ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 28 ມັງກອນ 2022 ທີ່ຫ້ອງປະຊຸມໂອແລັມປິກ, ນະຄອນຫລວງວຽງຈັນ ສະຫະພັນກິລາອີສະປອດແຫ່ງ ຊາດ ຈັດພິທີສະຫລຸບງານແຂ່ງຂັນຊີງແຊ້ມປະເທດລາວ 2021 ແລະ ເຜີຍແຜ່ແຜນວຽກ ປະຈໍາປີ 2022 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພູໄຊ ແພງພົງ, ຮອງຫົວ ໜ້າກົມກິລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂຈນາທານ ສິຣິສັກດາ, ປະທານສະຫະພັນກິ ລາອີສະປອດແຫ່ງຊາດ. ມີນັກກິລາ ແລະ ຕາງໜ້າບັນດາພາກສ່ວນທີ່ໃຫ້ການສະໜັບສະໜູນກິລາອີສະປອດ ເຂົ້າ ຮ່ວມ.
ໃນໂອກາດນີ້, ທ່ານ ວັນທະນາ ກຸນນາວັນ, ຮອງປະ ທານ, ທັງເປັນເລຂາທິການສະຫະພັນກິລາອີສະປອດແຫ່ງ ຊາດ ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານຂອງສະຫະພັນກິລາອີສະປອດແຫ່ງຊາດ ໃນປີ 2021 ຜ່ານມາ ເໂດຍໄດ້ຍົກໃຫ້ເຫັນວ່າ: ເຖີງວ່າປີຜ່ານມາ ລາວເຮົາປະສົບກັບການລະບາດຂອງພະຍາດໂຄວິດ-19 ແຕ່ສະ ຫະພັນກິລາອີສະປອດໄດ້ຈັດການແຂ່ງຂັນ ແລະ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ໃນລະດັບສາກົນໂດຍຜ່ານຮູບແບບອອນລາຍ ຈໍານວນຫລາຍລາຍ ການ ເພື່ອສືບຕໍ່ເຝິກແອບນັກກິລາ, ຄູຝຶກ ແລະ ກຳມະ ການ ໃຫ້ມີພັດທະ ນາການທາງດ້ານທັກສະ ແລະ ປະສົບ ການຈາກການແຂ່ງຂັນຕົວຈິງ. ໃນນີ້ ທີ່ສໍຳຄັນແມ່ນສາ ມາດຈັດການແຂ່ງ ຂັນປະຈໍາເດືອນ 2 ຄັ້ງ ຄື: ເດືອນມິຖຸນາ ແລະ ເດືອນສິງ ຫາ, ຈັດການແຂ່ງຂັນຊີງແຊ້ມປະເທດລາວ 2021 ໂດຍແຂ່ງ ຂັນທັງໝົດ 9 ລາຍການ ເຊີ່ງເປັນການບັນຈຸລາຍການແຂ່ງຂັນຫລາຍທີ່ສຸດເທົ່າທີ່ເຄີຍຈັດມາ, ມີຜູ້ເຂົ້າຮ່ວມແຂ່ງຂັນຫລາຍກວ່າ 3.500 ຄົນ ແລະ ອື່ນໆ.
ນອກຈາກນີ້ ສະຫະພັນກິລາອີສະປອດແຫ່ງຊາດໄດ້ປະ ກອບສ່ວນເຂົ້າໃນການເຄື່ອນໄຫວອີສະປອດທັງພາຍໃນ, ພາກພື້ນ ແລະ ສາກົນ ລວມມີ: ຈັດກິດຈະກຳ Mobile Legends: Bang Bang – NEWBORNເປັນງານກິດຈະ ກຳແຂ່ງຂັນທີ່ໃຫ້ສະເພາະຜູ້ຫຼິ້ນໜ້າໃໝ່ເທົ່ານັ້ນຈື່ງສາມາດເຂົ້າຮ່ວມໄດ້, ສົ່ງທີມເຂົ້າຮ່ວມການແຂ່ງຂັນ Mobile Legends: Bang Bang Southeast Asia Cup (MSC) 2021, ຄັດເລືອກ ແລະ ສົ່ງທີມເຂົ້າຮ່ວມການແຂ່ງຂັນ SEA – PVP Esportsປະເພດ MLBBແລະ PUBGMobile, ສົ່ງທີມເຂົ້າຮ່ວມການແຂ່ງແຂ່ງ Southeast Asia EsportsFederation – DOTA2 Championship 2021 ໂດຍສາມາດຍາດໄດ້ອັນດັບທີສາມ. ນອກຈາກນີ້ ໄດ້ສ້າງການຝຶກອົບຮົມຈຳນວນ 2 ຄັ້ງໃນຫົວຂໍ້: ການຝຶກອົບຮົມຄູຝຶກ ແລະ ກຳມະການຕັດສິນກິລາອີສະປອດ, ການຝຶກອົບຮົມຜູ້ບັນຍາຍການແຂ່ງຂັນອີສະປອດ.
ຮອງປະທານສະຫະພັນກິລາອີສະປອດແຫ່ງຊາດ ຍັງໄດ້ຍົກໃຫ້ເຫັນບົດຮຽນທີ່ຖອດຖອນໄດ້, ດ້ານດີ, ດ້ານຫຍຸ້ງຍາກທີ່ຕ້ອງປັບປຸງແກ້ໄຂ ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ທາງສະຫະພັນມີແຜນຈະຈັດ ການແຂ່ງຂັນ ແລະ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນລະດັບສາ ກົນຫລາຍລາຍການ, ໃນນີ້ ລາຍການສໍາຄັນ ແມ່ນການກະກຽມນັກກິລາເຂົ້າຮ່ວມງານມະຫາກໍາກິລາຊີເກມ ຄັ້ງທີ XXXI ທີ່ ສສ ຫວຽດນາມ ເປັນເຈົ້າພາບ ແລະ ຈັດການແຂ່ງຂັນອີສະປອດຊີງແຊ້ມທົ່ວປະເທດ ຄັ້ງທີ XXXI, ປະຈໍາ 2022 ແລະ ອື່ນໆ.
ໃນພິທີດັ່ງກ່າວ, ຍັງໄດ້ມີພິທີມອບລາງວັນໃຫ້ບັນດາທີມ ແລະ ມອບໃບຍ້ອງຍໍໃຫ້ບັນດາຜູ້ສະໜັບສະໜູນກິລາອີສະປອດໃນໄລຍະຜ່ານມາ ຕື່ມອີກ.
Cr: ສົງການ