ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ປະກາດການຈັດຕັ້ງຂັ້ນຫົວໜ້າກົມ ຮອງກົມ ແລະອະນຸຍາດໃຫ້ພະນັກງານຜູ້ທີ່ເຮັດສຳເລັດໜ້າທີ່ເຂົ້າຮັບອຸດໜູນບຳນານ.

ພິທີໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ພຶດສະພາ 2022 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ.

ດ໋ອກເຕີ ອາລຸນ ບຸນມີໄຊ ຫົວໜ້າກົມຈັດຕັ້ງ ກະຊວງ ຖວທ ໄດ້ຂຶ້ນຜ່ານມະຕິວ່າດ້ວຍການແຕ່ງຕັ້ງ – ຍົກຍ້າຍ ພະນັກງານຂັ້ນຫົວໜ້າກົມ – ຮອງກົມ ແລະພະນັກງານເຂົ້າຮັບບຳນານ ດັ່ງນີ້:

  1. ທ ບຸນສະໜອງ ສີຫາລາດ ຫົວໜ້າກົມວິຈິດສິນ ຮັບບຳນານ.
  2. ທ ຄຳພັນ ພົນທອງສີ ວ່າການກົມສິລະປະການສະແດງ ຮັບບຳນານ.
  3. ທ ດວງຈັນ ພົມມະຈິດ ກອງສິລະປະກອນແຫ່ງຊາດ ຮັບບຳນານ.
  4. ແຕ່ງຕັ້ງ ທ ວົງໄຊ ບົວພະຈັນ ເປັນ ຜູ້ອຳນວຍການ ກອງສິລະປະກອນແຫ່ງຊາດ.
  5. ແຕ່ງຕັ້ງ ທ່ານ ນ ບົວໄຂ ເປັນຫົວໜ້າກົມສິລະປະ – ວັດທະນະທຳ.
  6. ແຕ່ງຕັ້ງ ທານ ສຸວັນ ວິໄລແສງ ເປັນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ.
  7. ແຕ່ງຕັ້ງ ທ່ານ ອຳຄາ ວົງໝື່ນກ້າ ເປັນ ຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດລາວ.
  8. ແຕ່ງຕັ້ງ ທ່ານ ນ ຈັນເພັດ ຄຳຟອງ ເປັນຫົວໜ້າກົມ ວັນນະຄະດີ ແລະພິມຈຳໜ່າຍ.
  9. ຍົກຍ້າຍທ່ານ ບຸນເລື່ອມ ສຸວັນຄຳ ໄປເປັນຮອງ ຫົວໜ້າສະຖາບັນສື່ມວນຊົນ.
  10. ຍົກຍ້າຍທ່ານ ນ ອຳໄພວັນ ວົງມະນີ ແລະ ທ່ານ ລັດອຸດອນ ສຸລິນທອງ ເປັນຮອງຫົວໜ້າຫ້ອງການກະຊວງ ແລະ ແຕ່ງຕັ້ງ ຕຳແໜ່ງຂັ້ນຮອງກົມອີກຈຳນວນໜຶ່ງ.

ໃນໂອກາດດັ່ງກ່າວ, ທ່ານ ນ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ໄດ້ໃຫ້ກຽດໂອ້ລົມ ແນະນຳ ເພື່ອເປັນການຊີ້ທິດເຍືອງທາງໃຫ້ແກ່ທຸກທ່ານທີ່ໄດ້ຮັບການແຕ່ງຕັ້ງນຳໄປປະຕິບັດໃຫ້ຖືກທິດ ແລະກ່າວຊົມເຊີຍພະນັກງານທີ່ໄດ້ຮັບອະນຸຍາດພັກຜ່ອນເຂົ້າຮັບບຳນານ ເຊິ່ງເປັນຜູ້ທີ່ເຮັດສຳເລັດໜ້າທີ່ໃນການນຳພາ ແລະເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານຮຸ້ນນ້ອງ ຫລືຮຸ່ນສືບທອດຕໍ່ໄປ.