ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໂອກາດກ່າວໃນພິທີມອບລົດສົ່ງຄົນເຈັບ ໃຫ້ໂຮງໝໍສູນກາງ ແລະໂຮງໝໍຊຸມຊົນທົ່ວປະເທດ ທີ່ຈັດຂຶ້ນຢູ່ກະຊວງສາທາລະນະສຸກ ຄັ້ງວັນທີ 27 ກັນຍາ 2021 , ທ່ານ ດຣ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວບາງຕອນວ່າ: ພັກ ແລະລັດຖະບານ ເຫັນໄດ້ເຖີງຄວາມຈຳເປັນ ເພື່ອແກ້ໄຂການເຂົ້າເຖີງການບໍລິການ ຂອງປະຊາຊົນ ແລະ ຫລຸດຜ່ອນອັດຕາການເສຍຊີວິດຂອງແມ່ຍີງຖືພາ ແລະ ເດັກນ້ອຍ ໂດຍສະເພາະຢູ່ເຂດຫ່າງໄກສອກຫລີກ ຈື່ງໄດ້ຕັດສີນໃຈ ກູ້ຢືມຈາກທະນາຄາານພັດທະນາອາຊີ ເພື່ອຈັດຊື້ ລົດ Ambulances ຈຳນວນ 50 ຄັນ ສະໜອງໃຫ້ບັນດາໂຮງໝໍຊຸມຊົນໃນທົ່ວປະເທດ ພ້ອມກັນຕ້ານ ແລະ ປິ່ນປົວພະຍາດໂຄວິດ 19ໃຫ້ຫລຸດໜ້ອຍຖອຍລົງ.
ລາຍລະອຽດບັນດາໂຮງໝໍຊຸມຊົນທີ່ໄດ້ຮັບໃນວັນທີ 27 ກັນຍາ 2021 ປະກອບມີ:
1. ແຂວງບໍ່ແກ້ວ ມອບໃຫ້ 03 ໂຮງໝໍຊຸມຊົນ : ເມືອງຜາອຸດົມ, ເມືອງເມີງ ແລະ ຫວ້ຍຊາຍ
2. ຫລວງພະບາງມອບໃຫ້ 03 ໂຮງໝໍຊຸມຊົນ : ເມືອງນໍ້າບາກ, ໂພນທອງ ແລະ ພູຄູນ
3. ໄຊຍະບູລີມອບໃຫ້ 05 ໂຮງໝໍຊຸມຊົນ : ເມືອງເງີນ, ໄຊສະຖານ, ເມືອງຄອບ, ບໍ່ແຕນ ແລະ ທົ່ງມີໄຊ
4. ແຂວງວຽງຈັນ ມອບໃຫ້ 02 ໂຮງໝໍຊຸມຊົນ: ເມືອງແມດ ແລະ ເມືອງກາສີ
5. ແຂວງໄຊສົມບູນ ມອບໃຫ້ 02 ໂຮງໝໍຊຸມຊົນ: ເມືອງລ້ອງຊານ ແລະ ເມືອງລ່ອງແຈ້ງ
6. ແຂວງບໍລິຄຳໄຊ ມອບໃຫ້ 02 ໂຮງໝໍຊຸມຊົນ: ເມືອງວຽງທອງ ແລະ ເມືອງໄຊຈຳພອນ
7. ແຂວງສະຫັວນນະເຂດ ມອບໃຫ້ 02 ໂຮງໝໍຊຸມຊົນ ເມືອງນອງ ແລະ ເມືອງທ່າພະລານໄຊ
8. ແຂວງສາລະວັນ ມອບໃຫ້ 03 ໂຮງໝໍຊຸມຊົນ: ເມືອງສະມ້ວຍ, ຄົງເຊໂດນ ແລະ ລະຄອນເພັງ
9. ນະຄອນຫລວງ ມອບໃຫ້ ໂຮງໝໍຊຸມຊົນເມືອງປາກງື່ມ ແລະ ເມືອງໄຊທານີ
10. ໂຮງໝໍສູນກາງ : ມອບໃຫ້ໂຮງໝໍ 103 ກອງທັບ ແລະ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
11. ແຂວງຄຳມ່ວນ ມອບໃຫ້ 03 ໂຮງໝໍຊຸມຊົນ: ເມືອງຫີນບູນ, ບົວລະພາ ແລະ ເມືອງຄູນຄຳ
12. ແຂວງຈຳປາສັກມອບໃຫ້ 04 ໂຮງໝໍຊຸມຊົນ: ເມືອງໂພນທອງ, ມຸນລະປະໂມກ, ປະທຸມພອນ ແລະ ເມືອງຈຳປາສັກ.
13. ແຂວງເຊກອງ ມອບໃຫ້ 02 ໂຮງໝໍຊຸມຊົນ: ເມືອງກະລືມ ແລະ ດາກຈືງ
ສ່ວນແຂວງທີ່ໄດ້ຮັບ ໃນວັນທີ 28-29 ກັນຍາ 2021 ປະກອບມີ
1. ແຂວງຜົ້ງສາລີ ມອບໃຫ້ 03 ໂຮງໝໍຊຸມຊົນ ,ເມືອງໃຫ່ມ, ເມືອງສຳພັນ ແລະ ບູນໃຕ້
2. ແຂວງຫລວງນໍ້າທາ ມອບໃຫ້ ໂຮງໝໍຊຸມຊົນເມືອງນາແລ
3. ແຂວງອຸດົມໄຊ ມອບໃຫ້ 02 ໂຮງໝໍຊຸມຊົນ ເມືອງນາໝໍ້ ແລະ ເມືອງຮຸນ
4. ແຂວງຊຽງຂວາງ ມອບໃຫ້ ໂຮງໝໍຊຸມຊົນເມືອງຄຳ
5. ແຂວງຫົວພັນ ມອບໃຫ້ ໂຮງໝໍຊຸມຊົນເມືອງສົບເບົາ
6. ແຂວງອັດຕະປື ມອບໃຫ້ ໂຮງໝໍຊຸມຊົນເມືອງໄຊເຊດຖາ
ໂດຍ: ເຂີຍຫລ້າ