ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 14 ຕຸລາ ກົງກັບມື້ຂຶ້ນ 9 ຄ່ຳ ເດືອນ 9 ຕາມຈັນທະຄະຕິຈີນ ເປັນບຸນສົງຢາງຂອງຈີນ, ທັງເອີ້ນກັນວ່າ ບຸນເຄົາລົບຜູ້ເຖົ້າ. ທຸກມື້ນີ້,ສັງຄົມຈີນໄດ້ເຂົ້າສູ່ໄລຍະທີ່ອັດຕາສ່ວນຂອງປະຊາກອນຜູ້ເຖົ້າເພີ່ມຂຶ້ນ. ໃນງານອວຍພອນບຸນກຸດຈີນປີ2019ຂອງສູນກາງພັກແລະລັດຖະບານຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນກ່າວວ່າ: “ເຮັດໃຫ້ຜູ້ເຖົ້າມີຄົນເບິ່ງແຍງດູແລ, ມີຄົນເພິ່ງພາອາໄສໄດ້, ມີຄວາມສຸກສຳລານແລະມີຄວາມສຸກສະບາຍ, ເຊິ່ງພົວພັນເຖິງສັງຄົມທີ່ມີຄວາມກົມກຽວແລະມີສະຖຽນລະພາບ.”
ມື້ນີ້ ພວກເຮົາຈະເລົ່າເລື່ອງລາວກ່ຽວກັບການເຄົາລົບນັບຖືແລະຮັກແພງຜູ້ເຖົ້າຂອງທ່ານສີຈິ້ນຜິງ.
ຢູ່ເທິງຖ້ານປຶ້ມໃນຫ້ອງການຂອງທ່ານສີຈິ້ນຜິງໄດ້ວາງຮູບຖ່າຍສອງແຜ່ນຄື ແຜ່ນໜຶ່ງແມ່ນ ທ່ານສີຈິ້ນຜິງຍ່າງຍູ້ລໍ້ທ່ານສີຈຸ້ງຊຸ່ນ ຜູ້ເປັນພໍ່ຮ່ວມກັນກັບຄອບຄົວ, ອີກແຜ່ນໜຶ່ງແມ່ນທ່ານສີຈິ້ນຜິງພວມຈູງມືທ່ານນາງສີຊິ່ນ ຜູ້ເປັນແມ່ຍ່າງເລາະຫຼິ້ນ. ເຖິງຈະຫຍຸ້ງນຳວຽກສ່ວນລວມອັນໜັກໜ່ວງກໍຕາມ, ຂໍພຽງແຕ່ມີເວລາຫວ່າງທ່ານກໍກິນເຂົ້າຮ່ວມກັບແມ່, ຫຼັງກິນເຂົ້າແລ້ວແລ້ວ, ທ່ານສີຈິ້ນຜິງກໍມັກຈູງມືແມ່ຍ່າງເລາະຫຼິ້ນທັງລົມກັບແມ່.
ຈາກຄວາມກະຕັນຍູຕໍ່ພໍ່ແມ່, ເອົາໃຈໃສ່ແລະຮັກແພງພະນັກງານອາວຸໂສ ຈົນຮອດການຢ້ຽມຢາມຜູ້ເຖົ້າທີ່ທຸກຍາກເພື່ອຖາມທຸກສຸກເຂົາເຈົ້າ, ທ່ານສີຈິ້ນຜິງໄດ້ໃຫ້ຄວາມເຄົາລົບນັບຖືຜູ້ເຖົ້າຜູ້ອາວຸໂສແລະຜູ້ມີຄວາມຮູ້ຄວາມສາມາດ,ສຸມຄວາມພະຍາຍາມໃຫ້ຜູ້ເຖົ້າໃນທົ່ວປະເທດໄດ້ຊົມໃຊ້ຊີວິດໃນໄວຊະລາຢ່າງມີຄວາມສຸກ.
ພາຍຫຼັງດຳລົງຕຳແໜ່ງເປັນປະທານປະເທດແລ້ວ, ຄົນທັງຫຼາຍກໍມັກຈະເຫັນເລື້ອຍໆວ່າທ່ານສີຈິ້ນຜິງໄດ້ໃຫ້ການເຄົາລົບນັບຖືຜູ້ເຖົ້າ.
ໃນເວລາຢ້ຽມຢາມເຮືອນຂອງແມ່ເຖົ້າສືປາຊ່ານຢູ່ບ້ານສິບແປດຖ້ຳກິ່ງແຂວງຊ່ຽງຊີ່ ແຂວງຫູນານ, ທ່ານສີຈິ້ນຜິງໄດ້ຍ່າງໄປເປີດເບິ່ງເລົ້າເຂົ້າຂອງແມ່ເຖົ້າທັງຖາມດ້ວຍຄວາມເປັນຫ່ວງເປັນໃຍວ່າ: “ເຂົ້າກຸ້ມກິນບໍ?” “ໄດ້ປູກຕົ້ນໄມ້ໃຫ້ໝາກບໍ?” “ໄດ້ລ້ຽງໝູບໍ?”
ຢູ່ເຮືອນພໍ່ເຖົ້າຫວາງເກີ້ຊ່າງທີ່ມີອາຍຸ 83 ປີຢູ່ບ້ານຈູ່ຊຸ່ນແຂວງຊ່ານຕຸ່ງ, ທ່ານສີຈິ້ນຜິງໄດ້ຍ່າງກວດເບິ່ງເຮືອນຂອງພໍ່ເຖົ້າແຕ່ລະຫ້ອງ ທັງສອບຖາມວ່າ ເຮືອນພໍ່ເຖົ້າມີດິນປູກຝັງເທົ່າໃດ? ມີລາຍໄດ້ເທົ່າໃດ?ຍັງມີຄວາມຫຍຸ້ງຍາກຫຍັງອີກບໍ?
ສິ່ງທີ່ໜ້າສົນໃຈທີ່ສຸດກໍຄື ໃນຕົ້ນປີ2020 ທີ່ຫາກໍ່ເກີດມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ພາຍໃຕ້ການບັນຊາການແລະວາງແຜນຍຸດທະສາດດ້ວຍຕົນເອງຂອງທ່ານສີຈິ້ນຜິງ, ປະເທດຈີນໄດ້ເປີດບັ້ນຕໍ່ຕ້ານພະຍາດໂຄວິດ-19ໂດຍບໍ່ເສຍດາຍຫຍັງໝົດເພື່ອຊ່ວຍກອບກູ້ຊີວິດຄົນເຈັບບໍ່ວ່າຄົນເຈັບທີ່ມີອາຍຸສູງປານໃດຫຼືມີອາການໜັກປານໃດກໍຕາມ, ກໍຈະບໍ່ປ່ອຍປະເດັດຂາດ. ສະເພາະແຕ່ແຂວງຫູເປີຍກໍສາມາດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ມີອາຍຸຫຼາຍກວ່າ 80 ປີໃຫ້ຫາຍດີໄດ້ປະມານ 3000 ກວ່າຄົນ, ໃນນີ້ມີ 7 ຄົນມີອາຍຸຫຼາຍກວ່າ 100 ປີ, ຄົນເຈັບອາຍຸສູງທີ່ມີອາການສາຫັດຫຼາຍຄົນກໍໄດ້ຮັບການຊ່ວຍເຫຼືອກອບກູ້ຊີວິດຈາກພະຍາດ, ສ່ວນຄ່າປິ່ນປົວແມ່ນທາງລັດເປັນຜູ້ຮັບຜິດຊອບທັງໝົດ.
“ໃຫ້ຜູ້ເຖົ້າສາມາດຊົມໃຊ້ຊີວິດໃນໄວຊະລາທີ່ມີຄວາມສົມບູນພູນສຸກ” ເຊິ່ງເປັນສິ່ງທີ່ທ່ານສີຈິ້ນຜິງເປັນຫ່ວງເປັນໃຍມາໂດຍຕະຫຼອດ. ທ່ານໄດ້ປະຕິບັດຕົວຈິງໃນການເຄົາລົບນັບຖືຜູ້ເຖົ້າ, ຮັກແພງແລະຊ່ວຍເຫຼືອຜູ້ເຖົ້າຕະຫຼອດມາ ເຊິ່ງໄດ້ເປັນແບບຢ່າງທີ່ດີໃຫ້ແກ່ທົ່ວສັງຄົມໃນການເຄົາລົບຜູ້ເຖົ້າແລະກະຕັນຍູຕໍ່ພໍ່ແມ່, ທັງໄດ້ນຳພາປະຊາຊົນທົ່ວປະເທດໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມໃນການຮັກແພງຜູ້ເຖົ້າ, ຖືວ່າເປັນການສ້າງບັນຍາກາດທີ່ດີໃນການຮັບມືກັບບັນຫາທີ່ອັດຕາສ່ວນຂອງປະຊາກອນຜູ້ເຖົ້າເພີ່ມຂຶ້ນ,ສ້າງລະບົບນະໂຍບາຍແລະສະພາບແວດລ້ອມທາງສັງຄົມໃນການລ້ຽງດູຜູ້ເຖົ້າ, ມີຄວາມກະຕັນຍູຕໍ່ຜູ້ເຖົ້າແລະເຄົາລົບນັບຖືຜູ້ເຖົ້າ.