ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 29 ມີນາ 2022 ໄດ້ກວດວິເຄາະທັງໝົດ 5,454 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2,697 ຄົນ (ຕິດເຊື້ອພາຍໃນ 2,681 ຄົນ ແລະ ນໍາເຂົ້າ 16 ຄົນ).
– ຂໍ້ມູນໂດຍຫຍໍ້ ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 2,681 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 1,204 ຄົນ
2. ຄຳມ່ວນ 250 ຄົນ
3. ສະຫວັນນະເຂດ 228 ຄົນ
4. ໄຊຍະບູລີ 167 ຄົນ
5. ອຸດົມໄຊ 148 ຄົນ
6. ວຽງຈັນ 124 ຄົນ
7. ຜົ້ງສາລີ 81 ຄົນ
8. ບໍລິຄຳໄຊ 73 ຄົນ
9. ຊຽງຂວາງ 59 ຄົນ
10. ບໍ່ແກ້ວ 56 ຄົນ
11. ອັດຕະປື 51 ຄົນ
12. ໄຊສົມບູນ 47 ຄົນ
13. ຫຼວງພະບາງ 38 ຄົນ
14. ເຊກອງ 37 ຄົນ
15. ສາລະວັນ 35 ຄົນ
16. ຫຼວງນ້ຳທາ 34 ຄົນ
17. ຫົວພັນ 31 ຄົນ
18. ຈຳປາສັກ 18 ຄົນ
 
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 16 ຄົນ ຈາກ ສະຫວັນນະເຂດ 8 ຄົນ, ນະຄອນຫຼວງ 5 ຄົນ ແລະ ຈຳປາສັກ 3 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
 
• ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 174,136 ຄົນ, ອອກໂຮງໝໍວານນີ້ 384 ຄົນ, ກຳລັງປິ່ນປົວ 6,546 ຄົນ ແລະ ເສຍຊີວິດທັງໝົດ 664 ຄົນ (ເສຍຊີວິດໃໝ່ 1 ຄົນ ຈາກ ແຂວງສະຫວັນນະເຂດ)
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈມາຍັງ ຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ.
 
 ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
 
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ປັດຈຸບັນ ຍັງມີລາຍງານ ການລະບາດຂອງສາຍພັນໂອໄມຄຣອນຢູ່ໃນຫຼາຍປະເທດທົ່ວໂລກ ເຊິ່ງຕົວເລກຕິດເຊື້ອໃໝ່ແຕ່ລະວັນຍັງສູງເປັນຫຼັກລ້ານ ໃນມື້ວານນີ້ມີຜູ້ຕີດເຊື້ອໃໝ່ (2,063,348 ກໍລະນີ), ສາເຫດຂອງການລະບາດຮອບນີ້ ແມ່ນເກີດຈາກການລະບາດສາຍພັນໂອມີຄຣອນ ເຊິ່ງເປັນສາເຫດໃຫ້ພະຍາດໂຄວິດ 19 ກັບມາລະບາດຮອບໃໝ່ອີກ ຢູ່ຫຼາຍປະເທດໃນທົວໂລກ ລວມທັງ ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ.
• ສະນັ້ນ ການຮັບວັກຊີນເຂັມກະຕຸ້ນ ຈຶ່ງມີຄວາມສຳຄັນຫຼາຍ ເພາະວ່າ ເຖິງທ່ານໄດ້ຮັບວັກຊີນ ຄົບທຸກເຂັມທີ່ແນະນຳ ບໍ່ວ່າ ຈະເປັນຊະນິດໃດກໍ່ຕາມ ເມື່ອຜ່ານໄປ 3 ເດືອນພູມຄຸ້ມກັນກໍ່ຈະຫຼຸດລົງ, ຈຶ່ງມີຄວາມຈຳເປັນ ຄວນໄປຮັບວັກຊີນເຂັມກະຕຸ້ນ (ເຂັມ 3 ແລະ ເຂັມ 4) ເພາະສາມາດປ້ອງກັນທ່ານ ຈາກການຕິດເຊື້ອຂອງການລະບາດໂອໄມຄຣອນໄດ້.
• ບັນດາທ່ານ ທີ່ນັບຖື, ຈຳນວນຜູ້ຕິດເຊື້ອໃໝ່ ຢູ່ ສປປລາວ ໃນແຕ່ລະວັນ ມີແນວໂນ້ມເພິ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງພົບໃນທຸກສາຂາອາຊີບ ແລະ ທຸກກຸ່ມອາຍຸ. ເຫັນວ່າການເຄື່ອນໄຫວໃນສັງຄົມຂອງບາງກຸ່ມຄົນ ແມ່ນມີການລະເຫຼີງມາດຕະການ ທາງສັງຄົມ ການໄປງານສັງຄົມຕ່າງໆ ແມ່ນບໍ່ມີການປະຕິບັດມາດຕະການປ້ອງກັນໂຕເອງ (ບໍ່ໃສ່ໃສ່ຜ້າອັດປາກອັດດັງ ) ແລະ ບໍ່ມີການຮັກສາໄລຍະຫ່າງທາງສັງຄົມ ເຮັດໃຫ້ມີຄວາມສ່ຽງສູງທີ່ຈະມີການສົ່ງເຊື້ອພະຍາດຈາກຜູ້ໜຶ່ງຫາຜູ້ໜຶ່ງ ໂດຍສະເພາະ ຖ້າແມ່ນ ສາຍພັນໂອໄມຄຣອນ ແມ່ນສາມາດຕິດເຊື້ອໄດ້ໄວແລະ ແຜ່ຂະຫຍາຍເປັນວົງກ້ວາງ ໄດ້ໄວທີ່ສຸດ. ສະນັ້ນ ຈຶ່ງຂໍຮຽກຮ້ອງ ມາຍັງທຸກພາກສ່ວນໃນສັງຄົມ ບໍ່ຄວນປະໝາດ, ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ຍົກສູງສະຕິຄວາມຮັບຜິດຊອບ ໃນການເຝົ້າລະວັງ ແລະ ປະຕິບັດ
ມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ ກໍ່ຄື ແຈ້ງການຂອງຫ້ອງວ່າການສຳນັກ
ງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ເພື່ອສະກັດກັ້ນການລະ
ບາດຂອງໂຄວິດ-19 ສາຍພັນທີ່ກາຍພັນນີ້ ບໍ່ໃຫ້ເກີດການລະບາດເປັນວົງກວ້າງໃນປະເທດ
ຂອງພວກເຮົາ.
• ປະຈຸບັນ ປະເທດຂອງພວກເຮົາ ເອົາໃຈໃສ່ໃນການເລັ່ງໃຫ້ສັກວັກຊີນ ໃນຂອບເຂດທົ່ວປະເທດ ຂໍໃຫ້ ທຸກທ່ານນຳພາລູກຫຼານ ແລະ ຄົນໃນຄອບຄົວ ໄປຮັບວັກຊີນໃຫ້ຄົບ ລວມທັງ ເຂັມກະຕຸ້ນ ເພື່ອ ສ້າງພູມຄຸ້ມກັນໝູ່ໃນຊຸມຊົນ ໃຫ້ໄດ້ຫຼາຍທີ່ສຸດ ແລະ ຫຼຸດຜ່ອນຈຳນວນຜູ້ຕິດເຊື້ອໃໝ່, ຫຼຸດຜ່ອນອາການຮຸນແຮງເມື່ອຕິດເຊື້ອ ແລະ ເສຍຊີວິດຈາກພະຍາດດັ່ງກ່າວ.
• ຄຽງຄູ່ໄປກັບ ການສັກວັກຊີນປ້ອງກັນພະຍາດໂຄວິດ, ພວກເຮົາ ຍັງຕ້ອງໄດ້ສືບຕໍ່ ປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງເປັນປະຈຳ ແລະ ເຮັດໃຫ້ກາຍເປັນຄວາມຊິນເຄີຍ ທຸກສະຖານທີ່ ແລະ ທຸກເວລາ ເພື່ອຄວາມປອດໄພຂອງທ່ານ ແລະ ສະມາຊິກໃນຄອບຄົວ.
• ອີກເທື່ອໜຶ່ງ ຂໍຮຽກຮ້ອງໃຫ້ທ່ານ ໃນການດຳລົງຊີວິດປົກກະຕິແບບໃໝ່ ເປັນຕົ້ນ ໃສ່ຜ້າອັດປາກດັງ, ໝັ່ນລ້າງມືເລື້ອຍໆ, ຮັກສາໄລຍະຫ່າງ, ບໍ່ໃຊ້ສິ່ງຂອງຮ່ວມກັນ, ຫຼີກລ້ຽງໄປສະຖານທີ່ແອອັດ ຫຼື ມີຄົນຫຼາຍ ແລະ ໄປຮັບການສັກວັກຊີນໃຫ້ຄົບ.
• ກ່ອນຈະຈົບການລາຍງານຂ່າວ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ປັດຈຸບັນ ທົ່ວປະເທດ ສັກວັກຊີນເຂັມທີ 1 ໄດ້ 5,605,948 (ກວມເອົາ 76.40%) ແລະ ທຸກເຂັມທີ່ແນະນໍາ 4,475,255 (ກວມເອົາ 60.99%).