ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕາມ​ຂ່າວ​ຈາກ​ CRI ຂອງ​ຈີນ ກຸ່ມບໍລິສັດ ທາງລົດໄຟຈີນ ຈຳກັດ ສາຂາ ຄຸນໝີງ ລາຍງານວ່າ: ນັບມາຮອດວັນທີ 23 ພຶດສະພາ 2022, ເສັ້ນທາງລົດໄຟ ລາວ-ຈີນ ໄດ້ຂົນສົ່ງ ຜູ້ໂດຍສານ ທັງໝົດ 3,09 ລ້ານເທື່ອຄົນ, ໃນນີ້ ຢູ່ເບື້ອງຈີນ ໄດ້ຂົນສົ່ງ ຜູ້ໂດຍສານ 2,71 ລ້ານເທື່ອຄົນ.
ຂະນະ​ທີ່ ພາກສ່ວນ ທາງລົດໄຟ ໄດ້ວິເຄາະ ຄວາມຕ້ອງການ ໃນການ ເດີນທາງ ຂອງຜູ້ໂດຍສານ ທີ່ຢູ່ລຽບຕາມ ເສັ້ນທາງ ລົດໄຟລາວ-ຈີນ ຢ່າງຖືກຕ້ອງ ຕາມຫລັກ ວິທະຍາສາດ, ຈັດວາງ ວຽກງານປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ແລະ ການຂົນສົ່ງ ຜູ້ໂດຍສານ ຢ່າງເປັນເອກະພາບກັນ, ປັບປຸງ ມາດຕະການ ບໍລິການ ຢູ່ສະຖານີ ແລະ ຢູ່ເທິງລົດໄຟ, ເພີ່ມຄວາມ ສາມາດ ການຂົນສົ່ງ ຢ່າງບໍ່ ຢຸດຢັ້ງ, ເປີດລົດໄຟ ຂົນສົ່ງ ຜູ້ໂດຍສານ ຂະບວນໃໝ່ ຕາມສະ ພາບຕົວຈິງ, ສຳລັບເສັ້ນທາງ ລົດໄຟລາວ-ຈີນ ເບື້ອງຢູ່ຈີນ, ຫລາຍທີ່ສຸດ ໄດ້ຂົນສົ່ງ ຜູ້ໂດຍສານ 33.000 ຄົນຕໍ່ວັນ ສ່ວນເບື້ອງຢູ່ລາວ ກໍ່ໄດ້ຂົນສົ່ງ ຜູ້ໂດຍສານ ເພີ່ມຂຶ້ນ ຢ່າງໝັ້ນທ່ຽງ, ຫລາຍທີ່ສຸດ ໄດ້ສົ່ງຜູ້ໂດຍສານ ເກືອບ 5.000 ຄົນຕໍ່ວັນ.