ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 23 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 5,965 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 434 ຄົນ:
– ກໍລະນີນໍາເຂົ້າ ມີ 28 ຄົນ ຈາກ ແຂວງ ສາລະວັນ 10 ຄົນ, ສະຫວັນນະເຂດ 10 ຄົນ, ຈໍາປາສັກ 6 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ.
– ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 406 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 229 ຄົນ:
o ພະນັກງານບໍລິສັດ Trio 141 ຄົນ
o ພະນັກງານບໍລິສັດ Venture 51 ຄົນ
o ບໍລິສັດ DKSH 7 ຄົນ: ພະນັກງານ 5 ຄົນ ແລະ ຄອບຄົວພະນັກງານ 2 ຄົນ (ເຮັດວຽກໂຮງງານດຽບວູ 1 ຄົນ)
o ພະນັກງານໄອຍະການ ພ້ອມຄອບຄົວ 3 ຄົນ
o ທະຫານຕຳຫຼວດ 2 ຄົນ
o ບໍລິສັດໄອນິວ 1 ຄົນ
o ບໍລິສັດໂນວາອາໄຫຼ 1 ຄົນ
o ຕະຫຼາດທ່າງອນ 6 ຄົນ
o ຕະຫຼາດອົດຊີ 2 ຄົນ ( 1 ຄົນ ແມ່ຄ້າ ແລະ 1 ຄົນ ແມ່ນໄປຂາຍເລກນຳແມ່)
o ບໍລິສັດເມືອງວັງ 2 ຄົນ (ຄອບຄົວດຽວກັນ)
o ເຫຼືອນັ້ນ ທີມງານກຳລັງເກັບກຳລາຍລະອຽດຂໍ້ມູນຕື່ມ 9 ຄົນ
2. ຄຳມ່ວນ 69 ຄົນ: ຊື່ງມາຈາກບໍລິສັດຄາຍຢວນ 64 ຄົນ ຄື:
o  ທ່າແຂກ 46 ຄົນ, ນາກາຍ 1 ຄົນ, ມະຫາໄຊ 4 ຄົນ, ເຊບັ້ງໄຟ 2 ຄົນ, ໄຊບົວທອງ 4 ຄົນ ແລະ ຍົມມະລາດ 12 ຄົນ
3. ແຂວງວຽງຈັນ 49 ຄົນ:
o  ເມືອງ ໂພນໂຮງ (ບ້ານ ໂພນຫໍ, ໂພນງາມ, ໂພນແກ້ວ, ນາຊູ)
o  ເມືອງໝື່ນ 10 ຄົນ ກ່ຽວຂ້ອງກັບ ເຮືອນດີ
4. ຈໍາປາສັກ 28 ຄົນ:
o ເມືອງ ບາຈຽງ 14 ຄົນ (ນິຄົມ ສວນຢາງ ບ້ານໜອງກອກ ແລະ ນິຄົມ ດາກລັກ ບ້ານໜອງນ້ຳຂາວ)
o  ເມືອງປະທຸມພອນ 01 ຄົນ (ບ້ານໜອງເພາະ)
o  ນະຄອນປາກເຊ 12 ຄົນ (ຫ້ວຍຍາງຄຳໃຕ້, ສາງນັ້ນມັນ, ໂຊກອຳນວຍທົ່ງ, ໂນນດູ່, ພະບາດ ແລະ ໂນນສະຫວ່າງ)
5. ຫຼວງພະບາງ 12 ຄົນ: ຈາກ ບ້ານໂພນໄຊ, ເມືອງນານ
6. ບໍ່ແກ້ວ 6 ຄົນ:
o ຈາກ ເຂດເສດຖະກິດ ພິເສດ 04 ຄົນ
o ບ້ານຄ້ວານ, ເມືອງ ຕົ້ນເຜີ້ງ 02 ຄົນ
7. ສະຫວັນນະເຂດ 3 ຄົນ:
o ຜູ້ທີ 1 ນັກສຶກສາແພດ, ບ້ານດົງດໍາດວນ, ນະຄອນໄກສອນ
o ຜູ້ທີ 2 ອາຊີບ ຊິບປີ້ງ, ບ້ານເຊໂນ, ເມືອງອຸທຸມພອນ
o ຜູ້ທີ 3 ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ຢູ່ບ້ານວົງພັນສີ
8. ອັດຕະປື 4 ຄົນ
o ເມືອງ ສາມັກຄີໄຊ 03 ຄົນ (ບ້ານ ສາມັກຄີໄຊ, ບ້ານ ເຊຂະໜາມ ແລະ ບ້ານ ໂພນສະຫວ່າງ)
o ບ້ານ ໄຊສີ, ເມືອງ ໄຊເສດຖາ 01 ຄົນ
9. ສາລະວັນ 3 ຄົນ:
o ບ້ານໂພນແກ້ວ, ເມືອງສາລະວັນ 02 ຄົນ ( 1 ຄົນ ເປັນພະນັກງານແພດ ເຮັດວຽກ ຢູ່ພະແນກກາຍະບໍາບັດຂອງໂຮງໝໍແຂວງສາລະວັນ)
o ອີກ 01 ແມ່ນ ພະນັກງານ ການຄ້າເມືອງສາລະວັນ (ສາມີ-ພັນລະຍາ)
10. ຫລວງນໍ້າທາ 2 ຄົນ (ເປັນຄົນຈີນທັງໝົດ)
11. ອຸດົມໄຊ 1 ຄົນ
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 21,080 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,508 ຄົນ.
 ເຂດສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ໃນນະຄອນຫຼວງວຽງຈັນ:
– ໂຮງງານ ອານປີ, ບ້ານ ໜອງທາເໜືອ, ເມືອງຈັນທະບູລີ
– ໂຮງງານ ທຣີໂອ, ບ້ານ ສີເກີດ, ເມືອງ ນາຊາຍທອງ
– ໂຮງງານເວັນເຈີ, ບ້ານ ສີວິໄລ, ເມືອງ ໄຊທານີ
– ຕະຫຼາດ ທ່າງ່ອນ
– ໂຮງງານນໍ້າດື່ມ ຄຣິດສະຕອນ
– ບໍລິສັດ ເມືອງວັງ
– ບໍລິສັດ DKSH
– ຕະຫຼາດໂອຊີ
 ປັດຈຸບັນ ບ້ານທີ່ຍັງເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 69 ບ້ານ
 ບ້ານໃໝ່ທີ່ກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 11 ບ້ານ ໃນ 5 ເມືອງ:
o ເມືອງໄຊທານີ: ບ້ານ ນາທົ່ມ ແລະ ສົມສະຫວັນ
o ເມືອງ ໄຊເຊດຖາ: ບ້ານ ທາດຫຼວງໃຕ້
o ເມືອງ ຫາດຊາຍຟອງ: ບ້ານ ສິມມະໂນ
o ເມືອງ ສີໂຄດຕະບອງ: ບ້ານ ໜອງບົວທອງເໜືອ ແລະ ນາເລົ່າ
o ເມືອງ ນາຊາຍທອງ: ນາຊາຍທອງເໜືອ, ປັກແຮດ, ອີໄລເໜືອ, ດົງຫຼວງ, ແລະ ນາຄູນ
 ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນແມ່ນມີ:
1) ຈຸດເກັບຕົວຢ່າງ ເດີ່ນກິລາໃນຮົ່ມ ບຶງຂະຫຍອງ
2) ຈຸດເກັບຕົວຢ່າງ ເມືອງໄຊເສດຖາ ໂຮງຮຽນ ມສ ລາວ-ຫວຽດ
3) ຈຸດເກັບຕົວຢ່າງ ມສ ເຈົ້າອະນຸວົງ
4) ຈຸດເກັບຕົວຢ່າງ ເຄື່ອນທີ່ຕາມໂຮງງານ 3 ກຸ່ມ
5) ຈຸດເກັບຕົວຢ່າງ ເມືອງ ນາຊາຍທອງ ແມ່ນຢູ່ ໂຮງໝໍເມືອງ
6) ຈຸດເກັບຕົວຢ່າງ ເມືອງ ໄຊທານີ ແມ່ນຢູ່ ມສ ຕານມີໄຊ
7) ນອກຈາກນີ້ ຍັງມີບັນດາໂຮງໝໍສູນກາງ
ເຊິ່ງທັງ 7 ທີມແມ່ນໃຫ້ບໍລິການບັນດາທ່ານທຸກວັນຕອນເຊົ້າ 9:00–12:00 ໂມງ (ວັນຈັນ ຫາ ວັນອາທິດ) ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະ
ຖານທີ່ທີ່ກຳນົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການລະບາດໃນຊຸມຊົນ.
• ການໃຫ້ບໍລິການ ສັກວັກຊິນຍັງສືບຕໍ່ ຄືເກົ່າ ຈຸດທີ 1) ຢູ່ ສູນການຄ້າລາວໄອເຕັກ, 2) ຢູ່ວັດຈີນ ບ້ານດົງປາແລບ, 3) ໂຮງໝໍເມືອງ 9 ຕົວເມືອງ, ສໍາລັບບ້ານແດງ ຈະມີທີມເຄື່ອນທີ່ລົງໃຫ້ບໍລິການໃນເຂດບ້ານຂອງທ່ານ.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 23 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1,642 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 118 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 7,095 ຄົນ.