ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ປີ2021 ທົ່ວປະເທດມີອຸບັດເຫດເກີດຂື້ນ5.576 ຄັ້ງທຽບໃສ່ປີ 2020 ຜ່ານມາຫຼຸດລົງ1.198 ຄັ້ງ ໃນນີ້ມີພາ ຫະນະເປ່ເພ9.910 ຄັນ,ຄົນໄດ້ຮັບບາດເຈັບ 8.388 ຄົນ,ຄົນເສຍຊີວິດ 831 ຄົນ ລວມມູນຄ່າເສຍ ຫາຍທັງໝົດຫລາຍກວ່າ 92 ຕື້ກີບ.
ໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 30 ທັນວານີ້ຢູ່ກົມຕໍາຫລວດຈະລາຈອນ ພັນເອກກົງສີ ສຸວັນນະຕຸ້ມ ຫົວຫນ້າກົມຕໍາຫລວດຈະລາຈອນ ກະຊວງປ້ອງ ກັນຄວາມສະຫງົບໃຫ້ຮູ້ວ່າ: ໄລຍະ1ຫນື່ງຜ່ານມາເຖີງວ່າສະພາບ ການເກີດອຸບັດເຫດຢູ່ປະເທດເຮົາມີທ່າອ່ຽງຫລຸດລົງຖ້າສົມທຽບໃສ່ປີ2020 ແຕ່ໂດຍລວມຈໍານວນຕົວເລກຜູ້ໄດ້ຮັບບາດເຈັບເເລະເສຍຊີວິດຍັງມີຫລາຍ,ສາເຫດທີ່ເຮັດໃຫ້ເກີດອຸບັດເຫດສ່ວນໃຫຍ່ ຍ້ອນນັກຂັບຂີ່ສ່ວນໃຫຍ່ຂາດສະ ຕິໃນການໃຊ້ລົດໃຊ້ຖະຫນົນເປັນຕົ້ນ: ເດັກອາຍຸບໍ່ທັນເຖີງກະສຽນ, ບໍ່ມີໃບອະນຸຍາດຂັບຂີ່, ດື່ມສິ່ງມືນເມົາ, ດົມສານເສບຕິດແລ້ວຂັບຂີ່ລົດ, ຂັບຂີ່ລົດໄວເກີນກໍານົດ, ລ່ວງປ້າຍຫ້າມ, ລ່ວງໄຟອໍານາດ,ລ້ຽວບໍ່ຮັບປະກັນ ໃນເວລາບໍ່ມີເຈົ້າໜ້າທີ່ ຫຼື ບໍ່ມີລົດສ່ວນທາງມາ ສ່ວນຫຼາຍແມ່ນໄປເລີຍ ໂດຍບໍ່ຢ້ານກົວຕໍ່ລະບຽບກົດໝາຍ ກາຍເປັນສາເຫດຫຼັກໃນການເກີດອຸປະຕິເຫດໄດ້ງ່າຍ ແລະ ສ້າງຜົນເສຍຫາຍຢ່າງຫຼວງຫຼາຍ.
ພັນເອກກົງສີ ສຸວັນນະຕຸ້ມ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງກໍາລັງຕໍາຫລວດຈະລາຈອນໄດ້ຮັບປະສິດທິພາບແລະປະສິດ ທິຜົນກວ່າເກົ່າ ເເລະ ເຮັດໃຫ້ຈໍານວນ ອຸບັດເຫດຫລຸດລົງ ຄະນະພັກຄະນໍາກົມຕໍາຫລວດຈະລາຈອນ ໂດຍປະຕິບັດຕາມທິດທາງແຜນການລວມ, ຂອງກົມໃຫ່ຍຕຳຫຼວດກະຊວງປ້ອງກັນຄວາມສະຫງົບວາງອອກ ຈະເພີ່ມທະວີເຮັດວຽກງານການເມືອງ-ແນວຄິດໃຫ້ພະນັກງານ ກໍາລັັງຕໍາຫຼວດຈະລາຈອນໃນທົ່ວປະເທດ ເຊື່ອມຊືມ ແລະ ກໍາແໜ້ນກົດໝາຍ, ຫຼັກການວິຊາສະເພາະ ໃຫ້ມີຄວາມຮູ້ຄວາມສາມາດທຽບເທົ່າ ກັບສາກົນສາມາດນໍາໃຊ້ເຄື່ອງມືທີ່ທັນສະໃໝ ເຂົ້າໃນວຽກງານວິຊາສະເພາະ, ສຸມໃສ່ກວດກາ ແລະ ປັບປຸງກຳລັງຕຳຫຼວດຈະລາຈອນໃຫ້ມີລະບຽບແບບ ແຜນ, ເຂັ້ມເເຂງທາງດ້ານການຈັດຕັ້ງ, ມີຄຸນສົມບັດ, ຈັນຍາບັນ, ຈັນຍາທໍາ ເພື່ອເຮັດໜ້າທີ່ບໍລິ ການສັງຄົມ ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ,ໂຄງການປ້ອງ ກັນ,ສະກັດກັ້ນອຸບັດເຫດຢ່າງມີຈຸດສຸມນັບເເຕ່ສູນກາງລົງຮອດທ້ອງຖີ່ນ,ຍົກສູງຄຸນນະພາບໃນການເຮັດໜ້ທີ່ໂຄສະນາຢ່າງກ້ວາງຂວາງ ໃຫ້ທົ່ວປວງຊົນໃນສັງຄົມມີສ່ວນຮ່ວມໃນການປະຕິບັດກົດຈະລາຈອນຢ່າງເຂັ້ມງວດ, ຈັດຕັ້ງກໍາລັງລົງເຮັດໜ້າທີ່ລະບາຍການສັນ ຈອນໃນເວລາຮີບດ່ວນ ທາງ ເຂົ້າອອກເມືອງ ແລະ ເສັ້ນທາງຊອຍສາມແຍກ,ສີ່ແຍກ,ແກ້ໄຂຄະດີອຸປະຕິເຫດທີ່ເກີດຂຶ້ນໃຫ້ວ່ອງໄວແລະເປັນທຳ, ຈັດສັນຄວາມເປັນລະບຽບການສັນຈອນຕາມເສັ້ນທາງ, ເຂດຊຸມຊົນ, ຕະຫຼາດ, ຄີວລົດ, ເຂດໂຮງຮຽນຕິດແຄມທາງ ແລະ ສະຖານທີ່ສໍານັກງານຕ່າງໆ ຈັດຕັ້ງກຳລັງປະ ຈຳການ, ຄອຍເຫດສຸກເສີນແລະຊຸກຍູ້ແນະນໍາທ້ອງຖິ່ນວ່ອງໄວລົງສະຖານທີ່ເກີດອຸບັດຕິເຫດ, ປະ ສານສົມທົບກັບຂະແໜງການທີ່ກ່ຽວຂ້ອງແກ້ໄຂບັນຫານັກຂັບຂີ່ລະເມີດໄຟອໍານາດ,ການບໍ່ໃສ່ໝວກກັນທົບ, ເພີ່ມທະວີການກວດກາລົດຕິດປ້າຍບໍ່ຖຶກຈຸດກໍານົດ ພ້ອມທັງກວດກາລົດທີ່ບໍ່ມີປ້າຍ,ລົດບໍ່ມີເອກະສານຫຼືເອກະສານບໍ່ຖຶກຕ້ອງໃນຂອບ ເຂດທົ່ວປະເທດແລະອື່ນໆ.
ສໍາລັບການກະກຽມກໍາລັງຕໍາຫລວດຈະຈາຈອນເພື່ອປ້ອງກັນເວນຍາມໃນໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ຄສ2022ຫລືປີໃຫມ່ສາກົນ ໄດ້ປະສານສົມທົບກັບພະ ເເນກຕໍາຫລວດຈະລາຈອນໃນຂອບເຂດທົ່ວປະເທດ ຈັດວາງກໍາລັງເຂົ້າເຮັດໜ້າທີ່, ປະຈໍາການຄອຍເຫດ 24 ຊົ່ວໂມງ, ພ້ອມທັງກໍານົດໃຫ້ພະນັກງານລົງເຄື່ອນໄຫວເຮັດໜ້າທີ່ກວດກາຊ່ວຍທ້ອງຖິ່ນມີ 02 ຈຸດຄືຢູ່ເສັ້ນທາງ 13 ເໜືອ ແລະ 13 ໃຕ້, ເນັ້ນ ໜັກໃສ່ການກວດກາຄວາມໄວ,ທາດເຫຼົ້າ, ການບັນທຸກຂົນສົ່ງສີນຄ້າ-ຄົນໂດຍສານເກີນ ແລະ ກວດກາບັນດາເອກະສານຂອງຜູ່ຂັບຂີ່ ແລະ ເອກະສານຍານພາຫະ ນະ,ອອກຄໍາແນະນໍາໃຫ້ພະແນກຕໍາຫຼວດຈະລາຈອນໃນການຈັດຕັ້ງປະຕິບັດປ້ອງ ກັນປີໃໝ່ສາກົນ 2022 ອອກແຈ້ງການໃຫ້ທົ່ວສັງຄົມໃຫ້ມີສ່ວນຮ່ວມໃນການຂັບຂີ່ປອດໄພ ແລະ ປະຕິບັດກົດຈະລາຈອນຢ່າງເຂັ້ມງວດໃນໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ 2022 ເເລະ ອື່ນໆ ພ້ອມທັງຮຽກຮ້ອງເຖີງຜູ້ໃຊ້ລົດ-ໃຊ້ຖະໜົນກໍ່ຄືນັກຂັບຂີ່,ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແລະ ເປັນເຈົ້າການໃນການເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດ, ເພື່ອຫຼຸດຜ່ອນການສູນເສຍທາງດ້ານສຸຂະພາບ,ຊີວິດ ແລະ ຊັບສິນທີ່ອາດຈະເກີດຂື້ນ.
ຂ່າວ:ເດດອາລຸນ ແກ້ວວິໄລ.