ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນ​ວັນ​ທີ 29 ກັນ​ຍາ 2021 ທ່ານ​ ວຽງ​ທະ​ວີ​ສອນ ເທບ​ພະ​ຈັນ ຮອງ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ, ໄດ້​ລົງ​ພົບ​ປະ​ຢ້ຽມ​ຢາມ ພ້ອມ​ທັງ​ໃຫ້​ກຳ​ລັງ​ໃຈ​ການ​ນຳ​ເມືອງ​ຊົນ​ນະ​ບູ​ລີ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄາດ​ໝາຍ​ສູ້​ຊົນດ້ານ​ຕ່າງໆ ເພື່ອ​ໃຫ້​ບັນ​ລຸ​ຈຸດ​ປະ​ສົງ, ເປົ້າ​ໝາຍ, ໂດຍບໍ່​ໃຫ້​ຢູ່​ໃນ​ຈັງ​ຫວະ​ທ່ວງ​ທ່າ​ຄອງ​ຄອຍ. ເຊິ່ງ​ຕິດ​ຕາມ​ລົງ​ໃນ​ຄັ້ງ​ນີ້ ປະ​ກອບ​ດ້ວຍ: ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ-ປ່າ​ໄມ້​ແຂວງ, ຮອງ​ຫົວ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ, ຮອງ​ຫົວ​ໜ້າ​ຫ້ອງວ່າ​ການ​ປົກ​ຄອງ​ແຂວງ, ຮອງ​ຫົວ​ໜ​້າ​ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ​ສິ່ງ​ແວດ​ລ້ອມ​ແຂວງ ແລະ​ຫົວ​ໜ້າ​ກອງກວດ​ກາ​ປ່າ​ໄມ້​ແຂວງ ພ້ອມ​ດ້ວຍ​ພະ​ນັກ​ງານ​ວິ​ຊາ​ການ​ຈຳ​ນວນ​ໜຶ່ງ ກໍ່​ໄດ້​ຮ່ວມ​ຕິດ​ຕາມ​ໃນ​ຄັ້ງ​ນີ້.
ທ່ານ ສຸ​ວິ​ໄລ ຫຼ​ວງ​ຊະ​ລາດ ເຈົ້າ​ເມືອງ​ຊົນ​ນະ​ບູ​ລີ ຕາງ​ໜ້າ​ຄະ​ນະ​ນຳ​ຂອງ​ເມືອງ ໄດ້​ລາຍ​ງານ​ສະ​ພາບ​ຈຸດ​ພິ​ເສດ, ທີ່​ຕັ້ງ ແລະ​ສະ​ພາບ​ການ​ນຳ​ພາ, ຊີ້​ນຳ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ ໂດຍ​ສະ​ເພາະ ວຽກ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ເມືອງ ຍັງ​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງບໍ່​ຕໍ່​ເນື່ອງ ໃນ​ລະ​ດັບ​ອັນ​ບໍ່​ແນ່ນອນ, ພື້ນ​ຖານ​ໂຄງ​ລ່າງ​ໄດ້​ມີ​ການ​ສ້ອມ​ແປງ​ຄືນ ແລະ​ກໍ່​ສ້າງໃໝ່ອີກ​ຈຳ​ນວນ​ໜຶ່ງ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ຄ່ອຍໆ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ມາ​ຮອດ​ປະ​ຈຸ​ບັນ (9 ເດືອນ) ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ລາຍ​ຮັບ-ລາຍ​ຈ່າຍ​ງົບ​ປະ​ມານ ໂດຍ​ສະ​ເພາະ ການ​ເກັບ​ລາຍ​ຮັບ ສາ​ມາດ​ປະ​ຕິ​ບັດ​ໄດ້ 55,05% ຂອງ​ແຜນ​ການ, ສ່ວນ​ລາຍ​ຈ່າຍ ປະ​ຕິ​ບັດ​ໄດ້ 51,57% ຂອງ​ແຜນ​ການ​ປີ, ສຳ​ລັບ​ວຽກ​ງານ​ກະ​ສິ​ກຳ-ປ່າ​ໄມ້, ມາ​ຮອດ​ປະ​ຈຸ​ບັນ ປະ​ຊາ​ຊົນ​ຊາວ​ກະ​ສິ​ກອນ ​ທົ່ວ​ເມືອງ​ຊົນ​ນະ​ບູ​ລີ ທຳ​ການ​ຜະ​ລິດ​ເຂົ້າ​ນາ​ປີ​ໃນ​ເນື້ອ​ທີ່​ທັງ​ໝົດ 15.884 ເຮັກ​ຕາ, ເທົ່າ​ກັບ 98% ຂອງ​ແຜນ​ການ (16.110 ເຮັກ​ຕາ) ປະ​ຈຸ​ບັນ​ເຫັນ​ວ່າ​ບາງ​ບ້ານ ກຳ​ລັງ​ເກັບ​ກ່ຽວ​ມ້ຽນ​ມັດ​ເຂົ້າ​ນາ​ປີ​ຂອງ​ຕົນ. ຄຽງ​ຄູ່​ກັນ​ນັ້ນ ທາງ​ຄະ​ນະ​ສະ​ເພາະ​ກິດ ສະ​ກັດ​ກັ້ນ, ຕ້ານ ແລະ​ປ້ອງ​ກັນ​ການ​ແຜ່​ລະ​ບາດພະ​ຍາດ ໂຄວິດ-19 ຂັ້ນ​ເມືອງ, ຍັງ​ໄດ້​ເອົາ​ໃຈ​ໃສ່​ດູ​ແລ, ເບິ່ງ​ແຍງ ແຮ​ງງານ ຢູ່​ສູນ​ກັກ​ກັນ, ພ້ອມ​ທັງ​ໄດ້​ເລັ່ງ​ສັກ​ຢາ​ວັກ​ຊິນ ໃຫ້​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ເກືອບ​ໄດ້​ຄາດ​ໝາຍ​ແລ້ວ.
ຈາກນັ້ນ ທ່ານ​ຮອງ​ເຈົ້າ​ແຂວງ ກໍ່​ໄດ້​ມີ​ການ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ແລະ​ກ່າວ​ຍ້ອງ​ຍໍ​ຊົມ​ເຊີຍ ຕໍ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ໃນ​ໄລ​ຍະ​ຜ່ານ​ມາ ຂອງ​ອົງ​ຄະ​ນະ​ພັກ​ເມືອງ​ຢ່າງ​ມີ​ຜົນ​ສຳ​ເລັດ, ແຕ່​ກໍ່​ຍັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ປະ​ການ ທີ່​ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ສູ້​ຊົນ​ຕໍ່​ໄປ ເປັນ​ຕົ້ນ: ບັນ​ຫາ​ເສດ​ຖະ​ກິດ, ໂດ​ຍ​ສະ​ເພາະ​ການ​ຈັດ​ເກັບ​ງົບ​ປະ​ມານ ໃນ​ອີກ 3 ເດືອນ​ຕໍ່​ໜ້າ, ຕ້ອງ​ໄດ້​ຊຸກ​ຍູ້ທຸກ​ພາກ​ສ່ວນ ເອົາ​ໃຈ​ໃສ່​​ພ້ອມ​ກັນຈັດ​ຕັ້ງ​ປະ​ຕິ​ບັດ ໃຫ້​ໄດ້​ຕາມ​ແຜນ​ການ​ຄາດ​ຄະ​ເນ, ໃນ​ນັ້ນມີ​ບາງ​ກິດ​ຈະ​ການ ທີ່​ມີ​ຜົນ​ກະ​ທົບ​ໃນ​ການ​ລະ​ບາດ​ຂອງ​ພະ​ຍາດ ໂຄວິດ-19, ແຕ່ກໍ່​ມີ​ບາງ​ກິດ​ຈະ​ການ​ທີ່ບໍ່​ແຕະ​ຕ້ອງ​ກັບ​ຜົນ​ກະ​ທົບ ກໍ່​ໃຫ້​ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕໍ່​ໄປ, ແຕ່ບໍ່​ໃຫ້​ຢູ່​ໃນ​ຈັງ​ຫວະ​ການ​ລໍ​ຄອຍ ຖ້າ​ການ​ດຸນ​ຈາກ​ແຂວງ ຫຼື​ສູນ​ກາງ​ຫຼາຍ​ເກີນ​ໄປ, ຕ້ອງ​ພ້ອມ​ກັນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ໃຫ້​ໄດ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້. ສ່ວນ​ວຽກ​ງານ​ກະ​ສິ​ກຳ ໂດຍ​ສະ​ເພາະ​ການ​ເກັບ​ກ່ຽວ​ເຂົ້າ​ນາ​ປີ ກໍ່​ຕ້ອງ​ໄດ້​ລົງ​ຕິດ​ຕາມ​ຊຸກ​ຍູ້​ໃຫ້​ຊາວ​ກະ​ສິ​ກອນ ເອົາ​ໃຈ​ໃສ່​ເກັບ​ກ່ຽວ​ໃຫ້​ທ່ວງ​ທັນ​ກັບ​ສະ​ພາບ, ພ້ອມນັ້ນ ກໍ່​ໃຫ້​ເອົາ​ໃຈ​ໃສ່​ຕິດ​ຕາມ​ບັນ​ດາ​ແຮງ​ງານ​ທີ່​ກັບ​ຈາກ​ຕ່າງ​ປະ​ເທດ ພາຍ​ຫຼັງ​ໄດ້​ກັກ​ໂຕ​ສຳ​ເລັດ​ແລ້ວ ຕ້ອງ​ໄດ້​ເກັບ​ກຳ​ສະ​ຖິ​ຕິ ພ້ອມ​ທັງ​ຕິດ​ຕາມ​ການ​ເຄື່ອນ​ໄຫວ ໂດຍມອບ​ໃຫ້​ກຳ​ລັງ ປກ​ຊ-ປກ​ສ ສົມ​ທົບ​ກັບ​ກຸ່ມ​ບ້ານ ພ້ອມ​ກັນ​ຕິດ​ຕາມ ເພື່ອ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ.
ເວ​ລາ​ຕໍ່​ມາ ທ່ານ​ຮອງ​ເຈົ້າ​ແຂວງ ກໍ່​ໄດ້​ລົງ​ໄປ​ຕິດ​ຕາມ​ເບິ່ງ ການ​ສ້າງ​ຕະ​ຫຼາດ​ນັດ​ຊຸມ​ຊົນ ຢູ່​ເຂດ​ອະ​ນຸ​ລັກ​ປ່າ​ໂຄກ ໂອງ-ມັ່ງ ທີ່​ສ້າງ​ສຳ​ເລັດ​ແລ້ວ 95% ເພື່ອ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ ທີ່​ມາ​ທ່ຽວ​ຊົມ​ປ່າ​ໂຄກ​ແຫ່ງນີ້, ໂອ​ກາດ​ດັ່ງ​ກ່າວ ທ່ານ​ຮອງ​ເຈົ້າ​ແຂວງ ກໍ່​ໄດ້​ໃຫ້​ທິດ​ຊີ້​ນຳ​ແກ່​ຄະ​ນະ​ຮັບ​ຜິດ​ຊອບ, ໃນ​ການ​ຈະ​ສ້າງ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ ຈະ​ເຮັດ​ແນວ​ໃດ ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວທີ່​ຢາກ​ເຫັນ​ ໂອງ-ມັ່ງ ມາ​ແລ້ວ​ຕ້ອງ​ໄດ້​ເຫັນ, ເພາະ​ວ່າ​ໃນ​ຜ່ານ​ມາ ບາງ​ກຸ່ມກໍ່​ເຫັນ ແລະ​ບາງ​ກຸ່ມກໍ່​ບໍ່​ເຫັນ, ດັ່ງ​ນັ້​ນ ພວກ​ເຮົາ​ຕ້ອງ​ສ້າງ​ຄວາມ​ໝັ້ນ​ໃຈໃຫ້​ພວກ​ເຂົາ​ ເມື່ອ​ໄປ​ທ່ຽວ​ແລ້ວ​ຕ້ອງ​ໄດ້​ເຫັນ. ຈາກນັ້ນ ກໍ່​ໄດ້​ເດີນ​ທາງ​ໄປໃຫ້​ກຳ​ລັງ​ໃຈ ແພດ-ໝໍ, ເຈົ້າ​ໜ້າ​ທີ່​ຢູ່​ສູນ​ກັກ​ກັນ ມ/ສ ໂພນ​ສະ​ຫວ່າງ ພ້ອມ​ທັງ​ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຈຳ​ນວນ​ໜຶ່ງ. ເວ​ລາຕໍ່​ມາ ກໍ່​ໄດ້​ເດີນ​ທາງ​ໄປ​ພົບ​ປະ​ໂອ້​ລົມ ກັບ​ພະ​ນັກ​ງານ ແລະ​ອຳ​ນາດ​ການ​ປົກ​ຄອງ ຢູ່​ບ້ານ​ຄຳ​ປ່າ​ແໜ, ເຊິ່ງ​ໃນ​ນີ້ ກໍ່​ໄດ້​ຮຽກ​ຮ້ອງ​ມາ​ຍັງ​ພະ​ນັກ​ງານ​ທີ່​ປະ​ຈຳ​ຢູ່​ບ້ານ​ຄຳ​ປ່າ​ແໜ ຈົ່ງ​ພ້ອມ​ກັນ​ເອົາ​ໃຈ​ໃສ່​ຊຸກ​ຍູ້ ແລະ​ນຳ​ພາ​ພໍ່​ແມ່​ປະ​ຊາ​ຊົນທີ່​ຍັງ​ຂາດ​ເຂີນ (ຍັງ​ເປັນ​ຄອບ​ຄົວ​ທຸກ​ຍາກ) ຈົ່ງ​ພ້ອມ​ພາ​ພວກ​ເຂົາ ນຳ​ໃຊ້​ທ່າ​ແຮງ​ທີ່​ມີ ໂດຍ​ສະ​ເພາະ ທີ່​ພາກ​ທຸ​ລະ​ກິດ ກໍ່​ຄື​ພາກ​ລັດ ໄດ້​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໄວ້ ເປັນ​ຕົ້ນ: ໜອງ​ສະ, ເນື້ອ​ທີ່​ນາ ຈົ່ງ​ໄດ້​ພ້ອມ​ພາ​ກັນ​ເຮັດ​ຢູ່​ທຳ​ກິນ, ນຳ​ເອົາ​ບົດ​ຮຽນ​ຂອງ​ຄົວ​ຄົວ​ອື່ນ, ບ້ານ​ອື່ນ​ມາ​ນຳ​ໃຊ້​ເຂົ້າ​ໃນ​ການ​ດຳ​ເນີນ​ຊີ​ວິດ, ບໍ່​ຄອງ​ຄອຍຖ້າ​ການ​ຊ່ວຍ​ເຫຼືອ​ຫຼາຍ​ເກີນ​ໄປ, ເພື່ອ​ຈະ​ໄດ້​ພ້ອມ​ກັນ​ຫຼຸດ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ເທື່ອ​ລະ​ກ້າວ. ຈາກນັ້ນ ກໍ່​ໄດ້​ມີ​ການມອບ​ເຄື່ອງ​ຈຳ​ນວນ​ໜຶ່ງ ໃຫ້​ກັບ​ບ້ານ​ຄຳ​ປ່າ​ແໜ ຕື່ມ​ອີກ.