ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາໃນມື້ວານ ວັນທີ 23 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2,684 ຕົວຢ່າງ ໃນຂອບເຂດທົ່ວປະເທດແລະພົບເຊື້ອທັງໝົດ 239 ຄົນ(ຕິດເຊື້ອພາຍໃນມີ 198 ຄົນ ແລະ ຕິດເຊື້ອນໍາເຂົ້າ 41 ຄົນ)ດັ່ງນັ້ນຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນສປປລາວຮອດປະຈຸບັນ ແມ່ນ 141,933 ຄົນ, ເສຍຊີວິດສະສົມ 617ຄົນ (ໃນນີ້ເສຍຊີວິດໃໝ່ 1ຄົນ), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 294 ຄົນ, ກໍາລັງປິ່ນປົວ 1.629 ຄົນ(ຜູ້ຕິດເຊື້ອໂຄວິດ ປະຈຸບັນ )
ຈຳນວນຕົວເລກ ການຕິດເຊືື້ອໃໝ່ພາຍໃນປະເທດມື້ວານນີ້ ທັງໝົດມີ 198 ຄົນ ຈາກ ນະຄອນຫຼວງວຽງຈັນແລະ 15 ແຂວງ ມີດັ່ງນີ້:
1 ນະຄອນຫຼວງ 53 ຄົນ
2 ບໍລິຄໍາໄຊ 34 ຄົນ
3 ສະຫັວນນະເຂດ 29 ຄົນ
4 ຫົວພັນ 16 ຄົນ
5 ອັດຕະປື 12 ຄົນ
6 ໄຊສົມບູນ 9 ຄົນ
7 ວຽງຈັນ 7 ຄົນ
8 ຊຽງຂວາງ 7 ຄົນ
9 ຫຼວງພະບາງ 5 ຄົນ
10 ຄໍາມ່ວນ 5 ຄົນ
11 ສາລະວັນ 5 ຄົນ
12 ໄຊຍະບູລີ 5 ຄົນ
13 ຜົ້ງສາລີ 4 ຄົນ
14 ຈໍາປາສັກ 3 ຄົນ
15 ຫຼວງນໍ້າທາ 2 ຄົນ
16 ອຸດົມໄຊ 2 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີ 41 ຄົນ ຈາກສະຫວັນນະເຂດ 16 ຄົນ, ຂຽງຂວາງ 9 ຄົນ, ບໍລິຄຳໄຊ 7 ຄົນ, ຈຳປາສັກ 4 ຄົນ, ນະຄອນຫຼວງ 3 ຄົນ ແລະ ຄຳມ່ວນ 2 ຄົນ, ທຸກຄົນໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດພົບເຊື້ອ.
 ສຳລັບຄົນທີ່ເສຍຊີວິດໃໝ່ 01 ຄົນ ຈາກ: ແຂວງຊຽງຂວາງ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ຢູ່ນະຄອນຫຼວງວຽງຈັນແມ່ນມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່ຢູ່ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ 5 ເມສາ, ໂຮງໝໍແມ່ແລະເດັກເກີດໃໝ່ແລະໂຮງໝໍເດັກ).
 ນອກຈາກນັ້ນພວກເຮົາຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ