ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2022, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ- ຫວຽດນາມ ປີ 2022, ກໍ່ຄືວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/ 1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022).
ໃນໂອກາດນີ້, ສະຫາຍ ຮອງລັດຖະມົນຕີ ຕິ່ງ ສຸກສັນ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ມອບກະຕ່າດອກໄມ້ ແລະ ອວຍພອນ ໃຫ້ແກ່ ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ພ້ອມດ້ວຍພະນັກງານສະ ຖານທູດ ສສ ຫວຽດນາມ ທີ່ ກໍາລັງປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ການຮ່ວມມື ແລະ ປະກອບສ່ວນ ຂອງ ສະຖານທູດ ຫວຽດ ນາມ ໃນການປະສານງານ ແລະ ອຳນວຍຄວາມສະດວກໃນໄລຍະຜ່ານມາ ອັນເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ ເປັນຕົ້ນການຢ້ຽມຢາມຂອງການນຳທັງສອງປະເທດ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດ ນາມ, ໂດຍສະເພາະ ລະຫວ່າງ ສະ ຖານທູດຫວຽດນາມ ປະຈໍາລາວ ກັບ ກະຊວງການຕ່າງປະເທດລາວ ກໍ່ຄື ສະຖານທູດລາວ ປະຈໍາ ສສ ຫວຽດນາມ ກັບກະຊວງການຕ່າງປະເທດຫວຽດນາມ ທີ່ໄດ້ເອົາ ໃຈໃສ່ເປັນຂົວຕໍ່ໃຫ້ແກ່ການປະສານສົມທົບ ເຊິ່ງກັນ ແລະ ກັນ ເປັນຢ່າງດີ ເພື່ອເຮັດໃຫ້ການພົວພັນຮ່ວມມື ລະ ຫວ່າງ ສອງຊາດ ລາວ-ຫວຽດນາມ ນັບມື້ມີປະສິດທິພາບ ແລະ ປະສິດທິຜົນ ຂຶ້ນເລື້ອຍໆ. ປີນີ້, ເປັນປີທີ່ ພັກ, ລັດ ແລະ ປວງຊົນ ຂອງສອງຊາດ ລາວ-ຫວຽດ ນາມ ກໍາລັງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ເຊິ່ງການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຈັດຂຶ້ນ ທຸກໆ 5 ປີ ແລະ ເປັນກິດຈະກໍາພິເສດທີ່ສຸດທີ່ມີແຕ່ສອງຊາດ ລາວ-ຫວຽດນາມ ມອບໃຫ້ແກ່ກັນ ແລະ ກັນ ເຊິ່ງບໍ່ມີປະເພນີແບບນີ້ຢູ່ແຫ່ງໃດໃນໂລກ, ນີ້ແມ່ນການສະແດງໃຫ້ສາກົນໄດ້ຮັບຮູ້ ເຖິງຄວາມພິເສດ ຂອງສາຍພົວພັນມິດຕະພາບ ລາວ-ຫວຽດ ນາມ, ເຊິ່ງໃນປັດຈຸບັນສອງຝ່າຍກໍາລັງຂຸ້ນຂ້ຽວກະກຽມໃຫ້ແກ່ ການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງທັງສອງຊາດ ພ້ອມທັງເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ແລະ ກິດຈະກໍາປິ່ນອ້ອມອື່ນໆ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ທັງຢູ່ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ໃນວັນທີ 18 ກໍລະກົດ 2022 ທີ່ຈະມາເຖິງນີ້ ແລະ ໃນທ້າຍປີນີ້ ກໍ່ຈະມີພິທີປິດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ໂດຍຈະມີການນໍາຂັ້ນສູງຂອງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມພິທີດັ່ງກ່າວ.
ໃນຕອນທ້າຍ, ສະຫາຍ ຮອງລັດຖະມົນຕີ ຕິ່ງ ສຸກສັນ ໄດ້ອວຍພອນໃຫ້ ການຈັດຕັ້ງພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນຄັ້ງນີ້ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ ແລະ ອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະ ລະຫວ່າງ ສະຖານທູດຫວຽດນາມ ປະຈໍາລາວ ກັບ ກະຊວງການຕ່າງປະເທດລາວ ຈົ່ງສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ ຍິ່ງໃຫຍ່ກວ່າເກົ່າ ໃນຊຸມປີ ຕໍ່ໆໄປ.
ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາອວຍພອນອັນປະເສີດຈາກ ຮອງລັດຖະມົນຕີ ຕິ່ງ ສຸກສັນ ແລະ ຄະນະ ທີ່ມາອວຍພອນໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຖານທູດ ກໍ່ຄື ກະຊວງການຕ່າງປະທດຫວຽດນາມ ຈະສືບຕໍ່ຮັກສາມູນເຊື້ອການພົວພັນອັນສະໜິດ ແໜ້ນ ກັບກະຊວງການຕ່າງປະເທດລາວ ເພື່ອຮ່ວມກັນປະຕິບັດວຽກງານທີ່ຂັ້ນເທິງໄດ້ຕົກລົງກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ