ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າມື້ນີ້ ຢູ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ຄຳລັດ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະ ກິລາ ເປັນຕົ້ນວຽກງານປັບປຸງຄຸນນະພາບລະບົບການຮຽນການສອນທຸກຊັ້ນທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາກາຍະກຳທີ່ສະເໜີໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍທ່ານໄດ້ຍົກໃຫ້ເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆໃນຂົງເຂດສຶກສາທິການ ແລະ ກິລາໃນໄລຍະຜ່ານມາ ເຫັນວ່າມີຫຼາຍໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ, ພົ້ນເດັ່ນທີ່ສຸດ ກະຊວງສຶກສາ ແລະ ກິລາໄດ້ເອົາໃຈໃສ່ເຂົ້າໃນການບຸກບືນສູ້ຊົນປະຕິບັດ 15 ຄາດໝາຍທີ່ກະຊວງສຶກສາທິການ ແລະ ກິລາວາງອອກຢ່າງແຂງແຮງ ມາຮອດປັດຈຸບັນສາມາດບັນລຸແລ້ວ 7 ຄາດໝາຍ ເປັນຕົ້ນອັດຕາການເຂົ້າຮຽນໃໝ່ນັບແຕ່ຊັ້ນປະຖົມປໍ1 ຫາ ປໍ5, ອັດຕາການຮຽນຈົບຊັ້ນປະຖົມສຶກສາ, ດັດສະນີຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການຝຶກອົບຮົມດ້ານວິຊາຊີບໃຫ້ແກ່ຊາວໜຸ່ມ,ວຽກງານບຳລຸງຍົກລະດັບໃຫ້ຄູສອນ ແລະ ອື່ນໆ.
ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງບົດລາຍງານຂອງລັດຖະບານກ່ຽກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານການສຶກສາທິການ ແລະ ກິລາແລ້ວ ໄດ້ສືບຕໍ່ຮັບຟັງການປະກອບຄຳເຫັນຈາກ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານຄະນະກຳມາທິການວັດທະນະທຳ-ສັງຄົມ ຕາງໜ້າຄະນະປະຈຳສະພາແຫ່ງຊາດໃສ່ບົດລາຍງານການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະ ກິລາ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ລັດຖະບານກໍ່ຄືກະຊວງສຶກສາທິການ ແລະ ກິລາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ເຮັດໃຫ້ຫຼາຍໆວຽກງານຂອງຂະແໜງສຶກສາໄດ້ຮັບຜົນສຳເລັດຫຼາຍດ້ານ ພົ້ນເດັ່ນແມ່ນໄດ້ບັນລຸດ້ານຊັບສິນມະນຸດຂອງປະເທດທີ່ພົ້ນຈາກສະຖານະພາບດ້ອຍພັດທະນາ ຫຼື ເອວດີຈີ ແລະ ອື່ນໆ.
ຈາກນັ້ນ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງໃນການປະກອບຄຳເຫັນ ພ້ອມທັງສະເໜີໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງປະກອບຄຳເຫັນພ້ອມທັງສະເໜີໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງປະກອບຄຳເຫັນໃສ່ບົດລາຍງານເພື່ອໃຫ້ມີເນື້ອໃນຄົບຖ້ວນກວ່າເກົ່າ.
ທ່ານ ນາງ ພອນມະນີ ມູນໄຊຍະວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ສະແດງຄວາມຊົມເຊີຍທີ່ລັດຖະບານກໍ່ຄືກະຊວງສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປັບປຸງຄຸນນະພາບການຮຽນການສອນໃນໄລຍະຜ່ານມາ ເຫັນວ່າເຮັດໄດ້ດີສົມຄວນ ແຕ່ຢາກສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ຄວນມີແຜນການຢ່າງລະອຽດໃຫ້ຫຼາຍກວ່ານີ້ ກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍຂອງກະຊວງສຶກສາທິການ ແລະ ກິລາ ຈຳນວນຄາດໝາຍທີ່ຕິດພັນກັບວຽກງານສຶກສາທິການ ແລະ ກິລາໃຫ້ບັນລຸຄາດໝາຍແຜນການທີ່ວາງໄວ້.
ອີງໃສ່ວາລະຂອງການປະຊຸມໃນພາກເຊົ້າມື້ນີ້ ນອກຈາກສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະກິລາແລ້ວ ສະມາຊິກສະພາແຫ່ງຊາດຍັງໄດ້ຮັບຟັງການອະທິບາຍຊີ້ແຈງຕອບຄຳຊັກຖາມບາງບັນຫາເພີ່ມຕື່ມທີ່ເຫັນວ່າມີຄວາມສົນໃຈກ່ຽວກັບວຽກງານເຕັກໂນໂລຊີ ແລະ ການສື່ສານ ຈາກຕາງໜ້າກະຊວງເຕັກໂນໂລຊີ ແລະ ການສື່ສານຕື່ມອີກ ຈາກນັ້ນຕາງໜ້າກອງເລຂາກອງປະຊຸມໄດ້ສະເໜີຮ່າງມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານການສຶກສາທິການ ແລະ ກິລາ ເປັນຕົ້ນການປັບປຸງຄຸນນະພາບລະບົບການຮຽນການສອນທຸກຊັ້ນທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາກາຍະກຳ ຫຼັງຈາກນັ້ນປະທານກອງປະຊຸມໄດ້ມີຄຳເຫັນສະຫຼຸບສັງລວມການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດໃສ່ບົດລາຍງານໃນສະບັບນີ້ ພ້ອມທັງສະເໜີໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງລົງຄະແນນສຽງຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະ ກິລາດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.
ສຳລັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂແງສະພາແຫ່ງຊາດຊຸດທີ 9 ໃນຕອນບ່າຍ ຕາມວາລະແລ້ວສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງຈະພ້ອມກັນຮັບຟັງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ, ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.

Fatal error: Uncaught ErrorException: md5_file(/home/lnrorg/public_html/wp-content/litespeed/css/2a0ec3c5e2bd378aacc88db6359b9079.css.tmp): Failed to open stream: No such file or directory in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php:130 Stack trace: #0 [internal function]: litespeed_exception_handler(2, 'md5_file(/home/...', '/home/lnrorg/pu...', 130) #1 /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php(130): md5_file('/home/lnrorg/pu...') #2 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(837): LiteSpeed\Optimizer->serve('https://lnr.org...', 'css', true, Array) #3 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(330): LiteSpeed\Optimize->_build_hash_url(Array) #4 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(264): LiteSpeed\Optimize->_optimize() #5 /home/lnrorg/public_html/wp-includes/class-wp-hook.php(324): LiteSpeed\Optimize->finalize('<!DOCTYPE html>...') #6 /home/lnrorg/public_html/wp-includes/plugin.php(205): WP_Hook->apply_filters('<!DOCTYPE html>...', Array) #7 /home/lnrorg/public_html/wp-content/plugins/litespeed-cache/src/core.cls.php(477): apply_filters('litespeed_buffe...', '<!DOCTYPE html>...') #8 [internal function]: LiteSpeed\Core->send_headers_force('<!DOCTYPE html>...', 9) #9 /home/lnrorg/public_html/wp-includes/functions.php(5373): ob_end_flush() #10 /home/lnrorg/public_html/wp-includes/class-wp-hook.php(324): wp_ob_end_flush_all('') #11 /home/lnrorg/public_html/wp-includes/class-wp-hook.php(348): WP_Hook->apply_filters(NULL, Array) #12 /home/lnrorg/public_html/wp-includes/plugin.php(517): WP_Hook->do_action(Array) #13 /home/lnrorg/public_html/wp-includes/load.php(1260): do_action('shutdown') #14 [internal function]: shutdown_action_hook() #15 {main} thrown in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php on line 130