ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ການຮ່ວມມືລາວ-ຫວຽດນາມ ໃນວຽກງານພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ມີຫລາຍດ້ານພົ້ນເດັ່ນ.

ຕະຫລອດໄລຍະ 60 ປີ,ແຫ່ງການສ້າງສາຍພົວພັນການທູດລະຫວ່າງລາວ-ຫວຽດນາມ ແລະ 45 ປີແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມເວົ້າລວມ,ເວົ້າສະເພາະແຂວງ ອັດຕະປື ຮ່ວມມືກັບແຂວງແຮກສຽວໃນພາກກາງ ແລະ ພາກໃຕ້ຂອງ ສສ ຫວຽດນາມມາຮອດປັດຈຸບັນມີ 8 ແຂວງ ແລະ 2ນະຄອນ.ໃນນີ້, ວຽກງານພະລັງງານ ແລະ ບໍ່ແຮ່ ເປັນຍຸດທະສາດສໍາຄັນໃນການປະກອບສ່ວພັດທະນາເສດຖະກິດ-ສັງຄົມຂອງຊາດກໍຄືແຂວງ ອັດຕະປື ຍາມໃດກໍ່ໄດ້ເພີ້ມພູນຄູນສ້າງມິດຕະພາບແບບພິເສດການຮ່ວມມືຮອບດ້ານນັບມື້ຍິ່ງຂະຫຍາຍຕົວກ້າວເຂົ້າສູ້ລວງເລິກ,ແທດຫມາະກັບສະພາບການຕົວຈິງ ແລະມີປະສິດທິຜົນ, ສາມາດຕອບສະຫນອງຄວາມມຸ້ງມາດປາດຖະຫນາຂອງປະຊາຊົນສອງຊາດນັບມື້ດີຂຶ້ນເລື້ອຍໆ.


ທ່ານ ວິທະຍາ ພົມມະຈັນ ກໍາມະການພັກແຂວງ,ຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໃຫ້ສໍາພາດຕໍ່ສື່ມວນຊົນຄັ້ງວັນທີ 2 ມິຖຸນາ 2022ນີ້ວ່າ: ແນວທາງຂອງພັກ ໄດ້ກໍານົດຢ່າງຈະແຈ້ງກ່ຽວກັບການຮ່ວມມື ລາວ-ຫວຽດນາມ ທີ່ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ເປັນເພື່ອນມິດຍຸດທະສາດ ຮ່ວມສະຕາກໍາທາງປະຫວັດສາດ ແລະ ຮ່ວມອຸດົມການເພື່ອກ້າວຂຶ້ນສັງຄົມນິຍົມ, ຄຽງບ່າຄຽງໄລ່ຮ່ວມສະຫນາມຮົບ, ຮ່ວມຂຸມຄອງອັນດຽວກັນ ຕໍ່ສູ້ຈັກະພັດຜູ້ຮຸກຮານຕົວດຽວກັນ ສາມັກຄີກັນ ແລະ ພ້ອມກັນປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໄປຕາມທິດທາງອັນດຽວກັນ,ມີສາຍພົວພັນມິດຕະພາບ, ສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ບໍ່ສາມາດ ຕັດແຍກ ຫຼື ຕັດຂາດກັນໄດ້. ເຊິ່ງໄດ້ມີຍຸດທະສາດ ແລະ ຄາດຫມາຍການຮ່ວມມືເພື່ອພັດທະນາເຊັ່ນ: ພັດທະນາ ຄວາມໝັ້ນຄົງສາຍພົວພັນ ສືບຕໍ່ລຸ້ນຕໍ່ລຸ້ນໃຫ້ຢືນຍົງ,  ພ້ອມກັນປະຕິບັດສອງຫນ້າທີ່ຍຸດທະສາດ ປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດພ້ອມກັນກ້າວສູ່ຈຸດໝາຍສັງຄົມນິຍົມ,ມີຄວາມສາມັກກັນໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ທັງມີການຮ່ວມມືຮອບດ້ານໃນທຸກຂົງເຂດວຽກງານເຊັ່ນ: ບໍ່ວ່າຈະເປັນດ້ານການເມືອງ,ການຕ່າງປະເທດ,ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ການຮ່ວມມືດ້ານເສດຖະກິດ,ການລົງທຶນ-ການຄ້າ,ດ້ານຄົມມະນາຄົມ-ຂົນສົ່ງ ແລະ ດ້ານ ວັດທະນະທໍາ-ສັງຄົມ ແລະ ການຮ່ວມມືດ້ານການສຶກສາ, ພັດທະນາຊັບພະຍາກອນມະນຸດ ແລະ ບໍາລຸງສ້າງວິຊາຊີບ ແລະ ອື່ນໆ.


ສໍາລັບການຮ່ວມມື ດ້ານພະລັງງານ ແລະ ບໍ່ແຮ່ ກໍ່ມິຫລາຍດ້ານທີ່ພົ້ນເດັ່ນ ແລະ ມີຜົນສໍາເລັດເປັນກ້າວໆ. ໄດ້ປະກອບມີຫລາຍກິດຈະກໍາເຊັ່ນ: ບັນດາກິດຈະກໍາລົງທຶນ ດ້ານພະລັງງານມີ: ໂຄງການເຂື່ອນໄຟຟ້າລວມມີ 4 ໂຄງການຄື: ເຂື່ອນໄຟຟ້າເຊກະໝານ 1(COD),ເຂື່ອນໄຟຟ້າເຊກະໝານຊານໄຊ (COD), ເຂື່ອນໄຟຟ້າເຊກອງລຸ່ມA (PDA-LA), ເຂື່ອນໄຟຟ້າເຊກອງລຸ່ມB (PDA)ທັງ2 ໂຄງການ ຄາດວ່າ ຈະສຳເລັດໃນປີ 2025, ນອກຈາກນີ້,ຍັງມີໂຄງການໄຟຟ້າຄວາມຮ້ອນ 1 ໂຄງການ, ເປັນໂຮງງານໄຟຟ້າຄວາມຮ້ອນຈາກເສດອ້ອຍ(COD)ໂຄງການໄຟຟ້າແສງຕາເວັນອ່າງນໍ້າເຊກະຫມານ 1(MOU), 1 ໂຄງການ, ໂຄງການສາຍສົ່ງ ແລະ ການສະໜອງພະລັງງານ: 3+1 ໂຄງການປະກອບມີໂຄງການສາຍສົ່ງ 230Kv (ເຂື່ອນໄຟຟ້າເຊກະໝານ1) ສົ່ງອອກໄຟຟ້າ ໄປຫວຽດນາມ(COD), ໂຄງການສາຍສົ່ງ 230Kv (ເຂື່ອນໄຟຟ້ານໍ້າກົງ2-3) ສົ່ງອອກໄຟຟ້າໄປຫວຽດນາມ(COD), ໂຄງການສາຍສົ່ງ 35Kv(ນຳເຂົ້າໄຟຟ້າ ຈາກ ຫວຽດນາມ ສະໜອງໄຟຟ້າໃຫ້ ບໍລິສັດວັງຕັດ(COD)ໂຄງການສາຍສົ່ງ 500 KV ພະລັງງານລົມ ສົ່ງອອກໄຟຟ້າໄປຫວຽດນາມ(PDA) ກິດຈະການລົງທຶນ ດ້ານບໍ່ແຮ່ປະກອບມີ: ໂຄງການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ມີ 2 ບໍລິສັດ, ມີ 2 ກິດຈະກໍາ ແລະ  ໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາດ ມີ 1 ບໍລິສັດ, 1ກິດຈະກໍາ. ລວມມູນຄ່າການລົງທຶນທັງຫມົດໃນ 2 ກິດຈະກໍາຫລັກມີ 815.133.145 USD, ໃນນີ້; ມູນຄ່າການລົງທຶນ ດ້ານສະຖານີ,ສາຍສົ່ງ 30.800.000 USD, ມູນຄ່າການລົງທຶນດ້ານພະລັງານ 691.000.000 USD ແລະ ມູນຄ່າການລົງທຶນ ດ້ານແຮ່ທາດ: 93.333.145 USD.

ບັນດາຜົນໄດ້ຮັບ ຈາກການຮ່ວມມື ແລະ ການລົງທຶນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃນໄລຍະຜ່ານມາເຫັນໄດ້ວ່າ: ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນເຊິ່ງໄດ້ສະແດງອອກເຖິງດ້ານການເມືອງ: ກໍ່ຕອບສະໜອງໄດ້ ຄາດໝາຍຍຸດທະສາດລວມ ຂອງສອງພັກ, ສອງລັດ, ຮັກສາໄດ້ ມູນເຊື້ອປະຫວັດສາດ ພິລະອາດຫານ ໃນການຕໍ່ສູ້ກູ້ຊາດ ຮ່ວມກັນ, ຮັກສາໄດ້ ສາຍພົວພັນ ເພື່ອນມິດຍຸດທະສາດ ແລະ ຄວາມສະມັກຄີແບບພິເສດ ຮອບດ້ານ ນັບມື້ແໜ້ນແຟ້ນຍິ່ງຂື້ນ, ປະກອບສ່ວນຊ່ວຍບັນລຸຄາດໝາຍຕາມແຜນແມ່ບົດ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ,ປະກອບສ່ວນ ຊ່ວຍສະໜັນສະໜູນ ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ລຽບຕາມຊາຍແດນ. ດ້ານເສດຖະກິດ: ປະກອບສ່ວນ ສ້າງພື້ນຖານເສດຖະກິດ ທີ່ໝັ້ນຄົງ ແລະ ຍືນຍົງ, ປະກອບສ່ວນ ສ້າງຖານລາຍຮັບຂອງແຂວງ ແລະ ປະກອບສ່ວນ ສ້າງລາຍໄດ້ໃຫ້ປະຊາຊົນ.ດ້ານສັງຄົມ: ໄດ້ຮັບການຊຸກຍູ້ ເພີ່ມທະວີ ການພົວພັນຮ່ວມມືຫຼາຍຂື້ນ ແລະ ການໄປມາຫາສູ່ ໄກ້ຊິດຕິດແທດກັນຫຼາຍຂຶ້ນ, ໄດ້ສ້າງວຽກເຮັດງານທໍາ ຕິດພັນກັບ ບັນດາໂຄງການ, ມີຄວາມເຄົາລົບນັບຖື ຮີດຄອງປະເພນີອັນງາມ ຂອງສອງຊາດກໍຄືແຂວງ ອັດຕະປື, ໃຫ້ການຊ່ວຍເຫລືອເຊິ່ງກັນແລະ ກັນໃນຍາມປະສົບໄພພິບັດ ແລະ ບັນຫາໂລກລະບາດຕ່າງໆເປັນປົກກະຕິ.
ຂຽນ: ຊິບປະໄຊ
ພ່າບ: ມະນີວອນ