ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໂອກາດ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ໃນວັນທີ 13 ພຶດສະພາ 2022 ທີ່ ວໍຊິງ ຕັນ ດີຊີ, ສະຫະລັດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ພົບປະສອງຝ່າຍກັບ ທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ເພື່ອປຶກສາຫາລືການເສີມຂະຫຍາຍສາຍພົວພັນມິດ ຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ, ທ່າມກາງບັນຍາກາດແຫ່ງການສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ.
 ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນການພົບປະຂອງສອງນາຍົກ ໃນເດືອນມັງກອນ ແລະ ການໂອ້ລົມທາງໂທ ລະສັບ ໃນເດືອນເມສາ 2022 ຜ່ານມາ. ສອງຝ່າຍ ໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ເຫັນດີຮ່ວມກັນໃນເດືອນມັງກອນ ແລະ ໄດ້ພ້ອມກັນວາງທິດທາງໃນການເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍເຫັນດີສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ທັງສອງຝ່າຍຕົກລົງຮ່ວມກັນແລ້ວ ເປັນຕົ້ນແມ່ນ: ຜົນກອງປະຊຸມສອງກົມການເມືອງ, ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈຳປີ 2022 ຂອງຄະນະກໍາມະການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ, ຂໍ້ຕົກລົງຮ່ວມມື ລະຫວ່າງ ບັນດາກະຊວງຂະ ແໜງການ ໂດຍສະເພາະແມ່ນຍຸດທະສາດຮ່ວມມືໄລຍະ 10 ປີ (2021-2030), ສັນຍາຮ່ວມມື 05 ປີ (2021-2025); ສືບຕໍ່ເພີ່ມທະວີການຮ່ວມມືດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດ ຖະກິດ, ການຄ້າ ແລະ ການລົງທຶນໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງກວ່າເກົ່າ ຕາມທິດຊີ້ນໍາຂອງພັກ, ການນໍາພາຂອງລັດ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ-ສັງຄົມ; ສືບຕໍ່ຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ; ເພີ່ມທະວີການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະ ນັກງານ ແລະ ປະຊາຊົນ ເປັນຕົ້ນແມ່ນຖັນແຖວຊາວໜຸ່ມ-ເຍົາວະຊົນຂອງສອງປະເທດ.
ການພົບປະສອງຝ່າຍຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມສະໜິດສະໜົມ ອັນໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະ ຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ