ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 16 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 4,690 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 288 ຄົນ:
– ກໍລະນີນໍາເຂົ້າ ມີ 69 ຄົນ ຈາກ ແຂວງ ສາລະວັນ 44 ຄົນ, ສະຫວັນນະເຂດ 14 ຄົນ, ນະຄອນຫຼວງ 7 ຄົນ, ຈໍາປາສັກ 2 ຄົນ ແລະ ຄຳມ່ວນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.
– ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 219 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
• ສະຫວັນນະເຂດ 139 ຄົນ: ໃນນັ້ນ 135 ຄົນ ແມ່ນຕິດເຊື້ອຢູ່ໃນສະຖານທີ່ຄຸມຂັງ ແລະ ອີກ 4 ຄົນ ແມ່ນ:
– ເພດຍິງ, ອາຍຸ 35 ປີ, ອາຊີບ: ພະນັກງານຄູ, ບ້ານນາເລົ່າ, ນະຄອນໄກສອນ (ສຳຜັດໃກ້ຊິດກັບພະນັກງານບໍລິສັດ mizuzu ສາຍເຄເບິນ)
– ເພດຊາຍ, ອາຍຸ 39 ປີ, ອາຊີບ: ພະນັກງານການຄ້າແຂວງ, ບ້ານນາເລົ່າ, ນະຄອນໄກສອນ (ສຳຜັດໃກ້ຊິດກັບພະນັກງານບໍລິສັດ mizuzu ສາຍເຄເບິນ)
– ເພດຍິງ, ອາຍຸ 69 ປີ, ອາຊີບ: ຂາຍຢາ, ບ້ານອຸດົມວິໄລ, ນະຄອນໄກສອນ (ສຳຜັດໃກ້ຊິດກັບພະນັກງານແພດຕຶກເດັກ)
– ເພດຊາຍ, ອາຍຸ 48 ປີ, ອາຊີບ: ຊາວນາ, ບ້ານຫົວເມືອງເໜືອ, ນະຄອນໄກສອນ (ກຸ່ມສ່ຽງ)
• ຈໍາປາສັກ 44 ຄົນ:
– ໜອງປັກແຮດ, ເມືອງປະທຸມພອນ 07 ຄົນ
– ກຸ່ມນະຄອນ ປາກເຊ ຈຳນວນ 36 ຄົນ
– ເມືອງ ໂຂງ 01 ຄົນ
• ຄຳມ່ວນ 26 ຄົນ: ເຊິ່ງກໍລະນີຕິດເຊື້ອທັງໝັດນີ້ ມີ 13 ບ້ານ ຈາກ 3 ເມືອງ ຄື:
– ເມືອງ ທ່າແຂກ 10 ບ້ານ
– ເມືອງ ເຊບັ້ງໄຟ 01 ບ້ານ
– ເມືອງ ໜອງບົກ 02 ບ້ານ
• ນະຄອນຫຼວງ 9 ຄົນ:
– ຈາກ ໂຮງໝໍກະເສມລາດ 01 ຄົນ ເປັນເພດຍິງ, ອາຍຸ 73 ປີ, ບ້ານ ທົ່ງນ້ອຍ, ເມືອງ ປາກກະດິງ, ແຂວງບໍລິຄຳໄຊ, ເຂົ້າໂຮງໝໍ ກະເສີມລາດ ວັນທີ 15 ເດືອນກັນຍາ, ເຂົ້າມາດ້ວຍອາການອິດເມື່ອຍ, ອ່ອນແຮງ ປວດຕົນໂຕ, ຫາຍໃຈຍາກ, ເບື່ອອາຫານ, ບໍ່ໄຂ້. ໂຮງໝໍໄດ້ກວດຫາເຊື້ອ ໂຄວິດ-19 ໃຫ້ຜົນບວກ ໃນວັນດຽວກັນ ໂຮງໝໍຈຶ່ງສົ່ງຕົວຢ່າງມາກວດຢັ້ງຢືນ ຢູ່ ສູນວິເຄາະລະບາດວິທະຍາ ແລະ ໃນວັນທີ 16 ກັນຍາ ສວລ ໄດ້ກວດຄືນຕົວຢ່າງ ຜົນອອກມາບວກເຊັ່ນດຽວກັນ.
– ກຸ່ມຕະຫລາດດົງໝາກຄາຍ ມີ 03 ຄົນ:
o ເພດຊາຍ, ອາຍຸ 29 ປີ, ອາຊີບ: ທະຫານ, ບ້ານດົງໝາກຄາຍ,
ເມືອງໄຊທານີ ແລະ ສໍາຜັດໃກ້ຊິດກັບຜູ້ເປັນເມຍທີ່ຕິດເຊື້ອ
o ເພດຊາຍ, ອາຍຸ 33 ປີ, ອາຊີບ: ຄ້າຂາຍ, ບ້ານໂນນແສງຈັນ, ເມືອງໄຊ
ທານີ ແລະ ສໍາຜັດໃກ້ຊິດກັບຜູ້ເປັນເມຍທີ່ຕິດເຊື້ອ
o ເພດຍິງ, ອາຍຸ 47 ປີ, ອາຊີບ: ຄ້າຂາຍ (ຜັກ) ຕະຫລາດດົງໝາກຄາຍ,
ບ້ານໂນນແຕ້, ເມືອງໄຊທານີ
– ກຸ່ມໂຮງງານອານພີລາວ ມີ 02 ຄົນ:
o ເພດຊາຍ, ອາຍຸ 23 ປີ, ອາຊີບ: ກໍາມະກອນ ພະແນກຊ່າງຈັກ, ບ້ານ
ໜອງທາເໜຶອ (ຢູ່ຫໍພັກ), ສໍາພັດໃກ້ຊິດກັບເພື່ອນຮ່ວມງານທີ່ຕິດເຊື້ອ
o ເພດຊາຍ, ອາຍຸ 36 ປີ, ອາຊີບ: ກໍາມະກອນ ພະແນກຊ່າງຈັກ, ບ້ານຜາງແຫ້ງ, ເມືອງນາຊາຍທອງ ແລະ ສໍາພັດໃກ້ຊິດກັບເພື່ອນຮ່ວມງານທີ່ຕິດເຊື້ອ
– ກຸ່ມຕະຫລາດອົດຊີ ມີ 01 ຄົນ ເປັນເພດຊາຍ, ອາຍຸ 19 ປີ, ອາຊີບ: ຄ້າຂາຍ (ເຂົ້າຈີ່), ບ້ານດອນໜູນ, ເມືອງໄຊທານີ ແລະ ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.
– ໂຮງໝໍ 103 ມີ 01 ຄົນ, ອາຍຸ 30 ປີ, ອາຊີບ: ຊ່າງພາບທົ່ວໄປ, ບ້ານຊຽງຍືນ, ເມືອງຈັນທະບູລີ, ຜູ້ກ່ຽວໄດ້ເຂົ້າໂຮງໝໍ 103 ແຕ່ວັນທີ 10 ກັນຍາ 2021 ດ້ວຍອາການໄຂ້, ອັກເສບຖົງບີ ແລະ ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.
– ອີກ 1 ຄົນ ແມ່ນເຈົ້າໜ້າທີ່ ປກສ ນະຄອນຫຼວງ, ບ້ານໂນນແກ້ວ, ເມືອງສີໂຄດຕະບອງ, ເປັນກຸ່ມສ່ຽງ ຊຶ່ງສຳຜັດກັບຜູ້ຕິດເຊື້ອທີ່ໄດ້ລາຍງານໃນວັນທີ 15 ກັນຍາ 2021.
• ສາລະວັນ 1 ຄົນ: ເຈົ້າໜ້າທີ່ຕໍາຫລວດ (ປກສ ແຂວງສາລະວັນ), ບ້ານໂພນແກ້ວ, ເມືອງສາລະວັນ.
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 18,347 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 3,938 ຄົນ.
 ບ້ານທີ່ຍັງເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 20 ບ້ານ
 ບ້ານທີ່ຍັງເປັນເຂດແດງ ໃນສະຫວັນນະເຂດ ມີ 23 ບ້ານ
 ບ້ານທີ່ຍັງເປັນເຂດແດງ ໃນແຂວງຄຳມ່ວນ ມີ 45 ບ້ານ
 ບ້ານທີ່ຍັງເປັນເຂດແດງ ໃນແຂວງບໍ່ແກ້ວ ມີ 4 ບ້ານ
 ບ້ານທີ່ຍັງເປັນເຂດແດງ ໃນແຂວງຈຳປາສັກ 8 ເມືອງ, 21 ບ້ານ
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະ
ຖານທີ່ທີ່ກຳນົດໄວ້.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 16 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2,155 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 112 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 7,505 ຄົນ.