ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າວັນທີ 16 ພຶດສະພາ ນີ້ ທີ່ຫໍສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນ ກາງພັກປະຊາຊົນ ປະຕິວັດລາວ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ເວືອງ ດິ່ງ ເຫວ້ ກໍາມະການກົມການເມືອງສູນກາງພັກກອມມູ ນິດ ຫວຽດນາມ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດ ນາມ (ສສ ຫວຽດນາມ) ຢ່າງເປັນທາງການ ແລະ ສົມກຽດ.
ໃນພິທີ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ກ່າວຍິນດີຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິດຕະພາບອັນບໍລິສຸດ ດ້ວຍນໍ້າ ໃຈສາມັກຄີພິເສດ ທີ່ມີມາແຕ່ຍາວນານລະຫວ່າງ ລາວ-ຫວຽດນາມ ຕໍ່ສະຫາຍ ເວືອງ ດິ່ງ ເຫວ້ ຊຶ່ງການມາຢ້ຽມຢາມຄັ້ງນີ້ ແມ່ນເປັນຄັ້ງທຳອິດ ໃນນາມປະທານສະ ພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ທີ່ມີຂຶ້ນໃນທ່າມກາງບັນຍາກາດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ- ຫວຽດນາມ, ຫວຽດນາມ-ລາວ 2022 ຊຶ່ງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະ ຫວ່າງ ສອງສະພາແຫ່ງຊາດ ຂອງສອງປະເທດໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ຈາກນັ້ນ, ຄະນະຜູ້ແທນທາງການຝ່າຍລາວ ແລະ ຝ່າຍຫວຽດນາມ ກໍໄດ້ພົບປະສອງຝ່າຍ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ; ສະຫາຍ ໄຊສົມພອນ ພົມວິຫານ ໄດ້ແນະນໍາຄະນະທາງການຝ່າຍລາວໃຫ້ແກ່ ສະຫາຍປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຊາບ; ໂອກາດດຽວກັນ, ສະຫາຍ ເວືອງ ດິ່ງ ເຫວ້ ກໍໄດ້ແນະນໍາຄະນະທາງການຝ່າຍຫວຽດນາມ ໃຫ້ແກ່ສະຫາຍ ປະ ທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບຊາບເຊັ່ນກັນ.
(ຂ່າວ-ພາບ: ສຸກສະຫວັນ)
991
People reached
32
Engagements
Boost post
26
2 Shares
Like

Comment
Share