ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ຈັດຂຶ້ນ ໃນລະຫວ່າງວັນທີ 25-26 ພະຈິກ 2021 ນີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງ ຈັນ ພາຍໄຕ້ຫົວຂໍ້ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ເຕົ້າໂຮມກໍາລັງແຮງແຮງຂອງປະຊາຊົນທຸກຊັ້ນຄົນ, ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດປົກປັກຮັກສາ-ສ້າງສາປະເທດຊາດ ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ບັນລຸຜົນເປັນຈິງ. ພາຍໃຕ້ການເປັນປະທານກອງປະຊຸມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາງສ້າຊາດ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາທ່ານການນຳພັກ-ລັດຂັ້ນສູງ, ອະດີດການນຳຂັ້ນສູງ ພ້ອມດ້ວຍຜູ້ ແທນ ແລະ ແຂກທີ່ຖືກເຊີນທັງໝົດທົ່ວປະເທດ 581 ທ່ານ, ພະສົງ 20 ອົງ ແລະ ເພດຍິງ 133 ທ່ານ, ໃນນີ້ມີແຂກຮັບເຊີນທັງໝົດ 229 ທ່ານ, ຍິງ 63 ທ່ານ.
ກອງປະຊຸມໃຫຍ່ໄດ້ຄົ້ນຄ້ວາຢ່າງເລິກເຊິ່ງ ແລະ ຮັບຮອງເອົາຮ່າງລາຍງານການເມືອງທັງ 2 ພາກ ຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ X ທີ່ສະເໜີໂດຍທ່ານປະທານສູນກາງແນວລາວສ້າງຊາດ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຊຶ່ງໄດ້ຍົກໃຫ້ເຫັນຜົນງານ-ດ້ານດີ, ດ້ານອ່ອນ- ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການວຽກງານຈຸດສຸມ 5 ປີຕໍ່ໜ້າໂດຍມີ 5 ແຜນງານ 41 ໂຄງ ການ; ຮັບຟັງການລາຍງານກ່ຽວກັບການປັບປຸງກົດລະບຽບຂອງແນວລາວສ້າງຊາດ ສະໄໝທີ XI ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດໃນ ຕໍ່ໜ້າ. ນອກຈາກນັ້ນຍັງໄດ້ຮັບຟັງບົດປະກອບຄໍາຄິດຄໍາເຫັນຈາກຕາງໜ້າກະຊວງພາຍໃນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ໂຄງ ການທົດລອງສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ຢູ່ເຂດຈຸດສຸມ 516 ເມືອງລ້ອງຊານ ແຂວງ ໄຊສົມບູນ ແລະຄອບ ຄົວຕົວແບບ.
ກອງປະຊຸມໄດ້ຮັບຮອງເອົາການແຕ່ງຕັ້ງ ຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ຈໍານວນ 238 ທ່ານ. ໃນນີ້ ມີຕາງໜ້າອົງການ ອພສ 16 ອົງ; ເພດຍິງ 51 ທ່ານ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເປັນປະທານສູນກາງແນວລາວສ້າງຊາດ, ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ທ່ານ ຈັນທະວົງ ແສນອາມາດມົນຕີ, ທ່ານ ເຍ່ຍເກີຢ່າ ໜໍຈໍ່ຈົງຕົວ, ທ່ານ ນ. ສີພະຈັນ ນັນທະວົງສາ ແລະ ທ່ານ ດຣ. ຈັນເພັງ ສຸດທິວົງ ເປັນຮອງປະທານສູນກາງແນວລາວສ້າງຊາດ; ຮັບຮອງເອົາການແຕ່ງຕັ້ງຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈໍາການ ຈໍານວນ 4 ທ່ານ; ຄະນະປະຈໍາສູນກາງແນວລາວສ້າງຊາດ ຈໍານວນ 9 ທ່ານ ແລະ ປະທານກວດກາ 1 ທ່ານ. ໃນໂອກາດອັນມີຄວາມໝາຍສໍາຄັນນີ້ ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາ ຊົນປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງທ່ານໄດ້ເໜັ້ນ 6 ບັນຫາສໍາຄັນ ທີ່ເປັນແນວທາງໃຫ້ແກ່ຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ XI ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.