ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະບາຍດີ ກ່ອນອື່ນ ຂ້າພະເຈົ້າ, ຂໍສະແດງຄວາມຂອບ ໃຈມາຍັງບັນດາອົງການສື່ມວນຊົນ, ໜັງສືພິມລາວ ທັງ ຫລາຍ ທີ່ໄດ້ສ້າງເງື່ອນໄຂໃຫ້ຂ້າພະ ເຈົ້າ ໄດ້ກ່າວຄໍາປາໄສ ໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິ ຍົມຫວຽດນາມ ຄົບຮອບ 76 ປີ (02 ກັນຍາ 1945-02 ກັນຍາ 2021).
ຂ້າພະເຈົ້າ, ຂໍສະແດງຄວາມນັບຖື ແລະ ພອນໄຊອັນປະເສີດມາຍັງການນໍາພັກ, ລັດ ແລະ ປະຊາຊົນລາວ ທຸກຖ້ວນໜ້າ.
ບັນດາມິດສະຫາຍທີ່ຮັກແພງ, ຕະຫລອດໄລຍະ 76 ປີ ຜ່ານມາ ນັບແຕ່ ປະທານ ໂຮ່ຈິມິນ ໄດ້ອ່ານຖະແຫລງການປະກາດເອກະລາດ ຢູ່ສະໜາມຫລວງ ແຫ່ງປະຫວັດສາດ ບາ ດິ່ງ ໃນລະດູໃບໄມ້ຫລົ່ນ ຂອງ ປີ 1945 ກໍ່ໄດ້ຖືກກໍາເນີດ ປະເທດ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ປະຊາ ຊົນຊົນຫວຽດນາມ ໄດ້ຈາລຶກຄວາມຈິງທີ່ວ່າ “ບໍ່ມີສິ່ງໃດປະເສີດກວ່າເອກະລາດ ແລະ ເສລີພາບ”, ສາມັກຄີເປັນຈິດໜຶ່ງໃຈດຽວ, ເດັດດ່ຽວຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປົກປັກຮັກສາປະເທດຊາດ, ປົກປັກຮັກສາຄວາມເປັນເອກະລາດ ແລະ ເສລີ ພາບຂອງປະເທດຊາດ ໄວ້ຢ່າງໜຽວ ແໜ້ນ, ສ້າງສາ ແລະ ພັດທະນາປະ ເທດ “ນັບມື້ນັບສະຫງ່າຜ່າເຜີຍ, ຍິ່ງໃຫຍ່ ແລະ ສວຍງາມ”, ຄຽງຄູ່ກັບການປະ ກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ສາກົນ.
ເນື່ອງໃນໂອກາດ ສະເຫລີມສະຫລອງວັນຊາດປີນີ້, ກໍ່ເປັນໂອກາດດີ ທີ່ຫວຽດນາມ ໄດ້ຫວນຄືນຕະຫລອດ ໄລຍະ 35 ປີ ບົນເສັ້ນທາງແຫ່ງການປ່ຽນແປງໃໝ່, ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ແຕ່ຜົນສໍາເລັດທີ່ຍາດມາໄດ້ນັ້ນ ກໍ່ເປັນສິ່ງທີ່ພາກພູມໃຈທີ່ສຸດ. ຈາກທີ່ເປັນປະເທດອານານິຄົມທີ່ອ່ອນນ້ອຍ ແລະ ຫລັງຍາດໄດ້ເອກະລາດກໍ່ຍັງອ່ອນເພຍຈາກບາດແຜຂອງສົງຄາມ, ຫວຽດນາມ ໃນປັດຈຸບັນ ໄດ້ກາຍເປັນປະເທດທີ່ມີປະຊາ ກອນເກືອບ 100 ລ້ານຄົນ, ຢູ່ໃນກຸ່ມປະເທດກໍາລັງພັດທະນາ; GDP ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ການເຕີບໂຕສະເລ່ຍ 7% ຕໍ່ປີ; ມີຄວາມໝັ້ງຄົງທາງດ້ານການປ້ອງກັນຊາດ ແລະ ຄວາມສະຫງົບ; ດ້ານການເມືອງ-ສັງຄົມ ມີສະຖຽນລະພາບ; ວັດທະນະທຳ, ການສຶກສາ ແລະ ສາທາ ລະນະສຸກ ໄດ້ຮັບຜົນສໍາເລັດຢ່າງໃຫຍ່ຫລວງ, ສັງຄົມ ມີຄວາມສະຫງົບ ແລະ ປອດໄພ; ພື້ນ ຖານໂຄງລ່າງ ແລະ ພື້ນຖານເສດຖະກິດນັບມື້ນັບພັດທະນາຍິ່ງຂຶ້ນ; ເສດ ຖະກິດຕະຫລາດຕາມທິດສັງຄົມນິຍົມ ມີການພັດທະນາຢ່າງແຂງແຮງ ຄຽງຄູ່ກັບການນໍາພາຂອງລັດຖະບານ ໃນການເດີນໜ້າປະຕິຮູບເສດຖະ ກິດຢ່າງກວ້າງຂວງເລິກເຊິ່ງ ແລະ ການປະກອບສ່ວນຈາກພາກເອກະຊົນ ແລະ ການລົງທຶນຂອງຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ; ສະພາບແວດລ້ອມຂອງການດໍາເນີນທຸລະກິດ ມີສະຖຽນລະພາບ, ດຶງດູດການລົງທຶນຈາກສັງ ຄົມ ແລະ ຕ່າງປະເທດຢ່າງແຂງແຮງ; ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ; ຄວາມສາມັກຄີອັນເຂັ້ມແຂງຂອງປະຊາຊົນບັນດາເຜົ່າ ແລະ ປະຊາທິປະໄຕ ສັງຄົມນິຍົມ ນັບມື້ໄດ້ຮັບການເສີມຂະຫຍາຍ; ຖານະ ແລະ ກຽດສັກສີຂອງປະເທດ ນັບມື້ໄດ້ຮັບການຍົກສູງໃນເວທີສາກົນ. ເຖິງວ່າໄລຍະຜ່ານມາ ຈະມີການຜັນແປຢ່າງສັບສົນ ແບບທີ່ບໍ່ເຄີຍມີມາກ່ອນ, ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຢ່າງຮອບດ້ານ ຕໍ່ຊີວິການເປັນຢູ່ ແລະ ເສດຖະກິດ-ສັງຄົມ, ແຕ່ດ້ວຍຈັນຍາບັນອັນດີຂອງພັກ, ລັດ ແລະ ປະຊາ ຊົນຫວຽດນາມ ໄດ້ກ້າວຜ່ານອຸປະສັກຢ່າງສ້າງສັນ, ປ່ຽນວິກິດໃຫ້ເປັນໂອ ກາດຈັດຕັ້ງປະຕິບັດທຸກວຽກງານຢ່າງມີຄວາມເປັນເອກະພາບ ແລະ ພ້ອມພຽງກັນ ສາມາດຍາດໄດ້ຜົນສໍາເລັດທີ່ສຳຄັນຫລາຍຢ່າງ ທັງໃນວຽກງານປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ທັງພັດທະນາເສດ ຖະກິດ. ໃນປີ 2020 GDP ຂອງຫວຽດນາມ ຂະຫຍາຍຕົວ 2,91%, ກາຍເປັນຂະໜາດເສດຖະກິດໃຫຍ່ອັນດັບ 4 ຂອງອາຊຽນ. ອັດຕາຄວາມທຸກຍາກໄດ້ຫລຸດລົງຈາກ 58% (1993) ມາເປັນຕ່ຳກວ່າ 3%. ການນຳເຂົ້າ-ສົ່ງອອກ ຈາກຫລາຍກວ່າ 200 ປະເທດ ບັນລຸໄດ້ຫລາຍກວ່າ 540 ຕື້ໂດລາສະຫະລັດ, ໃນນັ້ນມູນຄ່າການສົ່ງອອກບັນລຸ 280 ກວ່າຕື້ໂດລາສະຫະລັດ, ເກີນດຸນການຄ້າ 19.1 ຕື້ໂດລາສະຫະລັດຫວຽດນາມ ສືບຕໍ່ໄດ້ຮັບການໃຫ້ຄວາມສໍາຄັນ ຈາກນັກລົງທຶນຕ່າງປະເທດ ແລະ ໃນໄລຍະປີ 2005-2018 ທຶນຈົດທະ ບຽນ FDI ບັນລຸເກືອບ 360 ຕື້ໂດລາສະຫະລັດ, ສະເພາະໃນປີ 2020 ບັນລຸເກືອບ 29 ຕື້ໂດລາສະຫະລັດ.
ກ້າວເຂົ້າສູ່ ປີ 2021, ເຖິງວ່າຈະປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວປະເທດ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ມີຄວາມຕື່ນຕົວສູງ, ມີຄວາມຕັ້ງໜ້າໃນວຽກງານການພັດທະນາ ແລະ ປັບຕົວເຂົ້າກັບສະພາບ ການໃໝ່ຢ່າງມີຫົວຄິດປະດິດສ້າງ. ຫວຽດນາມ ປະສົບຜົນສໍາເລັດໃນການຈັດກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 15, ສະພາປະຊາຊົນທຸກຂັ້ນ ແລະ ການເລືອກຕັ້ງຄະນະນໍາຂັ້ນສູງໄດ້ຢ່າງຈົບງາມ. GDP ໃນ 6 ເດືອນຕົ້ນປີ 2021 ເພີ່ມຂຶ້ນ 5,64%, ລວມມູນຄ່າການ ນຳເຂົ້າ-ສົ່ງອອກ ບັນລຸ 316,73 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 32,2%). ວິສາຫະກິດຈົດທະບຽນໃໝ່ ບັນລຸໄດ້ 67.1 ພັນ ຫົວໜ່ວຍວິສາຫະ ກິດ (ເພີ່ມຂຶ້ນ 8,1%) ແລະ ທຶນຈົດທະບຽນເພີ່ມຂຶ້ນ 34,3%. ຍອດເງິນລົງທຶນຂອງຕ່າງປະເທດ ເຂົ້າຫວຽດ ນາມ ບັນລຸເກືອບ 15,27 ຕື້ໂດລາສະຫະລັດ.
ໃນການດໍາເນີນນະໂຍບາຍການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫລາຍທິດ, ຫລາຍຮູບແບບ, ເປັນເຈົ້າການ ແລະ ເຊື່ອມໂຍງເຂົ້າກັບສາ ກົນ, ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງ ແລະ ຮ່າງກົດບັນຢັດຫລາຍຝ່າຍ, ມີຄວາມຮັບຜິດຊອບຕໍ່ວຽກງານຂອງພາກພື້ນ ແລະ ສາກົນ, ຈາກປະເທດທີ່ຢູ່ພາຍໃຕ້ການປິດລ້ອມ ແລະ ເກືອດຫ້າມ. ປັດຈຸບັນ, ຫວຽດນາມ ມີການພົວພັນກັບຫລາຍກວ່າ 500 ອົງການຈັດຕັ້ງສາກົນ; ການພົວພັນທາງການທູດກັບ 189/193 ປະເທດສະມາຊິກ ສປຊ; ສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານກັບ 30 ປະເທດ (ປະເທດດຽວໃນອາຊີຕາເວັນອອກສ່ຽງໃຕ້ ສ້າງກອບຄວາມການພົວພັນນີ້ ກັບສະມາຊິກຖາວອນທັງ 5 ປະເທດ ຂອງສະພາຄວາມໝັ້ນຄົງສະຫະປະຊາ ຊາດ). ຫວຽດນາມ ຍັງເຊື່ອມໂຍງເຂົ້າກັບຫລາຍຂົງເຂດເສດຖະກິດຢ່າງເລິກເຊິ່ງ ແລະ ກວ້າງຂວງ ໃນຫລາຍລະດັບ ແລະ ຫລາຍຮູບແບບ ໃນຫລາຍກອບເສດຖະກິດທົ່ວໂລກ, ການເຊັນສັນຍາການຄ້າເສລີຫລາຍສະບັບ, ລວມທັງສັນຍາການຄ້າໃໝ່ຂອງໂລກ (CPTPP) ແລະ ພາກພື້ນ (RCEP, EVFTA, EVIPA). ຄວາມເຊື່ອໝັ້ນ ແລະ ການຕີລາຄາສູງ ຂອງປະຊາຄົມໂລກ ຕໍ່ການປະກອບສ່ວນຂອງຫວຽດນາມ ເປັນສິ່ງທີ່ຢັ້ງຢືນໄດ້ດີເຖິງຜົນສໍາເລັດຂອງຫວຽດນາມ, ໂດຍສະເພາະ ໃນປີ 2020, ຫວຽດນາມ ຍາດໄດ້ຜົນສໍາເລັດອັນໃຫຍ່ 3 ຢ່າງໃນເວລາດຽວກັນ ຄື: ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໄລຍະ 2020-2021 ດ້ວຍຄະແນນສຽງສູງສຸດ 192/193 ຄະແນນ, ປະທານອາຊຽນ 2020 ແລະ ປະທານ AIPA ສະໃໝທີ 41. ນັບແຕ່ເດືອນມິຖຸນາ 2014 ຫວຽດນາມ ກໍ່ໄດ້ສົ່ງກຳລັງທະຫານ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ຢ່າງເປັນທາງການ. ຮອດເດືອນສິງຫາ 2020, ຫວຽດນາມ ໄດ້ສົ່ງເຈົ້າໜ້າທີ່ 50 ຄົນ ໄປເຂົ້າຮ່ວມພາລະກິດຮັກສາສັນຕິພາບ ຂອງສະຫະປະຊາຊາດຢູ່ ສາທາລະນະລັດ ອາຟຣິກກາກາງ ແລະ ຊູດານໃຕ້; ສ້າງໂຮງໝໍສະໜາມຂັ້ນ 2 ໃນພາລະກິດ ທີ່ຊູດານໃຕ້ 2 ແຫ່ງ ແລະ ກໍາລັງກະກຽມທີມວິສະວະກອນທະຫານ ເພື່ອໄປປະຕິບັດພາລະກິດ ຕາມຄວາມຮຽກຮ້ອງຕ້ອງການຂອງ ສປຊ.
ເມື່ອມີການລະບາດຂອງພະຍາດໂຄວິດ-19, ໄດ້ກໍ່ໃຫ້ເກີດນໍ້າໃຈຄວາມສາມັກຄີ ແລະ ຮ່ວມມືສາກົນ, ຫວຽດນາມເອງ ກໍ່ໄດ້ຊ່ວຍເຫລືອດ້ານອຸ ປະກອນການແພດ ແລະ ດ້ານການເງິນໃຫ້ແກ່ 51 ປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19, ພ້ອມດຽວກັນ ຫວຽດນາມ ກໍ່ໄດ້ຮັບການຊ່ວຍເຫລືອດ້ານການເງິນ ແລະ ອຸປະ ກອນການແພດ ຈາກຫລາຍພາກສ່ວນ, ບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອຄວບຄຸມການລະບາດຂອງພະຍາດພາຍໃນປະເທດເຊັ່ນດຽວກັນ. ນອກນີ້, ຫວຽດນາມ ຍັງໄດ້ ເປັນຜູ້ລິເລີ່ມສະເໜີ ແລະ ຊຸກຍູ້ ເພື່ອກໍານົດເອົາ ວັນທີ 27 ທັນວາ ເປັນວັນປ້ອງກັນ ແລະ ຄວບຄຸມພະຍາດສາກົນ ເຊິ່ງກໍ່ໄດ້ຮັບການອະນຸມັດ ຈາກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ດ້ວຍຄະແນນສຽງ 112 ປະເທດເຫັນດີ.
ບັນດາສະຫາຍ ແລະ ປະຊາຊົນລາວທີ່ຮັກແພງ, ມື້ນີ້, ໄດ້ຮ່ວມກັບບັນດາສະຫາຍ, ຫວນຄືນກັບຄືນ 76 ປີ ແຫ່ງປະຫວັດສາດວິລະຊົນ ຂອງປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຍິ່ງມີຄວາມພາກພູມໃຈ, ປິຕິຊົມຊື່ມ ແລະ ເຕັມໄປດ້ວຍເຊື່ອໝັ້ນຕໍ່ອະນາຄົດຂອງຫວຽດນາມ ເປັນຢ່າງຍິ່ງ. ໃນຄວາມມຸ່ງຫວັງສ້າງປະເທດຫວຽດນາມ ເອກະ ລາດ ແລະ ເຂັ້ມແຂງ, ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ຂອງພວກເຮົາໄດ້ວາງເປົ້າໝາຍໃຫຍ່ສາມຢ່າງ ຄື: ຮອດປີ 2025 (ຄົບຮອບ 50 ປີ ແຫ່ງການທ້ອນໂຮມປະເທດເປັນເອກະ ພາບ), ຫວຽດນາມກາຍເປັນປະເທດກໍາລັງພັດທະນາ ທີ່ມີອຸດສາຫະກໍາທັນສະໄໝ ຂ້າມຜ່ານປະເທດທີ່ມີລາຍຮັບປານກາງຫາຕໍ່າ; ຮອດປີ 2030 (ຄົບຮອບ 100 ປີຂອງການສ້າງຕັ້ງພັກກອມມູນິດຫວຽດນາມ) ເພື່ອກາຍ ເປັນປະເທດກໍາລັງພັດທະນາ ທີ່ມີອຸດສາຫະກໍາທັນສະໄໝ ມີລາຍຮັບປານ ກາງຫາສູງ ແລະ ຮອດປີ 2045 (ຄົບຮອບ 100 ປີ ວັນສ້າງຕັ້ງ ປະຊາທິປະໄຕ ສາທາລະ ນະລັດ ຫວຽດນາມ-ປັດຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມຫວຽດນາມ) ກາຍເປັນປະເທດທີ່ພັດທະນາແລ້ວ ແລະ ມີລາຍຮັບສູງ.
ໃນໂອກາດອັນສະຫງ່າລາສີນີ້, ພວກເຮົາທຸກຄົນ ພ້ອມກັນລະນຶກເຖິງຄຸນງາມຄວາມດີອັນຍິ່ງໃຫຍ່ ຂອງປະທານໂຮ່ຈີມິນ, ປະທານໄກສອນ ພົມວິ ຫານ, ປະທານສຸພານຸວົງ ແລະ ບັນດາຜູ້ນຳ ທີ່ໄດ້ສ້າງພື້ນຖານອັນແໜ້ນແກ່ນ ໃຫ້ແກ່ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ. ຜ່ານປະຫວັດສາດລົ້ມລຸກຄຸກຄານ, ອຸປະສັກຕ່າງໆ ສາຍພົວພັນຫວຽດນາມ-ລາວ ໄດ້ຮັບການຫລໍ່ຫລອມ ໃຫ້ນັບມື້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ກາຍເປັນສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່”, ບໍລິສຸດຜຸດຜ່ອງ, ເປັນແບບຢ່າງ ແລະ ຫາຍາກໃນໂລກຂອງປະຊາຊົນສອງປະເທດ.
ປະຊາຊົນສອງຊາດ ຫວຽດນາມ-ລາວ ມີສາຍພົວພັນທີ່ສະໜິດແໜ້ນ ບໍ່ພຽງແຕ່ໃນດ້ານພູມສາດ, ທີ່ຮ່ວມສາຍພູຫລວງທີ່ຍິ່ງໃຫຍ່, ດື່ມນໍ້າໃນແມ່ ນໍ້າຂອງສາຍດຽວກັນ, ແຕ່ທັງສອງປະເທດ ຍັງມີປະຫວັດສາດທີ່ສໍາຄັນຮ່ວມກັນ. ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ລ້ວນແຕ່ຖືກໍາເນີດມາຈາກພັກກອມມູນິດອິນດູຈີນ ຮ່ວມສະຕາກໍາປະ ຫວັດສາດອັນດຽວກັນ, ຮ່ວມກັນນໍາພາປະຊາຊົນ, ຕໍ່ສູ້ຮ່ວມກັນ ເພື່ອຜ່ານຜ່າທຸກຄວາມຫຍຸ້ງຍາກ, ອຸປະສັກຕ່າງໆ ແລະ ເສຍສະຫລະຮ່ວມກັນ ເພື່ອຍາດເອົາເອກະລາດໃຫ້ແກ່ປະຊາຊົນສອງຊາດ, ກາຍເປັນຄັນທຸງນໍາພາ ໃຫ້ແກ່ຂະບວນການປົດປ່ອຍຊາດໃນທົ່ວໂລກ. 76 ປີກ່ອນ ພາຍຫລັງສ້າງຕັ້ງປະເທດໄດ້ພຽງສອງມື້ ຫວຽດນາມ ໄດ້ຕ້ອນຮັບແຂກຕ່າງປະເທດຄົນສຳ ຄັນ ຄົນທຳອິດຂອງລັດຖະບານ ປະຊາທິປະໄຕ ສາທາລະນະລັດ ຫວຽດນາມ ໃນວັນທີ 4 ກັນຍາ 1945, ແຂກຄົນນັ້ນ ກໍ່ແມ່ນ ສະເດັດເຈົ້າ ສຸພານຸວົງ. ໃນປີ 1975 ຫລັງຈາກຫວຽດນາມ ທ້ອນໂຮມປະເທດເຂົ້າເປັນເອກະພາບ ພາຍ ໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ກໍ່ຍາດໄດ້ເອກະລາດ ພາຍໃຕ້ການນຳພາຂອງພັກ ປະຊາທິປະໄຕ ປະຊາຊົນລາວ. ສິ່ງດັ່ງກ່າວສາມາດຢືນຢັນໄດ້ວ່າ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍ່ແບ່ງກັນກິນ” ໄດ້ກາຍເປັນຮູບພາບທີ່ເປັນອໍາມະຕະຂອງມິດຕະພາບທີ່ສູງສົ່ງ ແລະ ສວຍງາມ, ສາມາດແບ່ງປັນກັນໄດ້ຢ່າງເລິກເຊິ່ງ ບໍ່ວ່າດ້ານທາງດ້ານວັດຖຸ ແລະ ຈິດໃຈ ໄດ້ຢ່າງເຕັມທີ່ ແລະ ດ້ວຍຄວາມບໍລິສຸດຜຸດຜ່ອງ. ຈິດໃຈອັນເລິກເຊິ່ງ ແລະ ໝັ້ນຄົງ ເກີດຈາກຈິດໃຕ້ສໍານຶກຢ່າງເປັນທໍາມະຊາດ ຂອງປະຊາຊົນຂອງສອງຊາດ, ດັ່ງອ້າຍນ້ອງຮ່ວມອາທອນ, ນີ້ແມ່ນຊັບສົມບັດລວມອັນລໍ້າຄ່າຂອງສອງພັກ ແລະ ປະ ຊາຊົນສອງຊາດ.
ບັນດາສະຫາຍ.
ປັດຈຸບັນ, ສະຖານະການຂອງໂລກ ແລະ ພາກພື້ນມີການປ່ຽນແປງຢ່າງໄວວາ, ມີການຜັນແປຢ່າງສັບສົນ ແລະ ຍາກຕໍ່ການຄາດເດົາໄດ້, ໂດຍສະເພາະການລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນໃນຮອບໃໝ່ນີ້ ໄດ້ກໍ່ໃຫ້ເກີດຜົນກະທົບຢ່າງຮ້າຍແຮງຫລາຍໃນທົ່ວໂລກ ລວມທັງ ລາວ ແລະ ຫວຽດ ນາມ. ເຖິງວ່າຈະຢູ່ໃນຊ່ວງເວລາທີ່ຫຍຸ້ງຍາກລຳບາກຊໍ່າໃດ, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະ ບານລາວ ກໍ່ໄດ້ມາຢ້ຽມຢາມຫວຽດນາມ (28-29 ມິຖຸນາ) ແລະ ສະຫາຍ ປະທານປະເທດ ຫງວຽນ ຊວນ ຟຸກ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະບານຫວຽດ ນາມ ກໍ່ໄດ້ມາຢ້ຽມຢາມ ສປປ ລາວ (9-10 ສິງຫາ), ເຊິ່ງທັງສອງການຢ້ຽມຢາມ ທີ່ມີຄວາມາຍຄວາມໝາຍປະ
ຫວັ ດສາດນີ້ ໄດ້ສະແດງໃຫ້ເຫັນເຖິງມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ລະຫວ່າງ ປະຊາຊົນສອງຊາດຂອງພວກເຮົາ, ບໍ່ວ່າຈະຢູ່ໃນສະພາບຄວາມຫຍຸ້ງຍາກຊໍ່າໃດ ພວກເຮົາກໍ່ມີການໄປມາຫາສູ່ກັນ, ມີອ້ອມກອດອັນອົບອຸ່ນຖານມິດສະຫາຍອ້າຍນ້ອງໃຫ້ແກ່ກັນ, ນໍາເອົາກໍາລັງໃຈອັນຍິ່ງໃຫຍ່ມາໃຫ້ກັນ ບໍ່ວ່າຈະເປັນດ້ານວັດຖຸ ແລະ ຈິດໃຈ, ເພີ່ມທະວີການຮ່ວມມື ແລະ ເສີມຂະຫຍາຍຄວາມເຊື່ອໝັ້ນ ຂອງສອງປະເທດໃນຕໍ່ໜ້າ. ໃນການຕໍ່ສູ້ຕ້ານ “ສັດຕູໂຄວິດ-19” ໃນປັດຈຸບັນ, ພວກເຮົາຢືນຄຽງບ່າຄຽງໄຫລ່ກັນ, ແບ່ງປັນເອົາຄວາມຫຍຸ້ງຍາກ ເມື່ອໃດຫວຽດນາມມີຄວາມຮຽກ ຮ້ອງຕ້ອງການ ລາວກໍ່ເປັນເພື່ອນສະຫາຍຄົນທໍາອິດທີ່ຢືນຄຽງຂ້າງ, ເມື່ອໃດທີ່ລາວປະສົບກັບຄວາມຫຍຸ້ງຍາກ ຫວຽດນາມ ກໍ່ເປັນອ້າຍນ້ອງຄົນທຳ ອິດທີ່ມີໜ້າ. ໃນການພົບປະສອງຝ່າຍ ໂອກາດການຢ້ຽມຢາມ ສປປ ລາວ ໃນຕົ້ນເດືອນສິງຫາ ຂອງ ສະຫາຍ ປະທານປະເທດ ຫງວຽນ ຊວນ ຟຸກ ກັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຢືນຢັນອີກຄັ້ງວ່າ ຈະຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ, ຖືເປັນວຽກງານຍຸດທະສາດ ມີຄວາມໝາຍຕໍ່ການຄົງຕົວ ແລະ ມີບົດບາດຕັດສິນຕໍ່ພາລະກິດ ປົກປັກຮັກສາ ເອກະລາດແຫ່ງຊາດ, ສ້າງ ສາປະເທດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສ້າງສັງຄົມນິຍົມ ຢູ່ແຕ່ລະປະເທດ. ສະນັ້ນ, ບໍ່ມີກໍາລັງໃດ ຈະສາມາດແບ່ງແຍກຄວາມສາມັກ ຄີພິເສດ ລະຫວ່າງ ປະຊາຊົນສອງຊາດຂອງພວກເຮົາໄດ້.
ໃນເວລາທີ່ຈະມາເຖິງ, ບໍ່ວ່າຈະຢູ່ໃນສະພາບການໃດ, ພັກ ແລະ ປະຊາຊົນ ສອງຊາດຫວຽດນາມ ແລະ ລາວ ຈະຢູ່ຄຽງຂ້າງກັນສະເໝີ, ຢືນຄຽງບ່າຄຽງໄຫລ່ກັນ, ແບ່ງປັນ, ຊ່ວຍເຫລືອ ແລະ ເຮັດວຽກຮ່ວມກັນຢ່າງສຸດຄວາມສາມາດ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງການນໍາຂັ້ນສູງສອງປະ ເທດ ໃຫ້ບັນລຸຜົນສຳເລັດ. ຫວຽດນາມ ກໍາລັງຈະເປີດກວ້າງຕະຫລາດທີ່ມີປະຊາກອນ 100 ລ້ານຄົນ ໃຫ້ຫລາຍກວ່າເກົ່າ ໃຫ້ແກ່ສິນຄ້າ ແລະ ຜະລິດ ຕະພັນກະສິກໍາຂອງລາວ, ຂະຫຍາຍການເຊື່ອມຕໍ່ການຄົມມະນາຄົມ ດ້ວຍຫລາຍເສັ້ນທາງທາງບົກ, ເສັ້ນທາງລົດໄຟຜ່ານຊາຍແດນ ຕາມທິດຕາເວັນອອກ-ຕາເວັນຕົກ, ສິນຄ້າຂອງລາວສາມາດສົ່ງອອກໄປຫວຽດນາມ ແລະ ສາມາດຜ່ານທຸກທ່າເຮືອຂອງຫວຽດນາມ, ອອກສູ່ທະເລເພື່ອໄປຍັງຕະ ຫລາດໃນພາກພື້ນ ແລະ ສາກົນ ໄດ້ໂດຍກົງ, ປະກອບສ່ວນເຮັດໃຫ້ລາວ ກາຍເປັນສູນກາງການຂົນສົ່ງສິນຄ້າໃນພາກພື້ນ. ປີ 2022 ທີ່ຈະມາເຖິງນີ້ ຈະເປັນ “ປີສາມັກຄີ ມິດຕະພາບ ຫວຽດນາມ-ລາວ”, ສອງປະເທດຂອງພວກເຮົາ ຈະຈັດກິດຈະກໍາຢ່າງຟົດຟື້ນ, ຫລາກຫລາຍ ແລະ ແທດໝາະ, ເພື່ອສະເຫລີມສະຫລອງຄົບຮອບ 60 ປີ ຂອງການສ້າງຕັ້ງສາຍພົວພັນການທູດ (5 ກັນຍາ 1962) ແລະ ຄົບຮອບ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18 ກໍລະກົດ 1977), ເພື່ອໃຫ້ປະຊາຊົນທຸກຊັ້ນຄົນ, ໂດຍສະເພາະຄົນຮຸ່ນໜຸ່ມ ຂອງສອງປະເທດ ເພີ່ມທະວີຄວາມເຊື່ອໝັ້ນ ແລະ ເພີ່ມພູນຄູນສ້າງ ສາຍພົວພັນພິເສດ ລາວ-ຫວຽດນາມ ພັດທະນາໄປສູ່ໃບໜ້າອັນໃໝ່ ກວ້າງຂວາງ ແລະ ໝັ້ນຄົງໃນທຸກຂົງເຂດ.
ບັນດາມິດສະຫາຍ, ອີກເທື່ອໜຶ່ງ, ຂ້າພະເຈົ້າ ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງ ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ຕໍ່ຄວາມຮັກແພງ ແລະ ການຊ່ວຍເຫລືອອັນລໍ້າຄ່າ. ຂ້າພະເຈົ້າຂໍຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະ ກິດ ແລະ ຊາວຫວຽດນາມ ທີ່ກໍາລັງດໍາເນີນທຸລະກິດ ແລະ ດໍາລົງຊີວິດ ຢູ່ລາວ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ຄວາມສາມັກຄີພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ຈະ “ໝັ້ນຄົງທະນົງແກ່ນຍິ່ງກວ່າພູຜາ, ແມ່ນໍ້າ” “ຫອມຫວນກວ່າດອກໄມ້ທີ່ຫອມທີ່ສຸດ” ໃນທຸກສະພາບການປ່ຽນແປງຂອງຍຸກສະໄໝ. ອວຍພອນໃຫ້ ສປປ ລາວ ຈົ່ງມີຄວາມສະຫງົບສຸກ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ປະຊາຊົນລາວ ນັບມື້ຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກຕະຫລອດກາລະນານ. ອວຍພອນໃຫ້ສາຍພົວພັນອັນໃກ້ຊິດ, ບໍລິສຸດຜຸດຜ່ອງ, ຖານມິດສະຫາຍອ້າຍນ້ອງ ລະຫວ່າງ ປະຊາຊົນສອງຊາດລາວ-ຫວຽດນາມ ໝັ້ນຄົງທະນົງແກ່ນຕະຫລອດກາລະນານ.