ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ຈະຈັດຂຶ້ນໃນອີກບໍ່ດົນນີ້ ທີ່ນະຄອນຫລວງວຽງຈັນ ເພາະການກະ ກຽມວຽກງານດ້ານຕ່າງໆ ໃຫ້ແກ່ກອງປະຊຸມຄັ້ງນີ້ໄດ້ສໍາເລັດແລ້ວ.
ທ່ານ ຄໍາແພງ ໄຊສົມແພງ, ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ໃນໂອ ກາດຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 30 ສິງຫາ 2021 ທີ່ກະຊວງອຸດສາ ຫະກໍາ ແລະ ການຄ້າ ວ່າ: ໂດຍປະຕິບັດຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 120/ຄຈສພ ລົງວັນທີ 19 ກໍລະກົດ 2021 ກ່ຽວ ກັບການໃຫ້ບັນດາກະຊວງອົງການຮີບຮ້ອນສືບຕໍ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ. ດັ່ງນັ້ນ, ຄະນະພັກກະຊວງໄດ້ແຕ່ງ ຕັ້ງບັນດາອານຸກໍາມະການຕ່າງໆເພື່ອຮັບຜິດຊອບກະກຽມແຕ່ລະໜ້າວຽກ ເຊັ່ນ: ຄະນະຮັບຜິດຊອບຊີ້ນໍາລວມ, ອະນຸກໍາມະການບຸກຄະລາກອນ, ອະນຸກໍາມະການເນື້ອໃນ, ອະນຸກໍາມະການເສດຖະກິດ ແລະ ພິທີການ ແລະ ອະນຸກໍາມະການໂຄສະນາ, ຂະບວນການ ແລະ ແຂ່ງຂັນຍ້ອງຍໍ.
ແຕ່ລະອະນຸກໍາມະການ ໄດ້ກຳນົດແຜນເຄື່ອນໄຫວ, ແບ່ງວຽກ ແລະ ປະຕິບັດການກະກຽມໂດຍມີຄວາມຄືບໜ້າຫຼາຍສົມຄວນແລ້ວ. ອັນພົ້ນເດັ່ນ ມາຮອດປະຈຸບັນໄດ້ສໍາເລັດການກະກຽມບັນດາເນື້ອໃນເອກະສານທີ່ຈະນໍາໄປຜ່ານກອງປະຊຸມໃຫຍ່ຄັ້ງທີ V ເຊັ່ນ: 1) ຮ່າງລາຍງານກງານເມືອງ, 2) ຮ່າງບົດສໍາຫຼວດການນໍາພາລວມ ແລະ 3) ຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ (2021-2025).
ພ້ອມນີ້ ໄດ້ກະກຽມດ້ານບຸກຄະລາກອນ ຊຶ່ງແມ່ນບັນດາເປົ້າໝາຍທີ່ຈະລົງສະໝັກຮັບເລືອກຕັ້ງ ເພື່ອບັນຈຸເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ V ໂດຍຜ່ານການທາບທາມມາແລ້ວ 3 ຮອບ. ການທາບທາມດັ່ງກ່າວແມ່ນໄດ້ປະຕິບັດຕາມຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ແລະ ຄະນະຕິດຕາມຊຸກຍູ້ກອງປະຊຸມຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ ທຸກຂັ້ນຕອນ. ເຫັນໄດ້ວ່າກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປດ້ວຍດີ ແລະ ສຳເລັດກອງປະຊຸມເປີດບັ້ນດຳເນີນຊີວິດການເມືອງຂອງຄະນະບໍລິຫານງານພັກສະໄໝທີ IV.
ຄຽງຄູ່ກັນ, ຄະນະພັກກໍໄດ້ຊີ້ນຳຍູ້ແຮງຂະບວນການປະຕິບັດວຽກງານວິຊາສະເພາະອັນພົ້ນເດັ່ນແມ່ນ ການຈັດກອງປະຊຸມວິທະຍາສາດຫຼາຍຄັ້ງ ແລະ ມໍ່ໆ ນີ້ ໄດ້ສົມທົບກັບສະພາການຄ້າ ແລະ ອຸດສາຫະກໍາ ຈັດກອງປະຊຸມທຸລະກິດລາວຄັ້ງທີ 13, ສ້າງແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2021-2025) ແລະ ສ້າງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ 05 ປີ (2021-2025) (ຊຶ່ງແຜນພັດທະນາ ອຫ ນີ້ ກອງປະຊຸມລັດຖະບານ ໄດ້ຮັບຮອງໃນວັນທີ 24 ສິງຫາ 2021 ນີ້).
ເພື່ອປະຕິບັດຕາມແຜນດໍາເນີນງານກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ຄະນະພັກກະຊວງໄດ້ກໍານົດມື້ຈັດກອງປະຊຸມຮຽບຮ້ອຍແລ້ວ ເພື່ອສະເໜີຂໍອະນຸມັດຈາກຄະນະຈັດຕັ້ງສູນກາງພັກ ເປັນມື້ດໍາເນີນກອງປະຊຸມຢ່າງເປັນທາງການ. ຢ່າງໃດກໍ່ຕາມ ໃນການຈັດກອງປະຊຸມຕົວຈິງຕ້ອງໄດ້ເບິ່ງສະ ພາບການລະບາດຂອງພະບາດໂຄວິດ-19 ກ່ອນໃຫ້ລະອຽດເພື່ອຫລີກຫລ່ຽງບໍ່ໃຫ້ມີການຕິດເຊື້ອພະຍາດດັ່ງກ່າວ.
ໃນນາມຕາງໜ້າໃຫ້ຄະນະບໍລິຫານງານພັກກະຊວງ ໃນໂອກາດກະກຽມເປີດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງ ທ່ານ ຄໍາແພງ ໄຊສົມແພງ ໄດ້ຮຽກຮ້ອງມາຍັງສະມາຊິກພັກທັງໝົດ ຈົ່ງສືບຕໍ່ເສີມຂະຫຍາຍ ມູນເຊື້ອສາມັກຄີ ເປັນຈິດໜຶ່ງໃຈດຽວ ສຸມສະຕິປັນຍາ ແລະ ເຂົ້າຮ່ວມກອງປະຊຸມ ເຮັດໃຫ້ກອງປະຊຸມຄັ້ງນີ້ບັນລຸຜົນສໍາເລັດຢ່າງຈົບງາມ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ອາພິນຍາ ສີສຸວົງ