ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໄລຍະ 1 ປີຜ່ານມາ ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະ ນາຂຶ້ນຢ່າງບໍ່ຢຸດຢັ້ງ, ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນ ຈະມີການຜັນແປຢ່າງຕໍ່ເນື່ອງ ໂດຍສະເພາະໄດ້ເກີດມີການລະບາດຂອງພະຍາດໂຄວິດ-19 ເປັນວົງກວ້າງກໍຕາມ ແຕ່ພາຍໃຕ້ການຊີ້ນຳຕົວຈິງ, ເດັດຂາດ ຂອງກົມການເມືອງສູນກາງພັກ ແລະ ລັດຖະບານ ຂອງສອງປະເທດ ບວກກັບຄວາມພະຍາຍາມຢ່າງຕັ້ງໜ້າຂອງບັນ ດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕະຫລອດຮອດປະຊາຊົນ ແລະ ຊັ້ນຄົນຕ່າງໆຂອງສອງປະເທດ ລາວ ແລະ ຫວຽດນາມ ເຮັດໃຫ້ທຸກຂົງເຂດວຽກງານທີ່ທັງສອງຝ່າຍໄດ້ຕົກລົງຮ່ວມກັນນັ້ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ ແລະ ມີຜົນສຳ ເລັດໃນຫລາຍດ້ານ.
ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 13 ພຶດສະພາ 2022 ເນື່ອງໃນໂອກາດກຽມສະເຫລີມສະຫລອງປີສະມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ນີ້ວ່າ: ໝາກຜົນຂອງການພົວພັນຮ່ວມມືທີ່ພົ້ນເດັ່ນໃນໄລຍະຜ່ານມາ ສອງປະເທດ ລາວ-ຫວຽດນາມ ໄດ້ມີການຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ ເປັນຕົ້ນ ການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການຄ້າ-ການລົງທຶນ ມາຮອດປັດຈຸບັນວິສາຫະກິດຫວຽດນາມ ທີ່ມາລົງທຶນຢູ່ລາວ ມີທັງໝົດ 417 ໂຄງການ, ມູນຄ່າການລົງທຶນທັງໝົດ 4,3 ຕື້ໂດລາ, ຈັດຢູ່ໃນອັນດັບ 3 ໃນຈຳນວນ 54 ປະເທດ ແລະ ເຂດແຄວ້ນທີ່ມາລົງທຶນຢູ່ລາວ, ດ້ານການຄ້າ ໃນປີ 2021 ມູນຄ່າການຄ້າສອງປະເທດ ບັນລຸໄດ້ 1,37 ຕື້ໂດລາ, ດ້ານຄົມມະນາຄົມ-ຂົນສົ່ງ ສອງຝ່າຍ ໄດ້ປະສານສົມທົບສຶກສາຄົ້ນຄວ້າ ແລະ ຊຸກຍູ້ ຊອກຫາແຫລ່ງທຶນເພື່ອຜັນຂະຫຍາຍ ບັນດາໂຄງການທີ່ສຳຄັນຕ່າງໆ.
ສ່ວນການຮ່ວມມື ດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດລັດ ຖະບານສອງປະເທດ ໃຫ້ຄວາມສໍາຄັນເປັນພິເສດ ຕໍ່ການສ້າງຊັບພະຍາກອນມະນຸດ ເຊິ່ງໃນໄລຍະຜ່ານມາ ໄດ້ມີການປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການຄັດເລືອກພະນັກງານ, ນັກຮຽນ, ນັກສຶກສາ ແລະ ໄດ້ຈັດສົ່ງໄປຮຽນຄົບຕາມຈຳນວນ ທີ່ໄດ້ຕົກລົງກັນ, ປັດຈຸບັນ ນັກສຶກສາລາວທີ່ມີໜ້າກໍາລັງຮຽນຢູ່ຫວຽດນາມ ມີປະມານ 14.000 ຄົນ ແລະ ໃນປີ 2022 ນີ້ ລັດຖະບານຫວຽດນາມ ໄດ້ໃຫ້ທຶນການສຶກສາແກ່ລາວ ຈຳນວນ 1.100 ທຶນ ແລະ ລັດຖະບານລາວ ມອບທຶນການສຶກສາ ໃຫ້ພະນັກ ງານ, ນັກສຶກສາ ຫວຽດນາມ ມາຮຽນຢູ່ລາວ ຈຳນວນ 60 ທຶນ. ພ້ອມກັນນີ້, ການຮ່ວມມື ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງການ, ອົງການຈັດຕັ້ງມະຫາ ຊົນ ແລະ ບັນດາທ້ອງຖິ່ນອື່ນໆ ສອງຝ່າຍ ກໍສືບຕໍ່ໄດ້ຮັບການຍູ້ແຮງ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ແທດຕົວຈິງ ໂດຍມີການແລກປ່ຽນບົດຮຽນ, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ລົງນາມໃນບົດບັນທຶກຮ່ວມມືອື່ນໆ. ຝ່າຍຫວຽດນາມ ສືບຕໍ່ສະໜັບສະໜູນລາວ ທີ່ສະເໜີໃຫ້ UNESCO ຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກທາງທຳມະຊາດ.
ພ້ອມນີ້, ທ່ານ ຄຳເຈນ ວົງໂພສີ ຍັງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ໃນການ ເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນປີ 2017 ຜ່ານມາ ເຊິ່ງສອງປະເທດ ໄດ້ຈັດກິດຈະກຳຕ່າງໆຮ່ວມກັນ ຈຳນວນຫລາຍກວ່າ 100 ກິດຈະກຳທັງໃນຂັ້ນສູນກາງ ແລະ ລະດັບທ້ອງຖິ່ນຂອງທັງສອງປະເທດ ເຊິ່ງ ເຫັນໄດ້ວ່າເປັນການສະເຫລີມສະຫລອງ ທີ່ເປັນຂະບວນການແຕ່ສູນກາງ ຮອດທ້ອງຖິ່ນ, ມີລັກສະນະຟົດຟື້ນ ແລະ ມີຄວາມໝາຍສໍາຄັນຍິ່ງ ໃນການປະກອບສ່ວນເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະ ໃໝ່ ຂອງທັງສອງປະເທດ ລາວ ແລະ ຫວຽດນາມ.
ທ່ານ ຄຳເຈນ ວົງໂພສີ ຍັງໄດ້ຢືນຍັນຕື່ມວ່າ: ຜົນສໍາເລັດການພົວພັນຮ່ວມມື ທີ່ ສອງຂະແໜງແຜນການ ແລະ ການລົງທຶນ ກໍຄື ສອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຍາດມາໄດ້ໃນຊຸມປີຜ່ານມາ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງສາຍພົວພັນ ລະຫວ່າງສອງປະເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງກວ້າງ ແລະ ລວງເລິກ.