ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 22 ຕຸລາ 2021 ນີ້, ກອງຮ້ອຍຊ່າງແສງ ກອງພັນໃຫຍ່502 ທີ່ຂຶ້ນກັບກອງພົນທີ 5
ໄດ້ຈັດຕັ້ງພິທີປາຖະກະຖາ ວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 67 ປີ ຂຶ້ນ, ຢູ່ທີ່ສະໂມສອນກອງພັນໃຫຍ່502
ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນໂທ
ວິຊຽນ ບຸດສອນຄໍາ ຄະນະພັກຮາກຖານພະແນກເສນາຫົວໜ້າຂະແໜງຊ່າງແສງກອງພັນໃຫຍ່502, ມີຄະນະພັກ-ຄະນະບັນຊາ ກົມກອງ ຕະຫຼອດຮອດພະນັກງານ – ນັກຮົບ ພາຍໃນກົມກອງເຂົ້າຮ່ວມ.
ໃນພິທີສະຫາຍ ຮ້ອຍເອກ ສຸກສະຫວັດ ແກ້ວມະນີໄຊ
ເລຂາຫນ່ວຍພັກ ຫົວຫນ້າການເມືອງກອງຮ້ອຍຊ່າງແສງ
ກໍ່ໄດ້ຂຶ້ນປາຖະກະຖາເລົ່າຄືນມູນເຊື້ອ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ໄດ້ກໍາເນີດເກີດຂຶ້ນໃນລະດູການເກັບເຂົ້ານາປີຂອງປະຊາຊົນບັນດາເຜົ່າ, ຊຶ່ງກົງກັບວັນທີ 23 ຕຸລາ ປີ1954 ທີ່ບ້ານປູນ, ເຂດທີ່ໝັ້ນແຫ່ງໜຶ່ງຂອງ ແຂວງຫົວພັນ, ທ່າມກາງ ທີ່ສະພາບການຕໍ່ສູ້ ສົງຄາມຮຸກຮານ ຂອງພວກລັດທິລ່າເມືອງຂຶ້ນແບບເກົ່າ ທີ່ດຸເດືອດຂ້ຽວຂາດ ແລະ ເປັນປີມ້ວນທ້າຍ ຂອງລັດທິລ່າເມືອງຂຶ້ນແບບເກົ່າ, ທີ່ເຂົ້າມາຮຸກຮານລາວ ມາເປັນເວລາ 60 ກ່ວາປີຜ່ານມາ. ການຈັດຕັ້ງຂອງກົມເຫຼົ່າຮົບຊ່າງແສງໃນເວລານັ້ນ ແມ່ນ: ມີພຽງ 1 ກອງຮ້ອຍເອກະລາດໃສ່ຊື່ວ່າ: ກອງຮ້ອຍ 400 ຊ່າງແສງ, ມີຈໍານວນພົນທັງໝົດ 150 ສະຫາຍໂດຍແມ່ນ ທ່ານ ຄໍາໄຕ ປະເສີດໄຊ ເປັນຜູ້ບັນຊາກອງຮ້ອຍ 400 ຊ່າງແສງ ເປັນອົງປະກອບໜຶ່ງທີ່ສໍາຄັນ ໃນກອງ
ທັບແນວລາວອິດສະຫຼະ, ພໍໄດ້ຮັບການສ້າງຕັ້ງຂຶ້ນແລ້ວ ກອງຮ້ອຍດັ່ງກ່າວ ກໍ່ໄດ້ຮັບການມອບໝາຍໜ້າທີ່ອັນໜັກໜ່ວງ ຈາກຂັ້ນເທິງ ໃນການເຮັດໜ້າທີ່ຮັບປະກັນເຊັ່ນ: ສູ້ຮົບ ປະສານສົມທົບ ກັບບັນດາເຫຼົ່າຮົບອື່ນໆ , ກໍ່ສ້າງເສັ້ນທາງ ຂົວ-ທາງການທະຫານ, ຂຸດຂູມຄອງ, ແຊມກາຍ, ກໍ່ສ້າງສະໜາມ, ກໍ່ສ້າງເຄຫາສະຖານ, ສະຖານທີ່ເຮັດວຽກຂອງຜູ້ນໍາ ແລະ ເຮັດໜ້າທີ່ລໍາລຽງຂົນສົ່ງ, ປຸກລະດົມຂົນຂວາຍ, ກໍ່ສ້າງຮາກຖານການເມືອງ ແລະ ເພີ່ມພູນຜະລິດຜົນ ຫາລ້ຽງກຸ້ມຕົນເອງ ຢ່າງຕັ້ງໜ້າ. ພາລະໜ້າທີ່ຂອງກົມກອງ ໃນເວລານັ້ນ ແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກສັບສົນ, ທາງດ້ານການປະກອບພາຫະນະກົນຈັກ, ຍຸດໂທອຸປະກອນຕ່າງໆ ຍັງແມ່ນແບບປະຖົມປະຖານ ນໍາໃຊ້ແຮງງານຄົນເປັນຈຸດໜັກ ໃຊ້ຈົກ, ໃຊ້ຊ້ວນ, ພ້າ, ມີດ, ຂວານ, ສຽມ ແລະ ອື່ນໆ ເຂົ້າໃນການບຸກເບີກເສັ້ນທາງ, ສ້າງສະໜາມ, ຈໍານວນພົນປະກອບພັດມີໜ້ອຍ, ແຕ່ເຖິງຢ່າງໃດກໍ່ຕາມ ໂດຍປະຕິບັດຄໍາຂັວນທີ່ວ່າ: ທຸກສິ່ງທຸກຢ່າງແມ່ນຕີເອົາຊະນະ ຈັກກະພັດ ຜູ້ຮຸກຮານ ແລະ ທຸກສິ່ງຢ່າງ ເພື່ອພາລະກິດປົດປ່ອຍຊາດ, ພະນັກ
ງານ – ນັກຮົບ ກອງຮ້ອຍ 400 ໄດ້ພ້ອມກັນຕັດສິນໃຈ ຜ່ານຜ່າອຸປະສັກຂໍ້ຫຍຸ້ງຍາກນາໆປະການ, ເຮັດທຸກວິທີທາງ ເພື່ອສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ ຈາກຂັ້ນເທິງ, ນອກນັ້ນຍັງໄດ້ຄຽງບ່າຄຽງໄລ່ກັບກົມກອງ ແລະ ເຫຼົ່າຮົບອື່ນໆ ເຄື່ອນໄຫວຕີສັດຕູ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາສອງແຂວງເຕົ້າໂຮມ, ທີ່ເປັນຖານທີ່
ໝັ້ນຍຸດທະສາດທີ່ສໍາຄັນຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງ. ທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານ – ນັກຮົບ ພາຍໃນກົມ
ກອງ ຮຸ່ນສືບທອດ ໄດ້ຮັບຮູ້, ຈົດຈໍາເຖິງຄຸນງາມຄວາມດີ ແລະ ມູນເຊື້ອຂອງກົມກອງ ກໍ່ຄືວິລະກໍາຄວາມອົງອາດ
ກ້າຫານ ມີໄຫວພິກ ສູ້ຮົບມີໄຊ ແລະ ຄວາມສາມັກຄີອັນແໜ້ນແກ່ນຂອງພະນັກງານ-ນັກຮົບ ຮຸ່ນກ່ອນທີ່ໄດ້ສ້າງປະຫວັດສາດໄວ້ ໃຫ້ຄົນຮຸ່ນຫຼັງໄດ້ສືບທອດພາລະກິດປະຫວັດສາດຕໍ່ໄປ.