ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ກະຊວງຊັບພະຍາກອນທໍາມະຊາດເເລະສີ່ງເເວດລ້ອມ ຈັດພິທີສະເຫລີມສະຫລອງວັນສີ່ງເເວດລ້ອມໂລກ ເນື່ອງໃນໂອກາດ ຄົບຮອບ 50 ປີ ເເລະ ວັນສີ່ງເເວດລ້ອມເເຫ່ງຊາດຄົບຮອບ 23 ປີ

ກະຊວງຊັບພະຍາກອນທໍາມະຊາດເເລະສີ່ງເເວດລ້ອມຮ່ວມກັບອົງການປົກຄອງ ເເຂວງວຽງຈັນ ເເລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ຈັດພິທີສະເຫລີມສະຫລອງວັນສີ່ງເເວດລ້ອມໂລກ ເນື່ອງໃນໂອກາດວັນສີ່ງເເວດລ້ອມໂລກວັນທີ5ມີຖຸນາຄົບຮອບ50ປີເເລະວັນສີ່ງເເວດລ້ອມເເຫ່ງຊາດຄົບຮອບ23ປີໃນຕອນເຊົ້າວັນທີ4ມີຖຸນາ2022ຢູ່ເຂດສາທີດການຄຸ້ມຄອງຊັບພະຍາກອນນໍ້າເເບບເຊື່ອມສານນໍ້າເປາະເມືອງວັງວຽງ ເເຂວງວຽງຈັນ ມີທ່ານນາງບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດເເລະສີ່ງເເວດລ້ອມ,ທ່ານນາງສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ,ທ່ານຄໍາພັນ ສິດທິດໍາພາ ເຈົ້າເເຂວງໆວຽງຈັນ ບັນດາຜູ້ຕາງຫນ້າອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ທ່ານນາງບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດເເລະສີ່ງເເວດລ້ອມມີຄໍາເຫັນວ່າ:ການຈັດງານໃນຄັ້ງນີ້ເພື່ອສະເຫລີມສະຫລອງວັນສີ່ງເເວດລ້ອມໂລກວັນທີ5ມີຖຸນາຄົບຮອບ50ປີເເລະວັນສີ່ງເເວດລ້ອມເເຫ່ງຊາດຄົບຮອບ23ປີໃຫ້ມີບັນຍາກາດຟົດຟື້ນເພື່ອປູກຈິດສໍານຶກ ໃຫ້ປະຊາຊົນລາວບັນດາເຜົ່າ ເຂົ້າມາມີສ່ວນຮ່ວມຢ່າງເເຂງເເຮງໃນການປົກປັກຮັກສາສີ່ງເເວດລ້ອມ ເເລະ ຖະໜຸຖະໜອມໂລກຂອງພວກເຮົາໃຫ້ນັບມື້ເປັນຂະບວນກວ້າງຂວາງ ເເລະນັບມື້ຫລາຍຂື້ນ ເຊີ່ງໄລຍະຜ່ານມາພັກເເລະລັດຖະບານໄດ້ຖືເອົາການປົກປັກຮັກສາຊັບພະຍາກອນທໍາມະຊາດເເລະສີ່ງເເວດລ້ອມເປັນພື້ນຖານຂອງການປົກປັກຮັກສາເເລະສ້າງສາພັດທະນາປະເທດຊາດ ອີງຕາມມະຕິກອງປະຊຸມໃຫຍ່ຄັ້ງທີ11ຂອງພັກໄດ້ກໍານົດວຽກງານຈຸດສຸມທີ່ຈະຕ້ອງຈັດຕັ້ງຜັນຂະຫຍາຍ ໂດຍກໍານົດເອົາທ່າເເຮງບົ່ມຊ້ອນສ້າງຖານການຜະລິດເເລະການບໍລິການໃຫ້ເຂັ້ມເເຂງ,ຮັບປະກັນການພັດທະນາເເບບຍືນຍົງ ເເລະ ເປັນເຈົ້າຕົນເອງ ພ້ອມທັງເພີ່ມທະວີການປັກປັກຮັກສາເເລະເເກ້ໄຂບັນຫາສີ່ງເເວດລ້ອມ ເເລະ ອື່ນໆ.

ການຈັດພິທີສະເຫລີມສະຫລອງວັນສີ່ງເເວດລ້ອມໂລກ ເນື່ອງໃນໂອກາດວັນສີ່ງເເວດລ້ອມໂລກວັນທີ5ມີຖຸນາຄົບຮອບ50ປີເເລະວັນສີ່ງເເວດລ້ອມເເຫ່ງຊາດຄົບຮອບ23ປີຢູ່ເຂດສາທີດການຄຸ້ມຄອງຊັບພະຍາກອນນໍ້າເເບບເຊື່ອມສານນໍ້າເປາະເມືອງວັງວຽງ ເເຂວງວຽງຈັນໃນຄັ້ງນີ້ນອກຈາກຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງວັນສີ່ງເເວດລ້ອມໂລກ,ການປະກອບສ່ວນຂອງພັກເເລະລັດຖະບານລວມເຖີງພາກສ່ວນຕ່າງໆໃນການປົກປັກຮັກສາສີ່ງເເວດລ້ອມໃນໄລຍະຜ່ານມາກໍ່ຄືປັດຈຸບັນເເລ້ວ ຍັງມີກິດຈະກໍາປູກຕົ້ນໄມ້ໃນບໍລິເວນເຂດສາທີດການຄຸ້ມຄອງຊັບພະຍາກອນນໍ້າເເບບເຊື່ອມສານນໍ້າເປາະຈໍານວນຫລາຍກວ່າ     600ເບ້ຍໃນນີ້ເປັນຕົ້ນໄມ້ໃຫຍ່68ເບ້ຍເເລະເບ້ຍໄມ້ນ້ອຍຊະນິດຕ່າງໆ550ເບ້ຍ ເຊີ່ງໄມ້ສ່ວນໃຫຍ່ປະກອບມີໄມ້ພື້ນເມືອງ ເປັນຕົ້ນ:ໄມ້ດູ່,ໄມ້ຂະຍຸງ,ໄມ້ຝາງເເດງ ເພື່ອເພີ່ມເນື້ອທີ່ການປົກຫຸ້ມຂອງປ່າໄມ້,ການປ່ອຍປາຈໍານວນ13.000ໂຕຄືນສູ່ທໍາມະຊາດ,ການຈັດສໍາມະນາວິທະຍາສາດຖາມຕອບຄວາມຮູ້ທົ່ວໄປກ່ຽວກັບສີ່ງເເວດລ້ອມ ລວມເຖີງກິດຈະກໍາປີ່ນອ້ອມຈໍນວນຫນື່ງ ຄືກັບຫລາຍທ້ອງຖີ່ນໃນຂອບເຂດທົ່ວປະເທດ.

ຂ່າວ:ເດດອາລຸນ ເເກ້ວວິໄລ