ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 15 ພຶດສະພາ 2022 ນີ້, ທ່ານ ເວືອງ ດິງ ເຫວະ ກຳມະການກົມການເມືອງ ສູນກາງພັກກອມມູນິດຫວຽດ ນາມ, ປະທານສະພາແຫ່ງຊາດຫວຽດ ນາມພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບບັນດາຕົວແທນທຸລະກິດຂອງ ທະນາຄານຫຸ້ນສ່ວນການຄ້າການລົງທຶນ ແລະ ການພັດທະນາຫວຽດນາມ ຢູ່ທີ່ທະນາຄານຮ່ວມທຸລະ ກິດ ລາວ-ຫວຽດ ຈໍາກັດ ໃນໂອກາດເດີນທາງມາຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ ລາວ ລະຫວ່າງ ວັນທີ 15-17 ພຶດສະພາ ນີ້,
ທ່ານ ຫງວຽນ ດຶກ ຫວູ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ໄດ້ຕາງໜ້າໃຫ້ການນໍາ ແລະ ພະນັກງານ ທີ່ເປັນຕົວແທນທຸລະກິດຂອງທະນາຄານຫຸ້ນສ່ວນການຄ້າການລົງທຶນ ແລະ ການພັດທະນາຫວຽດນາມຢູ່ລາວໄດ້ລາຍງານໃຫ້ຊາບ ກ່ຽວກັບການດໍາເນີນທຸລະກິດຂອງທະນາຄານ ຕະຫລອດໄລຍະ 23 ປີ ແຫ່ງການເຕີບໃຫຍ່ ແລະ ຂະ ຫຍາຍຕົວ ໄດ້ປະກອບສ່ວນເຂົ້າໃນການພັດທະນາພື້ນຖານເສດຖະກິດ ແລະ ສັງຄົມຂອງລາວ. ມາຮອດທ້າຍເດືອນເມສາ 2022 ທະນາຄານຮ່ວມທຸລະກິດລາວ-ຫວຽດ ມີຊັບສິນລວມທັງໝົດບັນລຸ 1,1 ຕື້ໂດລາສະຫະລັດ ແລະ ລວມຍອດລະດົມທຶນໄດ້ເກືອບ 1 ຕື້ໂດລາສະຫະລັດ, ສະໜອງແຫລ່ງທຶນໃຫ້ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ລາວ ບັນລຸໄດ້ເກືອບ 600 ລ້ານໂດລາສະຫະລັດ. ສຳລັບປີ 2021 ທະນາຄານ ໄດ້ປະກອບສ່ວນເຂົ້າງົບປະມານລັດຖະບານ ຫລາຍກວ່າ 311 ຕື້ກີບ ແລະ ສ້າງວຽກເຮັດງານທຳໄດ້ເກືອບ 500 ຕໍາແໜ່ງງານ.
ໃນໂອກາດນີ້, ສະຫາຍ ເວືອງ ດິງ ເຫວະ ໄດ້ສະແດງຄວາມຊົມເຊີຍ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ຜ່ານການໄດ້ຮັບລາງວັນ ແລະ ການຍ້ອງຍໍຂັ້ນຕ່າງໆ ຈາກພັກ-ລັດຖະບານລາວໃນໄລຍະຜ່ານມາ. ພ້ອມທັງໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຜ່າຜ່ານສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກໃນໄລຍະ ທີ່ມີການລະບາດຂອງພະຍາດໂຄວິດ-19, ແຕ່ຫົວໜ່ວຍທຸລະກິດຫວຽດນາມທີ່ລົງທຶນຢູ່ລາວ ຍັງບັນລຸໄດ້ຜົນງານຫລາຍດ້ານທີ່ການນໍາຂອງສອງພັກ, ສອງລັດວາງອອກ. ພ້ອມດຽວກັນ ຍັງໄດ້ຊີ້ນໍາໃຫ້ພະນັກງານ, ວິຊາການສືບຕໍ່ຮັກສາຕົວເລກການຂະຫຍາຍຕົວຢ່າງຕໍ່ເນື່ອງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງລາວ. ພິເສດ ແມ່ນເປັນຂົວຕໍ່ໃນການສົ່ງເສີມການລົງທຶນ, ໃຫ້ບັນດາຫົວໜ່ວຍທຸລະກິດຫວຽດນາມ ທີ່ມີ ຄວາມສົນໃຈເຂົ້າມາລົງທຶນ ແລະ ການຄ້າຢູ່ລາວ.
May be an image of 1 person, standing, prairie gentian, rose, indoor and text that says 'ใด ม และ ลาอ 22'
May be an image of 3 people and people standing