ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 07 ທັນວາ ປີ 2021
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 06 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5,793 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,378ຄົນ (ຕິດເຊື້ອພາຍໃນ ມີ 1,372ຄົນ ແລະ ຕິດເຊື້ອນໍາເຂົ້າ 06 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,372 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 562 ຄົນ ໃນ 192 ບ້ານ ແລະ 9 ເມືອງ
• ເມືອງຈັນທະບູລີ ມີ 17 ບ້ານ (58 ຄົນ)
• ເມືອງສີໂຄດຕະບອງ ມີ40 ບ້ານ (110 ຄົນ)
• ເມືອງໄຊເສດຖາ ມີ 31 ບ້ານ (119ຄົນ)
• ເມືອງສີສັດຕະນາກ ມີ 21 ບ້ານ (74 ຄົນ)
• ເມືອງ ນາຊາຍທອງ ມີ 16 ບ້ານ (28 ຄົນ)
• ເມືອງໄຊທານີ ມີ 34 ບ້ານ (103 ຄົນ)
• ເມືອງຫາດຊາຍຟອງ ມີ 25 ບ້ານ (46ຄົນ)
• ເມືອງ ປາກງື່ມ ມີ 03 ບ້ານ (03 ຄົນ)
• ເມືອງ ສັງທອງ ມີ 05 ບ້ານ (06 ຄົນ)
• ເຫຼືອນັ້ນແມ່ນຍັງສືບຕໍ່ເອົາຂໍ້ມູນ
2. ແຂວງວຽງຈັນ ມີ 238 ຄົນ
3. ຊຽງຂວາງ ມີ 101 ຄົນ
4. ຫຼວງພະບາງ ມີ 71 ຄົນ ໃນ 28 ບ້ານ ແລະ 5 ເມືອງ
5. ບໍ່ແກ້ວ ມີ 69 ຄົນ ໃນ 22 ບ້ານ ແລະ 3 ເມືອງ
6. ຫຼວງນໍ້າທາ ມີ 59 ຄົນ ໃນ 24 ບ້ານ ແລະ 3 ເມືອງ
7. ໄຊສົມບູນ ມີ 44 ຄົນ ໃນ 6 ບ້ານ ແລະ 4 ເມືອງ
8. ບໍລິຄຳໄຊ ມີ 32 ຄົນ ໃນ 18 ບ້ານ ແລະ 6 ເມືອງ
9. ຫົວພັນ ມີ 31 ຄົນ ໃນ 18 ບ້ານ ແລະ 6 ເມືອງ
10. ຄຳມ່ວນ ມີ 30 ຄົນ ໃນ 7 ບ້ານ ແລະ 2 ເມືອງ
11. ໄຊຍະບູລີ ມີ 29 ຄົນ ໃນ 7 ບ້ານ ແລະ 3 ເມືອງ
12. ສະຫວັນນະເຂດ ມີ 25 ຄົນ ໃນ 14 ບ້ານ ແລະ 6 ເມືອງ
13. ຈຳປາສັກ ມີ 22 ຄົນ ໃນ 10 ບ້ານ ແລະ 4 ເມືອງ
14. ອຸດົມໄຊ ມີ 21 ຄົນ ໃນ 11 ບ້ານ ແລະ 4 ເມືອງ
15. ສາລະວັນ ມີ 17 ຄົນ ໃນ 8 ບ້ານ ແລະ 3 ເມືອງ
16. ອັດຕະປື ມີ 13 ຄົນ ໃນ 6 ບ້ານ ແລະ 4 ເມືອງ
17. ເຊກອງ ມີ 11 ຄົນ ໃນ 3 ບ້ານ ແລະ 1 ເມືອງ
18. ຜົ້ງສາລີ ມີ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 6 ຄົນ
ມາຮອດວັນທີ 07 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 82,082 ຄົນ, ເສຍຊີວິດສະສົມ 214 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 664 ຄົນ, ກໍາລັງປິ່ນປົວ 12,059 ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:
1). ເພດຊາຍ, ອາຍຸ 46 ປີ, ບ້ານ ໂພນໝີໃຕ້, ເມືອງ ວຽງຄຳ, ແຂວງ ວຽງຈັນ
– ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມຂັ້ນສຸດທ້າຍ ຟອກເລືອດ 2ຄັ້ງ/ອາທີດ
– ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 2 ຄົນ.
– ຄົນເຈັບມີໄອມີຂີ້ກະເທີ, ອິດເມື່ອຍ, ຫາຍໃຈຟືດຫຼັງຈາກໄປຟອກເລືອດຢູ່ຄລີນິກທີ່ນະຄອນຫຼວງມາໄດ້ 1ມື້ ຕໍ່ມາມີອາການອິດເມື່ອຍຫຼາຍ, ວັນທີ 26 ພະຈິກ 2021 ຈຶ່ງໄປກວດຢູ່ສຸກເສີນໂຮງໝໍແຂວງວຽງຈັນພົບວ່າຕິດເຊື້ອພະຍາດໂຄວິດ ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.
– ມາຮອດເວລາ 21:40 ນາທີ ຂອງວັນທີ 05 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
2). ເພດຊາຍ, 42 ປີ, ບ້ານທາດເມືອງ, ເມືອງຊໍາເໜຶອ, ແຂວງຫົວພັນ
– ພະຍາດປະຈໍາຕົວ: ເບົາຫວານ ກິນຢາບໍ່ປົກກະຕິ, ມີປະຫັວດໄອຊໍ້າເຮື້ອ, ຫົວໃຈໃຫ່ຍ, ມີປະຫັວດມີນໍ້າຢູ່ຕີນປອດ
– ຄົນເຈັບບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19
– ຄົນເຈັບມີອາການໄຂ້ 01 ວັນ , ມີອາການໄອ ແລະ ຫາຍໃຈຝຶດ, ໄອອອກຂີ້ກະເທິຕິດປົນເລືອດ, ນອນພຽງບໍ່ໄດ້ດີ, ບວມໃບໜ້າ ແລະ ແຂ່ງຂາເລັກນ້ອຍ
– ເວລາ 20:30 ນາທີ ຂອງວັນທີ 05 ທັນວາ 2021: ເຂົ້າມາກວດຢູ່ໂຮງໝໍແຂວງດ້ວຍອາການໄອ ແລະ ຫາຍໃຈຝຶດມາໄດ້ 04 ວັນແລ້ວ, ສະຕິດີ, ກະວົນກະວາຍໃນບາງຄັ້ງຄາວ, ປາຍຕີນມືເຢັນ, ນອນພຽງບໍ່ໄດ້, ບວມໃບໜ້າ ແລະ ແຂ່ງຂາເລັກນ້ອຍ, ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ
– ມາຮອດເວລາ 4:20 ນາທີ ຂອງວັນທີ 6 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ
3). ເພດຍິງ, ອາຍຸ 87 ປີ, ບ້ານ ສີຊົມຊື່ນ, ເມືອງ ຫີນບູນ, ແຂວງ ຄຳມ່ວນ
– ຄົນເຈັບມີພະຍາດປະຈຳໂຕເປັນ: ຄວາມດັນເລືອດ, ເບົາຫວານ, ໄຂມັນເສັ້ນເລືອດ, ກີນຢາປະຈຳ
– ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
– ວັນທີ່ 18 ພະຈິກ 2021: ຄົນເຈັບມີອາການໄຂ້, ໄອ ແລະ ເຈັບຄໍ
– ວັນທີ 21 ພະຈິກ 2021: ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ ໄດ້ເຂົ້າ ປີ່ນປົ່ວຢູ່ສູນ 21 ມີນາ, ເປັນເວລາ 12 ວັນ ອາການບໍ່ດີຂື້ນ ຈິ່ງໄດ້ຍ້າຍມາຕິຕາມຢູ່ສູນ ວັນທະນະທໍາ ດ້ວຍອາການ ໄອແຫ້ງ,ຫາຍໃຈຝຶດ, ຫາຍໃຈຍາກ,
ຮອດວັນທີ່ 4 ທັນວາ 2021 ເວລາ 16:10 ນາທີ: ຄົນເຈັບມີອາການໄອແຮງ, ຫາຍໃຈຝຶດຫາຍໃຈຍາກ, ນອນພຽງບໍ່ໄດ້ ແລະ ເວລາ 17:00 ນາທີຂອງວັນດຽວກັນ ຄົນເຈັບກໍ່ເສຍຊິວິດ.
4). ເພດຊາຍ, ອາຍຸ 60 ປີ, ບ້ານຢູ່ປະຈຸບັນ: ບ້ານລັດຕະນະລັງສີໃຕ້, ນະຄອນໄກສອນ, ແຂວງສະຫັວນນະເຂດ
– ພະຍາດປະຈໍາຕົວ: ເບົາຫວານ, ໄຂ່ຫຼັງຊຸດໂຊມ, ຫຼ່ອຍເຄິ່ງຊິກ ມາດົນ
– ໄດ້ສັກຢາກັນພະຍາດປ້ອງກັນພະຍາດໂຄວິດ-19 ຄົບ
– ວັນທີ 03 ທັນວາ 2021: ຄົນເຈັບໄດ້ມາກວດ ຢູ່ໂຮງໝໍແຂວງດ້ວຍອາການເມື່ອຍ, ຫາຍໃຈຝຶດ, ຖ່າຍເປັນນໍ້າ ມາໄດ້ 02 ວັນ
– ວັນທີ 04 ທັນວາ 2021: ໄດ້ກວດຫາເຊື້ອພະຍາດໂຄວິດ-19 ຜົນກວດພົບເຊື້ອ ແລະ ໄດ້ເຂົ້າປີ່ນປົວໂຮງໝໍພາກສະໜາມຫຼັກ 9 ຄົນເຈັບ ມີສະຕິດີ, ອິດເມື່ອຍ, ແໜ້ນໜ້າເອີກ, ໄອຫລາຍ, ໄອແຫ້ງມີຂີ້ກະເທີະ, ນອນພຽງບໍ່ໄດ້, ອ່ອນແຮງຊີກຫົວ, ກິນດື່ມເລັກນ້ອຍ.
– ມາຮອດເວລາ 05:00 ໂມງຂອງວັນທີ 07 ທັນວາ 2021: ຄົນເຈັບໄດ້ມີອາການໜັກລົງ ແລະ ໄດ້ເສຍຊີວິດ
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ 2 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ( ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ).
ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດ ມີ: 1,137 ບ້ານ ໃນ 112 ເມືອງ ຈາກ 17 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ ມີ 10 ບ້ານ ໃນ 6 ເມືອງ ຈາກ 05 ແຂວງ
ອີກເທື່ອນື່ງ ສໍາລັບລາຍລະອຽດ ບັນດາຊື່ຂອງບ້ານແດງຕ່າງໆ ຂໍໃຫ້ບັນດາທ່ານຕິດຕາມ ໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ.
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 06 ທັນວາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,972 ຄົນ. ຮອດປະຈຸບັນທົ່ວປະເທດ ມີຜູ້ຈຳກັດບໍລິເວນທັງໝົດ 4,303 ຄົນ (ສູນ 2,822 ຄົນ ແລະ ໂຮງແຮມ 1,481 ຄົນ) ໃນ 85 ສູນ ແລະ 59 ໂຮງແຮມ.
 ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ:
– ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 266,585,795 (406,471 ໃໝ່),
– ເສຍຊິວິດທັງໝົດ 5,276,090 (4,648 ໃໝ່),
– ປີ່ນປົວຫາຍດີ 240,138,544 (433,151 ໃໝ່).
3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ
• 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ເຫັນວ່າ ສສ ຫວຽດນາມ ຍັງມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າໝູ່ ເຖິງ 14,591 ຄົນ, ຖັດລົງມາ ແມ່ນ ໄທ 4,000 ຄົນ.
ລ/ດ
ປະເທດ ກໍລະນີຕິດເຊື້ອ ເສຍຊິວີດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ໄທ 2,145,241 4,000 20,964 22
2 ຫວຽດນາມ 1,323,683 14,591 26,483 223
3 ມຽນມາ 524,638 231 19,146 5
4 ກໍາປູເຈຍ 120,272 16 2,963 3
5 ຈີນ 99,203 61 4,636
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ການລະບາດຂອງພະຍາດໂຄວິດ-19 ແມ່ນໄດ້ສ້າງຄວາມກັງວົນໃຫ້ທຸກປະເທດໃນທົ່ວໂລກ ລວມທັງ ສປປ ລາວເຮົາ, ດັ່ງທີ່ບັນດາທ່ານໄດ້ຕິດຕາມຂ່າວສານຈາກຫຼາຍໆບ່ອນກ່ຽວກັບ ການລະບາດຂອງສາຍພັນໃໝ່ ທີ່ເອີ້ນວ່າ ໂອມິກຣອນ ນັ້ນ, ຢາກໃຫ້ ປະຊາຊົນ,ພະນັກງານ, ທະຫານ, ຕຳຫຼວດ ກໍ່ຄືທຸກພາກສ່ວນໃນສັງຄົມ ໃຫ້ມີຄວາມເຂົ້າໃຈຢ່າງຖືກຕ້ອງ, ກ່ອນອື່ນໝົດ ບໍ່ໃຫ້ ວິຕົກກັງວົນຈົນເກີນໄປ ເພາະວິທີການປ້ອງກັນຕົນເອງທີ່ທາງຄະນະສະເພາະກິດໄດ້ແນະນຳໃນໄລຍະຜ່ານມາກໍ່ຍັງເປັນວິທີປ້ອງກັນທີ່ດີສາມາດປ້ອງກັນພະຍາດໂຄວີດ-19 ທຸກສາຍພັນໄດ້ ເຊີ່ງພວກເຮົາຈະຕ້ອງໄດ້ປະຕິບັດດັ່ງນີ້: ການໃສ່ຜ້າປິດປາກ-ດັງ, ການຮັກສາໄລຍະຫ່າງ, ລ້າງມືເລື້ອຍໆ, ການສັກວັກຊີນ ກໍ່ຍັງແມ່ນມາດຕະການຫຼັກ ແລະ ຕົ້ນຕໍ ໃນການສະກັດກັ້ນ, ຫຼຸດຜ່ອນ ແລະ ຢັບຢັ້ງການແຜ່ລະບາດ.
• ປະຈຸບັນນີ້ສະພາບຂອງການລະບາດຢູໃນປະເທດຂອງພວກເຮົາ ແມ່ນພົບຢູ່ໃນຊຸມຊົນ, ໂດຍສະເພາະແມ່ນສະຖານທີ່ທີ່ມີຄົນຢູ່ຈຳນວນຫຼາຍເຊັ່ນ: ສະຖານທີ່ເຮັດວຽກ,ສຳນັກງານອົງການ, ໂຮງຈັກໂຮງງານ, ສະຖາບັນການສືກສາ ເຊີ່ງສ້າງເງື່ອນໄຂໃຫ້ຜູ້ທີ່ຕິດເຊື້ອແຕ່ບໍ່ມີອາການສາມາດແຜ່ໃສ່ຄົນອ້ອມຂ້າງໄດ້, ດັ່ງນັ້ນ ສະຖານທີ່ດັ່ງກ່າວນີ້ຈະຕ້ອງມີມາດຕະການເພື່ອກັ່ນກອງບໍ່ໃຫ້ຜູ້ທີ່ມີອາການສົງໃສຕິດເຊື້ອເຂົ້າມາຮ່ວມໄດ້, ຈັດຕັ້ງສະຖານທີ່ເຮັດວຽກບົນພື້ນຖານຮັກສາໄລຍະຫ່າງ, ອຳນວຍຄວາມສະດວກໃຫ້ມີເຈວລ້າງມື ຫຼື ມີອ່າງລ້າງມືພ້ອມສະບູຫຼາຍຈຸດໃນສະຖານທີ່ເຮັດວຽກ. ສະຖານທີ່ດັ່ງກ່າວຕ້ອງໄດ້ໝັ່ນອະນາໄມຂ້າເຊື້ອດ້ວຍນ້ຳຢາຂ້າເຊື້ອເປັນປະຈຳ, ເດັດຂາດບໍ່ໃຫ້ຜູ້ທີ່ມີຄວາມສ່ຽງທີ່ເປັນຜູ້ສຳຜັດໃກ້ຊິດກັບຄົນຕິດເຊື້ອ ຫຼື ບຸກຄົນທີ່ມີອາການເຂົ້າມາເຮັດວຽກໃນສະຖານທີ່ດັ່ງກ່າວ.
• ຕໍ່ສະພາບການລະບາດທີ່ກຳລັງປະເຊີນໃນປັດຈຸບັນ ພັກ ແລະ ລັດຖະບານ ໄດ້ຈັດສັນໂຮງໝໍພາກສະໜາມຂື້ນຢູ່ຫຼາຍແຫ່ງ,ນຳໃຊ້ໂຮງແຮມເປັນສູນປີ່ນປົວສຳລັບຜູ້ມີເງື່ອນໄຂ ລວມທັງການອະນຸຍາດໃຫ້ປິ່ນປົວຢູ່ກັບເຮືອນສຳລັບຜູ້ທີ່ມີເງື່ອນໄຂ: ຜູ້ທີ່ບໍ່ມີອາການສະແດງ ຫຼື ມີອາການເບົາບາງ ເທົ່ານັ້ນ, ແລະ ສຳຄັນທີ່ສຸດ ຕ້ອງໄດ້ຮັບການສັກວັກຊີນຄົບ, ບໍ່ມີພະຍາດປະຈໍາໂຕ, ບໍ່ແມ່ນຜູ້ສູງອາຍຸ, ບໍ່ຖືພາ, ບຸກຄົນເລົ່ານີ້ຕ້ອງປະຕິບັດໂຕດັ່ງນີ້:
– ຕ້ອງມີຫ້ອງນອນ ແລະ ຫ້ອງນໍ້າໃຊ້ສະເພາະຕົນເອງ, ຕິດຕາມອາການຕົນເອງ,
– ບໍ່ໃຫ້ໃຊ້ສິ່ງຂອງຮ່ວມກັນ
– ຕ້ອງໃສ່ຜ້າປິດປາກ-ດັງ
– ຖ້າທ່ານມີອາການຮຸນແຮງ ເຊັ່ນ ຫາຍໃຈຍາກ ແມ່ນໃຫ້ໂທຫາແພດ ເບີ 164 ຫຼື ແຈ້ງອຳນາດການປົກຄອງບ້ານທັນທີ.
• ຄະນະສະເພາະກິດ ຂໍໃຫ້ທ່ານຕິດຕາມຂ່າວສານລະອຽດດ້ານອື່ນໆ ກ່ຽວກັບພະຍາດໂຄວິດ 19 ແລະ ສະຖານນະການຂອງປະເທດ ພ້ອມຄໍາແນະນໍາຕ່າງໆທີ່ເປັນປະໂຫຍດ ແລະ ຖືກຕ້ອງ ໄດ້ທີ່:
– ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la
– ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
– ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
– ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166) ເພື່ອຂໍຄໍາແນະນຳ ແລະ ລາຍງານເຫດການ. ສໍາລັບຜູ້ທີ່ຕິດເຊື້ອສະໝັກໃຈປິ່ນປົວຢູ່ເຮືອນ ສາມາດສອບຖາມຂໍ້ແນະນໍາເພີ່ມເຕີມ ສາຍດ່ວນ 164.