ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນັບແຕ່ປີ 2013 ຫາປີ 2021, ໃນແຕ່ລະປີ ທ່ານສີຈິ້ນຜິງ ເລຂາ ທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນກໍໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຂອງຄະນະກວດກາວິໄນສູນກາງພັກ ພ້ອມທັງໄດ້ກ່າວຄຳປາໄສທີ່ສຳຄັນ. ໃນຄຳປາໄສ, ທ່ານສີຈິ້ນ ຜິງໄດ້ພິຈາລະນາສະພາບລວມຂອງການພັດທະນາພາລະກິດຂອງພັກ ແລະລັດໃນຍຸກໃໝ່, ພ້ອມທັງໄດ້ຍົກຄະຕິເຕືອນໃຈມານໍາໃຊ້ກ່ຽວກັບການບໍລິຫານຢ່າງປອດໃສຂາວສະອາດໃນສະໄໝບູຮານຈີນຢ່າງຫຼວງຫຼາຍ, ເຊິ່ງໄດ້ບັນລະຍາຍທິດສະດີທີ່ສຳຄັນ ແລະ ບັນຫາດ້ານພຶດຕິກຳກ່ຽວ ກັບການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ທັງເປັນອາວຸດດ້ານແນວຄິດ ແລະ ທິດຊີ້ນຳການ ເຄື່ອນໄຫວສຳລັບທົ່ວພັກໃນການຊຸກຍູ້ການສ້າງແບບແຜນຂອງພັກ ແລະ ການບໍລິຫານຢ່າງປອດໃສຂາວສະອາດ, ກໍຄືການຕໍ່ສູ້ຕ້ານກັບການສໍ້ລາດບັງຫຼວງພາຍໃຕ້ສະພາບການໃໝ່.
ຕົວຢ່າງວ່າ, “ອີຈື່ຜີງຈື, ເຈີປີ້ຈຸນເສີງ; ອີ້ຈື່ຟ່າງຢວນ, ເຈີປີ້ກຸ່ຍຈີ້; ເຢີນຈູອີ້ຈື້ຈື່, ເຈີປີ້ຈືຊື້”. ປະໂຫຍກນີ້ແມ່ນຄັດມາຈາກປື້ມ “ລວີຊື້ຊຸ່ນຊິ່ວ ຈື້ຈື່”, ເຊິ່ງມີຄວາມໝາຍວ່າ, ຖ້າຢາກຮູ້ວ່າຊື່ ຫຼືຮາບພຽງ, ກໍຕ້ອງໃຊ້ເຊືອກນ້ຳມຶກ; ຖ້າຢາກຮູ້ເປັນຮູບສີ່ຫຼ່ຽມ ຫຼື ເປັນຮູບວົງມົນ, ກໍຕ້ອງໃຊ້ໄມ້ບັນທັດແລະວົງວຽນ(ຫຼືກອມປ້າ), ຖ້າກະສັດຢາກຮູ້ຄວາມຜິດພາດຂອງຕົນ, ກໍຕ້ອງໃຊ້ເສນາອາມາດທີ່ປະພຶດຕາມລະບຽບການ ແລະກ້າໃຫ້ຄຳເຕືອນຢ່າງກົງໄປກົງມາ.
ການເສີມສ້າງລະບຽບວິໄນແມ່ນນະໂຍບາຍພື້ນຖານໃນການຄຸ້ມ ຄອງພັກຢ່າງເຂັ້ມງວດຮອບດ້ານ. ວັນທີ 16 ພະຈິກປີ 2012, ທ່ານສີຈິ້ນຜິງຫາກໍ່ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະ ການສູນກາງພັກກອມມູນິດຈີນ, ທ່ານໄດ້ກ່າວເນັ້ນໜັກວ່າ: “ບໍ່ມີກົດລະບຽບ, ກໍບໍ່ສາມາດສຳ ເລັດຜົນໄດ້”, ພ້ອມທັງສະເໜີວ່າ: “ກົດລະບຽບຂອງພັກ ແມ່ນກົດພື້ນຖານຂອງພັກ, ແມ່ນກົດລະບຽບລວມທີ່ທົ່ວພັກຕ້ອງປະຕິບັດຕາມ”. ທ່ານສີຈິ້ນຜິງຍັງກ່າວເນັ້ນໜັກຕື່ມວ່າ: “ການບໍລິຫານປະເທດ ແລະ ສັງຄົມ, ຂໍກຸນແຈສໍາຄັນແມ່ນຕ້ອງສ້າງກົດລະບຽບຂຶ້ນ, ເນັ້ນໃສ່ກົດລະບຽບ ແລະ ປະຕິບັດຕາມກົດລະບຽບ.” ຖ້າບໍ່ໄດ້ສ້າງກົດລະບຽບຂຶ້ນ ຫຼື ບໍ່ໄດ້ປະຕິບັດຕາມກົດລະບຽບຢ່າງເຂັ້ມງວດ, ກໍຈະເກີດມີຫຼາຍບັນ ຫາຂຶ້ນ. ສຳລັບພັກໃຫຍ່ທີ່ມີສະມາຊິກພັກ 95 ລ້ານກວ່າຄົນ, ຖ້າບໍ່ມີລະບຽບວິໄນ ແລະ ກົດລະບຽບແລ້ວ, ກໍຈະບໍ່ມີຄວາມສາມັກຄີຢ່າງແນ່ນອນ, ຍິ່ງບໍ່ຕ້ອງເວົ້າເຖິງການລົງເລິກການປະຕິ ຮູບຢ່າງຮອບດ້ານເລີຍ.
ການເນັ້ນກົດລະບຽບເປັນການທົດສອບທີ່ສຳຄັນຕໍ່ກັບສະຕິພັກຂອງສະມາຊິກພັກ ແລະ ພະນັກ ງານການນຳຂອງພັກ, ເປັນການກວດສອບທີ່ສຳຄັນຕໍ່ຄວາມຈົ່ງຮັກພັກດີຂອງສະມາຊິກພັກ ແລະ ພະນັກງານການນຳຂອງພັກທີ່ມີຕໍ່ພັກ. ພະນັກງານການນຳລະເມີດລະບຽບວິໄນ ມັກເລີ່ມຈາກການທຳລາຍກົດລະບຽບ. ຕ້ອງສ້າງກຳແພງແຫ່ງກົດລະບຽບ ແລະ ວິໄນຂອງພັກໃຫ້ແໜ້ນໜາ, ຈາ ລຶກລະບຽບວິໄນຂອງພັກຢູ່ໃນຈິດໃຈຂອງສະມາຊິກພັກທັງປວງ ໂດຍສະເພາະພະນັກງານການນຳຂອງພັກ. ດັ່ງນັ້ນ, ຫຼັງຈາກກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນ, ສູນກາງພັກກອມ ມູນິດຈີນໄດ້ເລີ່ມຈາກການສ້າງກົດລະບຽບຂຶ້ນ, ກ່ອນອື່ນໄດ້ກຳນົດ “ກົດເຫຼັກ 8 ຂໍ້”, ຫຼັງຈາກນັ້ນໄດ້ປະກາດໃຊ້ລະບຽບການຕ່າງໆ, ເຊິ່ງໄດ້ກາຍເປັນລະບົບລະບຽບວິໄນພາຍໃນພັກຢ່າງຄົບຊຸດ ແລະມີປະສິດທິຜົນ. ໂດຍສະເພາະເລີ່ມແຕ່ວັນທີ 1 ມັງ ກອນປີ 2016 ເປັນຕົ້ນມາ, ການປະກາດໃຊ້ “ກົດແຫ່ງຄວາມປອດໃສຂາວສະອາດ ແລະ ຄວບຄຸມຕົນເອງໃຫ້ຢູ່ໃນວິໄນຂອງພັກກອມມູນິດຈີນ” ແລະ “ກົດຂໍ້ກຳນົດວ່າດ້ວຍການລົງໂທດຕາມລະບຽບວິໄນຂອງພັກກອມມູນິດຈີນ”, ໄດ້ກຳນົດຄວາມຮຽກຮ້ອງດ້ານຄວາມປອດໃສຂາວສະອາດ ຄວບຄຸມຕົນເອງໃຫ້ຢູ່ໃນວິໄນ ແລະ ຄວາມຮຽກຮ້ອງດ້ານລະ ບຽບວິໄນຕໍ່ກັບສະມາຊິກພັກແລະພະນັກງານການນຳຂອງພັກຢ່າງຈະແຈ້ງກວ່າເກົ່າ, ເຊິ່ງເປັນການກ້າວໜ້າໄປພ້ອມກັບຍຸກສະໄໝຂອງການສ້າງກົດລະບຽບພາຍໃນພັກ.
ຢູ່ໃນໃຈເຄົາລົບກົດລະບຽບ, ການປະພຶດຈຶ່ງສາມາດດຳເນີນໄປໄດ້ຢ່າງເປັນລະບຽບແບບແຜນ. ພາຍໃຕ້ຄວາມຮຽກຮ້ອງອັນໃໝ່ຂອງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ລະບຽບວິໄນ ແລະ ກົດລະບຽບພວມກາຍເປັນສາຍຫຼັກໃນການສ້າງແບບແຜນ ແລະ ການບໍລິຫານ ຂອງພັກກອມມູນິດຈີນ ໃຫ້ປອດໃສຂາວສະອາດໃນປັດຈຸບັນ.