ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 27 ພະຈິກ 2021 ສປປ ລາວ ກວດພົບຜູ້ຕິດເຊື້ອ ໂຄວິດ 19 ທັງໝົດ 1,491 ຄົນ, ເສຍຊີວິດ 7 ຄົນ.
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ 26 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ11,171ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,491ຄົນ(ຕິດເຊື້ອພາຍໃນ 1,491ຄົນ ແລະ ກໍລະນີນຳເຂົ້າ 0 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ1,491ຄົນຈາກ 18 ແຂວງເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 481ຄົນ ໃນ155ບ້ານ ແລະ 9 ເມືອງ
2. ແຂວງວຽງຈັນມີ 219ຄົນໃນ42ບ້ານ ແລະ 9 ເມືອງ
3. ຈຳປາສັກ ມີ 121ຄົນໃນ63ບ້ານ ແລະ 9 ເມືອງ
4. ຫຼວງພະບາງ ມີ 107ຄົນໃນ52ບ້ານ ແລະ 10 ເມືອງ
5. ໄຊຍະບູລີ ມີ 99ຄົນໃນ 19 ບ້ານ ແລະ 2 ເມືອງ
6. ບໍ່ແກ້ວ ມີ 76ຄົນໃນ22ບ້ານ ແລະ 2 ເມືອງ
7. ອຸດົມໄຊ ມີ 71ຄົນໃນ 13ບ້ານ ແລະ 1 ເມືອງ
8. ສະຫວັນນະເຂດ ມີ 66ຄົນໃນ31ບ້ານ ແລະ 7 ເມືອງ
9. ອັດຕະປື 52 ຄົນ ໃນ21ບ້ານ ແລະ 3 ເມືອງ
10. ຜົ້ງສາລີ ມີ 51ຄົນໃນ8ບ້ານ ແລະ 3ເມືອງ
11. ບໍລິຄຳໄຊ ມີ 39ຄົນໃນ 9 ບ້ານ ແລະ 5 ເມືອງ
12. ຊຽງຂວາງ ມີ 29 ຄົນໃນ12ບ້ານ ແລະ 2 ເມືອງ
13. ຄຳມ່ວນ ມີ 24ຄົນໃນ5ບ້ານ ແລະ 3 ເມືອງ
14. ສາລະວັນ ມີ 15ຄົນໃນ6ບ້ານ ແລະ 3 ເມືອງ
15. ຫົວພັນ ມີ 15ຄົນ ໃນ8ບ້ານ ແລະ 4 ເມືອງ
16. ຫຼວງນ້ຳທາ ມີ 15ຄົນ, ໃນ8ບ້ານ ແລະ 2 ເມືອງ
17. ເຊກອງ ມີ 9ຄົນໃນ4ບ້ານ ແລະ 2 ເມືອງ
18. ໄຊສົມບູນ ມີ 2 ຄົນ ໃນ2ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນບໍ່ມີ
• ມາຮອດວັນທີ 26ພະຈິກ2021ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ70,323 ຄົນ, ເສຍຊີວິດສະສົມ154ຄົນ(ໃໝ່ 07), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ607ຄົນແລະກໍາລັງປິ່ນປົວ11,378
 ລາຍລະອຽດຜູ້ເສຍຊີວິດໃໝ່ 07 ຄົນ ມີດັ່ງນີ້:
1. ເພດຊາຍ, ອາຍຸ 59 ປີ, ບ້ານນາກໍາ, ເມືອງໂພນໂຮງ, ແຂວງວຽງຈັນ
– ບໍ່ມີພະຍາດປະຈຳໂຕ
– ໄດ້ສັກຢາວັກຊີນຄົບ
– ເວລາ 22:15 ນາທີຂອງວັນທີ 25 ພະຈິກ 2021: ຄົນເຈັບບໍ່ໄດ້ສະຕິຫຼັງຈາກລົ້ມຢູ່ບ້ານ, ຄອບຄົວໄດ້ພາ ໄປກວດຢູ່ໂຮງໝໍເມືອງແລະຖືກນຳສົ່ງມາຍັງສຸກເສີນຂອງໂຮງໝໍແຂວງວຽງຈັນ
ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ
•ໃນເວລາ 23:00 ໂມງ: ຄົນເຈັບໄດ້ເສຍຊີິວິດ
2. ເພດຍິງ, ອາຍຸ 50 ປີ, ອາຊີບ: ຄ້າຂາຍ, ບ້ານຫາດສະ, ເມືອງປາກທາ, ແຂວງບໍ່ແກ້ວ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ, ເຄີຍຜ່າຕັດໜີ້ວໄຂ່ຫຼັງໄດ້ 10 ປີ
– ຜ່ານມາບໍ່ໄດ້ສັກວັກຊີນກັນໂຄວິດ -19
– ວັນທີ 24 ພະຈິກ 2021 : ມາໂຮງໝໍດ້ວຍອາການຊຸດໂຊມທາງລະບົບຫາຍໃຈ,ຕົນຕົວກໍ່າແຫຼ້,
ກະວົນກະວາຍໄດ້ເກັບຕົວຢ່າງກວດຊອກຫາເຊື້ອcovid-19ພົບເຊື້ອ
ຄົນເຈັບເຂົ້າມາປິ່ນປົວຢູ່ຫ້ອງມໍລະສຸມ, ດ້ວຍລະບົບຫາຍໃຈຊຸດໂຊມ, ຕົນຕົວກໍ່າ
ແຫຼ້,ກະວົນກະວາຍ,ວັດແທກຄວາມດັນບໍ່ໄດ້ ແລະ ອົກຊີຕໍ່າ.
-ຮອດ ວັນທີ 25 ພະຈິກ 2021.ຄົນເຈັບມີໄດ້ເສຍ ຊີວິດ.
3. ເພດຊາຍ, ອາຍຸ 49 ປີ, ອາຊີບ: ເຮັດນາ, ບ້ານໂພນສະຫວ່າງ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
– ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມ.
– ຜ່ານມາໄດ້ສັກວັກຊີນກັນໂຄວິດ -19 ຄົບ.
– ວັນທີ 19 ພະຈິກ 2021: ຜູ້ກ່ຽວໄດ້ເຂົ້າມານອນປິ່ນປົວຢູ່ໂຮງໝໍແຂວງດ້ວຍອາການງ່ວງຊືມແລະບໍ່ໄດ້ສະຕິໄດ້ເກັບຕົວຢ່າງກວດຊອກຫາເຊື້ອcovid-19 ພົບເຊື້ອ.
– ໄລຍະທີ່ນອນປິ່ນປົວຢູ່ມໍລະສຸມຂອງໂຮງໝໍດັ່ງກ່າວເປັນເວລາ 07 ວັນ
– ມາເວລາ 19:30 ໂມງຂອງວັນທີ 25 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ.
4. ເພດຊາຍ, ອາຍຸ 73 ປີ, ບ້ານທົ່ງສ້າງນາງ, ເມືອງຈັນທະບູລີ, ນະຄອນຫລວງ
– ພະຍາດປະຈໍາຕົວ: 10 ປີຫລັງເປັນວັນນະໂລກປອດກິນຢາຄົບ, ເປັນເບົາຫວານແລະຄວາມດັນເລືອດສູງ
– ໄດ້ຢາສັກຢາວັກຊີນຄົບ
– ວັນທີ 15 ພະຈິກ 2021: ຄົນເຈັບມີໄອແຕ່ບໍ່ໄດ້ໄປກວດ
– ວັນທີ 18 ພະຈິກ 2021: ໄດ້ເກັບຕົວຢ່າງເພື່ອກວດຊອກຫາພະຍາດໂຄວິດ-19 ພົບເຊື້ອແລ້ວສົ່ງໄປສົ່ງສູນລ້ານຊ້າງ
– ວັນທີ 19 ພະຈິກ 2021: ຜູ້ກ່ຽວມີອາການຫນັກລົງຫາຍໃຈຝືດ, ໄອ, ອົກຊີຕໍ່າ, ກະວົນກະວາຍຈຶ່ງໄດ້ຍ້າຍມາ ຕິດຕາມຢູ່ໂຮງຫມໍມິດຕະພາບ
– ໄລຍະເວລາປີ່ນປົວຢູ່ໂຮງໝໍດັ່ງກ່າວເປັນເວລາ 8 ວັນ
– ຮອດເວລາ 06:10 ວັນທີ 26 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
5. ເພດຍິງ, ອາຍຸ 42 ປີ, ອາຊີບແມ່ເຮືອນ, ບ້ານດົງນາທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
-ບໍ່ມີພະຍາດປະຈໍາຕົວ ແລະ ບໍ່ໄດ້ສັກຢາວັກຊີນ
– ວັນທີ 22 ພະຈິກ 2021 ກວດພົບຕິດເຊື້ອໂຄວິດ-19
– ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍເມືອງປາກງື່ມ (ຫຼັງການຜ່າຕັດເກີດລູກເວລາ
00:00 ໂມງ 24 ພະຈິກ 2021 ທີ່ໂຮງໝໍເມືອງປາກງື່ມ). ໄດ້ສົ່ງຕໍ່ປິ່ນປົວທີ່ໂຮງໝໍມິດຕະພາບ
o ເວລາຕໍ່ມາມີອາການຫາຍໃຈບໍ່ອິ່ມ,ຊັກ, ຄົນເຈັບກະວົນກະວາຍແລະບໍ່ໄດ້ສະຕິໄດ້ແຍ່ທໍ່ຊ່ວຍຫາຍໃຈ
o ເວລາ 15:30 ນທີຂອງວັນທີ 26 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
6. ເພດຊາຍ, ອາຍ72ປີ, ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງ
– ພະຍາດປະຈໍາຕົວ: ເບົາຫວານ
– ໄດ້ຮັບສັກຢາວັກຊີນຄົບສອງເຂັມ
– ຄົນເຈັບມີອາການບໍ່ສະບາຍມາໄດ້ປະມານສອງອາທິດແລະໄດ້ໄປຫາໝໍຫຼາຍຄຣິນິກແຕ່ອາການບໍ່ດີຂື້ນ
ວັນທີ26ພະຈິກ2021: ຜູ້ກ່ຽວມາກວດຢູ່ໂຮງໝໍກະເສມລາດດ້ວຍອາການຖອກທ້ອງໄດ້ເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ-19ພົບເຊື້ອແລະເວລາຕໍ່ມາຄົນເຈັບໜັກລົງແພດໄດ້ຊ່ວຍປ້ຳຫົວໃຈ ແລະ ເຊີດຊູ ແຕ່ຄົນເຈັບບໍ່ຕອບສະໜອງແລະ ໄດ້ເສຍຊີວິດລົງ.
7. ເພດຊາຍ, ອາຍ72ປີ, ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງ
– ພະຍາດປະຈໍາຕົວ: ເບົາຫວານຫລາຍກວ່າ03ປີແລະຄວາມດັນເລືອດສູງກິນຢາປະຈໍາ
– ໄດ້ສັກຢາວັກຊີນຄົບ
– ວັນທີ11ພະຈິກ2021: ຜົນກວດຢັ້ງຢືນພົບເຊື້ອພະຍາດໂຄວິດ-19ແລະໄດ້ກັກໂຕຢູ່ໂຮງແຮມລະອອງດາວ
– ມາຮອດທີ13ພະຈິກ2021: ຄົນເຈັບມີອາການເມື່ອຍແລະຫາຍໃຈບໍ່ສະດວກຈີ່ງສົ່ງເຂົ້າມາປົວຢູ່ໂຮງໝໍເສດຖາທິລາດເປັນເວລາ12ວັນ
– ມາຮອດເວລາ10:35ນາທີຂອງວັນທີ26ພະຈິກ2021: ຄົນເຈັບໄດ້ເສຍຊີວິດ
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່(ກວດວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ມັດທະຍົມ ຕົ້ນ ເຈົ້າອານຸວົງ
 ທີມກວດເຄື່ອນທີ່:
– ມີທີມກວດເຄື່ອນທີ່ ໃນເມືອງ ໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ5 ເມສາ, ແມ່ ແລະ ເດັກເກີດໃໝ່, ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ນອກຈາກນັ້ນກໍ່ມີໜ່ວຍບໍລິການສັກວັກຊີນນອກສະຖານທີ່ ຄື: ວັດຈີນ, ບ້ານ ດົງປາແລບ, ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດມີ:1,042 ບ້ານ, 89 ເມືອງ ແລະ 17 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ມື້ວານນີ້ ມີ 9ບ້ານໃນ7 ເມືອງ4ແຂວງ
• ບ້ານແດງກາຍເປັນບ້ານເຫຼືອງໃນນະຄອນຫຼວງວຽງຈັນມີ 1 ບ້ານ : ບ້ານ ທ່າດອກຄຳ ເມືອງໄຊທານີ.
ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 26ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,823ຄົນ.
ຮອດປະຈຸບັນທົ່ວປະເທດມີຜູ້ຈຳກັດບໍລິເວນທັງໝົດ4,388ຄົນ (ສູນ 2,731ຄົນແລະ ໂຮງແຮມ1,657ຄົນ) ໃນ86 ສູນ ແລະ 59 ໂຮງແຮມ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
ມື້ນີ້ສະພາບຂອງການລະບາດພະຍາດໂຄວິດຢູ່ສປປລາວຍັງມີລາຍງານຕົວເລກເກີນ 1000 ຄົນ, ຊຶ່ງເປັນເວລາຊາວກ່ວາວັນ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ, ຈຳປະສັກແລະໄຊຍະບຸລີແມ່ນມີລາຍງານຕົວເລກເພີ້ມຂື້ນສູງເປັນ3 ຕົວເລກສ່ວນແຂວງອື່ນນັ້ນແມ່ນຍັງມີຕົວເລກລາຍງານໃໝ່ແຕ່ລະວັນຊຶ່ງສາມາດສັງລວມໄດ້ວ່າທ່າອ່ຽງຂອງພະຍາດໂຄວິດ19 ແມ່ນຍັງຢູ່ແນວຂາຂື້ນແລະຍັງບໍ່ທັນເຖີງຈຸດສູງສຸດເທື່ອ! ແລະ ມື້ນີ້ກໍ່ເປັນອີກວັນທີ່ມີຄົນເຈັບເສຍຊີວິດພຽງມື້ດຽວເຖີງ 7 ຄົນ.ດັ່ງນັ້ນ,ໃຫ້ທຸກຄົນໃນສັງຄົມຍັງສືບຕໍ່ປ້ອງກັນຕົນເອງແລະໄປຮັບວັກຊີນດ່ວນຖ້າບໍ່ທັນໄດ້ຮັບ.
ພິທີເປີດການສັກຢາວັກຊີນໃຫ້ແກ່ກຸ່ມອາຍຸແຕ່12-17ປີໃນທ່ົວປະເທດແມ່ນເລີ່ມແຕ່ອາທິດຜ່ານມາ, ຊຶ່ງເປັນນິມິດໝາຍໃນການເພີ້ມອັດຕາການປົກຄຸມດ້ວຍສັກຊີນປ້ອງກັນໂຄວິດ19ໃຫ້ສູງຂື້ນ, ປະສິດທິພາບຂອງວັກຊີນທີ່ສັກໃຫ້ເດັກນ້ອຍແມ່ນເທົ່າທຽມກັບວັກຊີນທີ່ສັກໃຫ້ຜູ້ໃຫ່ຍແລະຜົນຂ້າງຄຽງກໍ່ແມ່ນໜ້ອຍແລະຄ້າຍຄືກັບໃນຜູ້ໃຫຍ່! ດັ່ງນັ້ນຈຶ່ງແຈ້ງໃຫ້ຜູ້ປົກຄອງແລະບັນດາທ່ານທີ່ກຳລັງຕິດຕາມແລະຮັບຊົມແມ່ນມີຄວາມໝັ້ນໃຈຕໍ່ຄວາມປອດໄພຂອງວັກຊິນທີ່ທາງກະຊວງສາທາລະນະສຸກໄດ້ຮອງຮັບ.
. ຕາມຂໍ້ມູນຂອງຜົນການສຶກສາໄດ້ຢັ້ງຢືນໃຫ້ເຫັນວ່າຜູ້ທີ່ບໍ່ໄດ້ສັກວັກຊີນແມ່ນມີໂອກາດເສຍຊີວິດຍ້ອນພະຍາດໂຄວິດ-19 ສູງເຖີງ14ເທົ່າເມື່ອສົມທຽບກັບຄົນທີ່ໄດ້ຮັບຢາວັກຊິນ. ນອກຈາກນັ້ນຄົນທີ່ບໍ່ໄດ້ຮັບວັກຊີນແມ່ນມີໂອກາດຕິດເຊື້ອໂຄວິດສູງເຖີງ6ເທົ່າເມື່ອສົມທຽບກັບຄົນທີ່ໄດ້ສັກຢາວັກຊິນ. ສະນັ້ນ ສັງລວມໄດ້ວ່າຄົນທີ່ໄດ້ຮັບການສັກຢາວັກຊີນມີໂອກາດຕິດເຊື້ອ ແລະ ເສຍຊີວິດໄດ້ໜ້ອຍ ເມື່ອສົມທຽບໃສ່ຄົນທີ່ບໍ່ໄດ້ສັກຢາວັກຊີນ.
ໃນປັດຈຸບັນສັງຄົມມັກຕັ້ງຄຳຖາມຂື້ນວ່າ: ການລະບາດຂອງພະຍາດໂຄວິດ19 ເມື່ອໃດຈະສີ້ນສຸດແລະຍາມໃດທີ່ເຮົາສາມາດກັບຄືນສູ່ຊີວິດປົກກະຕີ? ຕໍ່ຄຳຖາມດັ່ງກ່າວລັດຖະບານຫຼາຍໆປະເທດໄດ້ມີຄວາມເຫັນທີ່ຄ້າຍຄືກັນວ່າພວກເຮົາບໍ່ສາມາດຢຸດຕິການລະບາດໄດ້ຢ່າງສີ້ນເຊີງໄດ້, ພວກເຮົາຈະຕ້ອງໄດ້ຢູ່ຮ່ວມກັບໂຄວິດ-19ແຕ່ຈະຕ້ອງຊອກຫາວິທີຫຼືຍຸດທະສາດວ່າພວກເຮົາຈະອອກຈາກການລະບາດຄັ້ງນີ້ໄດ້ແນວໃດ? ເພາະການປິດຫຼືລ໊ອກດາວເມືອງຊຶ່ງເປັນມາດຕະການທີ່ເຄີຍປະຕິບັດຜ່ານມາແມ່ນບໍ່ແທດເໝາະສຳຫຼັບໄລຍະຍາວ, ເພາະຜົນກະທົບດ້ານເສດຖະກິດແລະສັງຄົມແມ່ນອາດຈະສູງເກີນຈະຮັບໄດ້. ແຕ່ມາຮອດປັດຈຸບັນຍັງບໍ່ທັນມີປະເທດໃດທີ່ມີຍຸດທະສາດເພື່ອອອກຈາກການລະບາດພະຍາດນີ້ໄດ້ເທື່ອ! ເຖີງຢ່າງໃດກໍ່ຕາມມີ 4ຢ່າງທີ່ພວກເຮົາຈະຕ້ອງເອົາໃຈໃສ່ປະຕິບັດ:
1) ການສັກຢາວັກຊີນ
2) ປະຊາຊົນຕິດເຊື້ອແມ່ນຖ້າຫາຍດີຈະສ້າງພູມປ້ອງກັນຕົນເອງ,
3) ການປ່ຽນແປງພຶດຕິກຳຫຼືເຮົາເອີ້ນວ່າວິຖີຊີວິດໃໝ່.
4) ປະຕິບັດຕາມຄຳແນະນຂອງຄະນະສະເພາະກິດວາງອອກໃນແຕ່ລະໄລຍະ
ແລະຖ້າປະຕິບັດໄດ້4ຢ່າງແມ່ນຈະເຮັດໃຫ້ເຊື້ອໂຄວິດເຖີງຈະຍັງຢູ່ແຕ່ຈະບໍ່ສາມາດແຜ່ສູ່ຊຸມຊົນໄດ້ໄວ!ແລະສີ່ງທີ່ຂະແໜງສາທາລະນະສຸກທຸກຂັ້ນກຳລັງສຸມໃສ່ແມ່ນເຮັດແນວໃດບໍໃຫ້ຄົນເຈັບລົ້ນໂຮງໝໍ,ໂດຍສະເພາະຕຽງໃນຫ້ອງICU ເພື່ອຫຼຸດຜ່ອນການເສັຍຊີວິດ! ພວກເຮົາຈະນຳໃຊ້ທຸກມາດຕະການເພື່ອຢຸດຢັ້ງການລະບາດດ້ວຍມາດຕະການຕ່າງໆທີ່ໄດ້ປະກາດອອກໃຊ້, ສີ່ງສຳຄັນແມ່ນດ້ວຍວັກຊີນແລະມາດຕະການປ້ອງກັນຕົນເອງແລະພວກເຮົາຈະຄ່ອຍຂະຫຍັບໃຫ້ເກີດມີພູມປ້ອງກັນໝູ່ຂອງຊຸມຊົນເກີດຂື້ນແລະກ້າວເຖີງຈະມີຈຳນວນຄົນຈຳນວນໜ້ອຍທີ່ຕິດເຊື້ອເທົ່ານັ້ນ, ຊຶ່ງແມ່ນເປົ້າໝາຍໄລຍະຍາວ.
ສຸດທ້າຍນີ້ ຄະນະສະເພາະກິດ ຂໍໃຫ້ທ່ານຕິດຕາມຂ່າວສານລະອຽດດ້ານອື່ນໆ ກ່ຽວກັບພະຍາດໂຄວິດ 19 ແລະ ສະຖານນະການຂອງປະເທດ ພ້ອມຄໍາແນະນໍາຕ່າງໆທີ່ເປັນປະໂຫຍດ ແລະ ຖືກຕ້ອງ ໄດ້ທີ່:
– ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la
– ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
– ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
– ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166) ເພື່ອຂໍຄໍາແນະນຳ ແລະ ລາຍງານເຫດການ. ສໍາລັບຜູ້ທີ່ຕິດເຊື້ອສະໝັກໃຈປິ່ນປົວຢູ່ເຮືອນ ສາມາດສອບຖາມຂໍ້ແນະນໍາເພີ່ມເຕີມ ສາຍດ່ວນ 164.