ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດຫວຽດນາມ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ ວັນທີ 17 ພຶດສະພາ 2022 ນີ້,ເຊິ່ງພິທີຕ້ອນຮັບຈັດຂຶ້ນຢູ່ທີ່ໂຮງແຮມຈຳປາສັກແກຣນ ນະຄອນປາກເຊ, ໃນໂອກາດນີ້,ສະຫາຍ ວິໄລວົງ ບຸດດາຄຳ ກຳມະ ການສູນກາງພັກ,ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ໄດ້ຕ່າງໜ້າໃຫ້ການນໍາ ແຂວງກ່າວຕ້ອນຮັບຢ່າງອົບອຸ່ນ ສະໜິດ ສະໜົມ ແລະ ໄດ້ລາຍງານໃຫ້ຊາບ ກ່ຽວ ກັບສະພາບຈຸດພິເສດການພັດທະນາເສດຖະກິດ- ສັງຄົມ, ສະພາບການລະ ບາດຂອງພະຍາດໂຄວິດ – 19 ໃນໄລຍະທີ່ຜ່ານມາ.ຍົກໃຫ້ເຫັນເຖິງຄວາມເອົາໃສ່ຂອງການນຳແຂວງ ໃນການຊີ້ນຳໆພາຈັດຕັ້ງປະຕິບັດວຽກງານຮອບດ້ານຢ່າງຕັ້ງໜ້າ,ເຮັດໃຫ້ເສດຖະກິດຜ່ານຜ່າຄວາມຫຍຸ້ງຍາກ ແລະ ມີທ່າຂະຫຍາຍຕົວ.ຍົກໃຫ້ເຫັນການລົງທຶນ ແລະ ການຊ່ວຍເຫຼືອດ້ານຕ່າງໆຂອງ ສສ ຫວຽດ ນາມ ເຊິ່ງແຂວງຈຳປາສັກມີການພົວພັນຮ່ວມມືກັບ ສສ ຫວຽດນາມທັງໝົດ 19 ແຂວງ 3 ນະຄອນ ນັບແຕ່ດ້ານເສດ ຖະກິດ,ການຄ້າ,ການລົງທຶນ,ສຶກສາ, ສາທາ ລະນະສຸກ,ຂຸດຄົ້ນອັດຖິ ແລະ ອື່ນໆ ຢ່າງຕັ້ງໜ້າ ພິເສດແມ່ນບັນຫາການຄວບຄຸມການພະຍາດລະບາດໂຄວິດ-19 ກໍໄດ້ຮັບການຮ່ວມມື ແລະຊ່ວຍເຫຼືອຈາກ ສສ ຫວຽດນາມເປັນຢ່າງດີ. ຈາກນີ້,ເຈົ້າແຂວງໆຈຳປາສັກຍັງໄດ້ສະເໜີຕໍ່ ສະ ຫາຍປະທານສະພາແຫ່ງຊາດຫວຽດນາມຫຼາຍບັນຫາ ເພື່ອຂໍທິດຊີ້ນຳໃນການຈັດຕັ້ງປະຕິບັດໃຫ້ສຳເລັດ,ໂດຍສະເພາະແມ່ນການກະກຽມສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽມນາມຢູ່ແຂວງຈຳປາສັກ ໃຫ້ເນື້ອໃນຄວາມໝາຍສຳຄັນເລິກເຊິ່ງ ແລະໜັກແໜ້ນ.
ຊຶ່ງໂອກາດນີ້, ສະຫາຍ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານທີ່ທາງການນຳແຂວງຈຳປາສັກຍາດມາໄດ້ ພ້ອມທັງຕີລາຄາສູງຕໍ່ຄວາມພະຍາຍາມ ດັ່ງກ່າວ ເຖິງວ່າ ຈະມີວາມຫຍຸ້ງຍາກໃນໄລຍະ ທີ່ມີການລະບາດຂອງພະຍາດໂຄວິດ-19, ຜົນສະທ້ອນທາງດ້ານເສດຖະ ກິດໂລກ ແຕ່ກໍຍັງຜ່ານຜ່າໄດ້ ແລະບັນລຸຄາດໝາຍທີ່ການນໍາຂອງສອງພັກ, ສອງລັດວາງອອກ. ພ້ອມດຽວກັນ ຍັງໄດ້ກ່າວວ່າຈະສຶບຕໍ່ຊຸກຍູ້ຮັດແໜ້ນສາຍພົວພັນມິດຕະພາບ,ຄວມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານນີ້ໃຫ້ແໜ້ນແຟ້ນ ແລະໝັ້ນຄົງທະນົງແກ່ນຂື້ນໄປເລື່ອຍໆ.
ພາຍຫຼັງໄດ້ພົບປະກັບການນຳແຂວງຈຳປາສັກແລ້ວ,ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ ຍັງໄດ້ໄປວາງພວງມາລາທີ່ ອະນຸສາວາລີຮ່ວມ ສຳພັນສູ້ຮົບຫວຽດນາມ-ລາວທີ່ເມືອງປາກຊ່ອງ ເພື່ອລະນຶກຄຸນງາມຄວາມດີຂອງນັກຮົບປະຕິວັດຫວຽດນາມ ທີ່ເສຍສະຫຼະຊີວິດເລືອດເນື້ອເພື່ອປະເທດຊາດກໍຄືການປະຕິວັດ ປົດປ່ອຍຊາດໃນປາງສົງຄາມຢູ່ລາວ,ຢ້ຽມຢາມບໍລິສັດ ລົງທຶນຂອງ ນັກລົງທຶນ ສສຫວຽດນາມທີ່ມາລົງທຶນປູກຢາງພາລາ ຢູ່ຫຼັດ 24 ເມືອງບາຈຽງຈະເລີນສຸກ,ຢ້ຽມຢາມໂຮງຮຽນສາ ມັນກິນນອນຊົນເຜົ່າແຂວງຈຳປາສັກ,ກົງສູນໃຫຍ່ ສສ ຫວຽດນາມປະຈຳພາກໃຕ້ ທີ່ປາກເຊ,ແຂວງຈຳປາສັກ ກ່ອນເດີນທາງກັບຄືນປະເທດດ້ວຍຄວາມສະ ຫວັດດີພາບ.
ຂຽນ: ປະພິດ ສີສົບູນ
ພາບ: ທັດຊະນະ
May be an image of 2 people, people standing and indoor
May be an image of 2 people and people standing