້ວມະນີ ເພັງບຸນເຮືອງ ຮອງຫົວໜ້າການທະຫານກອງພັນກໍ່ສ້າງເຄຫາ 511ໃຫ້ຮູ້ວ່າ: ການຈັດຕັ້ງອົບຮົມ-ຫັດແອບຍິງລູກປືນແທ້ໃນຄັ້ງນີ້ໂດຍປະຕິບັດ ຄຳສັ່ງແຈ້ງການຂອງກົມອົບຮົມກົມໃຫ່ຍເສນາທິການກອງທັບ ແລະ ກົມຊ່າງແສງ ວ່າດ້ວຍການຈັດຕັ້ງອົບຮົມຫັດແອບ ການເມືອງ, ການທະຫານ, ພາລາທິການ – ເຕັກນິກ ຍິງລູກປືນແທ້ຂອງເຫຼົ່າຮົບ ໃຫ້ ພະນັກງານ-ນັກຮົບ ປະຈໍາປີ 2021 ຂອງກອງພັນ 511.
ທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງໄດ້ຮູ້ກ່ຽວກັບບັນດາທ່າຈັງຫວະ, ເຕັກນິກຂອງການຈັດຕັ້ງຍິງລູກປືນແທ້ ທັງຮັບປະກັນໃຫ້ມີຄວາມຊຳນິ​ຊຳນານ ຄ່ອງແຄ້ວ, ໃນການນຳໃຊ້ອາວຸດ- ຍຸດໂທປະກອນໃຫ້ມີຄຸນ ນະພາບສູງໃນເວລາສູ້ຮົບຕົວຈິງໃຫ້ໄດ້ຮັບຜົນດີ ແລະ ຖືກຕ້ອງກັບຄໍາສັ່ງຂອງຂັ້ນເທິງຕາມແຜນການອົບຮົມປະຈຳປີ 2021 ຂອງກົມອົບຮົມ ກົມໃຫ່ຍເສນາ​ທິການກອງທັບ ພາຍຫຼັງຫັດແອບແລ້ວ ພະນັກງານ, ນັກຮົບທຸກສະຫາຍ ຕ້ອງກຳແໜ້ນທາງດ້ານທິດສະດີຫຼັກການ ແລະ ລຳດັບ ບາດກ້າວເນື້ອໃນຫັດແອບກຳແໜ້ນບັນດາທ່າຈັງຫວະການເຄື່ອນໄຫວຂອງບົດຍິງ ແລະ ປະຕິບັດການຍິງໃຫ້ໄດ້ຮັບຜົນສູງການຫັດແອບຈັງຫວະຕ້ອງຄ່ອງແຄ້ວເພື່ອນໍາໄປປະຕິບັດໃຫ້ໄດ້ຮັບຜົນສູງ.
ໂດຍ: ເກນ ວິໄລສານ