ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງຊະນະຄາມ ຄັ້ງທີ 8 ສະໄຫມທີ VII ໄດ້ຈັດຂຶ້ນໃນວັນທີ 19 ຕຸລາ 2021, ຢູ່ທີ່ສະໂມສອນໃຫຍ່ ຂອງເມືອງຊະນະຄາມ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສະໝານ ວິເສດຍະພົງສ໌ ກໍາມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງຊະນະຄາມ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການອ້ອມຂ້າງ, ເລຂາພັກບ້ານ-ນາຍບ້ານກຸ່ມບ້ານເທດສະບານ ເຂົ້າຮ່ວມທັງໝົດ 55 ສະຫາຍ.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ເຊື່ອມຊຶມ 2 ວາລະ ແຫ່ງຊາດຄື: ວາລະ ເເຫ່ງຊາດວ່າດ້ວຍ: ການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ແລະວາລະແຫ່ງຊາດວ່າດ້ວຍ: ການປ້ອງກັນ, ປາບປາມ, ແກ້ໄຂບັນຫາ ຢາເສບຕິດ ແລະໄດ້ຮັບຟັງການລາຍງານຜ່ານຮ່າງບົດສະຫຼຸບຕີລາຄາວຽກງານຮອບດ້ານໄລຍະ 3 ເດືອນ(7,8,9) ປີ 2021 ຜ່ານມາ ພ້ອມທັງໄດ້ຮັບຟັງການເຈາະຈີ້ມຈາກ ປະທານກອງປະຊຸມ ໃຫ້ບັນດາຜູ້ແທນປະກອບຄໍາຄິດ ຄໍາເຫັນໃສ່ ຮ່າງບົດສະຫຼຸບ ເພື່ອພ້ອມກັນປັບປຸງທາງດ້ານເນື້ອໃນໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ມີຄວາມຊັດເຈນຂຶ້ນ ແລະ ໄດ້ມີຄວາມເປັນເອກະພາບກັນຮັບຮອງເອົາ ທິດທາງໃນການຊີ້ນໍາ-ນໍາພາໃນ 3 ເດືອນທ້າຍປີ(10,11,12)ໂດຍ ໃຫ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງຕາມ 4 ເນື້ອໃນ 4 ຄາດຫມາຍ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ໃຫ້ເຂົ້າສູ່ລວງເລິກ ແລະ ຖືເອົາການຈັດຕັ້ງ ປະຕິບັດບັນດາຂໍ້ແຂ່ງຂັ້ນປະຈໍາປີ 2021 ຂອງແຕ່ລະກົມກອງ, ຫ້ອງການ ແລະບັນດາບ້ານ ເປັນປັດໃຈຊຸກຍູ້ ແລະຕັດສິນຜົນສໍາເລັດ ຂອງແຕ່ລະຫນ້າວຽກ.
ພ້ອມນີ້ກໍ່ເພື່ອ ເປັນການປະຕິບັດຫຼັກການນໍາພາຈັດຕັ້ງປະຕິບັດ ຂອງຄະນະ ພັກ ແລະຖືເອົາເປັນບັ້ນກວດກາ, ຕີລາຄາຄືນການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກເມືອງໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ , ປັບປຸງແບບແຜນວິທີເຮັດວຽກ, ການກໍ່ສ້າງຮາກຖານພັກໄດ້ມີການປັບປຸງ ກໍສ້າງໃຫ້ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໝັກແໜ້ນ, ການເພີ່ມທະວີຄຸນນະພາບ ຂອງວຽກງານກາພັກ-ລັດ, ກວດກາຄືນການນໍາພາຮອບດ້ານ ຂອງຄະນະພັກແຕ່ລະຂັ້ນ; ກວດກາກາຄືນການຊີ້ນໍາວຽກງານແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ກວດກາຄືນກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆ, ການຈັດຕັ້ງປະຕິບັດການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໄປພ້ອມດຽວກັບການສຸມໃສ່ວຽກງານຕ້ານ, ສະກັດກັ້ນ, ເຝົ້າລະວັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ເລັ່ງໃສ່ໃນການ ຈັດຕັ້ງຜັນຂະຫຍາຍການດໍາເນີນຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ໃຫ້ເຂົ້າສູ່ທຸກຂົງເຂດວຽກງານໃຫ້ປະກົດຜົນເປັນຈິງ.
ຂ່າວ: ເມືອງຊະນະຄາມ ແຂວງວຽງຈັນ