ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ວັນທີ 30 ພະຈິກ 2021, ສປປ ລາວມີຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 1,291 ຄົນ, ມີ ຜູ້ເສຍຊີວິດເພີ່ມໃໝ່ 04 ຄົນ

 

ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄການລະບາດພະຍາດໂຄວິດ-19, ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ປະຈໍາວັນ ວັນທີ 30 ພະຈິກ ປີ 2021

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນທີ 29 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,273 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,291 ຄົນ (ຕິດເຊື້ອພາຍໃນ ມີ 1,291 ຄົນ ແລະ ຕິດເຊື້ອນໍາເຂົ້າ 0 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,291 ຄົນ ຈາກ 18 ແຂວງ ເຊິ່ງມີລາຍລະ

ອຽດ ດັ່ງນີ້:

  1. ນະຄອນຫຼວງ 615 ຄົນ ໃນ 197 ບ້ານ ແລະ 8 ເມືອງ
  • ເມືອງຈັນທະບູລີ 74 ຄົນ ຈາກ 18 ບ້ານ
  • ເມືອງສີໂຄດຕະບອງ 106 ຄົນ ຈາກ 33 ບ້ານ
  • ເມືອງໄຊເສດຖາ 100​ ຄົນ ຈາກ 33 ບ້ານ
  • ເມືອງສີສັດຕະນາກ 79 ຄົນ ຈາກ 18​ ບ້ານ
  • ເມືອງນາຊາຍທອງ 49​ ຄົນ ຈາກ 27 ບ້ານ
  • ເມືອງໄຊທານີ 111 ຄົນ ຈາກ 40 ບ້ານ
  • ເມືອງຫາດຊາຍຟອງ 52 ຄົນ ຈາກ 27 ບ້ານ
  • ເມືອງປາກງື່ມ 1 ຄົນ ຈາກ 1 ບ້ານ
  • ຕ່າງແຂວງ 8 ຄົນ
  • ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ
  1. ແຂວງວຽງຈັນ ມີ 158 ຄົນ ໃນ 64 ບ້ານ ແລະ 11 ເມືອງ
  2. ຜົ້ງສາລີ ມີ 126 ຄົນ
  3. ບໍ່ແກ້ວ ມີ 64 ຄົນ ໃນ 22 ບ້ານ ແລະ 2 ເມືອງ
  4. ຫຼວງພະບາງ ມີ 51 ຄົນ ໃນ 51 ບ້ານ ແລະ 11 ເມືອງ
  5. ຫຼວງນ້ຳທາ ມີ 28 ຄົນ ໃນ 17 ບ້ານ ແລະ 3 ເມືອງ
  6. ສະຫວັນນະເຂດ ມີ 44 ຄົນ ໃນ 25 ບ້ານ ແລະ 4 ເມືອງ
  7. ບໍລິຄຳໄຊ ມີ 32 ຄົນ
  8. ອຸດົມໄຊ ມີ 31 ຄົນ ໃນ 12 ບ້ານ ແລະ 1 ເມືອງ
  9. ຊຽງຂວາງ ມີ 30 ຄົນ ໃນ 11 ບ້ານ ແລະ 3 ເມືອງ
  10. ຄຳມ່ວນ ມີ 24 ຄົນ ໃນ 13 ບ້ານ ແລະ 2 ເມືອງ
  11. ຈຳປາສັກ ມີ 19 ຄົນ ໃນ 16 ບ້ານ ແລະ 5 ເມືອງ
  12. ໄຊສົມບູນ ມີ 19 ຄົນ ໃນ 5 ບ້ານ ແລະ 3 ເມືອງ
  13. ຫົວພັນ ມີ 15 ຄົນ ໃນ 5 ບ້ານ ແລະ 2 ເມືອງ
  14. ສາລະວັນ ມີ 13 ຄົນ ໃນ 7 ບ້ານ ແລະ 2 ເມືອງ
  15. ໄຊຍະບູລີ ມີ 9 ຄົນ ໃນ 4 ບ້ານ ແລະ 2 ເມືອງ
  16. ອັດຕະປື 9 ຄົນ ໃນ 9 ບ້ານ ແລະ 2 ເມືອງ
  17. ເຊກອງ ມີ 4 ຄົນ ໃນ 3 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 0 ຄົນ

  • ມາຮອດວັນທີ 30 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 73,738 ຄົນ, ເສຍຊີວິດສະສົມ 170 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 795 ຄົນ, ກໍາລັງປິ່ນປົວ 11,537 ຄົນ.
  • ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:

ຜູ້ທີ 1). ເພດຊາຍ ອາຍຸ 81ປີ, ບ້ານ ເກີນກາງ, ເມືອງທຸລະຄົມ, ແຂວງວຽງຈັນ

–  ພະຍາດປະຈໍາຕົວ: ບໍ່ໄດ້ກວດສຸຂະພາບ

–  ບໍ່ໄດ້ຮັບການສັກຢາວັກຊີນ

–  ຕິດເຊື້ອຈາກສະມາຊິກຄົນໃນຄອບຄົວ

–  ຜົນກວດຢືນຢັນ 22 ພະຈິກ 21

–  ວັນທີ 22 ພະຈິກ 2021 ເວລາ 14:30 ນາທີ: ຜູ້ກ່ຽວຖືກສົ່ງໂຕມາຈາກໂຮງໝໍແຂວງວຽງຈັນ ເຂົ້າມາສູນປິ່ນປົວໂຄວິດ ດ້ວຍອາການອິດເມື່ອຍ, ຫາຍໃຈຝືດ, ແຫນ້ນເອິກ, ໄອ, ຄວາມດັນເລືອດຕຳ

–  ວັນທີ 29 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2). ເພດຍິງ, ອາຍຸ 48 ປີ, ບ້ານທ່າດິນແດງ, ເມືອງໄຊທານີ, ນະຄອນຫລວງ.

–  ເລີ່ມມີໄຂ້ ໄຂ້ຍາມແລງ ໄຂ້ຫນາວສັ່ນ ແຕ່ວັນທີ 24 ພະຈິກ 2021

–  ມາສຸກເສີນໂຮງຫມໍມິດຕະພາບວັນທີ 28 ພະຈິກ 2021 ດ້ວຍອາການງ່ວງຊຶມ ບໍ່ໄດ້ສະຕິ ຕາລອຍ ກະວົນກະວາຍ ແລະ ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19, ຜົນກວດເປັນບວກ ແລະ ໄດ້ເຂົ້ານອນໂຮງໝໍມິດຕະພາບ

–  ພະຍາດປະຈຳໂຕ: ບໍ່ໄດ້ກວດສຸກຂະພາບຈັກເທື່ອ

–  ຍັງບໍ່ໄດ້ສັກວັກຊີນ

–  ໄລຍະເວລານອນປີ່ນປົວ ຢູ່ໂຮງມໍດັ່ງກ່າວ ແຕ່ວັນທີ  28-29 ພະຕິກ 2021

–  ມາຮອດເວລາ 08:00 ວັນທີ 29 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

 

ຜູ້ທີ 3. ເພດຊາຍ, ອາຍ 78 ປີ, ບ້ານໂພນແກ້ວ, ເມືອງນາຊາຍທອງ, ນະຄອນຫລວງ

–  ພະຍາດຜ່ານມາ: ປອດອັກເສບ 2 ປີ

–  ໄດ້ສັກຢາວັກຊີນ ຄົບ

–  ກ່ອນຫນ້ານີ້ 1 ອາທິດ ແມ່ນຜ່າຕັດຜົ້ງດັງອັກເສບ

–  ມາກວດຢູ່ສຸກເສີນວັນທີ 06 ພະຈິກ 2021: ດ້ວຍອາການເຈັບຜົ້ງດັງ, ໄຂ້, ໄອ, ຫາຍໃຈຝືດ ແລະ ເຈັບຫນ້າເອິກ ເວລາເຄຶ່ອນໄຫວໄປມາຫາຍໃຈຫອບ ພ້ອມທັງໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19

–  ວັນທີ 07 ພະຈິກ 2021: ຜົນກວດພົບເຊື້ອ ແລະ ຮັບຄົນເຈັບເຂົ້ານອນໂຮງໝໍມິດຕະພາບ

–  ໄລຍະເວລານອນປີ່ນປົວ ຢູ່ໂຮງມໍດັ່ງກ່າວ ແຕ່ວັນທີ່ 07-29 ພະຈິກ 2021, ເປັນເວລາ 22 ວັນ

– ມາຮອດເວລາ 12:00 ໂມງຂອງວັນທີ 29 ພະຈິກ 2021: ຄົນເຈັບໄດ້ ເສຍຊີວິດ

ຜູ້ທີ 4). ເປັນເພດຍິງ, ອາຍູ 80 ປີ, ບ້ານຮອ່ງແຊງ, ເມືອງໄຊເສດຖາ, ນະຄອນຫລວງ

–  ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫັລງຊຸດໂຊມ

–  ບໍ່ໄດ້ຮັບການສັກຢາວັກຊີນ

–  ເວລາ 12:30 ໂມງ ຂອງວັນທີ 28 ພະຈິກ 2021: ຄົນເຈັບມາກວດ ຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ, ແໜ້ນໜ້າເອີກ, ງ່ວງຊຶມ ແລະ ອົກຊີໃນເລືອດຕໍ່າ ພ້ອມທັງໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ໃຫ້ຜົນບວກ, ຄົນເຈັບເຂົ້ານອນໂຮງໝໍ 103.

– ເວລາ 02:00 ໂມງ ຂອງວັນທີ 29 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຂໍສະແດງຄວາມເສຍໃຈ ນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ

 

ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19 ທົ່ວປະເທດ

  • ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
  • ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
  • ຈຸດກວດຄົງທີ່ (ກວດວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:

ສະໜາມກິລາໃນຮົ່ມ ບຶງຂະຫຍອງ

ມສ ເຈົ້າອານຸວົງ  

  • ທີມກວດເຄື່ອນທີ່:
  • ມີທີມກວດເຄື່ອນທີ່ ໃນເມືອງ ໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
  • ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
  • ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
  1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍເດັກ).
  2. ໂຮງໝໍເມືອງ 9 ຕົວເມືອງ
  3. ນອກຈາກນັ້ນກໍ່ມີໜ່ວຍບໍລິການສັກວັກຊີນນອກສະຖານທີ່ ຄື: ສູນການຄ້າລາວໄອ ເຕັກ 29-30 ພະຈິກ 2021​ (ສໍາລັບ Astra Zeneca ເຂັ້ມ 1, 2 ສໍາລັບຄົນທົ່ວໄປ ແລະ ເຂັ້ມ 3 ສໍາລັບພະນັກງານດ່ານໜ້າ) (ເວລາ 9:00 – 15:30 ໂມງ)

ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້

ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:

  • ບ້ານແດງໃນທົ່ວປະເທດ ມີ: 1,102 ບ້ານ 101 ເມືອງ ແລະ 18 ແຂວງ
  • ບ້ານທີ່ກໍານົດເປັນເຂດແດງໃໝ່ ມີ 14 ບ້ານ, 8 ເມືອງ ແລະ 5 ແຂວງ
  • ບ້ານແດງກາຍເປັນບ້ານເຫຼືອງໃນນະຄອນຫຼວງວຽງຈັນມີ 2 ບ້ານ 01 ເມືອງ

 

ອີກເທື່ອນື່ງ ສໍາລັບລາຍລະອຽດ ບັນດາຊື່ຂອງບ້ານແດງຕ່າງໆ ຂໍໃຫ້ບັນດາທ່ານຕິດຕາມ ໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້

 

  • ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ

ວັນທີ 29 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,799 ຄົນ.

ຮອດປະຈຸບັນທົ່ວປະເທດ ມີຜູ້ຈຳກັດບໍລິເວນທັງໝົດ 4,467 ຄົນ (ສູນ 2,810 ຄົນ ແລະ ໂຮງແຮມ

1,657ຄົນ) ໃນ 86 ສູນ ແລະ 59 ໂຮງແຮມ.

 

  • ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:

ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ ເຮັດໃຫ້ຕົວເລກຜູ້ຕິດເຊືື້ອສະສົມໃນທົ່ວໂລກ ມີທັງໝົດ 262.276.681 (413.750 ໃໝ່), ເສຍຊິວິດທັງໝົດ 5.222.921 (5.015 ໃໝ່), ປີ່ນປົວຫາຍດີ 236.777.725 (357.518 ໃໝ່).

3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ: ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ

  • 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດ

 

ປະເທດກໍລະນີຕິດເຊື້ອເສຍຊິວີດ
ສະສົມທັງໝົດໃໝ່ສະສົມທັງໝົດໃໝ່
1ໄທ2,111,5664,75320,73227
2ຫວຽດນາມ1,224,11013,77025,055173
3ມຽນມາ521,93137019,0979
4ກໍາປູເຈຍ120,112252,9354
5ຈີນ98,672414,636 

 

 

  • ການຕິດເຊື້ອໃນຊຸມຊົນ ທີ່ລາຍງານວັນນີ້ ຍັງບໍ່ມີທ່າອ່ຽງຫຼຸດລົງ. ປະດັນສໍາຄັນກໍ່ຄື ການກວດພົບເຊື້ອຍັງສູງຫຼາຍ. ຖ້າການກວດໜອ້ຍ ແຕ່ພົບຜູ້ຕິດເຊື້ອຫຼາຍຄືສະພາບທຸກວັນນີ້ ສະແດງວ່າ ການສົ່ງເຊື້ອໃນຊຸມຊົນແມ່ນຍັງໜ້າເປັນຫ່ວງທີ່ສຸດ ໂດຍສະເພາະ ນະຄອນຫຼວງ, ແຂວງວຽງຈັນ, ຫຼວງພະບາງ ແລະ ຜົ້ງສາລີ. ການກວດພົບຜູ້ຕິດເຊື້ອໃນແຂວງວຽງຈັນ ມື້ນີ້ແມ່ນສູງພົ້ນເດັ່ນກວ່າທຸກວັນ ທຽບໃສ່ມື້ຜ່ານມາ ໝາຍຄວາມວ່າ ກວດ 100 ຄົນໃດ ພົບຜູ້ຕິດເຊື້ອເຖິງ 60 ຄົນ ທີ່ປະຈຸບັນ ການລະບາດແຜ່ລາມໄປທຸກເມືອງຂອງແຂວງ.

 

  • ກຸ່ມຄົນທີ່ຕິດເຊື້ອໃນນະຄອນຫຼວງວຽງຈັນ ພົ້ນເດັ່ນ ແມ່ນການຕິດເຊື້ອໃນຄອບຄົວ, ພະນັກງານ, ທະຫານ, ຕຳຫຼວດ, ທະນາຄານ ແລະ ຂະແໜງການອື່ນ, ນັກສຶກສາ, ແລະ ກໍາມະກອນໂຮງງານ. ບັນຫາທີ່ໜ້າກັງວົນທີ່ສຸດໃນນະຄອນຫຼວງວຽງຈັນຕອນນີ້ຄື ຜູ້ມາກວດ ປິດລັບອາຊີບຕົນເອງ ຊຶ່ງມື້ວານນີ້ມີທັງໝົດ ເຖິງ 180 ຄົນ. ການບໍ່ລະບຸອາຊີບ ແມ່ນມີສວ່ນ ເຮັດໃຫ້ນະຄອນຫຼວງສືບຕໍ່ແຜ່ເຊື້ອຕໍ່່ເນື່ອງ ແລະ ສ້າງຄວາມສັບສົນ ທີ່ບໍ່ສາມາດຮູ້ໄດ້ວ່າການຕິດເຊື້ອຢູ່ກຸ່ມໃດ. ສະນັ້ນ, ຂໍຮຽກຮ້ອງໃຫ້ທ່ານຈິງໃຈ ລະບຸອາຊີບຂອງຕົນໃຫ້ຈະແຈ້ງດ້ວຍ.

 

  • ພາຍໃນອາທິດນີ້ ປະເທດຂອງພວກເຮົາໄດ້ຮັບວັກຊີນ Astra Zeneca ເພີ່ມ ຈາກໂຄງການໂຄແວ໊ກ ແລະ ການປະກອບສ່ວນຂອງປະເທດເພື່ອນມິດເຖິງ 631,200 ໂດສ, ຄະນະດຽວກັນ ສປ.ຈີນ ກໍ່ໄດ້ໃຫ້ການຊ່ວຍເຫຼືອວັກຊິນ ຊີໂນຟາມເພີ່ມອີກ ຈໍານວນ 700,000 ໂດສ ເພື່ອສະໜອງໃຫ້ແກ່ 5 ແຂວງພາກເໜືອ. ວັກຊິນຈໍານວນນີ້ ຈະໄດ້ຖືກແຈກຢາຍໃຫ້ບັນດາແຂວງ ເພື່ອກະຈາຍສູ່ຊຸມຊົນ ບໍ່ວ່າຈະເປັນເຂດເມືອງ ແລະ ເຂດຊົນນະບົດ ແມ່ນຈະໄດ້ຮັບການສັກວັກຊິນ ຢ່າງທົ່ວເຖິງ.

 

  • ຂະບວນການສັກວັກຊິນ ໃຫ້ປະຊາຊົນ ກຸ່ມອາຍຸ 12-17 ປີ ກໍ່ໄດ້ເລີ່ມຂື້ນໃນຫຼາຍແຂວງແລ້ວ. ມາຮອດມື້ວານນີ້ ການສັກເຂັມທີ 1 ບັນລຸ 9.3% ຂອງກຸ່ມເປົ້າໝາຍ ເທົ່າກັບ 80,332 ຄົນ. ສໍາລັບ ນະຄອນຫຼວງວຽງຈັນ ຈະມີທິມແພດລົງເຄື່ອນທີ່ສັກຕາມໂຮງຮຽນ ເພື່ອອໍານວຍຄວາມສະດວກໃຫ້ນັກຮຽນບໍ່ຕ້ອງເດີນທາງໄປຈຸດບໍລິການ. ຖ້າຄອບຄົວໃດ ມີລູກຫຼານ ຍັງບໍ່ໄດ້ໄປໂຮງຮຽນ ເພາະຍັງປິດຢູ່ນັ້ນ ສາມາດມາຈຸດບໍລິການໄດ້ ໂດຍຖືເອົາສໍາມະໂນຄົວມາພ້ອມ ເພື່ອຢັ້ງຢືນອາຍຸຂອງເຂົາເຈົ້າ.

 

  • ການສັກວັກຊິນໃຫ້ກຸ່ມເປົ້າໝາຍບຸລິມະສິດ ກໍ່ມີຄວາມຄືບໜ້າຫຼາຍທຽບໃສ່ອາທິດຜ່ານມາ. ປະຈຸບັນ ເກືອບວ່າ ທຸກແຂວງໃນຂອງເຂດທົ່ວປະເທດ ໃກ້ເປົ້າໝາຍບັນລຸສັກວັກຊິນ 50% ຕາມທີ່ໄດ້ວາງໄວ້ ຍົກເວັ້ນ ແຂວງໄຊສົມບູນທີ່ກໍາລັງຕະລຸມບອນ ບໍລິການສັກວັກຊິນໃນຊຸມຊົນຢ່າງຂຸ້ນຂ້ຽວ.

 

  • ສໍາລັບຜູ້ທີ່ມີແຜນໄປສັກວັກຊິນ ຂໍໃຫ້ທຸກຄົນກຽມຮ່າງກາຍໃຫ້ພ້ອມກ່ອນໄປສັກວັກຊິນ ໂດຍສະເພາະ ພັກຜ່ອນບໍ່ນອນເດິກ, ກິນອາຫານມີປະໂຫຍດ, ດື່ມນໍ້າໃຫ້ພຽງພໍ, ກຽມໂຫຼດແອ໊ບເພື່ອລົງທະບຽນສັກວັກຊິນ ສໍາລັບຜູ້ທີ່ມີເງື່ອນໄຂ. ພິເສດ ກຽມຜ້າປິດປາກດັງ, ນໍ້າຢາລ້າງມືສໍາລັບຕົນເອງ ຮັກສາໄລຍະຫ່າງ ແລະ ຢູ່ສະຖານທີ່ເປີດ ຈະເຮັດໃຫ້ທ່ານສ່ຽງໜ້ອຍລົງ.