ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 25 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,627 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,510 ຄົນ(ຕິດເຊື້ອພາຍໃນ 1,509 ຄົນ ແລະ ກໍລະນີນຳເຂົ້າ 1 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,509 ຄົນ ຈາກ 18 ແຂວງ ເຊິ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 856 ຄົນ ໃນ 204 ບ້ານ ແລະ 9 ເມືອງ
2. ຫຼວງພະບາງ ມີ 134 ຄົນ ໃນ 43 ບ້ານ ແລະ 8 ເມືອງ
3. ແຂວງວຽງຈັນ ມີ 107 ຄົນ ໃນ 31 ບ້ານ ແລະ 9 ເມືອງ
4. ໄຊຍະບູລີ ມີ 74 ຄົນ ໃນ 12 ບ້ານ ແລະ 2 ເມືອງ
5. ບໍ່ແກ້ວ ມີ 70 ຄົນ ໃນ 27 ບ້ານ ແລະ 4 ເມືອງ
6. ສະຫວັນນະເຂດ ມີ 63 ຄົນ ໃນ 28 ບ້ານ ແລະ 5 ເມືອງ
7. ຈຳປາສັກ ມີ 48 ຄົນ ໃນ 25 ບ້ານ ແລະ 3 ເມືອງ
8. ອຸດົມໄຊ ມີ 42 ຄົນ ໃນ 13 ບ້ານ ແລະ 2 ເມືອງ
9. ບໍລິຄຳໄຊ ມີ 36 ຄົນ ໃນ 4 ບ້ານ ແລະ 2 ເມືອງ
10. ຫົວພັນ ມີ 21 ຄົນ ໃນ 6 ບ້ານ ແລະ 2 ເມືອງ
11. ເຊກອງ ມີ 13 ຄົນ ໃນ 1 ບ້ານ ແລະ 1 ເມືອງ
12. ສາລະວັນ ມີ 12 ຄົນ ໃນ 7 ບ້ານ ແລະ 3 ເມືອງ
13. ຫຼວງນ້ຳທາ ມີ 11 ຄົນ, ໃນ 3 ບ້ານ ແລະ 1 ເມືອງ
14. ຜົ້ງສາລີ ມີ 6 ຄົນ ໃນ 4 ບ້ານ ແລະ 4 ເມືອງ
15. ຄຳມ່ວນ ມີ 5 ຄົນ ໃນ 14 ບ້ານ ແລະ 3 ເມືອງ
16. ຊຽງຂວາງ ມີ 5 ຄົນ ໃນ 3 ບ້ານ ແລະ 1 ເມືອງ
17. ໄຊສົມບູນ ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ
18. ອັດຕະປື 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ ຈາກແຂວງບໍລິຄຳໄຊ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງແລະສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
• ມາຮອດວັນທີ 25 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 68,832 ຄົນ, ເສຍຊີວິດສະສົມ 148 ຄົນ(ໃໝ່ 04), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 761 ຄົນແລະກໍາລັງປິ່ນປົວ 10,981 ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:
1). ເພດຍິງ, ອາຍຸ 64 ປີ, ອາຊີບ: ແມ່ເຮືອນ, ບ້ານນາຂ່າ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ.
-ມີພະຍາດປະຈຳຕົວ: ຄວາມດັນເລືອດສູງ
-ເລີ່ມວັນທີ 25 ພະຈິກ 2021: ມີອາການຖອກທ້ອງ, ອິດເມື່ອຍ ແລະ ໝົດສະຕິ ໄປໂຮງໝໍເມືອງນາຊາຍທອງ ເກັບຕົວຢ່າງກວດເພື່ອຊອກພະຍາດໂຄວິດ-19 ພົບເຊື້ອ
ໄດ້ຖືກນຳສົ່ງໄປໂຮງໝໍມິດຕະພາບເພື່ອປິ່ນປົວ ແຕ່ຄົນເຈັບໄດ້ເສຍສະຕິ ແພດໄດ້ແຍ່ທໍ່ຊ່ວຍຫາຍໃຈເພື່ອເຊີດຊູຄົນເຈັບ
- ຮອດວັນທີ 25 ພະຈິກ 2021 ເວລາ 10:30 ຂອງ: ຄົນເຈັບໄດ້ເສຍຊີວິດ
2. ເພດຍິງ, ອາຍຸ 72 ປີ, ບ້ານຄໍາຮຸ່ງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ
-ມີພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ, ນໍ້າຖ້ວມປອດ ແລະ ມີອາການຕິດເຊື້ອ.
– ສັກຢາວັກຊີນຄົບ
– ວັນທີ 20 ພະຈິກ 2021: ມີອາການໄອ, ອິດເມື່ອຍ, ຫາຍໃຈຝືດ ແລະນອນພຽງບໍ່ໄດ້
– ວັນທີ 23 ພະຈິກ 2021: ມາຮອດສຸກເສີນຂອງໂຮງໝໍມິດຕະພາບ ເກັບຕົວຢ່າງກວດເພື່ອຊອກພະຍາດໂຄວິດ-19 ຜົນກວດແມ່ນພົບເຊື້ອແລະໄດ້ເຂົ້ານອນຕິດຕາມ
– ວັນທີ 23-25 ພະຈິກ 2021, ເປັນເວລາ 03 ວັນ
-ວັນທີ 25 ພະຈິກ 2021 ມາຮອດເວລາ 19:14 ໂມງ ຄົນເຈັບໄດ້ເສຍຊີວິດ
3. ເພດຍິງ, ອາຍຸ 44 ປີ, ບ້ານຫ້ວຍກໍ້, ເມືອງຈອມເພັດ, ແຂວງຫຼວງພະບາງ
– ບໍ່ມີພະຍາດປະຈຳຕົວ ແລະ ບໍ່ໄດ້ສັກວັກຊີນ
– ວັນທີ 08 ພະຈິກ 2021: ຜົນກວດພົບເຊື້ອແລ້ວເຂົ້ານອນຕິດຕາມຢູສູນເຂື່ອນນ້ຳຂອງ ເມືອງຈອມເພັດ ແຂວງຫຼວງພະບາງ
– ວັນທີ 15 ພະຈິກ 2021: ໄດ້ນໍາສົ່ງຄົນເຈັບຈາກສູນເຂື່ອນນ້ຳຂອງເມືອງຈອມເພັດ ມາໂຮງໝໍແຂວງດ້ວຍອາການອິດເມື່ອຍ, ມີອາການບວມຕາມແຂ່ງຂາແລະໃບໜ້າ.
• ເວລາ 8:10 ໂມງ ຂອງວັນທີ 21 ພະຈິກ 2021: ຄົນເຈັບມີອາການອິດເມື່ອຍ
• ຕໍ່ມາຄົນເຈັບມີອາການໜັກຂຶ້ນຈຶ່ງນຳສົ່ງເຂົ້າຫ້ອງ ICU ແລະ ເສຍຊີວິດໃນເວລາຕໍ່ມາ
4. ເພດຍິງ, ອາຍຸ 51 ປີ, ບ້ານຫ້ວຍຫ້ອມ, ເມືອງສີໂຄດຕະບອງ, ນະຄອນຫລວງ
– ພະຍາດປະຈໍາໂຕ: ເບົາຫວານ
– ໄດ້ສັກວັກຊີນສອງເຂັມຄົບ
– ເວລາ 23:30 ໂມງ ຂອງວັນທີ 24 ພະຈິກ 2021: ມາກວດຢູ່ໂຮງໝໍເສດຖາທິລາດດ້ວຍອາການໄຂ້, ໄອແລະຫາຍໃຈຝືດພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ
– ມາຮອດເວລາ 21:05 ໂມງ ຂອງວັນທີ 25 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່(ກວດວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ມີ:
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ມັດທະຍົມຕົ້ນ ເຈົ້າອານຸວົງ
 ທີມກວດເຄື່ອນທີ່:
– ມີທີມກວດເຄື່ອນທີ່ ໃນເມືອງ ໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ5 ເມສາ, ແມ່ ແລະ ເດັກເກີດໃໝ່, ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ນອກຈາກນັ້ນກໍ່ມີໜ່ວຍບໍລິການສັກວັກຊີນນອກສະຖານທີ່ ຄື: ວັດຈີນ, ບ້ານ ດົງປາແລບ, ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດມີ: 1,027 ບ້ານ, 86 ເມືອງ ແລະ 18 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ມື້ວານນີ້ ມີ 12 ບ້ານ ໃນ 12 ເມືອງ 8 ແຂວງ
• ບ້ານແດງກາຍເປັນບ້ານເຫຼືອງໃນນະຄອນຫຼວງວຽງຈັນບໍ່ມີ
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 25 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,458 ຄົນ.
ຮອດປະຈຸບັນທົ່ວປະເທດມີຜູ້ຈຳກັດບໍລິເວນທັງໝົດ 3,994 ຄົນ (ສູນ 2,445 ຄົນ ແລະ ໂຮງແຮມ 1,549 ຄົນ) ໃນ 86 ສູນ ແລະ 59 ໂຮງແຮມ.