ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 14 ພຶດສະພາປີ 2022, ເຮືອບິນຂະໜາດໃຫຍ່ C919 ເລກ B-001J ໄດ້ບິນຂຶ້ນສູ່ທ້ອງຟ້າ ແລະ ລົງຈອດຢູ່ສະໜາມບິນຜູຕຸ່ງນະຄອນຊຽງໄຮຢ່າງປອດໄພ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ເຮືອບິນຂະໜາດໃຫຍ່ C919 ລຳທຳອິດທີ່ບໍລິສັດຜະລິດເຮືອບິນການຄ້າຈີນຈຳກັດໃກ້ຈະສົ່ງມອບໃຫ້ລູກຄ້ານັ້ນໄດ້ທົດລອງການບິນຄັ້ງທຳອິດດ້ວຍຜົນສຳເລັດຢ່າງຈົບງາມ.
ເຮືອບິນ C919 ແມ່ນເຮືອບິນໂດຍສານຂະໜາດໃຫຍ່ທາງເດີນດຽວລຸ້ນທຳອິດທີ່ຄົ້ນຄວ້າແລະຜະລິດຕາມມາດຕະຖານສາກົນທີ່ທັນສະໄໝ100%, ເປັນຊັບສິນທາງປັນຍາຂອງຈີນເອງ100%, ສະມັດຖະນະເທົ່າທຽມກັບເຮືອບິນໂດຍສານຂະໜາດໃຫຍ່ທາງເດີນດຽວລຸ້ນໃໝ່ທີ່ໄດ້ນຳໃຊ້ຫຼາຍທີ່ສຸດຢູ່ໃນສາກົນ.
ເຮືອບິນໂດຍສານຂະໜາດໃຫຍ່ທີ່ຜະລິດໂດຍປະເທດຈີນເອງ, ແມ່ນຄວາມໃຝ່ຝັນຂອງຊາວຈີນມາຫຼາຍເຊັ່ນຄົນ. ວັນທີ 23 ພຶດສະພາປີ 2014, ໃນໄລຍະທີ່ທ່ານປະທານສີຈິ້ນຜິງໄປສຳຫຼວດກວດກາວຽກງານຢູ່ນະຄອນຊຽງໄຮ, ເພິ່ນໄດ້ໄປສູນອອກແບບ ແລະຄົ້ນຄວ້າພັດທະນາເຮືອບິນການຄ້າຂອງຈີນໂດຍສະເພາະ, ທ່ານໄດ້ຂຶ້ນໄປເບິ່ງເຮືອບິນ C919 ຕົ້ນແບບ, ນັ່ງຢູ່ບ່ອນຂອງນັກບິນຫຼັກໃນຫ້ອງຂັບເຮືອບິນ, ຮັບຮູ້ຫນ້າທີ່ໃຊ້ງານຂອງອຸປະກອນຕ່າງໆ ເຊັ່ນ:ໜ້າຈໍບອກຄວາມໄວ, ໜ້າຈໍບອກຄວາມສູງ, ແຜນທີ່ເສັ້ນທາງການບິນ ແລະອື່ນໆ.
ທ່ານສີຈິ້ນຜິງໄດ້ເວົ້າກັບຄົນທັງຫຼາຍວ່າ: ຈີນແມ່ນຕະຫຼາດເຮືອບິນຂະໜາດ ໃຫຍ່ທີ່ສຸດ, ໃນເມື່ອກ່ອນມີບາງຄົນເວົ້າວ່າ: ການຜະລິດເອງບໍ່ທໍ່ຊື້ຈາກຜູ້ອື່ນ, ການຊື້ບໍ່ທໍ່ການເຊົ່າເອົາ, ແນວຄິດນີ້ຕ້ອງຕ່າວປີ້ນຄືນ, ຄື: ຕ້ອງທຸ້ມເທເງິນທຶນຫຼາຍ ກວ່າເກົ່າເພື່ອດຳເນີນການຄົ້ນຄວ້າ ພັດທະນາ ແລະ ຜະລິດເຮືອບິນຂະໜາດໃຫຍ່ເປັນຂອງຕົນເອງ.
ນອກນີ້, ທ່ານສີຈິ້ນຜິງເຄີຍໄດ້ເນັ້ນໜັກແລ້ວເນັ້ນໜັກອີກໃນຫຼາຍກາລະໂອກາດວ່າ: ເຕັກໂນໂລຊີແກນກາງທີ່ເປັນຂໍກຸນແຈສຳຄັນ ແມ່ນສິ່ງທີ່ “ຫາຊື້ບໍ່ໄດ້ ແລະຂໍເອົາບໍ່ໄດ້ນຳຜູ້ອື່ນ”.
ດັ່ງນັ້ນ, ໃນສູ່ມື້ນີ້ ຄົນໃນໂລກໄດ້ເຫັນຍານສຳຫຼວດດາວອັງຄານ “ທ່ຽນເວິ້ນ 1”, ເຮືອດຳນ້ຳ “ເຟີນໂຕເຈີ” ທີ່ໄດ້ດຳນ້ຳເລິກສູ່ຮ່ອມທະເລມາເຣຍນາ, ການຄົ້ນຄວ້າຜະລິດນ້ຳຢາກວດເຊື້ອພະຍາດໂຄວິດ-19 ແລະວັກຊິນປ້ອງກັນພະຍາດທີ່ມີປະສິດທິພາບສູງຢ່າງວ່ອງໄວ ເຊິ່ງຜົນງານດ້ານຕ່າງໆຂອງຈີນເຫຼົ່ານີ້ໄດ້ຈາລຶກໄວ້ຢູ່ບົນເສັ້ນທາງທີ່ກ້າວໄປສູ່ຈອມພູສູງແຫ່ງວິທະຍາສາດເຕັກນິກ.
ສຳລັບການຜະລິດເຮືອບິນດ້ວຍຕົນເອງ, ທ່ານສີຈິ້ນຜິງກ່າວວ່າ: “ຂ້າພະເຈົ້າໄດ້ຝາກຄວາມຫວັງເປັນຢ່າງຍິ່ງໄວ້ກັບບັນດາສະຫາຍ. ພວກເຮົາຕ້ອງມີເຮືອບິນຂະໜາດໃຫຍ່ເປັນຂອງຕົນເອງ!” ໂດຍໄດ້ເຮັດໃຫ້ພະນັກງານທຸກຄົນມີຄວາມຕື່ນເຕັ້ນໃຈຫຼາຍ ແລະໄດ້ຕົບມືຢ່າງຄຶກຄື້ນເປັນເວລາດົນເຕີບ.
ຫຼັງຈາກການສຳຫຼວດກວດກາວຽກງານຂອງທ່ານສີຈິ້ນຜິງຄັ້ງນັ້ນໄດ້ 3 ປີ, ຄື ວັນທີ 5 ພຶດສະພາປີ 2017, ເຮືອບິນ C919 ໄດ້ບິນຂຶ້ນສູ່ທ້ອງຟ້າ ແລະປະສົບຜົນສຳເລັດໃນການບິນຄັ້ງທຳອິດ. ປັດຈຸບັນ, ການທົດລອງການບິນຄັ້ງທຳອິດຂອງເຮືອບິນໂດຍສານຂະໜາດໃຫຍ່C919 ລຳທຳອິດທີ່ຈະສົ່ງມອບໃຫ້ລູກຄ້ານັ້ນໄດ້ປະສົບຜົນສຳເລັດຢ່າງຈົບງາມ, ຄວາມໃຝ່ຝັນທີ່ “ຈີນຕ້ອງມີເຮືອບິນຂະໜາດ ໃຫຍ່ເປັນຂອງຕົນເອງ” ນັ້ນ ໄດ້ບັນລຸຜົນເປັນຈິງແລ້ວ.