ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນມື້ວານນີ້ ວັນທີ 22 ຕຸລາ 2021 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 5,717 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 467 ຄົນ (ຕິດເຊື້ອພາຍໃນປະເທດ 452 ຄົນ,ເດີນທາງຈາກຕ່າງປະເທດ 15 ຄົນ ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນແມ່ນ 34,985 ຄົນ, ເສຍຊີວິດສະສົມ 50 (ໃໝ່ 1), ປິ່ນປົວຫາຍດີໃນມື້ວານນີ້ 306 ຄົນ.
ຮອດປະຈຸບັນມີຈໍານວນຜູ້ທີ່ຍັງປິ່ນປົວ ແມ່ນ 7,042 ເຊິ່ງໝາຍຄວາມວ່າ ມາຮອດມື້ນີ້ ຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວມ 0.096 % ຂອງ ຈຳນວນພົນລະເມືອງທັງໝົດຂອງ ສປປລາວ.
ຈຳນວນແຂວງທີ່ມີລາຍງານການຕິດເຊື້ອ ມື້ນີ້ ແມ່ນມີ ນະຄອນຫຼວງວຽງຈັນ ແລະ 10 ແຂວງ.
ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 467 ຄົນ ມີດັ່ງນີ້:
• ສໍາລັບການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 15 ຄົນ ຄື: ຈຳປາສັກ 11 ຄົນ ແລະ ສະຫວັນນະເຂດ 4 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈຳກັດບໍລິເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງ ເຂົ້າມາ ສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ທີ່ ແຂວງກໍານົດໄວ້
• ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 452 ຄົນ ຄື:
1. ນະຄອນຫຼວງ 232 ຄົນ ຈາກ 7 ເມືອງ ແລະ 66 ບ້ານ
• ເມືອງຈັນທະບູລີ ມີ 08 ບ້ານ (25 ຄົນ)
• ເມືອງສີໂຄດຕະບອງ ມີ 12 ບ້ານ (40 ຄົນ)
• ເມືອງໄຊເສດຖາ ມີ 16 ບ້ານ (31 ຄົນ ແລະ ສະຖານທີ່ຄຸມຂັງ 75 ຄົນ)
• ເມືອງສີສັດຕະນາກ ມີ 08 ບ້ານ (20 ຄົນ )
• ເມືອງ ນາຊາຍທອງ ມີ 03 ບ້ານ ( 06 ຄົນ)
• ເມືອງໄຊທານີ ມີ 11 ບ້ານ (23 ຄົນ)
• ເມືອງຫາດຊາຍຟອງ ມີ 07 ບ້ານ (11 ຄົນ)
• ຍັງສືບຕໍ່ເອົາຂໍ້ມູນ 01 ຄົນ
2. ຫຼວງພະບາງ 57 ຄົນ
• ນະຄອນຫຼວງພະບາງ ມີ 10 ບ້ານ ແລະ 1 ສະຖານທີ່ຄຸມຂັງ (35 ຄົນ)
ວັດຫາດຮຽນ ມີ 14 ຄົນ
ບ້ານທາດໂບສົດມີ 6 ຄົນ
ບ້ານປາກປາ ມີ 4 ຄົນ
ບ້ານຜາສຸກ ມີ 3 ຄົນ
ບ້ານໂພສີ ມີ 2 ຄົນ
ບ້ານຄອຍ, ສະຖານທີ່ຄຸມຂັງຜາໂອ, ບ້ານພູໝອກ, ບ້ານພູເຫຼັກ, ບ້ານມ້າ, ບ້ານວັງເງີນ, ມີ ບ້ານລະ 1 ຄົນ
• ເມືອງນໍ້າບາກ ມີ (14 ຄົນ)
– ບ້ານວັງຄໍາ ມີ 6 ຄົນ
– ບ້ານນ້ຳມອງ ມີ 5 ຄົນ
– ບ້ານຫ້ວຍເຢັນ ມີ 2 ຄົນ
– ບ້ານປາກມອງ ມີ 1 ຄົນ
• ເມືອງປາກອູ ມີ 2 ບ້ານ (7 ຄົນ)
– ບ້ານຫາດຄໍ້ ມີ 4 ຄົນ
– ບ້ານຖິ່ນຈະເລີນ ມີ 3 ຄົນ
• ເມືອງງອຍ ມີ 1 ຄົນ ຈາກບ້ານສົບກອງ
3. ບໍ່ແກ້ວ 3 ຄົນ : ເມືອງຫ້ວຍຊາຍ, ບ້ານມົກກະຈອກ ມີ 03 ຄົນ
4. ແຂວງວຽງຈັນ 6 ຄົນ
• ເມືອງໂພນໂຮງ, ມີ 03 ຄົນ ຈາກ 02 ບ້ານ,
– ບ້ານສະກ້າ ມີ 02 ຄົນ
– ບ້ານຫຼັກ 52 ມີ 01 ຄົນ
• ເມືອງແກ້ວອຸດົມ, ມີ 2 ຄົນ ຈາກ 2 ບ້ານ
ບ້ານທ່າລາດ ມີ 01 ຄົນ
ບ້ານແສງສະຫວ່າງ ມີ 01 ຄົນ
• ເມືອງວຽງຄໍາ, ບ້ານໂພນຊອງ ມີ 01 ຄົນ
5. ຫຼວງນໍ້າທາ 49 ຄົນ
• ເມືອງນ້ຳທາ, ມີ 10 ບ້ານ, 43 ຄົນ
ບ້ານຫຼັກຄໍາໃໝ່ ມີ 31 ຄົນ
ບ້ານຫລວງ ມີ 02 ຄົນ
ບ້ານໂພນໄຊ ມີ 01 ຄົນ
ບ້ານນໍ້າກົງ ແລະ ບ້ານໄຊສົມບູນ ມີບ້ານລະ 02 ຄົນ
ບ້ານຂອນ, ບ້ານນາລີ, ບ້ານນ້ຳແດງ, ບ້ານພຽງງາມ, ບ້ານໜອງວຽງ ມີ
ບ້ານລະ 01 ຄົນ
• ເມືອງສິງ, ມີ 03 ບ້ານ, 05 ຄົນ
ບ້ານສິງຈະເລີນ ມີ 03 ຄົນ
ບ້ານຊຽງແລ ມີ 01 ຄົນ
ບ້ານຊຽງຍືນ ມີ 1 ຄົນ
ເມືອງວຽງພູຄາ, ບ້ານທົ່ງແປງ ມີ 1 ຄົນ
6. ບໍລິຄໍາໄຊ 15 ຄົນ
• ເມືອງປາກຊັນ 1 ຄົນ, ບ້ານ ອານຸສອນໄຊ
• ເມືອງ ປາກກະດິງ 13 ຄົນ
ບ້ານນ້ຳສາງ 8 ຄົນ
ບ້ານທົ່ງນາມີ 3 ຄົນ
ຫ້ວຍໄຮ 2 ຄົນ
• ບ້ານ ນາຄູນນ້ອຍ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ 1 ຄົນ (ຂັບລົດ ຢູ່
ບໍລິສັດແຫ່ງໜຶ່ງ)
7. ຄໍາມວນ 27 ຄົນ
• ເມືອງທ່າແຂກ ມີ 10 ບ້ານ, 22 ຄົນ
ບ້ານສົມສະອາດ ມີ 4 ຄົນ
ບ້ານ ສົມສະໜຸກ ມີ 4 ຄົນ
ບ້ານດອນມະໄຫຼ ມີ 3 ຄົນ
ບ້ານນາຕາດ ມີ 2 ຄົນ
ບ້ານສຸກສະຫວັນ ມີ 2 ຄົນ
ບ້ານຈອມແກ້ວ ມີ 2 ຄົນ
ບ້ານນາບົງ ມີ 2 ຄົນ
ບ້ານມ່ວງສຸມ, ບ້ານນາລວງ ແລະ ບ້ານກົກຕ້ອງ ມີບ້ານລະ 1 ຄົນ
ເມືອງຄູນຄໍາ, ບ້ານ ຜາຊ້າງ ມີ 03 ຄົນ
• ສຳລັບເມືອງເຊບັ້ງໄຟ, ບ້ານສັງ ແລະ ເມືອງຫີນບູນ, ບ້ານຫ້ວຍເຂົ້າຫີ້ນ ບ້ານລະ
1 ຄົນ
8. ສາລະວັນ 25 ຄົນ
• ເມືອງສະໜ້ວຍ, ມີ 02 ບ້ານ, 13 ຄົນ
ບ້ານເທດສະບານ ມີ 11 ຄົນ
ບ້ານລະຮາງ ມີ 02 ຄົນ
ເມືອງສາລະວັນ, ມີ 03 ບ້ານ, 12 ຄົນ
ບ້າຄັນທະລາດ ມີ 06 ຄົນ
ບ້ານບຶງຂາມ ມີ 04 ຄົນ
ບ້ານໂພນບົກ ມີ 02 ຄົນ
9. ສະຫວັນນະເຂດ 17 ຄົນ
• ນະຄອນໄກສອນ ມີ 07 ບ້ານ, 15 ຄົນ
ບ້ານດົງນາຄໍາ ມີ 06 ຄົນ
ບ້ານໂພນສະຫວ່າງໃຕ້ ມີ 04 ຄົນ
ບ້ານສະໜາມໄຊ ມີ 01 ຄົນ
ບ້ານໂນນສະຫວາດ ມີ 01 ຄົນ
ບ້ານສຸນັນທາ ມີ 01 ຄົນ
ບ້ານຊອກ ມີ 01 ຄົນ
ບ້ານໜອງຜື ມີ 01 ຄົນ
• ເມືອງອຸທຸມທອນ, ມີ 02 ບ້ານ, 02 ຄົນ
ບ້ານຈະເລີນສຸກ ມີ 01 ຄົນ
ບ້ານໄຊຍະເພັດ ມີ 01 ຄົນ
10.ຈໍາປາສັກ 18 ຄົນ
• ນະຄອນປາກເຊ, ມີ 08 ບ້ານ, 13 ຄົນ
ບ້ານທົ່ງ ມີ 05 ຄົນ
ບ້ານແກ ມີ 01 ຄົນ,
ບ້ານດົງກະໂລງ ມີ 01 ຄົນ
ບ້ານໂພນງາມ ມີ 01 ຄົນ
ບ້ານສາງນ້ໍາມັນ ມີ 01 ຄົນ
ບ້ານສະໜາມໄຊ ມີ 01 ຄົນ
ບ້ານໂນນສະຫວ່າງ ມີ 01 ຄົນ
ບ້ານກາງ ມີ 01 ຄົນ
• ເມືອງໂພນທອງ ມີ 03 ບ້ານ, 05 ຄົນ
ບ້ານທ່າຫລວງ ມີ 02 ຄົນ
ບ້ານຫ້ວຍເພັກ ມີ 02 ຄົນ
ບ້ານໝໍສະລຽບ ມີ 01 ຄົນ
ສໍາລັບຄົນເຈັບເສຍຊີວິດ 1 ຄົນ, ລາຍລະອຽດ ດັ່ງນີ້:
– ເພດຊາຍ ອາຍຸ 66 ປີ, ອາຊີບ: ພະນັກງານບໍານານ, ບ້ານ ຫນອງປີງ, ເມືອງຈັນທະບູລີ, ແຂວງນະຄອນຫລວງ.
ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປິ່ນປົວຢູ່ ໂຮງຫມໍມິດຕະພາບ ໃນວັນທີ
05/10/2021.
– ພະຍາດປະຈໍາຕົວ: ພະຍາດໝາກໄຂ່ຫຼັງ, ປະດົງຂໍ່, ເສັ້ນປະສາດແອວຖືກກົດທັບ, ບາດແຜຕິດເຊື້ອຊໍ້າເຮື້ອຢູ່ຂໍ່ຕີນເບື້ອງຂວາ
– ໄດ້ສັກວັກຊິນຄົບໂດສ
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 05/10/2021-22/10/2021
ເວລາ 13:30 ໂມງຂອງວັນທີ 22/10/2021 ຜູ້ກ່ຽວໄດ້ເສຍຊີວິດ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19
– ບັນດາແຂວງ
• ແມ່ນສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ19 ໄດ້ຢູ່ໂຮງໝໍແຂວງຫຼືຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງກຳນົດຢູ່ພາຍໃນແຂວງ
• ນອກຈາກນັ້ນຖ້າຫາກມີການຕິດເຊື້ອໃໝ່ທີມງານເຝົ້າລະວັງຂອງແຂວງກໍຈະໄປຊອກຄົ້ນຫາຄົນຜູ້ຕິດເຊື້ອແບບບຸກໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູສະຖານທີ່ ເຊິ່ງມີຜູ້ຕິດເຊື້ອໃໝ່ ແລະ ເຂດທີ່ມີການລະບາດໃນຊຸມຊົນ
➢ ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ປະກອບມີ:
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00-11:30 ໂມງ
– ຫ້ອງການປົກຄອງເມືອງໄຊທານີ (ວັນຈັນ ຫາ ເສົາ) ເວລາ 9:00-11:30 ໂມງ
• ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີ
ການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍ
ທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບສະຖານໃຫ້ ວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍ ສູນກາງ
2. ໂຮງໝໍ ເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຮອດ ວັນສຸກ)
ປະຈຸບັນສາມາດສັກວັກຊີນໄດ້
• ເຂັ້ມທີ່ 1 ໄດ້ 3.186.921 ຄິດເປັນເປີເຊັນ 43,43 %
• ທຸກເຂັມທີ່ແນະນໍາ ໄດ້ 2.717.482 ຄິດເປັນ ເປີເຊັນ 37,03 %
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 22 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,113 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈຳກັດບໍລິເວນ ຫຼືໂຮງແຮມຈໍາກັດບໍລິເວນ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.