ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໂອກາດໃຫ້ສຳພາດຕໍ່ສື່ມວນຊົນລາວ ຂອງທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳລາວ ກ່ຽວກັບ ທາງລົດໄຟລາວ-ຈີນ, ທ່ານໄດ້ມີຄວາມເຫັນວ່າ:
ນີ້ແມ່ນຜົນສຳເລັດອັນຍິ່ງໃຫຍ່ໃນການເຊື່ອມໂຍງລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງສປຈີນກັບຍຸດທະສາດ “ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລມາເປັນປະເທດເຊື່ອມໂຍງເຊື່ອມຈອດ” ຂອງ ສປປ ລາວ. ໃນຖານະທີ່ເປັນໂຄງການສັນຍາລັກແຫ່ງມິດຕະພາບລາວ-ຈີນ, ທາງລົດໄຟສາຍນີ້ໄດ້ບັນຈຸຄວາມໃຝ່ຝັນຂອງປະຊາຊົນລາວທີ່ຢາກມີຊີວິດທີ່ດີງາມ ທັງໄດ້ສະແດງໃຫ້ເຫັນເຖິງກຳລັງແຮງຂອງຄວາມສາມັກຄີ ແລະການຮ່ວມມືລາວ-ຈີນ. ການສ້າງທາງລົດໄຟລາວ-ຈີນໄດ້ດຳເນີນມາເປັນເວລາ 6 ປີ, ໃນໄລຍະກໍ່ສ້າງດັ່ງກ່າວ ໄດ້ປາກົດມີບຸກຄົນ ແລະເຫດການທີ່ພົ້ນເດັ່ນຢ່າງຫຼວງຫຼາຍ ເຊິ່ງພວກເຮົາສອງຝ່າຍຕ້ອງຫວນຄືນ ແລະສະຫຼຸບຢ່າງຮອບດ້ານ. ຖ້າຢາກໃຫ້ສະຫຼຸບລັກສະນະຂອງໂຄງການນີ້ໂດຍສັງເຂບ, ຂ້າພະເຈົ້າເຫັນວ່າ: ໂຄງການນີ້ໄດ້ສະແດງໃຫ້ເຫັນເຖິງການຮ່ວມມືທີ່ຈິງໃຈ ແລະການສະແຫວງຫາຄວາມດີເດັ່ນ ພາຍໃຕ້ການນຳພາຂອງການນຳຂັ້ນສູງຂອງສອງປະເທດ.
ການສ້າງທາງລົດໄຟລາວ-ຈີນ ໄດ້ຮັບການຊີ້ນຳ ແລະ ຈາກການນຳຂັ້ນສູງສອງຝ່າຍຢ່າງແຂງແຮງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ແລກປ່ຽນຄວາມຄິດເຫັນກັບຜູ້ນຳສູງສຸດຂອງ ສປປ ລາວຫຼາຍຄັ້ງ, ທ່ານໄດ້ເອົາໃຈໃສ່ດ້ວຍຕົນເອງ ແລະວາງແຜນລວມໂດຍກົງ,ພ້ອມທັງໄດ້ຮຽກຮ້ອງໃຫ້ “ຮັບປະກັນການສ້າງທາງລົດໄຟລາວ-ຈີນໃຫ້ສາມາດດຳເນີນໄປໄດ້ຢ່າງສະດວກ” , ມີວິໄສທັດເບິ່ງກວ້າງມອງໄກ ແລະວາງແຜນລ່ວງໜ້າ ໂດຍກ່າວເນັ້ນວ່າ ຕ້ອງ “ເປີດກວ້າງຂອບເຂດຜົນປະໂຫຍດ ແລະບົດບາດທີ່ເປັນແບບຢ່າງຂອງໂຄງການທາງລົດໄຟລາວ-ຈີນ ແລະໂຄງການອື່ນໆທີ່ສຳຄັນ” ເຊິ່ງເປັນການວາງທິດທາງພື້ນຖານ ແລະໃຫ້ທິດຊີ້ນຳໃນການເຄື່ອນໄຫວວຽກງານສ້າງທາງລົດໄຟລາວ-ຈີນ. ພາຍໃຕ້ການຊີ້ນຳນຳພາດ້ານຍຸດທະສາດຂອງການນຳຂັ້ນສູງສອງປະເທດ, ພາກສ່ວນ ແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຂອງລາວ ແລະຈີນ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ວາງນະໂຍບາຍພິເສດສຳລັບວຽກງານພິເສດ, ເປີດ “ຊ່ອງທາງວ່ອງໄວ”ສຳລັບບຸກຄະລາກອນ ແລະ “ຊ່ອງທາງສີຂຽວ”ສຳລັບສິນຄ້າ ເພື່ອຮັບປະກັນໃຫ້ໂຄງການກໍ່ສ້າງດັ່ງກ່າວສາມາດຳເນີນໄປຢ່າງສະດວກພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19. ສະພາບທໍລະນີສາດ ແລະພູມສັນຖານຕາມແລວທາງລົດໄຟລາວ-ຈີນມີຄວາມສັບສົນ, ຢູ່ທາງລົດໄຟລາວ-ຈີນຕອນຢູ່ປະເທດລາວ, ຂົວ ແລະອຸມົງໄດ້ກວມເອົາຫຼາຍກວ່າ 62% ຂອງໄລຍະທາງທັງໝົດ. ໃນນັ້ນ, ອຸມົງທີ່ຍາວ 5 ກິໂລແມັດຂຶ້ນໄປມີ 10 ແຫ່ງ, ຂົວທີ່ຍາວ 500 ແມັດຂຶ້ນໄປມີ 32 ແຫ່ງ, ໃນນັ້ນມີຂົວຂ້າມແມ່ນ້ຳຂອງສອງແຫ່ງ. ຜູ້ກໍ່ສ້າງທັງຫຼາຍໄດ້ຜ່ານຜ່າຂີດຈຳກັດຂອງເງື່ອນໄຂທຳມະຊາດ ແລະໄດ້ສ້າງ ທາງລົດໄຟລາວ-ຈີນສຳເລັດຕາມມາດຕະຖານສູງ ແລະຄຸນນະພາບສູງ ທັງຮັບປະກັນໃຫ້ໂຄງການດັ່ງກ່າວມີຄຸນນະພາບດີກວ່າໂຄງການອື່ນ, ນີ້ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການເປີດບໍລິການທາງລົດໄຟລາວ-ຈີນໂດຍໄວ ກໍຄືການໃຫ້ບໍລິການເປັນໄລຍະຍາວນານ.
ເນື່ອງຈາກວ່າທາງລົດໄຟລາວ-ຈີນເປັນໂຄງການຮ່ວມມືທີ່ສຳຄັນລະຫວ່າງລາວກັບຈີນ, ທັງເປັນຈຸດໃຈກາງທີ່ສຳຄັນຂອງເຄືອຂ່າຍເສັ້ນທາງຂອງພາກພື້ນ, ມີຄວາມໝາຍສຳຄັນຕໍ່ການຍົກສູງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງລາວ-ຈີນ ກໍຄືການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນ. ສະນັ້ນ, ລັດຖະບານຂອງສອງປະເທດຈຶ່ງໄດ້ສະໜັບສະໜູນການສ້າງໂຄງການດັ່ງກ່າວຢ່າງຕັ້ງໜ້າ. ສ່ວນຜູ້ກໍ່ສ້າງໂຄງການດັ່ງກ່າວຕົ້ນຕໍກໍແມ່ນວິສາຫະກິດຂອງສອງປະເທດຕະຫຼອດ ແລະຜູ້ດຳເນີນທຸລະກິດກໍເປັນວິສາຫະກິດເຊັ່ນກັນ. ສະນັ້ນ, ວິສາຫະກິດຂອງສອງປະເທດລາວແລະຈີນ ຕ້ອງເສີມຂະຫຍາຍບົດບາດຂອງວິສາຫະກິດໃນຖານະທີ່ເປັນພາກສ່ວນສຳຄັນ, ໃຫ້ບໍລິການຕາມຫຼັກການທຸລະກິດ ແລະກົດເກນຕະຫຼາດ ພາຍໃຕ້ການຊີ້ນຳ ແລະການສະໜັບສະໜູນຂອງລັດຖະບານສອງປະເທດ. ໃນດ້ານແນວຄິດລວມ, ສອງຝ່າຍຄວນຍຶດໝັ້ນການກະຕຸກຊຸກຍູ້ຄວາມສາມາດບົ່ມຊ້ອນຂອງລາວ, ຖືເອົາທາງລົດໄຟລາວ-ຈີນເປັນພື້ນຖານ, ວາງແຜນດ້ານການເຊື່ອມໂຍງເຊື່ອມຈອດກັນ ແລະການຮ່ວມມືດ້ານຄວາມສາມາດການຜະລິດ ແລະການລົງທຶນ, ສົ່ງເສີມການກໍ່ສ້າງແລວທາງເສດຖະກິດລາວ-ຈີນ, ຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນຢ່າງມີຄຸນນະພາບສູງ.
ບົນພື້ນຖານແນວຄິດດັ່ງກ່າວ, ວິສາຫະກິດຂອງສອງປະເທດສາມາດຊຸກຍູ້ວຽກງານການໃຫ້ບໍລິການໃນດ້ານດັ່ງລຸ່ມນີ້: ໜຶ່ງ, ພະຍາຍາມເຮັດໃຫ້ໂຄງການເຊື່ອມຕໍ່ທາງລົດໄຟລາວ-ໄທສຳເລັດໂດຍໄວໃນປີໜ້າ ແລະເລີ່ມຄົ້ນຄວ້າການສ້າງທາງລົດໄຟເຊື່ອມຕໍ່ຈີນ-ລາວ-ໄທ ເພື່ອໃຫ້ສາມາດເຊື່ອມຕໍ່ກັບເຄືອຂ່າຍທາງລົດໄຟໄປເຖິງມາເລເຊຍ-ສິງກະໂປຢູ່ທິດໃຕ້ ແລະຂະບວນລົດໄຟຈີນ-ເອີຣົບຢູ່ທິດເໜືອ, ເພື່ອເຮັດໃຫ້ທາງລົດໄຟລາວ-ຈີນສາມາດແລ່ນຜ່ານພູເຂົາແມ່ນ້ຳ ແລະເຊື່ອມໂຍງກັບທະເລ, ເຮັດໃຫ້ຈຸດອ່ອນທີ່ “ບໍ່ມີທາງອອກສູ່ທະເລ” ຂອງປະເທດລາວ ກາຍເປັນທ່າແຮງທີ່ເປັນ “ຈຸດໃຈກາງ”. ສອງ, ເລັ່ງລັດການພັດທະນາແບບສັງລວມຂອງເຂດທີ່ຢູ່ລຽບຕາມທາງລົດໄຟລາວ-ຈີນ, ກະຕຸກຊຸກຍູ້ການຂົນສົ່ງຜູ້ໂດຍສານ, ການຂົນສົ່ງສິນຄ້າ ແລະການລົງທຶນພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງສຸດຂີດ, ເພີ່ມພະລັງແຮງໃຫ້ແກ່ການຟື້ນຟູເສດຖະກິດຂອງລາວ ແລະການຮ່ວມມືລາວ-ຈີນ. ສາມ, ເພີ່ມການບໍລິການຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ. ໃນໄລຍະກໍ່ສ້າງທາງລົດໄຟລາວ-ຈີນ, ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນໃນປະເທດລາວຫຼາຍກວ່າ 110.000 ເທື່ອຄົນ, ໄດ້ຊ່ວຍຊາວບ້ານທີ່ຢູ່ລຽບຕາມທາງລົດໄຟ ກໍ່ສ້າງຫົນທາງ ແລະຮ່ອງນ້ຳເກືອບ 2.000 ກິໂລແມັດ. ໃນໄລຍະດຳເນີນທຸລະກິດ ແລະພັດທະນາໃນຕໍ່ໜ້າ, ສອງຝ່າຍຕ້ອງສືບຕໍ່ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນທົ່ວໄປ ເພື່ອສະແດງໃຫ້ເຫັນເຖິງເນື້ອໃນຈິດໃຈຂອງຄູ່ຮ່ວມຊາຕາກຳລາວ-ຈີນ ດ້ວຍການກະທຳຕົວຈິງ.
ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ໄດ້ສະເໜີອອກມາວ່າ: ຈະຍຶດໝັ້ນການເອົາໃຈໃສ່ນຳຊາຕາກຳຂອງໂລກ ໂດຍກ່າວເນັ້ນເຖິງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເຊິ່ງໄດ້ກາຍເປັນທວນໄຟເຍືອງທາງທີ່ສະຫວ່າງສະໄຫວໃຫ້ກັບກະແສຟອງຂອງຍຸກສະໄໝ ແລະ ທິດກ້າວເດີນຂອງມວນມະນຸດ. ພວກເຮົາຄວນຫັນເອົາການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມຄົບຄະນະຄັ້ງນີ້ກາຍມາເປັນພະລັງຊຸກດັນເພື່ອຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນປະສົບກັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ, ສຸມຄວາມພະຍາຍາມຢ່າງບໍ່ລົດລະ ເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ເວົ້າສຳລັບການສ້າງທາງລົດໄຟລາວ-ຈີນທີ່ສຳເລັດແລະເປີດນຳໃຊ້ແລ້ວ, ໃນຖານະເປັນຜົນສຳເລັດຕົວຈິງໃນການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ໄດ້ນຳເອົາຄວາມຄິດທີ່ມີຜົນປະໂຫຍດມາໃຫ້ພວກເຮົາ, ນັ້ນກໍຄື: ສອງຝ່າຍຄວນສຸມໃສ່ການເພີ່ມທະວີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມເນື້ອໃນໃໝ່ເຂົ້າໃນການຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ຈັບມືກັນພັດທະນາພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຕົນ. ສຳລັບເລື່ອງນີ້, ພວກເຮົາຍິນດີງ່ຽງຫູຟັງຝ່າຍລາວຢ່າງສົມເຫດສົມຜົນ, ພິຈາລະນາແລະຊ່ວຍຝ່າຍລາວຍົກຄວາມສາມາດດ້ານການພັດທະນາດ້ວຍຕົນເອງໃຫ້ສູງຂຶ້ນ ແລະ ຍົກສູງລະດັບການຮ່ວມມືຕົວຈິງລະຫວ່າງຈີນແລະລາວ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ໂດຍພິຈາລະນາເຖິງລະດັບການພັດທະນາແລະ ສະພາບຕົວຈິງຂອງຝ່າຍລາວ.
ພຶດຕິກຳໃນການປະຕິຮູບແລະການພັດທະນາຂອງຈີນໄດ້ບອກພວກເຮົາວ່າ: ຖ້າຢາກຮັ່ງມີຂຶ້ນ, ຕ້ອງສ້າງທາງໄປກ່ອນ. ພວກເຮົາບໍ່ພຽງແຕ່ໄດ້ຮ່ວມກັນສ້າງທາງລົດໄຟທີ່ທັນສະໄໝສາຍທຳອິດໃຫ້ລາວເທົ່ານັ້ນ, ຍັງໄດ້ສ້າງທາງດ່ວນສາຍທຳອິດໃຫ້ກັບປະເທດລາວເຊັ່ນກັນ ແລະ ໄດ້ຊຸກຍູ້ໃຫ້ປະເທດລາວບັນລຸຍຸດທະສາດ “ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດ”. ນ້ຳມັນເຊື້ອໄຟແມ່ນເສັ້ນເລືອດຂອງອຸດສາຫະກຳ, ໃນໄລຍະສຳຄັນທີ່ປະເທດລາວຊຸກຍູ້ການຫັນເປັນອຸດສາຫະກຳ, ພວກເຮົາຍິນດີຮ່ວມມືກັບຝ່າຍລາວກໍ່ສ້າງໂຮງງານກັ່ນນ້ຳມັນທັນສະໄໝແຫ່ງທຳອິດ ແລະ ໃຫ້ໂຮງງານແຫ່ງນີ້ດຳເນີນງານໄປດ້ວຍດີ ເພື່ອປ່ຽນແປງປະຫວັດສາດທີ່ປະເທດລາວນຳເຂົ້ານ້ຳມັນສຳເລັດຮູບມາຈາກຕ່າງປະເທດທັງໝົດ. ປະເທດລາວແມ່ນ “ໝໍ້ໄຟຂອງອາຊີຕາເວັນອອກສຽງໃຕ້”, ແຕ່ຍ້ອນວ່າລະບົບເຄືອຂ່າຍໄຟຟ້າຂອງປະເທດລາວຍັງບໍ່ທັນທັນສະໄໝພຽງພໍແລ້ວເຮັດໃຫ້ເກີດມີການສິ້ນເປືອງພະລັງງານໄຟຟ້າຢ່າງຫຼວງຫຼາຍ. ພວກເຮົາຍິນດີຕັ້ງໜ້າເຈລະຈາແລະຮ່ວມມືກັບຝ່າຍລາວ ເພື່ອສ້າງເຄືອຂ່າຍໄຟຟ້າລະດັບຊາດ, ລຶບລ້າງ “ອຸປະສັກ” ເພື່ອສ້າງ “ໝໍ້ໄຟ” ເປັນ “ຊັບສົມບັດ”. ປັດຈຸບັນ, ຊັບພະຍາກອນກະສິກຳຂອງປະເທດລາວຍັງບໍ່ທັນໄດ້ຮັບການພັດທະນາຢ່າງເຕັມສ່ວນແລະປອດໄພ, ພວກເຮົາຍິນດີຮ່ວມກັບຝ່າຍລາວ ເພື່ອສຸມໃສ່ຊຸກຍູ້ການຮ່ວມມືສົ່ງງົວພັນຊີ້ນເຂົ້າປະເທດຈີນ, ຫັນເອົາທ່າແຮງດ້ານຊັບພະຍາກອນທຳມະຊາດຂອງລາວກາຍມາເປັນທ່າແຮງດ້ານການສ້າງຄວາມຮັ່ງມີ. ແນ່ນອນແລ້ວ, ການຮ່ວມມືແບບນີ້ກໍຈະຊຸກຍູ້ການສົ່ງອອກປັດໄຈການຜະລິດຕ່າງໆຂອງຈີນ ເຊັ່ນ: ເຕັກນິກຈີນ, ອຸປະກອນຈີນ ແລະ ອື່ນໆ ເຊິ່ງຈະບັນລຸ “ການສົ່ງອອກ” ແບບກວມລວມ, ທັງສອດຄ່ອງກັບກົດເກນການຕະຫຼາດ, ທັງໄດ້ສ່ອງແສງໃຫ້ເຫັນເຖິງມິດຕະພາບລາວ-ຈີນ. ສະຫຼຸບແລ້ວກໍແມ່ນ: ພວກເຮົາຍິນດີຮ່ວມກັບຝ່າຍລາວພະຍາຍາມຢ່າງບໍ່ລົດລະ ເພື່ອຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນແຕກໜໍ່ຈໍ່ແໜງ ແລະ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດນັບມື້ນັບຫຼາຍຂຶ້ນ.