ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕາມການໃຫ້ຂໍ້ມູນຈາກຫ້ອງການສົ່ງເສີມກະສິກໍາປ່າໄມ້ເມືອງປາກລາຍໄດ້ໃຫ້ຮູ້ວ່າ:ການເກັບກູ້ພືດລະດູຝົນ ປີ 2021 ມັນຕົ້ນເນື້ອທີ່ປະຕິບັດໄດ້ຕົວຈິງ 22.160,5 ຮຕ, ຜົນຜະລິດໄດ້ 620.494 ໂຕນ, ຜະລິດຕະພາບໄດ້ 28 ໂຕນ/ເຮັກຕາ; ການປູກ ແລະ ເກັບກູ້ ເຂົ້ານາແຊງ ສົກປີ 2020 – 2021 ເຂົ້ານາແຊງ ມີເນື້ອທີ່ແຜນການ 100 ຮຕ, ປະຕິບັດຕົວຈິງໄດ້ 87,3% ຂອງແຜນການປີ, ຜົນຜະລິດໄດ້ 392,85 ໂຕນ; ການເກັບກູ້ພືດລະດູແລ້ງຕ່າງໆ ເນື້ອທີ່ແຜນການທັງໝົດ 6.125 ຮຕ, ປະຕິບັດໄດ້ 7.133,31 ຮຕ ເທົ່າກັບ 116,46 % ຂອງແຜນການປີ; ປະຈຸບັນພວມສຸມໃສ່ການປູກພືດລະດູຝົນ ເຂົ້ານາ ເນື້ອທີ່ແຜນການ 6.400 ຮຕ, ປະຈຸບັນປັກດໍາສໍາເລັດ 100%, ເຂົ້າໄຮ່ ເນື້ອທີ່ແຜນການ 500 ຮຕ ປະຈຸບັນປູກສຳເລັດ 100%, ສາລີແຂງ ເນື້ອທີ່ແຜນການ 8.000 ຮຕ, ປູກສຳເລັດ 100%, ມັນຕົ້ນ ເນື້ອທີ່ແຜນການ 23.000 ຮຕ, ປະຈຸບັນປູກສຳເລັດ 100%, ໝາກເດືອຍ ເນື້ອທີ່ແຜນການ 2.000 ຮຕ, ປະຈຸບັນປູກສຳເລັດ 100%.
ຂ່າວ-ພາບ:ດາວປະດິດ ເສດຖາາດ