ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ວັນອາທິດທີ 24 ຕຸລາ 2021 ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມແລະແກ້ໄຂການລະບາດພະຍາດ​COVID-19,ໄດ້ຖະແຫຼງຂ່າວ ກ່ຽວກັບສະ ພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວລວມທັງຕົວເລກການຕິດເຊື້ອພະຍາດ COVID-19ໃນທົ່ວໂລກ ປະຈຳວັນ ວັນທີ 24 ຕຸລາ  ປີ 2021.

ສະພາບການລະບາດຂອງພະຍາດ COVID-19  ຢູ່ ສປປ ລາວ

, ໃນມື້ວານນີ້ ວັນທີ 23 ຕຸລາ 2021 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 6,838 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 648 ຄົນ  ( ຕິດເຊື້ອພາຍໃນປະເທດ  = 635 ຄົນ,ເດີນທາງຈາກຕ່າງປະເທດ 13 ຄົນ ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 35,633  ຄົນ,  ເສຍຊີວິດສະສົມ 52 (ໃໝ່ 2) ປິນປົວຫາຍດີໃນມື້ວານນີ້ 379,

ຮອດປະຈຸບັນມີຈໍານວນຜູ້ທີ່ ປິ່ນປົວຫາຍດີທັງໝົດແມ່ນ 27.671 ເຊິງໝາຍຄວາມວ່າ ມາຮອດມື້ນີ້

ມີຜູຕິດເຊື້ອພະຍາດໂຄວີດ-19 ທີ່ປີ່ນປົວຫາຍດີ  ກວມເອົາ 77.65 % ຂອງ ຈຳນວນຜູ້ຕິດເຊື້ອສະສົມທັງໝົດ ຂອງ ສປປລາວ

ຈຳນວນແຂວງທີ່ມີລາຍງານການຕິດເຊື້ອ ມື້ນີ້ ແມ່ນມີ ນະຄອນຫຼວງວຽງຈັນ ແລະ 10 ແຂວງ ຕາມລາຍລະອຽດ ດັ່ງນີ້

ລ.ດແຂວງຈໍານວນຜູ້ຕິດເຊື້ປະຈໍາວັນ
1ແຂວງວຽງຈັນ184
2ນະຄອນຫຼວງວຽງຈັນ183
3ຫຼວງພະບາງ165
4ບໍ່ແກ້ວ27
5ສະຫວັນນະເຂດ21
6ຈໍາປາສັກ23
7ຫຼວງນໍ້າທາ15
8ບໍລິຄໍາໄຊ16
9ສາລະວັນ10
10ຄໍາມ່ວນ3
11ອັດຕະປື1

 

ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 648 ຄົນ ມີດັ່ງນີ້

 

  • ສຳລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 13 ຄົນ ຄື: ສະຫວັນນະເຂດ 12 ແລະ ສາລະວັນ 1 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິ ເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງ ເຂົ້າມາ ສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ທີ່ ແຂວງກຳນົດໄວ້
  • ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 635 ຄົນ ຄື:
  1. ແຂວງວຽງຈັນ 184 ຄົນ ລາຍລະອຽດຄື:
    • ເມືອງໂພນໂຮງ, ມີ 18 ບ້ານ, 7 ຄົນ
  • ບ້ານນາເລົ່າ , ບ້ານໜອງປຸງ , ບ້ານຫຼັກ 52 , ບ້ານໂພນສູງ , ບ້ານໂພນງາມ , ບ້ານສະກ້າ , ບ້ານໂພນໄຊ , ບ້ານແຈ້ງສະຫວ່າງ , ບ້ານາໂພໃຕ້ , ບ້ານນາຍາງ, ບ້ານາບອນ, ບ້ານນາມ່ວງ, ບ້ານນາໂພເໜຶອ, ບ້ານເຕົາຖ່ານ, ບ້ານແອັກຊ້າງ, ບ້ານໂພນ, ບ້ານໂພນຄໍາໃຕ້ ແລະ ບ້ານໂພນໃຕ້,  ບ້ານໃໝ່.
  • ເມືອງກາສີ ມີ 8 ບ້ານ, 40 ຄົນ
    • ບ້ານນາຊູ , ບ້ານວຽງແກ້ວ , ບ້ານພູຄໍາ , ບ້ານນາມົນ , ບ້ານໜອງບົວທອງ , ບ້ານຈູງ , ບ້ານໂພນສີດາ , ບ້ານຈຽງ
  • ເມືອງແກ້ວອຸດົມ, ມີ 04 ບ້ານ, 33 ຄົນ
    • ບ້ານທ່າຊັນ , ບ້ານທ່າລາດ ,ບ້ານແສງສະຫວ່າງ , ບ້ານເຕົາປູນ ,
  • ເມືອງວຽງຄໍາ, ມີ 1 ບ້ານ, 1 ຄົນ ບ້ານໂພນຊອງ
  • ເມືອງໜື່ນ, ມີ 08 ບ້ານ, 18 ຄົນ
    • ບ້ານນໍ້າເລົ້າ , ບ້ານນາໄຮ , ບ້ານສີວິໄລ, ບ້ານໂພນງາມ ແລະ ບ້ານວັງ, ບ້ານກ້ອນຄໍາ, ບ້ານນາບົວ ແລະ ບ້ານນໍ້າເພີນ
  • ເມືອງວັງວຽງ, ມີ 04 ບ້ານ, 07 ຄົນ
    • ບ້ານສົມສະຫວາດ , ບ້ານນາມອນ , ບ້ານວຽງແກ້ວ , ບ້ານເມືອງຊອງ
  • ເມືອງຫີນເຫີບ, ມີ 02 ບ້ານ, ມີ 05 ຄົນ
    • ບ້ານມຸກ , ບ້ານວັງຄີ
  • ເມືອງວຽງຄໍາ, ມີ 03 ບ້ານ, ມີ 03 ຄົນ
    • ບ້ານໂພນໝີ , ບ້ານໂນນສະຫວ່າງ , ບ້ານປາກກະຍຸງ
  • ເມືອງທຸລະຄົມ, ມີ 02 ບ້ານ, 02 ຄົນ
    • ບ້ານນາແພງ , ບ້ານເກີນ
  1. ນະຄອນຫຼວງວຽງ ຈັນ 183 ຄົນ ຈາກ 8 ເມືອງ 76 ບ້ານ
  • ເມືອງຈັນທະບູລີ ມີ 7 ບ້ານຄື: ຮ່ອງຄ້າ, ໜອງປີງ,ສີສະຫວາດ, ດອນແດງ, ໂພນຕ້ອງສະຫວາດ, ດົງໜ້ຽງ, ຫ້ວຍຫົງ
  • ເມືອງສີໂຄດຕະບອງ 20 ບ້ານຄື: ໂນນແກ້ວ, ໜອງດ້ວງເໜືອ, ຫນອງດ້ວງທົ່ງ, ວຽງສະຫວັນ, ສີໄຄທົ່ງ, ຫນອງດ້ວງໃຕ້, ດ່ານຄຳ, ສີບຸນເຮືອງທົ່ງ, ອຸບມຸງ, ນາຄຳ, ນາແຮ່,ໂພນສະຫວາດ, ຈຳປາ, ວັດໄຕນ້ອຍທ່າ, ຕາດທອງ, ດົງນາໂຊກໃຕ້, ທົ່ງປົ່ງ, ໂພນສົມບູນ, ຊຳເກດ, ອາກາດ
  • ເມືອງໄຊເສດຖາມີ 16 ບ້ານຄື: ສົມສະຫງ່າ, ຫົວຂົວ, ໂຊກຄຳ, ຈອມມະນີ, ແສງສະຫວ່າງ, ທາດຫຼວງກາງ, ໜອງສ້າງທໍ່, ນາໄຊ, ຊຽງດາ, ທາດຫລວງໃຕ້, ໂນນຫວາຍ, ໂພນພະເນົາ, ໂພນທອງ, ຮ່ອງແກ, ອາມອນ, ໂນນສະຫງ່າ
  • ເມືອງສີສັດຕະນາກ ມີ 10 ບ້ານຄື: ຈອມເພັດເໜືອ, ທົ່ງພານທອງ, ໂພນສະຫວ່າງ, ສະພານທອງເໜືອ, ຝາຍ, ນາຄໍາ, ຈອມເພັດໃຕ້, ດອນນົກຂຸ້ມ, ທົ່ງກາງ , ດົງປ່າລານທົ່ງ
  • ເມືອງນາຊາຍທອງ ມີ 4 ບ້ານຄື: ສີເກີດ, ນາທອ່ນ, ຫ້ວຍນ້ຳເຢັນ, ນາສ້ຽວ
  • ເມືອງໄຊທານີ ມີ 11 ບ້ານຄື: ດົງໂດກ, ໜອງພະຍາ, ທ່າງ່ອນ, ພະຂາວ, ສະພັງມຶກ, ຄຳຮຸ່ງ, ຂຸດສາມບາດ, ທ່ານາກ, ໂນນແສງຈັນ, ສີວິໄລ, ຕານມີໄຊ
  • ເມືອງຫາດຊາຍຟອງ ມີ 7 ບ້ານ ຄື: ສາລາຄຳໃຕ້, ຊາຍຟອງໃຕ້, ສົມຫວັງເໜືອ, ແກ້ງປາຢ້າງ, ຫົວຫ້າ, ຖິ່ນເພຍ, ດົງໂພນເລົາ
  • ເມືອງສັງທອງ ມີ 1 ບ້ານ ຄື: ບ້ານນາຈະເລີນໃຫ່ຍ
  1. ຫຼວງພະບາງ ມີ165 ຄົນ ຈາກ 4 ເມືອງ
  • ນະຄອນຫຼວງພະບາງ ມີ 5 ບ້ານ ,154 ຄົນ (ບ້ານຜາໂອ , ບ້ານໂພສີ ,     ບ້ານຫາດຮ່ຽນ, ບ້ານນາຫຼວງ , ບ້ານທາດໂບສົດ, ບ້ານຜາສຸກ)
  • ເມືອງປາກອູມີ 8 ຄົນ ( ບ້ານສ້ຽວ , ບ້ານຫາດມາດ , ບ້ານຊ່າງໄຫ )
  • ເມືອງນ້ຳບາກ ມີ 2 ຄົນ ຈາກບ້ານ ບົມ(ຫ້ວຍຍືງ)
  • ເມືອງງອຍ ມີ 1 ຄົນ ຈາກບ້ານພູວຽງ
  1. ບໍ່ແກ້ວ 27 ຄົນ ຈາກ 2 ເມືອງ
    • ເມືອງຫ້ວຍຊາຍ, ມີ 05 ບ້ານ, 21 ຄົນ (ບ້ານຫ້ວຍຊາຍໃຕ້ , ບ້ານປ່າອ້ອຍ , ບ້ານຫ້ວຍຊາຍເໜຶອ , ບ້ານອຸດົມ , ບ້ານຂອນແກ້ວ )
    • ເມືອງຕົ້ນເຜີ້ງ, ເຂດພິເສດ ມີ 06 ຄົນ (ກໍາມະກອນມຽນມາ)
  2. ຈໍາປາສັກ 23 ຄົນ ຈາກ 3 ເມືອງ
  • ເມືອງໂພນທອງ ມີ 06 ບ້ານ, 17 ຄົນ( ບ້ານໂພໄຊ , ບ້ານວັດຫໍ ,    ບ້ານໂນນສະຫວັນ,      ບ້ານໂພນທອງ , ບ້ານທ່າຫລວງ , ບ້ານໝໍສະລຽບ )
  • ເມືອງບາຈຽງ, ບ້ານລົ່ມສັກເໜືອ ມີ 05 ຄົນ
  • ນະຄອນປາກເຊ, ບ້ານທ່າຫລວງ ມີ 01 ຄົນ
  1. ບໍລິຄາໄຊ 16 ຈາກ 2 ເມືອງ
    • ເມືອງປາກກະດີງ, ມີ 06 ບ້ານ, 14 ຄົນ (ບ້ານນໍ້າສ້າງ , ບ້ານໂພນຈະເລີນ , ບ້ານສົມສະໜຸກ, ບ້ານນໍ້າທອນ, ບ້ານປາກສາ ແລະ ບ້ານຊາຍຄໍາ )
    • ເມືອງປາກຊັນ, ມີ 02 ບ້ານ, 02 ຄົນ ບ້ານນາສົ້ມມໍ ແລະ ບ້ານໂພສີ
  2. ຫຼວງນໍ້າທາ 15 ຄົນ ມາຈາກ 4 ເມືອງຄື: ເມືອງນໍ້າທາ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງສີງ
  3. ສະຫວັນະເຂດ 9 ຄົນ ຈາກ 2 ເມືອງ ແລະ ນະຄອນໄກສອນ
  • ນະຄອນໄກສອນ ມີ 05 ບ້ານ, 07 ຄົນ (ບ້ານບຶງວະ , ບ້ານໜອງເດີ່ນ ,ບ້ານດົງນາຄຳ , ບ້ານຊອກ , ບ້ານອຸດົມວິໄລ
  • ເມືອງຈໍາພອນ, ມີ 02 ບ້ານ, 02 ຄົນ (ບ້ານຫຼັກ 35  ແລະ      ບ້ານນາເຕີຍ
  • ເມືອງຊົນບູລີ, ບ້ານທ່າຄຳເຫຼື້ອມ ມີ 01 ຄົນ
  1. ສາວະວັນ ມີ 9 ຄົນ ຈາກ 3 ເມືອງ
    • ເມືອງສະໜ້ວຍ, ມີ 02 ບ້ານ, 03 ຄົນ (ບ້ານເທດສະບານ , ບ້ານລະໄລ )
    • ເມືອງສາລະວັນ, ມີ 03 ບ້ານ, 03 ຄົນ  (ບ້ານຫຼັກ 2 , ບ້ານຄັນທະລາດ , ບ້ານໜອງໃສ່ )
    • ເມືອງເລົ່າງາມ, ມີ 03 ບ້ານ, 03 ຄົນ  (ບ້ານພໍ່ນວນ , ບ້ານໂນນສູງ
  2. ຄໍາມ່ວນ 3 ຄົນ ຈາກ 2 ເມືອງ
  • ເມືອງທ່າແຂກ, ບ້ານດອນມະໄຫຼ ມີ 2 ຄົນ,
  • ເມືອງໜອງບົກ, ບ້ານຊຽງງຫວ່າງທ່າ ມີ 1 ຄົນ
  1. ອັດຕະປື 1 ຄົນ

ສຳລັບ ຄົນເຈັບເສຍຊີວີດ 2 ຄົນ, ລາຍລະອຽດ ດັ່ງນີ້:

  • ຜູ້ເສຍຊີວິດ ທີ່ ເພດຍິງ, ອາຍຸ 70 ປີ, ປະຈຸບັນຢູ່ບ້ານ ດານສະຫວັນ ເມືອງແກ້ວອຸດົມ, ແຂວງວຽງຈັນ

–        ຄົນເຈັບໄດ້ໄປສະຖານທີທີ່ສ່ຽງ ຢູ່ພາຍໃນບ້ານດານສະຫວັນ ແລະ ໂຮງໝໍແຂວງ ທີ່ມີຄົນຕິດເຊື້ອ

–        ຄອບຄົວຜູ້ກ່ຽວມີຜູ້ຕິດເຊື້ອນຳກັນ 06 ຄົນ

–        ພະຍາດປະຈໍາຕົວ: ເປັນພະຍາດຫົວໃຈຊຸດໂຊມ, ຄວາມດັນເລືອດສູງ ໄດ້ກີນຢາປະຈໍາເປັນເວລາຫລາຍປີ, ເຄື່ອນໄຫວໄປມາບໍ່ໄດ້ ໄດ້ນອນກັບທີ່

–        ຍັງບໍ່ໄດ້ຮັບການສັກຢາວັກຊີນ

–        ວັນທີ 16 ຕຸລາ 2021: ຜູ້ກ່ຽວມີອາການໄອ, ຫາຍໃຈຝືດ, ແໜ້ນໜ້າເອິກ, ກິນດື່ມໄດ້ເລັກໜ້ອຍ ແລະ ບໍ່ມີອາການໄຂ້

–        ວັນທີ 17 ຕຸລາ 2021: ຜູ້ກ່ຽວ ໄດ້ມາກວດພະຍາດ ເພື່ອແທກຫົວໃຈ ຢູ່ໂຮງໝໍແຂວງ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວີດ-19

–        ວັນທີ 18 ຕຸລາ 2021: ຜູ້ກ່ຽວ ໄດ້ລໍຖ້າຜົນກວດ ຢູ່ບ້ານ ແລະ ຈົນມາຮອດເວລາ 13 ໂມງ 30 ນາທີ ຂອງມື້ດຽວກັນນັ້ນ, ຜູ້ກ່ຽວມີອາການອິດເມື່ອຍ, ຫາຍໃຈຝຶດ, ແໜ້ນໜ້າເອິກ, ໄອຫລາຍ ແລະ ນອນບໍ່ໄດ້ ຈື່ງໄດ້ມາກວດ ແລະ ນອນປີ່ນປົວຢູ່ໂຮງໝໍແຂວງ

–        ວັນທີ 19 ຕຸລາ 2021: ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ທີ່ເມືອງໂພນໂຮງ ແຂວງວຽງຈັນ

–        ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນແຕ່ວັນທີ 18-23 ຕຸລາ 2021 ເປັນເວລາ 06 ວັນ

–        ມາຮອດເວລາ 07 ໂມງ 15 ນາທີເຊົ້າ ຂອງວັນທີ 23 ຕຸລາ 2021: ຜູ້ກ່ຽວອາການອີດເມື່ອຍຫລາຍ, ຈືດມ້ານ ຫລາຍ, ຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ແພດໝໍໄດ້ສຸມທຸກກຳລັງເພື່ອເຊີດຊູຄົນເຈັບ ແຕ່ອາການຄົນເຈັບບໍ່ຕອບສະໜອງ ແລະ ໄດ້ເສຍຊີວິດລົງ.

ຜູ້ເສຍຊີວິດ ທີ່ ເພດຍິງ, ອາຍຸ 31 ປີ, ອາຊີບ ພະນັກງານອາສາສະໜັກ, ບ້ານຢູ່ ບ້ານຊຽງຫວາງທ່າ, ເມືອງ ໜອງບົກ, ແຂວງຄຳມ່ວນ

–        ຜູ້ກ່ຽວມີພະຍາດປະຈຳຕົວ: ພະຍາດຫົວໃຈ

–        ໄດ້ສັກຢາວັກຊີນຊີໂນຟາມຄົບ 2 ເຂັມ

–        ວັນທີ 16 ຕຸລາ 2021: ມີອາການໄອ, ຫາຍໃຈຝືດ ແລະ ແໜ້ນໜ້າເອິກ ແຕ່ບໍ່ມາປີ່ນປົວຢູ່ສະຖານທີບໍລິການສາທາລະນະສຸກ, ຄອບຄົວໄດ້ພາຜູ້ກ່ຽວປີ່ນປົວດ້ວຍໄສຍະສາດ ແລະ ປີ່ນປົວຕາມຮິດຄອງປະເພນີ)

–        ວັນທີ 22 ຕຸລາ 2021: ຜູ້ກ່ຽວມີອາການໜັກ, ຫາຍໃຈຝຶດ ແລະ ທ້ອງເບັງ ຈື່ງໄດ້ມາກວດຢູ່ໂຮງໝໍແຂວງຄໍາມ່ວນ ພ້ອມທັງໄດ້ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແລະໃນມື້ດຽວກັນຜົນກວດອອກແມ່ນພົບເຊື້ອພະຍາດໂຄວິດ-19 ແລ້ວນໍາສົ່ງເຂົ້າມານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ວັດທະນາທໍາແຂວງ , , ແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູ ແຕ່ເນື່ອງຈາກຜູ້ກ່ຽວມາປີ່ນປົວໃນໂຮງໝໍຊ້າ ເຮັດໃຫ້ມີອາການໜັກຫຼາຍ ແລະ ຜູ້ກ່ຽວກໍ່ໄດ້ເສຍຊິວິດລົງ.

ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວີດ-19

  • ບັນດາແຂວງ
    • ແມ່ນສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ19ໄດ້ຢູ່ໂຮງໝໍແຂວງຫຼືຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງກຳນົດຢູ່ພາຍໃນແຂວງ
    • ນອກຈາກນັ້ນຖ້າຫາກມີການຕິດເຊື້ອໃໝ່ທີມງານເຝົ້າລະວັງຂອງແຂວງກໍຈະໄປຊອກຄົ້ນຫາຄົນຜູ້ຕິດເຊື້ອແບບບຸກໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູສະ ຖານທີ່ ເຊິ່ງມີຜູ້ຕິດເຊື້ອໃໝ່ ແລະ ເຂດທີ່ມີການລະບາດໃນຊຸມຊົນ
  • ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນິ້:
  • ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ປະກອບມີ:
  • ສະໜາມກິລາໃນຮົ່ມ ບຶງຂະຫຍອງທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
  • ຫ້ອງການປົກຄອງເມືອງໄຊທານີ (ວັນຈັນ ຫາ ເສົາ) ເວລາ 9:00–11:30 ໂມງ
  • ທີມກວດເຄື່ອນທີ່:
  • 01 ທີມ ຂອງສາທາເມືອງໄຊທານີ
  • 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
  • 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
  • ສາທາເມືອງນາຊາຍທອງ 02 ທີມ
  • ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
  • ສຳລັບສະຖານໃຫ້ ວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
  1. ໂຮງໝໍ ສູນກາງ
  2. ໂຮງໝໍ ເມືອງ 9 ຕົວເມືອງ
  3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຮອດ ວັນສຸກ)

ປະຈຸບັນສາມາດສັກວັກຊີນໄດ້

  • ເຂັມທີ 1 ໄດ້ 195.552  ຄິດເປັນເປີເຊັນ  43,55 %
  • ທຸກເຂັ້ມທີ່ແນະນໍາ ໄດ້ 732.617 ຄິດເປັນ ເປີເຊັນ 37,24 %

 

ຮອດປະຈຸບັນ ຈຳນວນບ້ານແດງ

  • ຢູ່ທົ່ວປະເທດມີ 444 ບ້ານ, ຈາກ 13 ແຂວງ ແລະ 53 ເມືອງ ດັ່ງນີ້
ແຂວງຈໍານວນເມືອງແດງຈໍານວນບ້ານແດງ
ນະຄອນຫລວງວຽງຈັນ9222
ສະຫວັນນະເຂດ635
ຄໍາມ່ວນ29
ຈໍາປາສັກ320
ວຽງຈັນ853
ຫຼວງພະບາງ848
ໄຊສົມບູນ311
ບໍລິຄໍາໄຊ210
ສາລະວັນ311
ອຸດົມໄຊ11
ເຊກອງ11
ຫຼວງນໍ້າທາ25
ບໍ່ແກ້ວ518
ລວມທັງໝົດ 13 ແຂວງ53444

 

ບ້ານ ທີ່ກໍານົດເປັນເຂດແດງໃໝ່ ວັນທີ 23 ຕຸລາ 2021 ມີ 18 ບ້ານ, 10 ເມືອງ, 6 ແຂວງ

 

ແຂວງເມືອງແດງໃໝ່ບ້ານແດງໃໝ່
ນະຄອນຫຼວງເມືອງ ຈັນທະບູລີ1 ບ້ານ (ຂົວຫຼວງ)
ເມືອງ ໄຊເສດຖາ2 ບ້ານ (ອາມອນ, ໜອງສ້າງທໍ່ )
 ເມືອງຫາດຊາຍຟອງ3 ບ້ານ (ຫົວຫ້າ, ຖີ່ນແຖນ ແລະ ທ່າເດືອ່)
ຫຼວງພະບາງ ນະຄອນຫລວງພະບາງ1 ບ້ານ (ທາດໂບສົດ)
 ເມືອງນ້ຳບາກ3 ບ້ານ (ວັງຄຳ, ນ້ຳມອງ, ຫ້ວຍເຍັນ)
 ເມືອງປາກອູ2 ບ້ານ (ຫາດຄໍ້ ແລະ ຖີ່ນຈະເລີນ)
ຄຳມ່ວນເມືອງທ່າແຂກ 3 ບ້ານ (ສົມສະໜຸກ, ດອນມະໄລ່, ນາຕາດ)
ສາລະວັນເມືອງສະໝ້ວຍ1 ບ້ານ (ລະຮາງ)
ຈຳປາສັກນະຄອນປາກເຊ1 ບ້ານ (ທົ່ງ)
ຫຼວງນ້ຳທາເມືອງສີງ1 ບ້ານ (ສີງຈະເລີນ)
ລວມ10 ເມືອງ 18 ບ້ານ

 

  • ບ້ານທີ່ສິ້ນສຸດການເປັນບ້ານແດງ ວັນທີ 23 ຕຸລາ 2021 ແມ່ນມີ 1 ບ້ານ:ບ້ານສີຖານເໝືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ

 

ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ

 ວັນທີ 23 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,245 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວີດ-19  ແລະ ນຳສົ່ງເຂ້ົ້າໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຫຼືໂຮງແຮມຈຳກັດບໍລີເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບກຳນົດຈື່ງອອກມາເຄີອນໄຫວໃນສັງຄົມໄດ້ ,

ສະພາບສະຖານທີ່ຈຳກັດບໍລິເວນໃນທົວປະເທດ

  • ຮອດມື້ນີ້ຍັງມີຜູ້ຈຳກັດບໍລິເວນ 4,597
  • ສະຖານທີ່ຈໍາກັດບໍລິເວນ ທີ່ຍັງເປີດຢູ່ມີ 86 ສູນ ປະຈຸບັນ ມີຜູ້ຈຳກັດບໍລິເວນຢູ່ສູນ 2.953 ຄົນ, ສາມາດຮອງຮັບໄດ້ຕື່ມອີກ 205 ຄົນ
  • ໂຮງແຮມຈຳກັດບໍລິເວນ ທີຍັງນຳໃຊ້ 55. ປະຈຸບັນຜູ້ຈຳກັດບໍລິເວນ ຢູ່ໂຮງແຮມ 644 ຄົນ, ສາມາດຮອງຮັບໄດ້ຕື່ມອີກ 7.960 ຄົນ

 

ສະພາບຕິດເຊື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ ,

ຮອດມື້ນີ້ ຈຳນວນຜູ້ຕິດເຊື້ອສະສົມໃນທົ່ວໂລກ ມີ ທັງໝົດ  244.086.015 (371.451 ໃໝ່), ເສຍຊິວິດທັງໝົດ 4.958.907

(5.849 ໃໝ່), ປີ່ນປົວຫາຍດີ 221.152.718 (322.901 ໃໝ່).

ປະເທດທີ່ມີການຕິດເຊື້ອສູງອັນດັບ 1 ແມ່ນຍັງມີຜູ້ຕິດເຊື້ອໃໝ່ 28,613 ແລະ ເສຍຊີວີດໃໝ່ 454

ລ/ດປະເທດຄົນຕິດເຊື້ອເສຍຊິວີດ
ສະສົມທັງໝົດໃໝ່ສະສົມທັງໝົດໃໝ່
1ສະຫະລັດອາເມລິກາ46,293,20928,613756,175454
2ອິນເດຍ34,174,84316,071454,301559
3ບຣາຊີວ21,723,55911,716605,569358

 

05 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ

ລ/ດ

 

ປະເທດຄົນຕິດເຊື້ອເສຍຊິວີດ
ສະສົມທັງໝົດໃໝ່ສະສົມທັງໝົດໃໝ່
1ໄທ1,841,1319,74218,69974
2ຫວຽດນາມ884,8953,37321,62077
3ມຽນມາ493,5761,06718,51120
4ກໍາປູເຈຍ117,6441442,72510
5ຈີນ96,715504,636 

 

ບັນດາທ່ານ ທີ່ນັບຖື ແລະ ຮັກແພງ

  • ຄະນະສະເພາະກິດໄດ້ລາຍງານໃຫ້ທ່ານໄດ້ຮັບຊາບ ກ່ຽວກັບຈໍານວນທີ່ໄດ້ກວດ ແລະ ຈໍານວນຄົນຕິດເຊື້ອໂຄວິດ 19 ໃນແຕ່ລະວັນ ຊຶ່ງຫ້ອງວິເຄາະລະບາດວິທະຍາແຫ່ງຊາດ ເຮັດວຽກໜັກໜ່ວງ ເພື່ອດໍາເນີນການກວດຫຼາຍກວ່າ 6000 ຕົວຢ່າງ ໃນແຕ່ລະວັນ. ແນ່ນອນແລ້ວ ເນື່ອງຈາກໃນຫຼາຍວັນມານີ້ ນະຄອນຫຼວງວຽງຈັນ ມີການຕິດເຊື້ອຫຼາຍກວ່າແຂວງອື່ນ ສະນັ້ນ ການສອບສວນຄົນທີ່ພົວພັນໄກ້ຊິດກໍ່່ຫຼາຍກວ່າ ແລະ ການເກັບຕົວຢ່າງຂອງນະຄອນຫຼວງວຽງຈັນກໍ່່ຫຼາຍກວ່າແຂວງອື່ນເຊັ່ນກັນ ຊື່ງການກວດຄົນສົງໃສຍີ່ງຫຼາຍເທົ່າໃດ ກໍ່່ຍິ່ງຊ່ວຍໃຫ້ພວກເຮົາຄົ້ນຫາຄົນຕິດເຊື້ອໃນກຸ່ມປະຊາຊົນໄດ້ໄວຂື້ນເທົ່ານັ້ນ ເມື່ອຄົ້ນຫາໄດ້ໄວ ກໍ່່ຈະໄດ້ປິ່ນປົວໄວ ເພື່ອສະກັດກັ້ນການແຜ່ລາມຂອງເຊື້ອພະຍາດ ໂດຍສົມທົບກັບມາດຕະການອື່ນໆ ທີ່ກໍາລັງປະຕິບັດຢູ່.

 

  • ສິ່ງທີ່ໜ້າສົນໃຈກໍ່່ຄື ຖ້າທຽບໃສ່ຈໍານວນຄົນທີ່ໄດ້ກວດໃນນະຄອນຫຼວງວຽງຈັນທີ່ຫຼາຍກວ່າແຂວງອື່ນ ແຕ່ພົບວ່າ 100 ຄົນໃດ ພົບຄົນຕິດເຊື້ອ ປະມານ 13 ຄົນ. ແຕ່ແຂວງທີ່ມີຈໍານວນກວດໜ້ອຍ ພັດພົບຄົນຕິດເຊື້ອຫຼາຍກວ່າ ຊຶ່ງຫຼາຍກວ່າໝູ່ແມ່ນຢູ່ ແຂວງສະຫວັນນະເຂດ ຄືກວດ 100 ຄົນໃດ ພົບວ່າປະມານ 34 ຄົນຕິດເຊື້ອ. ໃນຄົນ ກວດຄົນໄດ້ໜ້ອຍ ອາດມີສາເຫດມາຈາກ:
    • ຜູ້ຕິດເຊື້ອອາດໃຫ້ຂໍ້ມູນຜູ້ພົວພັນໄກ້ຊິດບໍ່ຄົບ
    • ຫຼື ຜູ້ຕິດເຊື້ອບໍ່ຈື່ ທາມລາຍຂອງຕົນເອງ

ນີ້ ໄດ້ເຮັດໃຫ້ທິມງານບໍ່ສາມາດຄົ້ນຫາກຸ່ມສ່ຽງໄດ້ຢ່າງກວ້າງຂວາງ ຊຶ່ງຈະສົ່ງຜົນເຮັດໃຫ້ ຜູ້ສ່ຽງຕິດເຊື້ອ ຍັງສັນຈອນປະປົນຢູ່ກັບຊຸມຊົນ ແລະ ບໍ່ໄດ້ຮັບການກວດເທື່ອ ເຮັດໃຫ້ຊຸມຊົນນັ້ນ ມີຄວາມສ່ຽງສູງໃນການຕິດເຊື້ອໃນອະນາຄົດອັນໄກ້ ແລະ ເຮັດໃຫ້ ການຕິດເຊື້ອ ມີຢູ່ເລື້ອຍໆ ບໍ່ມີວັນສີ້ນສຸດ. ສະນັ້ນ ຂໍຮຽກຮ້ອງໃຫ້ທຸກຄົນ ທີ່ຮູ້ວ່າຕົນເອງມີສໍາພັນໄກ້ຊິດ ເປັນກຸ່ມ C1 ກັບຜູ້ຕິດເຊື້ອແລ້ວ ຄວນໄດ້ສະເໜີຕົນເອງຕໍ່່ເຈົ້ໜ້າທີ່ ເພື່ອພິຈາລະນາ ຮັບການກວດຊອກຫາເຊື້ອ ໃນຈຸດບໍລິການກວດຂອງພາກລັດ ແຕ່ບໍ່ແມ່ນໃຫ້ບຸກຄົນຊື້ເຄື່ອງມາກວດເອງໂດຍເດັດຂາດ.  ຢາກໃຫ້ທຸກຄົນໃນສັງຄົມເຮົາ ໂດຍສະເພາະຜູ້ທີ່ເຄື່ອນໄຫວໄປມາໃນສັງຄົມ ໃນແຕ່ລະວັນ ຈົ່ງໄດ້ບັນທຶກປະຈໍາວັນເອົາໄວ້ ວ່າແຕ່ລະວັນ ທ່ານເຮັດຫຍັງ ໄປໃສແດ່ ພົບປະໂອ້ລົມ ຫຼື ກິນເຂົ້າຮ່ວມຜູ້ໃດ. ເມື່ອໃດກໍ່່ຕາມ ທີ່ທ່ານໂຊກບໍ່ດີ ພົບວ່າຕົນເອງຕິດເຊື້ອ ຢ່າງໜ້ອຍ ທ່ານກໍ່່ໄດ້ມີບັນທຶກທາມລາຍຂອງຕົນ ແບບລະອຽດ ແລະ ຄົບຖ້ວນທີ່ສຸດ. ເຮັດແບບນີ້ ທ່ານສາມາດຊ່ວຍເຈົ້າໜ້າທີ່ໄດ້ຫຼາຍທີ່ສຸດ ໃນການຕິດຕາມຄົນໄກ້ຊິດກັບທ່ານ ເຮັດໃຫ້ເຈົ້າໜ້າທີ່ຄົ້ນຫາໄດ້ໄວ ແລະ ປິ່ນປົວເຂົາເຈົ້າໄດ້ໄວ ຖ້າເພີ່ນຕິດເຊື້ອ.

  • ອີກປະເດັນໜື່ງ ການເຄື່ອນໄຫວຜ່ານມາໃນການໃຫ້ບໍລິການວັກຊິນແກ່ກຸ່ມເປົ້າໝາຍໃນແຕ່ລະແຂວງ ກໍ່ສາມາດບັນລຸໄດ້ເປົ້າໝາຍທີ່ແຕກຕ່າງກັນ ແຕ່ມີບາງແຂວງ ການສັກວັກຊິນ ຍັງບໍ່ທັນໄດ້ປົກຄຸມກວ້າງ ໂດຍສະເພາະແມ່ນແຂວງທີ່ຍັງຕິດເຊື້ອຕໍ່າ. ຂໍໃຫ້ທ່ານຊາບວ່າ ການແຜ່ເຊື້ອຂອງພະຍາດໂຄວິດ ໄດ້ລາມມກວ້າງໄປຫຼາຍເມືອງ ໃນເກືອບທຸກແຂວງຂອງປະເທດ. ສະນັ້ນ ຄວາມສ່ຽງມີຢູ່ທຸກແຫ່ງ ຊື່ງທ່ານອາດຈະໄດ້ສໍາຜັດກັບມັນໂດຍບໍ່ໄດ້ຕັ້ງໃຈ. ສະນັ້ນ ເຖິງວ່າ ແຂວງຂອງທ່ານ ຍັງບໍ່ທັນຕິດເຊື້ອຫຼາຍ ແຕ່ທ່ານຄວນໄດ້ກຽມພ້ອມຮ່າງກາຍ ເພື່ອຮັບມືກັບພະຍາດ ໂດຍສະເພາະແມ່ນການສັກວັກຊິນສ້າງພູມຄຸ້ມກັນ ເພາະມັນຈະຊ່ວຍໃຫ້ຫຼາຍຄົນບໍ່ຕິດເຊື້ອ ຫຼືຕິດເຊື້ອແຕ່ບໍ່ມີອາການຮຸນແຮງ ຫຼື ຕິດເຊ້ອ ແຕ່ບໍ່ກ້າວສູ່ການເສຍຊີວິດ. ຫຼາຍທ່ານກັງວົນ ຕໍ່ຄວາມປອດໄພຂອງວັກຊິນ ຖ້າສັກແລ້ວ ຢ້ານສິເກີດອັນຕະລາຍຕໍ່່ຕົນເອງ ແຕ່ທ່ານກະບໍ່ສາມາດຮູ້ໄດ້ຄືກັນວ່າ ການຕິດເຊື້ອໂຄວິດມັນຍິ່ງໂຫດຮ້າຍກວ່າ ເພາະມັນອາດເຮັດໃຫ້ເສຍຊີວິດ ຫຼືບໍ່ກໍ່ອາດມີອາການເຈັບປ່ວຍອື່ນ ທີ່ເກີດຂື້ນ ເມື່ອສິ້ນສຸດການປິ່ນປົວໂຄວິດແລ້ວ ຊຶ່ງເປັນຜົນສະທ້ອນຈາກເຊື້ອໄວຣັບໂຄໂຣນາ ທີ່ເຂົ້າທໍາລາຍຮ່າງກາຍຫຼາຍສວ່ນ ຈົນກໍ່່ໃຫ້ເກີດເປັນຫຼາຍພະຍາດຕາມມາ. ນີ້ ຍິ່ງອັນຕະລາຍກວ່າ ສະນັ້ນ ການສັກວັກຊິນ ຈຶ່ງເປັນທາງດຽວ ທີ່ທ່ານຄວນຕັດສິນໃຈຢ່າໃຫ້ໂອກາດຜ່ານໄປ ຢ່າງໜ້າເສຍດາຍ.

 

  • ອີກເທື່ອໜຶ່ງ ຄຽງຄູ່ກັບການສັກວັກຊິນເສີມສ້າງພູມຄຸ້ມກັນ ທຸກຄົນ ຍັງຕ້ອງໄດ້ປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງຕໍ່ເນື່ອງ ແລະ ເຂັ້ມງວດ. ຂໍໃຫ້ທຸກຄົນ ມີສະຕິໃນການປ້ອງກັນຕົວເອງ ໃສ່ຜ້າປິດປາກດັງ ໝັ່ນລ້າງມືໃຫ້ສະອາດຢູ່ເລື້ອຍໆ ເວັ້ນໄລຍະຫ່າງ, ກິນເຂົ້າແບບແຍກໃຜມັນ ແລະ ບໍ່່ຊຸມແຊວກັນ. ຂໍໃຫ້ທຸກຄົນ ພິຈາລະນາໄຕ່ຕອງໃຫ້ດີ ເມື່ອທ່ານມີແຜນໄປກິນເຂົ້າຢູ່ຮ້ານອາຫານ ເຖິງວ່າຮ້ານນັ້ນ ຕັ້້ງຢູ່ໃນບ້ານທີ່ບໍ່ແມ່ນບ້ານແດງກໍ່ຕາມ. ດີທີ່ສຸດ ທ່ານຄວນເລືອກຊື້ເມືອກິນຢູ່ເຮືອນ ດີກວ່ານັ່ງກິນໃນຮ້ານ ເພາະທ່ານບໍ່ມີທາງຊາບໄດ້ວ່າ ຕົນເອງສ່ຽງໃນການຕິດເຊື້ອໃນຈຸດນີ້ຫຼາຍເທົ່າໃດ. ຂໍໃຫ້ ທຸກຄົນປະຕິບັດຢ່າງຈິງຈັງ ພວກເຮົາຈື່ງຈະສາມາດ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ ຢ່າງມີໄຊຊະນະ.
  • ກ່ອນຈະຈົບການລາຍງານ ໃນມື້ນີ້ ຂໍແຈ້ງໃຫ້ຊາບວ່າ ທ່ານສາມາດຕິດຕາມ ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ ໄດ້ທາງ:
    • ເຟດບຸກຂອງສູນຂ່າວສານການແພດແລະສຸຂະສຶກສາ, ກະຊວງສາທາລະນະສຸກ
    • ໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).
    • ຕິດຕາມຈາກ 02 ເວບໄຊ (1)ເວັບໄຊ້ຄະນະສະເພາະກິດ

(2) ກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກ

  • ຈາກສື່ຕ່າງໆ ທີ່ເປັນຂອງລັດຖະບານ