
ເພື່ອເປັນການທົບທວນ ແລະ ສະຫລຸບຖອດຖອນບົດຮຽນຄືນ ກ່ຽວກັບການຈັດຕັ້ງເຄື່ອນໄຫວຂອງຄະນະສະເພະກິດເມືອງ, ຕີລາ ຄາຈຸດດີ, ຈຸດອ່ອນຄົງຄ້າງໃນໄລຍະຜ່ານມາ ແລະ ວາງແຜນຮັບມືສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ທີ່ກັບຄືນມາແຜ່ລະບາດໃນຮອບທີ 3 ເຊິ່ງກໍາລັງລະບາດຢູ່ໃນປະ ຈຸບັນ, ໃນຕອນເຊົ້າວັນທີ 23 ມີນາ 2022 ຜ່ານມານີ້ ຄະນະສະເພາະກິດເມືອງທຸລະຄົມ ແຂວງວຽງ ຈັນ ໄດ້ເປີດກອງປະຊຸມຂຶ້ນຢູ່ທີ່ຫ້ອງເຮັດວຽກຂອງທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງ, ຫົວໜ້າຄະ ນະສະເພາະກິດເພຶ່ອປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ 19 ຂອງເມືອງ, ມີຄະນະສະເພາະກິດຂັ້ນເມືອງ, ກຸ່ມບ້ານ ແລະ ກອງເລຂາ ເຂົ້າຮ່ວມປຶກສາຫາລືສ້າງຄວາມເປັນເອກະພາບຮັບ ຮອງແບບແຜນເຄື່ອນໄຫວໃຫ້ດ້ຮັບຜົນດີ, ເພື່ອຢັບຢັ້ງບໍ່ໃຫ້ເຊື້ອພະຍາດດັ່ງກ່າວແຜ່ລະບາດເປັນບໍລິເວນກວ້າງຄືໄລຍະຜ່ານມາ, ກອງປະຊຸມໄດ້ເຜີຍແຜ່ເຊຶ່ອມຊຶມແຈ້ງການຂອງທ່ານ ຮອງເຈົ້າແຂວງໆວຽງຈັນ ສະບັບເລກທີ 005/ຈຂ.ວຈ ລົງວັນທີ 04 ມີນາ 2022, ແຈ້ງການຂອງທ່ານຮອງເຈົ້າເມືອງ ເລກທີ 008/ຄສກ. ທຄ ລົງວັນທີ 09 ມີນາ 2022 ແລະ ຮັບຟັງການປະກອບຄໍາຄິດເຫັນຂອງຜູ້ເຂົ້າຮ່ວມ;


ເຊິ່ງຜົນຂອງກອງປະຊຸມໄດ້ຮັບຮອງເອົາເນື້ອໃນສໍາຄັນຈໍານວນໜຶ່ງເຊັ່ນ: ຕົກລົງກໍານົດເອົາຫ້ອງການຊັບພະຍາກອນທໍາມະາດ ແລະ ສິ່ງ ແວດລ້ອມເມືອງຫລັງເກົ່ານໍາໃຊ້ເປັນສູນປິ່ນປົວຊົ່ວຄາວ ເພື່ອຮອງຮັບກໍລະນີຜູ້ຕິດເຊຶ້ອທີ່ອາການເບົາບາງ ບໍ່ໃຫ້ຄົນເຈັບແອອັດຢູ່ໂຮງໝໍ; ເຫັນດີອອກແຈ້ງການຂອງທ່ານເຈົ້າເມືອງເພື່ອແນະນໍາກ່ຽວກັບການສະເຫຼີມສະຫຼອງປີໃໝ່ລາວປະຈໍາປີ 2022 (2565), ການຈັດງານທາງການ, ກອງປະຊຸມ, ພິທີສາສະໜາ ແລະ ອື່ນໆ ດ້ວຍພິທີກະທັດຮັດເບົາບາງ, ຈໍາກັດຄົນເຂົ້າຮ່ວມ ແລະ ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ; ມອບໃຫ້ຫ້ອງ ການສຶກສາທິການ ແລະ ກິລາ ເມືອງ ຂໍທິດຊີ້ນໍາ ແລະ ປະສານສົມທົບກັບສາຍຕັ້ງຂອງຕົນ ໃນການປະຕິບັດຫລັກສູດການຮຽນ-ການສອນທີ່ຮັບປະກັນ ເພື່ອຄວບຄຸມເຊື້ອພະຍາດໂຄວິດ 19 ບໍ່ໃຫ້ແຊກຊຶມເຂົ້າບັນດາໂຮງຮຽນ; ຈັດແບ່ງໜ່ວຍລົງຊີ້ນໍາຕິດຕາມກວດກາໃນທຸກໂຮງ ຮຽນ, ສົມທົບກັບກຸ່ມບ້ານ, ຄະນະພັດທະ ນາການສຶກສາຂັ້ນບ້ານ ກຽມຮັບມືກັບພະຍາດໂຄວິດ 19 ແຕ່ຫົວທີ; ເຫັນດີເລື່ອນກິດຈະກໍາຕັ້ງຄ້າຍເຍົາວະຊົນຢູ່ທີ່ໂຮງ ຮຽນ ມສ ຖິ່ນຄໍາ ທີ່ເມືອງທຸລະຄົມຖືກມອບໝາຍໃຫ້ເປັນເຈົ້າພາບໃນປີ 2022; ມອບໃຫ້ຫ້ອງການແນວລາວສ້າງຊາດເມືອງ, ຫ້ອງການພາຍໃນ ແລະ ຫ້ອງການ ຖວທ ເມືອງ ນໍາເອົາແຈ້ງການໄປລຸລ່ວງຄະນະ ອພສ ເມືອງ ເພື່ອບໍ່ໃຫ້ເຮັດພິທີຫົດສົງພະພຸດທະຮູບແບບມີຄົນເຂົ້າ ຮ່ວມຫລາຍ, ກອງປະຊຸມຍັງເນັ້ນໜັກໃຫ້ຄວບຄຸມການບໍລິ ການຮ້ານອາ ຫານບໍ່ໃຫ້ຈໍາໜ່າຍເບຍ, ເຫຼົ້າ, ເປີດເພງດັງ ແລະ ຫ້າມເປີດເກີນເວລາທີ່ກໍານົດ ໃຫ້ເອົາໃຈໃສ່ປະຕິບັດມາດຕະການເກືອດຫ້າມຢ່າງເຄັ່ງຄັດ ພ້ອມທັງສະເໜີໃຫ້ຄະນະສະເພາະກິດນັບແຕ່ຂັ້ນເມືອງ ແລະ ຂັ້ນບ້ານ ຈົ່ງມີຄວາມພ້ອມຕະ ຫລອດເວລາກຽມລົງເຄື່ອນໄຫວຽກງານ, ສົມ ທົບກັບແພດໝໍ, ເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງລົງຊ່ວຍເຫຼືອຄອບ ຄົວຜູ້ຕິດເຊື້ອ, ແກ້ໄຂສະ ພາບສຸກເສີນ ແລະ ມີແຜນການຮອງຮັບວຽກປົກກະຕິໃນທຸກເວລາ.

ຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ.