ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 21 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,580 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 520 ຄົນ (ຕິດເຊື້ອພາຍໃນ ມີ 518 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 518 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:
1. ນະຄອນຫຼວງ 289 ຄົນ: ມາຈາກ 85 ບ້ານ, ໃນ 9 ເມືອງ
• ເມືອງຈັນທະບູລີ ມີ 22 ຄົນ ຈາກ 9 ບ້ານ
• ເມືອງສີໂຄດຕະບອງ ມີ 28 ຄົນຈາກ 14 ບ້ານ
• ເມືອງໄຊເສດຖາ ມີ 51 ຄົນ ຈາກ 21 ບ້ານ
• ເມືອງສີສັດຕະນາກ ມີ 99 ຄົນ ຈາກ 7 ບ້ານ
• ເມືອງນາຊາຍທອງ ມີ 5 ຄົນ ຈາກ 5 ບ້ານ
• ເມືອງໄຊທານີ ມີ 47 ຄົນ ຈາກ 17 ບ້ານ
• ເມືອງຫາດຊາຍຟອງ ມີ 17 ຄົນ ຈາກ 10 ບ້ານ
• ເມືອງ ສັງທອງ ມີ 3 ຄົນ ຈາກ 1 ບ້ານ
• ເມືອງ ປາກງື່ມມີ 1 ຄົນ ຈາກ 1 ບ້ານ
• ຍັງສືບຕໍ່ເອົາຂໍ້ມູນ 16 ຄົນ
2. ຫຼວງພະບາງ 54 ຄົນ
• ນະຄອນຫຼວງພະບາງ 46 ຄົນ
• ເມືອງງອຍ 4 ຄົນ
• ເມືອງນ່ານ 2 ຄົນ
• ເມືອງນ້ຳບາກ 1 ຄົນ
• ເມືອງຊຽງເງິນ 1 ຄົນ
3. ຫຼວງນໍ້າທາ 47 ຄົນ
• ເມືອງນໍ້າທາ, ມີ 43 ຄົນ ຈາກ 09 ບ້ານ,
• ເມືອງສິງ, ມີ 1 ຄົນ
• ເມືອງລອງ ມີ 1 ຄົນ
• ເມືອງວຽງພູຄາ ມີ 1 ຄົນ
• ຄົນຕ່າງແຂວງ (ແຂວງຊຽງຂວາງ, ເມືອງໜອກ, ບ້ານທົ່ງເປ ມີ 01 ຄົນ )
4. ວຽງຈັນ 40 ຄົນ
• ເມືອງແກ້ວອຸດົມ, ມີ 6 ບ້ານ, 8 ຄົນ
• ເມືອງໜື່ນ, ມີ 02 ບ້ານ, 02 ຄົນ
• ເມືອງວັງວຽງ ມີ 01 ຄົນ
5. ຄໍາມ່ວນ 28 ຄົນ
• ເມືອງຄູນຄໍາ, ບ້ານຜາຊ້າງ 18 ຄົນ
• ເມືອງທ່າແຂກ 12 ຄົນ ຈາກ 4 ບ້ານ
6. ສະຫວັນນະເຂດ 15 ຄົນ
• ນະຄອນໄກສອນ ມີ 13 ຄົນ ຈາກ 3 ບ້ານ
• ເມືອງຈໍາພອນ, ມີ 2 ຄົນຈາກ ບ້ານຫຼັກ35
7. ບໍ່ແກ້ວ 11 ຄົນ
• ເມືອງຕົ້ນເຜີ້ງ, ມີ 06 ຄົນ ຈາກ 04 ບ້ານ
• ເມືອງ ເມີງ, ມີ 03 ຄົນ ຈາກ 1 ບ້ານ
• ເມືອງຫ້ວຍຊາຍ, ມີ 02 ຄົນ ຈາກ 02 ບ້ານ,
8. ບໍລິຄໍາໄຊ 11 ຄົນ
• ເມືອງປາກຊັນ, ມີ 05 ບ້ານ, 10 ຄົນ
• ເມືອງປາກກະດິງ, ມີ 01 ຄົນ
9. ຈໍາປາສັກ 8 ຄົນ
• ນະຄອນປາກເຊ, ມີ 3 ຄົນ ຈາກ 3 ບ້ານ
• ເມືອງບາຈຽງຈະເລີນສຸກ, ມີ 1 ຄົນ
• ເມືອງໂພນທອງມີ 4 ຄົນ ຈາກ 2 ບ້ານ
10. ສາລະວັນ 7 ຄົນ
• ເມືອງສາລະວັນ 3 ຄົນ ຈາກ 1 ບ້ານ
• ເມືອງສະໜ້ວຍ, ມີ 4 ຄົນ ຈາກ 2 ບ້ານ
11. ໄຊສົມບູນ 4 ຄົນ ທັງໝົດແມ່ນມາຈາກ ເມືອງອະນຸວົງ,
12. ເຊກອງ 4 ຄົນ ຈາກເມືອງທ່າແຕງ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 2 ຄົນ: ທັງສອງແມ່ນຈາກແຂວງ ສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 21 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 34,518 ຄົນ, ເສຍຊີວິດສະສົມ 49 ຄົນ (ໃໝ່ 0), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 304 ຄົນ, ກໍາລັງປິ່ນປົວ 6,975 ຄົນ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່: ມີຄື
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ຫ້ອງການປົກຄອງເມືອງໄຊທານີ (ວັນຈັນ ຫາ ເສົາ) ເວລາ 9:00–11:30 ໂມງ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4. ສໍາລັບຈຸດບໍລິການ ສູນການຄ້າລາວໄອເຕັກ ຈະໄດ້ເປີດໃຫ້ບໍລິການທ່ານ ເລີ່ມແຕ່ວັນທີ 18 – 22 ຕຸລາ 2021.
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 21 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,950 ຄົນ, ທຸກຄົນເດີນທາງເຂົ້າມາ ທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ ຈົນຄົບກໍານົດຈຶ່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ເປີດນໍາໃຊ້ຢູ່ທັງໝົດ 89 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 4,875 ຄົນ (ສູນ 3,159 ຄົນ ແລະ ໂຮງແຮມ 1,716 ຄົນ).