ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາວຽກງານ ທີ່ຕິດພັນກັບການບໍລິການ ເຂົ້າ-ອອກເມືອງ ກໍ່ຄືການຮອງຮັບຄົນເຂົ້າ-ອອກເມືອງ ໃນເງື່ອນໄຂທີ່ ສປປ ລາວ ເປີດປະເທດເຕັມຮູບແບບ ໃຫ້ມີຄວາມຄວາມຄ່ອງຕົວ, ສະດວກ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ, ປອດໄພ, ມີປະສິດທິພາບ ແລະ ປະສິດທິຜົນສູງ. ໃນຕອນເຊົ້າ ວັນທີ 13 ພຶດສະພາ 2022 ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແລະ ສະໜາມບິນສາກົນວັດໄຕ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບສະພາບການເຄື່ອນ ໄຫວວຽກງານຂອງດ່ານ ເຫັນວ່າ: ຢູ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໃນໄລຍະວັນທີ 9-12 ພຶດສະພາ ມີຄົນຜ່ານດ່ານ ຂາເຂົ້າ ຈຳນວນ 1.619 ຄົນ, ຍິງ 675 ຄົນ; ຂາອອກ ຈໍານວນ 2.101 ຄົນ, ຍິງ 873 ຄົນ; ມີລົດເຂົ້າ 260 ຄັນ ແລະ ລົດອອກ 956 ຄັນ. ສໍາລັບຢູ່ສະໜາມບິນສາກົນວັດໄຕ, ໃນປະຈຸບັນ ມີສາຍການບິນ ເຂົ້າ-ອອກປະເທດ ຈຳນວນ 18 ຖ້ຽວ/ອາທິດ, ບິນໄປ 6 ປະເທດ ຄື: ເກົາຫຼີໃຕ້, ໄທ, ຫວຽດນາມ, ສິງກະໂປ, ຈີນ ແລະ ມາເລເຊຍ; ໃນໄລຍະແຕ່ວັນທີ 9-12 ພຶດສະພາ ມີຜູ້ໂດຍສານຂາເຂົ້າຕ່າງປະເທດ ຈໍານວນ 691 ຄົນ, ຍິງ 188 ຄົນ; ຜູ້ໂດຍສານຂາອອກຕ່າງປະເທດ ຈຳນວນ 861 ຄົນ, ຍິງ 282 ຄົນ; ສະເພາະ ສາຍການບິນພາຍໃນ ມີສາຍການບິນລາວ ແລະ ສາຍການບິນລາວສະກາຍເວ,ໃນນັ້ນ ສາຍການບິນລາວ ບິນໄປ 7 ແຂວງ ຄື: ຈໍາປາສັກ, ສະຫວັນນະເຂດ, ຊຽງຂວາງ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວ; ສາຍການບິນລາວສະກາຍເວ ບິນໄປ 9 ແຂວງ ຄື: ຈຳປາສັກ, ສະຫວັນນະເຂດ, ຊຽງຂວາງ, ຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ.
ການລົງຊຸກຍູ້ຢູ່ແຕ່ລະຈຸດ, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ໄປກວດກາເບິ່ງ ສະຖານທີ່ ແລະ ຈຸດບໍລິການຕ່າງໆ, ລວມທັງ ການປະຕິບັດວຽກງານຕົວຈິງ ຂອງພະນັກງານ ພາຍໃນດ່ານ.
ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳ ໃຫ້ພະນັກງານ ແລະ ເຈົ້າໜ້າທີ່ ພາຍໃນດ່ານ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ: ເພີ່ມທະວີຄວາມເປັນແບບຢ່າງ ໃນການປະຕິບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ, ເຂັ້ມງວດ ຕາມກົດໝາຍ ແລະ ລະບຽບການ ໂດຍສະເພາະ ລະບຽບການຄຸ້ມຄອງດ່ານ ແລະ ຄົນເຂົ້າ-ອອກເມືອງ; ຫັນການບໍລິການຕ່າງໆ ດ້ວຍລະບົບທີ່ທັນສະໄໝ, ໂປ່ງໃສ ແລະ ສາມາດກວດສອບໄດ້; ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ບໍລິການ ຄົນເຂົ້າ-ອອກເມືອງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ວ່ອງໄວ, ສະຫງົບ ແລະ ປອດໄພ; ປະຕິບັດມາດຕະການເຂົ້າ-ອອກ ສປປ ລາວ ຕາມແຈ້ງການ ສະບັບເລກທີ 627/ຫສນຍ, ລົງວັນທີ 7 ພຶດສະພາ 2022; ກໍລະນີ ມີບັນຫາຕ່າງໆເກີດຂຶ້ນ ແມ່ນໃຫ້ລາຍງານຂັ້ນເທິງ ດ້ວຍຄວາມວ່ອງໄວ ແລະ ທັນການ; ກວດກາຄືນ ບັນດານິຕິກຳ ທີ່ຮັບໃຊ້ໜ້າທີ່ວຽກງານ ຖ້າຫາກຍັງມີຈຸດໃດ ທີ່ເຫັນວ່າ ຍັງບໍ່ທັນຈະແຈ້ງ ແລະ ບໍ່ທັນຄົບຖ້ວນ ແມ່ນໃຫ້ນຳສະເໜີພາກສ່ວນກ່ຽວຂ້ອງ ພິຈາລະນາປັບປຸງແກ້ໄຂ ຕາມຂັ້ນຕອນ ແລະ ລະບຽບການ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ