ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕໍ່ໄປນີ້ ຂ້າພະເຈົ້າ ຈະຂໍລາຍງານ:
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ29 ທັນວາ2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ5.405 ຕົວຢ່າງໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ1.272ຄົນ(ຕິດເຊື້ອພາຍໃນມີ1.272 ຄົນ ແລະ ຕິດເຊື້ອນໍາເຂົ້າ00ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ1.272ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 458ຄົນ
2. ອຸດົມໄຊ 169 ຄົນ
3. ຫຼວງນໍ້າທາ 96 ຄົນ
4. ວຽງຈັນ 83 ຄົນ
5. ຊຽງຂວາງ 65 ຄົນ
6. ບໍ່ແກ້ວ 64 ຄົນ
7. ຫຼວງພະບາງ 60 ຄົນ
8. ບໍລິຄໍາໄຊ 53 ຄົນ
9. ຜົ້ງສາລີ 52 ຄົນ
10. ເຊກອງ 35 ຄົນ
11. ໄຊສົມບູນ 34 ຄົນ
12. ໄຊຍະບູລີ 26 ຄົນ
13. ສະຫັວນນະເຂດ 25 ຄົນ
14. ຄໍາມ່ວນ 17 ຄົນ
15. ຫົວພັນ 14 ຄົນ
16. ຈໍາປາສັກ 10 ຄົນ
17. ສາລະວັນ 9 ຄົນ
18. ອັດຕະປື 2 ຄົນ
• ສ່ວນກໍລະນີນຳເຂົ້າແມ່ນບໍ່ມີ
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ110.054ກໍລະນີ ແລະ ເສຍຊີວິດສະສົມທັງໝົດ360ຄົນ (ເສຍຊີວິດໃໝ່05ຄົນ).
ສຳລັບຜູ້ເສຍຊີວິດໃໝ່ 05ຄົນຈາກ: ນະຄອນຫຼວງ 2 ຄົນ, ແຂວງບໍ່ແກ້ວ 2 ຄົນ ແລະ ບໍລິຄຳໄຊ 1 ຄົນ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ປັດຈຸບັນ ຫຼາຍປະເທດໃນທົ່ວໂລກ ກຳລັງພະເຊີນໜ້າກັບການລະບາດຢ່າງໜັກ ຂອງສາຍພັນໂອໄມຄຣອນ ເຫັນໄດ້ຈາກ ການລາຍງານກວດພົບຜູ້ຕິດເຊື້ອໃໝ່ ຫຼາຍແສນຄົນໃນແຕ່ລະວັນຢູ່ບາງປະເທດ. ຍ້ອນແນວນັ້ນລັດຖະບານຫຼາຍປະເທດ ຈຶ່ງໄດ້ວາງມາດຕະການໃຫ້ເຂັ້ມຂຸ້ນຂຶ້ນກວ່າເກົ່າ ເພື່ອຄວບຄຸມການລະບາດ ເປັນຕົ້ນ ແມ່ນ ການເຮັດວຽກຢູ່ເຮືອນ, ຫ້າມຈັດງານກິດຈະກຳທີ່ມີຄົນເຂົ້າຮ່ວມຈຳນວນຫຼາຍ ຫຼື ຄົນທີ່ໄປໃຊ້ບໍລິການໃນສະຖານທີ່ຕ່າງໆ ຕ້ອງສະແດງບັດວັກຊີນ ຄົບທຸກເຂັມທີ່ແນະນຳ.
• ອົງການອະນາໄມໂລກ ອອກມາເຕືອນວ່າ ໂອໄມຄຣອນ ຍັງຄົງເປັນຄວາມສ່ຽງລະດັບສູງຂອງໂລກ ເຊິ່ງປັດໄຈທີ່ສຳຄັນ ກໍ່ຄື ຄວາມສາມາດໃນການແຜ່ກະຈາຍເຊື້ອໄວກວ່າສາຍພັນອື່ນໆ ເຖິງແມ່ນວ່າ ເມື່ອຕິດເຊື້ອ ອາການຈະບໍ່ຮຸນແຮງເທົ່າສາຍພັນເດວຕ້າກໍ່ຕາມ ແຕ່ຈຳນວນຜູ້ຕິດເຊື້ອໂອໄມຄຣອນທີ່ເພິ່ມຂຶ້ນແບບກ້າວກະໂດດ ສົ່ງຜົນໃຫ້ມີຄົນເຈັບເຂົ້າຮັບການປິ່ນປົວຢູ່ໂຮງໝໍຫຼາຍຂຶ້ນ ໃນຫຼາຍປະເທດ.
• ນັກວິທະຍາສາດກ່າວວ່າ ຫຼັງປີໃໝ່ສາກົນ ຈະເປັນໄລຍະທີ່ພວກເຮົາເຫັນພາບຂອງການລະບາດຂອງສາຍພັນໂອໄມຄຣອນ ໄດ້ຊັດເຈນຂຶ້ນກວ່າເກົ່າ ເຊິ່ງມີແນວໂນ້ມວ່າ ຈະເປັນຄືກັນເກືອບທຸກປະເທດ ກໍ່ຄື ຈະມີລາຍງານຕົວເລກຜູ້ຕິດເຊື້ອເພິ່ມຂຶ້ນແບບກ້າວກະໂດດ ເນື່ອງຈາກວ່າ ຄົນເດີນທາງໄປຫາໝູ່ເພື່ອນ ແລະ ຄອບຄົວ ເປັນຈຳນວນຫຼາຍ ເຮັດໃຫ້ມີການສຳຜັດໃກ້ຊິດ ຫຼື ສະຫຼອງປີໃໝ່ສາກົນຮ່ວມກັນ.
• ສະເພາະ ສປປລາວເຮົາ ຈຳນວນການຕິດເຊື້ອພະຍາດໂຄວິດ-19 ຍັງຄົງໜ້າເປັນຫ່ວງໂດຍສະເພາະ ໃນໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ທີ່ຈະມາເຖິງນີ້ ຄາດຄະເນວ່າ ຈະມີຜູ້ເດີນທາງກັບໄປຫາຄອບຄົວ ຫຼື ເດີນທາງໄປພັກຜ່ອນ ຢູ່ຫຼາຍແຂວງ ຫຼື ເຂດທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ. ສະນັ້ນ, ເພື່ອຄວາມປອດໄພຂອງຕົວທ່ານເອງ ຕ້ອງໄດ້ມີສະຕິລະວັັງຕົວ ເອົາໃຈໃສ່ປ້ອງກັນຕົນເອງຢ່າງເຂັ້ມງວດ ເພື່ອປ້ອງກັນ ບໍ່ໃຫ້ເອົາເຊື້ອໄປແຜ່ສູ່ ສະມຊິກໃນຄອບຄົວ ແລະ ຄົນອ້ອມຂ້າງຂອງທ່ານ. ຂໍໃຫ້ບັນດາທ່ານຈົ່ງປະຕິບັດຕາມແຈ້ງການ ເລກທີ 1684/ຫສນຍ, ລົງວັນທີ 23 ທັນວາ 2021 ຢ່າງເຂັ້ມງວດ ໂດຍສະເພາະ ຫ້າມຈັດງານສະເຫຼີມສະຫຼອງ ແລະ ຊຸມແຊວ ທຸກຮູບແບບ ຢູ່ຕາມສຳນັກງານອົງການ ຫຼື ນິຕິບຸກຄົນ
• ປັດຈຸບັນ ພັກ ແລະ ລັດຖະບານ ສຸມໃສ່ທຸກວິທີທາງ ໃນການຄວບຄຸມ ແລະ ສະກັດກັ້ນການລະບາດ ເພື່ອຮັບປະກັນໃຫ້ປະຊາຊົນທຸກຖ້ວນໜ້າ ຕິດເຊື້ອໜ້ອຍທີ່ສຸດ ຫຼື ຖ້າມີກໍລະນີເສຍຊີວິດກໍ່ໃຫ້ມີໜ້ອຍທີ່ສຸດເຊັ່ນກັນ.ນອກຈາກນັ້ນ ຍັງເລັ່ງໃຫ້ກຸ່ມເປົ້າໝາຍ ໃຫ້ໄດ້ຮັບການສັກວັກຊິນ ຢ່າງທົ່ວເຖິງ.
• ເພື່ອເຮັດໃຫ້ຕົວເລກການຕິດເຊື້ອຫຼຸດລົງໂດຍໄວ, ພວກເຮົາຈະຕ້ອງປະຕິບັດ ດັ່ງນີ້:
1. ພວກເຮົາໝົດທຸກຄົນ ຕ້ອງຮຽນຮູ້ຢູ່ກັບການແຜ່ລະບາດຂອງພະຍາດໂຄວິດ-19ໃຫ້ໄດ້ຢ່າງປອດໄພ
2. ເປັນເຈົ້າການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ພ້ອມໃຈກັນ ຫັນໄປສູ່ວິຖີການ
ດຳລົງຊີວິດປົກກະຕິແບບໃໝ່ເຊັ່ນ: ໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມື, ຮັກສາ
ມາລະຍາດໃນການໄອ-ຈາມ, ບໍ່ເອົາມືສຳຜັດໃບໜ້າ ຕາ, ດັງ, ປາກ, ຮັກສາໄລຍະຫ່າງ, ອະນາໄມຂ້າ
ເຊື້ອຈຸດທີ່ສຳຜັດເລື້ອຍໆ
3. ສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ
4. ໝັ່ນສັງເກດ ແລະ ຕິດຕາມສຸຂະພາບຂອງຕົນ ແລະ ຄົນໃນຄອບຄົວ, ຖ້າຮູ້ສຶກບໍ່ສະບາຍ ໄປພົບ
ແພດ ເພື່ອກວດຫາເຊື້ອ ຫຼື ກວດແບບໄວ
5. ຫຼີກລ້ຽງການໄປສະຖານທີ່ແອອັດ ຫຼື ເຂົ້າຮ່ວມກິດຈະກຳ ທີ່ມີຄົນຈຳນວນຫຼາຍ, ຫຼີກລ້ຽງການ
ສຳຜັດໃກ້ຊິດ ຜູ້ທີ່ບໍ່ສະບາຍ
6. ຢູ່ບ່ອນທີ່ມີອາກາດຖ່າຍເທ, ມີການໝູນວຽນຂອງອາກາດ
ການປະຕິບັດທັງໝົດນີ້ ຈະຊ່ວຍໃຫ້ພວກເຮົາສາມາດຜ່ານຜ່າວິກິດນີ້ໄປນຳກັນໄດ້.
• ອີກເທື່ອໜຶ່ງ ຂໍແຈ້ງບັນດາທ່ານຊາບວ່າ ສຳລັບຜູ້ທີ່ສັກວັກຊີນ ຄົບ 5 ເດືອນຂຶ້ນໄປ ແມ່ນສາມາດໄປສັກເຂັມ 3 ຫຼື ເຂັມກະຕຸ້ນໄດ້ ແລະ ມີພຽງແຕ່ ວັກຊີນAstra Zeneca ເທົ່ານັ້ນ ທີ່ໃຫ້ບໍລິການທ່ານ.
• ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມ:
– ເຂັມ1 ໄດ້4.559.360 (ອັດຕາປົກຄຸມ 62,26%)
– ທຸກເຂັມທີ່ແນະນໍາ3.595.640 (ອັດຕາປົກຄຸມ 49%).
– ກຸ່ມອາຍຸ 12-17 ປີ ໄດ້ 465.945ຄົນ (ເຂັມ 1 = 53,8%)