ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວຈາກພາຍໃນ ເເລະ ຕ່າງປະເທດ ຢູ່່ຫໍສະພາແຫ່ງຊາດໃນຕອນເຊົ້າວັນທີ 13 ພຶດສະພາ 2022 ກ່ຽວກັບການກະກຽມສະເຫລີມສະຫລອງ 2 ວັນປະຫວັດສາດລະຫວ່າງລາວ-ຫວຽດນາມ ຄືວັນເຊັນສົນທິສັນຍາມິດຕະພາບ ເເລະ ການຮ່ວມມືລາວ-ຫວຽດນາມວັນທີ 18 ກໍລະກົດ ຄົບຮອບ 45 ປີເເລະວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຫວຽດນາມ ວັນທີ5 ກັນຍາ ຄົບຮອບ 60 ປີ. ທ່ານໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບລາວ-ຫວຽດນາມໃນປີ 2022ໃຫ້ບັນລຸຕາມລັດດັບ ຄາດຫມາຍຂອງສະພາແຫ່ງຊາດ ໄດ້ເຊື້ອເຊີນຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມນໍາໂດຍທ່ານເວື່ອງດີ້ງເຫວະ ປະທານສະພາເເຫ່ງຊາດຫວຽດນາມມາຢ້ຽມຢາມສັນຖະວະໄມຕີຢູ່ລາວຢ່າງເປັນທາງການໃນລະຫວ່າງວັນທີ 15 ຫາ 17 ພຶດສະພາ 2022, ການຈັດກອງປະຊຸມສໍາມະນາເເລກປ່ຽນບົດຮຽນລະຫວ່າງເລຂາທິການສະພາແຫ່ງຊາດລາວ ເເລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ,ຈັດກອງປະຊຸມສໍາມະນາເເລກປ່ຽນບົດຮຽນກ່ຽວກັບການປະຕິບັດພາລະບົດບາດຂອງສະມາຊິກສະພາແຫ່ງຊາດເພດຍີງ,ບັນດາສະມາຊິກສະພາແຫ່ງຊາດຮຸ່ນຫນຸ່ມ,ຮ່ວມກັນຕີລາຄາການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫລືອລ້າຂະຫນາດໃຫຍ່ເເລະໂຄງການລົງທືນຂອງສອງປະເທດເພື່ອເຮັດໃຫ້ໂຄງການມີຄວາມຄືບຫນ້າເເລະສໍາເລັດຕາມວັນເວລາທີ່ກໍານົດໄວ້ ຄຽງຄູ່ກັນນີ້ສະພາແຫ່ງຊາດລາວຍັງຈະປະກອບສ່ວນສ້າງກິດຈະກໍາຮ່ວມກັບພັກ-ລັດຖະບານເພື່ອສະເຫລີມເຫລີມສະຫລອງວັນປະຫວັດສາດດັ່ງກ່າວຕື່ມອີກ ເປັນຕົ້ນ:ການວາງສະເເດງຮູບພາບການພົວພັນເເລະການຮ່ວມມືລະຫວ່າງສອງສະພາເເຫ່ງຊາດລາວເເລະຫວຽດນາມ,ເເລກປ່ຽນສີນລະປະວັດທະນະທໍາ,ການເລົ່າຄືນມູນເຊື້ອກ່ຽວກັບການຮ່ວມມືເເລະການຊ່ວຍເຫລືອຂອງທະຫານອາສາສະຫມັກຫວຽດນາມ,ການຂຽນບົດຄວາມຮູ້ສຶກໃນວາລະສານພິເສດຂອງຄະນະຮັບຜິດຊອບສະເຫລີມສະຫລອງວັນປະຫວັດສາດ ລວມເຖີງກິດຈະກໍາປີ່ນອ້ອມຕ່າງໆຈໍານວນຫນື່ງ.
 ທ່ານໄຊສົມພອນ ພົມວິຫານ ຍັງຕີລາຄາສູງໃນໂອກາດທີ່ທ່ານເວືອງດີ້ງເຫວະປະທານສະພາແຫ່ງຊາດຫວຽດນາມພ້ອມດ້ວຍຄະນະຜູ້ເເທນຂັ້ນສູງຈະເດີນທາງມາຢ້ຽມຢາມສັນຖະວະໄມຕີຢູ່ລາວຢ່າງເປັນທາງການໃນລະຫວ່າງວັນທີ 15 ຫາ 17 ພຶດສະພາ 2022 ເຊີ່ງເປັນຄັ້ງທໍາອິດໃນນາມປະທານສະພາແຫ່ງຊາດຫວຽດນາມຊຸດທີ15ເເລະເປັນຄະນະຜູ້ເເທນຂັ້ນສູງຂອງອົງການນິຕິບັນຍັດຕ່າງປະເທດຄະນະທໍາອິດທີ່ມາຢ້ຽມຢາມລາວເເລະເຮັດວຽກຮ່ວມກັບການນໍາຂອງສະພາແຫ່ງຊາດລາວຊຸດທີ9ເເລະບັນດາການນໍາ,ອະດີດການນໍາຂັ້ນສູງພັກ-ລັດລາວ ເຊີ່ງການເດີນທາງມາຢ້ຽມຢາມສັນຖະວະໄມຕີຢູ່ລາວຢ່າງເປັນທາງການຂອງປະທານສະພາເເຫ່ງຊາດຫວຽດນາມໃນຄັ້ງນີ້ເເມ່ນຢູ່ໃນທ່າມກາງບັນຍາກາດທີ່ສອງພັກ,ສອງລັດເເລະປະຊາຊົນສອງຊາດລາວ-ຫວຽດນາມພວມມີກິດຈະກໍາສໍາຄັນຕ່າງໆໃນປີສາມັກຄີມິດຕະພາບລາວ-ຫວຽດນາມປີ 2022 ເຊີ່ງເປັນການເຄື່ອນໄຫວຢູ່ຕ່າງປະເທດທີ່ມີຄວາມຫມາຍຄວາມສໍາຄັນເເລະເປັນການປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການເພີ່ມພູມຄູນສ້າງສາຍພົວພັນມິດຕະພາບທີ່ຍີ່ງໃຫຍ່,ຄວາມສາມັກຄີເເບບພິເສດເເລະການຮ່ວມມືຮອບດ້ານລະຫວ່າງສອງພັກ,ສອງລັດເເລະປະຊາຊົນສອງຊາດລາວ-ຫວຽດນາມໃຫ້ນັບມື້ເຂົ້າສູ່ລວງເລີກເເລະເເຕກດອກອອກຜົນຍີ່ງໆຂື້ນ.
ຂ່າວ: ເດດອາລຸນ ແກ້ວວິໄລ
ພາບ: ຕາລີເຊ້ຍ ລໍ່ມີໄຊ

Fatal error: Uncaught ErrorException: md5_file(/home/lnrorg/public_html/wp-content/litespeed/css/544cb4b5e19f5a7f93ac483480542de8.css.tmp): Failed to open stream: No such file or directory in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php:130 Stack trace: #0 [internal function]: litespeed_exception_handler(2, 'md5_file(/home/...', '/home/lnrorg/pu...', 130) #1 /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php(130): md5_file('/home/lnrorg/pu...') #2 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(837): LiteSpeed\Optimizer->serve('https://lnr.org...', 'css', true, Array) #3 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(330): LiteSpeed\Optimize->_build_hash_url(Array) #4 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(264): LiteSpeed\Optimize->_optimize() #5 /home/lnrorg/public_html/wp-includes/class-wp-hook.php(324): LiteSpeed\Optimize->finalize('<!DOCTYPE html>...') #6 /home/lnrorg/public_html/wp-includes/plugin.php(205): WP_Hook->apply_filters('<!DOCTYPE html>...', Array) #7 /home/lnrorg/public_html/wp-content/plugins/litespeed-cache/src/core.cls.php(477): apply_filters('litespeed_buffe...', '<!DOCTYPE html>...') #8 [internal function]: LiteSpeed\Core->send_headers_force('<!DOCTYPE html>...', 9) #9 /home/lnrorg/public_html/wp-includes/functions.php(5373): ob_end_flush() #10 /home/lnrorg/public_html/wp-includes/class-wp-hook.php(324): wp_ob_end_flush_all('') #11 /home/lnrorg/public_html/wp-includes/class-wp-hook.php(348): WP_Hook->apply_filters(NULL, Array) #12 /home/lnrorg/public_html/wp-includes/plugin.php(517): WP_Hook->do_action(Array) #13 /home/lnrorg/public_html/wp-includes/load.php(1260): do_action('shutdown') #14 [internal function]: shutdown_action_hook() #15 {main} thrown in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php on line 130